Biblica® Open Lao Contemporary Version
ໂຢຊວຍ 9
ກົນອຸບາຍຂອງຊາວກີເບໂອນ
ບັດນີ້ ເມື່ອກະສັດທັງຫລາຍທາງຕາເວັນຕົກຂອງແມ່ນ້ຳຈໍແດນໄດ້ຍິນເລື່ອງນີ້ ຄືບັນດາກະສັດທີ່ຢູ່ຕາມເນີນພູ, ຕາມຕີນພູທາງທິດຕາເວັນຕົກ ແລະ ລຽບຕາມແຄມຝັ່ງທະເລເມດີແຕຣາເນໄປຈົນເຖິງເລບານອນ (ຄືບັນດາກະສັດຂອງຊາວຮິດຕີ, ຊາວອາໂມ, ຊາວການາອານ, ຊາວເປຣີຊີ, ຊາວຮີວີ ແລະ ຂອງຊາວເຢບຸດ) ພວກເຂົາໄດ້ມາຮວມກັນເພື່ອເຮັດສົງຄາມກັບໂຢຊວຍ ແລະ ຊາວອິດສະຣາເອນ.
ເຖິງຢ່າງໃດກໍຕາມ, ເມື່ອປະຊາຊົນໃນກີເບໂອນໄດ້ຍິນເຖິງສິ່ງທີ່ໂຢຊວຍໄດ້ເຮັດກັບເມືອງເຢຣິໂກ ແລະ ເມືອງອາອີແລ້ວ, ພວກເຂົາໄດ້ໃຊ້ກົນອຸບາຍຄື: ພວກເຂົາໄດ້ໄປໃນຖານະຜູ້ແທນ ເຊິ່ງມີລໍບັນທຸກກະສອບທີ່ເປ່ເພ ແລະ ຖົງໜັງໃສ່ເຫລົ້າອະງຸ່ນເກົ່າ, ມີຮອຍແຕກ ແລະ ຮອຍສ້ອມແປງ. ພວກເຂົາໄດ້ສຸບເກີບຂາດ ແລະ ມີຮອຍຫຍິບໃສ່ຕີນຂອງພວກເຂົາ ແລະ ນຸ່ງເຄື່ອງນຸ່ງເກົ່າ. ເຂົ້າຈີ່ທັງໝົດທີ່ເປັນສະບຽງອາຫານຂອງພວກເຂົາກໍແຫ້ງ ແລະ ອອກເຫັດ. ຫລັງຈາກນັ້ນ ພວກເຂົາກໍໄດ້ໄປຫາໂຢຊວຍໃນຄ້າຍພັກຢູ່ທີ່ກິນການ ແລ້ວໄດ້ເວົ້າກັບລາວ ແລະ ຊາວອິດສະຣາເອນວ່າ, “ພວກຂ້ານ້ອຍມາຈາກແດນໄກ ຂໍໃຫ້ທ່ານເຮັດສົນທິສັນຍາກັບເຮົາດ້ວຍ”.
ຊາວອິດສະຣາເອນໄດ້ຕອບຊາວຮີວີເຫລົ່ານີ້ວ່າ, “ແຕ່ບາງທີພວກເຈົ້າອາດຈະອາໄສຢູ່ໃກ້ກັບພວກເຮົາ, ດັ່ງນັ້ນ ພວກເຮົາຈະເຮັດສົນທິສັນຍາກັບພວກເຈົ້າໄດ້ຢ່າງໃດ?”
ພວກເຂົາຈຶ່ງເວົ້າກັບໂຢຊວຍວ່າ, “ເຮົາເປັນຜູ້ຮັບໃຊ້ຂອງທ່ານ”,
ແຕ່ໂຢຊວຍໄດ້ຖາມວ່າ, “ພວກເຈົ້າເປັນຜູ້ໃດ ແລະ ມາຈາກໃສ?”
