Skip to content
BibleKenya

Biblica® Open Lao Contemporary Version

ໂຢຊວຍ 10

ຕາເວັນ​ຢຸດ​ຢູ່

ເມື່ອ​ອາໂດນີເສເດັກ ກະສັດ​ແຫ່ງ​ເຢຣູຊາເລັມ​ໄດ້​ຍິນ​ເລື່ອງ​ທີ່​ໂຢຊວຍ​ເຂົ້າ​ຢຶດ​ເມືອງ​ອາອີ ແລະ ທຳລາຍ​ເມືອງ​ອາອີ​ຈົນ​ໝົດ, ເຮັດ​ກັບ​ເມືອງ​ອາອີ ແລະ ກະສັດ​ຂອງ​ເມືອງ​ອາອີ​ເໝືອນ​ກັບ​ທີ່​ເຄີຍ​ເຮັດ​ກັບ​ເມືອງ​ເຢຣິໂກ ແລະ ກະສັດ​ຂອງ​ເມືອງ​ເຢຣິໂກ, ແລ້ວ​ປະຊາຊົນ​ເມືອງ​ກີເບໂອນ​ກໍ​ໄດ້​ເຮັດ​ສົນທິ​ສັນຍາ​ສັນຕິພາບ​ກັບ​ອິດສະຣາເອນ ແລະ ໄດ້​ກາຍ​ເປັນ​ພັນທະມິດ​ຂອງ​ພວກເຂົາ. ກະສັດ​ອາໂດນີເສເດັກ ແລະ ປະຊາຊົນ​ຂອງ​ເພິ່ນ​ພາ​ກັນ​ຕື່ນ​ຕົກໃຈ​ຫລາຍ​ກ່ຽວກັບ​ເລື່ອງ​ນີ້ ເພາະ​ກີເບໂອນ​ເປັນ​ເມືອງ​ສຳຄັນ​ເທົ່າ​ກັບ​ນະຄອນ​ຫລວງ​ທັງຫລາຍ, ເປັນ​ເມືອງ​ທີ່​ໃຫຍ່​ກວ່າ​ເມືອງ​ອາອີ ແລະ ຜູ້ຊາຍ​ທຸກ​ຄົນ​ຂອງ​ເມືອງ​ນັ້ນ​ກໍ​ລ້ວນ​ແຕ່​ເປັນ​ນັກຮົບ​ທີ່​ເກັ່ງກ້າ. ດັ່ງນັ້ນ ອາໂດນີເສເດັກ​ກະສັດ​ແຫ່ງ​ເຢຣູຊາເລັມ ຈຶ່ງ​ຂໍຮ້ອງ​ໂຮຮາມ​ກະສັດ​ແຫ່ງ​ເຮັບໂຣນ, ປີຣາມ​ກະສັດ​ແຫ່ງ​ຢາຣະມຸດ, ຢາເຟຍ​ກະສັດ​ແຫ່ງ​ລາກິດ ແລະ ເດບີ​ກະສັດ​ແຫ່ງ​ເອກໂລນ. ເພິ່ນ​ເວົ້າ​ວ່າ, “ຂໍ​ໃຫ້​ຂຶ້ນ​ມາ ແລະ ຊ່ວຍ​ພວກເຮົາ​ໂຈມຕີ​ກີເບໂອນ, ເພາະ​ພວກເຂົາ​ໄດ້​ເຮັດ​ສົນທິ​ສັນຍາ​ສັນຕິພາບ​ກັບ​ໂຢຊວຍ ແລະ ຊາວ​ອິດສະຣາເອນ”.

ແລ້ວ​ກະສັດ​ທັງ​ຫ້າ​ຂອງ​ຊາວ​ອາໂມ​ຄື​ກະສັດ​ແຫ່ງ​ເຢຣູຊາເລັມ, ເຮັບໂຣນ, ຢາຣະມຸດ, ລາກິດ ແລະ ເອກໂລນ​ໄດ້​ຮວມ​ກຳລັງ​ກັນ. ພວກເຂົາ​ໄດ້​ຂຶ້ນ​ໄປ​ພ້ອມ​ກັບ​ກອງ​ທະຫານ​ທັງໝົດ​ຂອງ​ພວກເຂົາ ແລ້ວ​ຢຶດ​ຕຳແໜ່ງ​ຕໍ່ສູ້​ກັບ​ກີເບໂອນ ແລະ ບຸກ​ໂຈມຕີ​ເມືອງ​ນັ້ນ.