ພວກເຂົາໄດ້ຕອບວ່າ, “ຜູ້ຮັບໃຊ້ຂອງທ່ານໄດ້ມາຈາກແດນໄກເພາະຊື່ສຽງຂອງພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ. ເພາະພວກຂ້ານ້ອຍໄດ້ຍິນລາຍງານກ່ຽວກັບພຣະອົງ ແລະ ທຸກສິ່ງທີ່ພຣະອົງໄດ້ເຮັດໃນເອຢິບ, ແລະ ທຸກສິ່ງທີ່ພຣະອົງໄດ້ເຮັດກັບກະສັດຂອງຊາວອາໂມສອງກະສັດທີ່ຢູ່ທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນ ຄືສີໂຫນຜູ້ເປັນກະສັດຂອງເມືອງເຮັດຊະໂບນ ແລະ ໂອກຜູ້ເປັນກະສັດຂອງເມືອງບາຊານ, ເຊິ່ງເປັນຜູ້ຄອບຄອງໃນອັດຊະທາໂຣດ. ບັນດາພວກເຖົ້າແກ່ ແລະ ບັນດາຜູ້ທີ່ອາໄສຢູ່ໃນປະເທດຂອງພວກຂ້ານ້ອຍໄດ້ເວົ້າກັບພວກຂ້ານ້ອຍວ່າ, ‘ຈົ່ງນຳສະບຽງອາຫານສຳລັບການເດີນທາງຂອງພວກເຈົ້າ; ຈົ່ງໄປ ແລະ ໄປພົບພວກເພິ່ນ ແລະ ເວົ້າກັບພວກເພິ່ນວ່າ, “ພວກເຮົາເປັນຜູ້ຮັບໃຊ້ຂອງທ່ານ ຂໍໃຫ້ເຮັດສົນທິສັນຍາກັບເຮົາດ້ວຍ” ’. ເຂົ້າຈີ່ຂອງພວກເຮົານີ້ແມ່ນອຸ່ນຢູ່ເມື່ອເວລາທີ່ພວກຂ້ານ້ອຍຫໍ່ຢູ່ເຮືອນໃນວັນທີ່ພວກຂ້ານ້ອຍອອກມາຫາທ່ານ. ແຕ່ດຽວນີ້ເບິ່ງຄືວ່າມັນແຫ້ງ ແລະ ອອກເຫັດ. ແລະ ຖົງໜັງໃສ່ເຫລົ້າອະງຸ່ນທີ່ພວກຂ້ານ້ອຍໄດ້ເຕີມນັ້ນກໍຍັງໃໝ່, ແຕ່ເບິ່ງຄືວ່າຖົງເຫລົ່ານີ້ມີຮອຍແຕກ. ແລະ ເຄື່ອງນຸ່ງ ແລະ ເກີບຂອງພວກເຮົາກໍຂາດເພາະເດີນທາງມາໄກຫລາຍ”.
ຊາວອິດສະຣາເອນໄດ້ກວດເບິ່ງເຄື່ອງຂອງຂອງພວກເຂົາ ແຕ່ບໍ່ໄດ້ຖາມພຣະເຈົ້າຢາເວ. ໂຢຊວຍຈຶ່ງເຮັດສົນທິສັນຍາແຫ່ງສັນຕິພາບກັບພວກເຂົາເພື່ອປ່ອຍໃຫ້ພວກເຂົາມີຊີວິດຢູ່ ແລະ ບັນດາຜູ້ນຳຂອງຊຸມຊົນກໍໄດ້ຮັບຮອງເອົາຂໍ້ຕົກລົງນີ້ໂດຍການສາບານ.
ຫລັງຈາກທີ່ພວກເຂົາໄດ້ເຮັດສົນທິສັນຍາກັບຊາວກີເບໂອນໄດ້ສາມມື້, ຊາວອິດສະຣາເອນກໍໄດ້ຍິນວ່າພວກເຂົາເປັນເພື່ອນບ້ານ ແລະ ອາໄສຢູ່ໃກ້ກັບພວກຕົນ. ດັ່ງນັ້ນ ຊາວອິດສະຣາເອນຈຶ່ງອອກເດີນທາງ ແລະ ໃນມື້ທີສາມກໍມາຮອດເມືອງຂອງພວກເຂົາຄື: ກີເບໂອນ, ເກຟີຣາ, ເບເອໂຣດ ແລະ ກີຣິອາດເຢອາຣິມ. ແຕ່ຊາວອິດສະຣາເອນບໍ່ໄດ້ໂຈມຕີພວກເຂົາ ເພາະບັນດາຜູ້ນຳຂອງຊຸມຊົນໄດ້ສາບານໄວ້ກັບຊາວກີເບໂອນໂດຍອ້າງພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ.
ຊຸມຊົນທັງໝົດຈຶ່ງຈົ່ມໃຫ້ບັນດາຜູ້ນຳ, ແຕ່ຜູ້ນຳທັງໝົດໄດ້ຕອບວ່າ, “ເຮົາໄດ້ສາບານໄວ້ໂດຍອ້າງພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ ແລະ ບັດນີ້ ພວກເຮົາກໍບໍ່ສາມາດແຕະຕ້ອງພວກເຂົາໄດ້. ພວກເຮົາຈະເຮັດກັບພວກເຂົາດັ່ງນີ້ຄືຍອມໄວ້ຊີວິດພວກເຂົາ, ເພື່ອວ່າຄວາມໃຈຮ້າຍຂອງພຣະເຈົ້າຈະບໍ່ຕົກໃສ່ກັບພວກເຮົາ ເພາະພວກເຮົາເຮັດຜິດຄຳສາບານຕໍ່ພວກເຂົາ”. ພວກເຂົາຍັງເວົ້າຕໍ່ໄປອີກວ່າ, “ໃຫ້ພວກເຂົາມີຊີວິດຢູ່, ແຕ່ໃຫ້ພວກເຂົາເຮັດໜ້າທີ່ເປັນຄົນຕັດຟືນ ແລະ ຫາບນ້ຳເພື່ອບໍລິການໃຫ້ແກ່ຊຸມຊົນທັງໝົດ”. ດັ່ງນັ້ນ ຄຳສັນຍາຂອງບັນດາຜູ້ນຳທີ່ມີຕໍ່ພວກເຂົາກໍຖືກຮັກສາໄວ້.
ແລ້ວໂຢຊວຍຈຶ່ງໄດ້ເອີ້ນຊາວກີເບໂອນມາ ແລະ ເວົ້າວ່າ, “ເປັນຫຍັງພວກເຈົ້າຈຶ່ງຫລອກລວງພວກເຮົາໂດຍເວົ້າວ່າ, ‘ພວກເຮົາອາໄສຢູ່ແດນໄກ’ ທີ່ຈິງແລ້ວພວກເຈົ້າອາໄສຢູ່ໃກ້ກັບພວກເຮົາ? ບັດນີ້ ພວກເຈົ້າຈຶ່ງຢູ່ໃຕ້ການສາບແຊ່ງ ຄືພວກເຈົ້າຈະບໍ່ມີວັນຖືກປົດອອກຈາກໜ້າທີ່ເປັນຄົນຕັດຟືນ ແລະ ຫາບນ້ຳໃຫ້ກັບເຮືອນຂອງພຣະເຈົ້າຂອງເຮົາ”.
ພວກເຂົາໄດ້ຕອບໂຢຊວຍວ່າ, “ຜູ້ຮັບໃຊ້ຂອງທ່ານໄດ້ຮັບການບອກຢ່າງຊັດເຈນແລ້ວວ່າພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໄດ້ສັ່ງໂມເຊຜູ້ຮັບໃຊ້ຂອງພຣະອົງໃຫ້ມອບດິນແດນທັງໝົດນີ້ໃຫ້ແກ່ທ່ານ ແລະ ກວາດລ້າງຊາວເມືອງທັງໝົດອອກໄປຕໍ່ໜ້າທ່ານ. ດັ່ງນັ້ນ ພວກຂ້ານ້ອຍຈຶ່ງຢ້ານຕາຍເພາະພວກທ່ານ ແລະ ນີ້ກໍເປັນສາເຫດໃຫ້ພວກເຮົາເຮັດຢ່າງນີ້. ບັດນີ້ ພວກເຮົາກໍຢູ່ໃນກຳມືຂອງທ່ານແລ້ວ. ຈົ່ງເຮັດກັບພວກເຮົາຕາມທີ່ເຫັນວ່າດີ ແລະ ຖືກຕ້ອງສຳລັບທ່ານ”.
ໂຢຊວຍຈຶ່ງຊ່ວຍພວກເຂົາໃຫ້ພົ້ນຈາກຊາວອິດສະຣາເອນ ແລະ ຊາວອິດສະຣາເອນກໍບໍ່ໄດ້ຂ້າພວກເຂົາ. ໃນວັນນັ້ນລາວໄດ້ໃຫ້ຊາວກີເບໂອນມາຕັດຟືນ ແລະ ຫາບນ້ຳສຳລັບຊຸມຊົນ ແລະ ຈັດຕຽມສຳລັບແທ່ນບູຊາຂອງພຣະເຈົ້າຢາເວ ໃນບ່ອນທີ່ພຣະເຈົ້າຢາເວຈະເປັນຜູ້ເລືອກ. ແລະ ນັ້ນແມ່ນສິ່ງທີ່ພວກເຂົາເປັນຈົນມາເຖິງທຸກວັນນີ້.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.