ຊາວ​ກີເບໂອນ​ຈຶ່ງ​ສົ່ງ​ຂ່າວ​ມາ​ຫາ​ໂຢຊວຍ​ໃນ​ຄ້າຍພັກ​ທີ່​ກິນການ​ວ່າ: “ຂໍ​ຢ່າ​ໄດ້​ປະຖິ້ມ​ຜູ້ຮັບໃຊ້​ຂອງ​ທ່ານ. ຂໍ​ໃຫ້​ຂຶ້ນ​ມາ​ຫາ​ພວກເຮົາ​ໂດຍ​ໄວ ແລະ ຂໍ​ໃຫ້​ຊ່ວຍ​ພວກເຮົາ! ຊ່ວຍ​ພວກເຮົາ​ດ້ວຍ, ເພາະ​ກະສັດ​ທັງໝົດ​ຂອງ​ຊາວ​ອາໂມ​ທີ່​ມາ​ຈາກ​ເຂດ​ເນີນພູ​ໄດ້​ຮວມ​ກຳລັງ​ກັນ​ມາ​ໂຈມຕີ​ພວກເຮົາ​ແລ້ວ”.

ໂຢຊວຍ​ຈຶ່ງ​ໄດ້​ຍົກ​ທັບ​ຂຶ້ນ​ມາ​ຈາກ​ກິນການ​ພ້ອມ​ດ້ວຍ​ກອງທັບ​ທັງໝົດ​ຂອງ​ລາວ ລວມ​ທັງ​ນັກຮົບ​ທີ່​ເກັ່ງ​ທີ່​ສຸດ. ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂຢຊວຍ​ວ່າ, “ຢ່າ​ຢ້ານ​ພວກເຂົາ, ເຮົາ​ໄດ້​ມອບ​ຄົນ​ເຫລົ່ານີ້​ໄວ້​ໃນ​ມື​ຂອງ​ເຈົ້າ​ແລ້ວ ຈະ​ບໍ່​ມີ​ຜູ້ໃດ​ສາມາດ​ຕ້ານທານ​ເຈົ້າ​ໄດ້”.

ຫລັງຈາກ​ທີ່​ເດີນທາງ​ຈາກ​ກິນການ​ຕະຫລອດ​ຄືນ, ໂຢຊວຍ​ກໍ​ໄດ້​ເຂົ້າ​ໂຈມຕີ​ພວກເຂົາ​ໂດຍ​ທີ່​ພວກເຂົາ​ບໍ່​ທັນ​ຮູ້​ໂຕ. ພຣະເຈົ້າ​ຢາເວ​ໄດ້​ເຮັດ​ໃຫ້​ພວກເຂົາ​ສັບສົນ​ຢູ່​ຕໍ່ໜ້າ​ອິດສະຣາເອນ, ດັ່ງນັ້ນ ໂຢຊວຍ ແລະ ຊາວອິດສະຣາເອນ​ຈຶ່ງ​ເອົາ​ຊະນະ​ພວກເຂົາ​ໄດ້​ຢ່າງ​ສິ້ນເຊີງ​ຢູ່​ທີ່​ກີເບໂອນ. ອິດສະຣາເອນ​ໄລ່​ຕາມ​ພວກເຂົາ ແລະ ຂ້າ​ພວກເຂົາ​ທັງໝົດ​ຕະຫລອດ​ທາງ​ຂຶ້ນ​ໄປ​ເບັດໂຮໂຣນ ຈົນ​ເຖິງ​ອາເສກາ ແລະ ມັກເກດາ. ຂະນະ​ທີ່​ພວກເຂົາ​ແລ່ນ​ໜີ​ອິດສະຣາເອນ​ມາ​ຕາມ​ທາງ​ຈາກ​ເບັດໂຮໂຣນ​ໄປ​ຍັງ​ອາເສກາ, ພຣະເຈົ້າ​ຢາເວ​ໄດ້​ໂຍນ​ໝາກເຫັບ​ຂະໜາດ​ໃຫຍ່​ໃສ່​ພວກເຂົາ ແລະ ພວກເຂົາ​ໄດ້​ຕາຍ​ຍ້ອນ​ໝາກເຫັບ​ຫລາຍ​ກວ່າ​ຖືກ​ຂ້າ​ຕາຍ​ດ້ວຍ​ຄົມ​ດາບ​ຂອງ​ຊາວ​ອິດສະຣາເອນ.

ໃນ​ວັນ​ທີ່​ພຣະເຈົ້າ​ຢາເວ​ໄດ້​ມອບ​ຊາວ​ອາໂມ​ໃຫ້​ກັບ​ອິດສະຣາເອນ, ໂຢຊວຍ​ໄດ້​ເວົ້າ​ຕໍ່​ພຣະເຈົ້າ​ຢາເວ​ຕໍ່ໜ້າ​ອິດສະຣາເອນ​ວ່າ:

“ຂໍ​ໃຫ້​ຕາເວັນ​ຢຸດ​ຢູ່​ເໜືອ​ກີເບໂອນ,

ແລະ ພວກເຈົ້າ, ຂໍ​ໃຫ້​ດວງ​ເດືອນ​ຢຸດ​ຢູ່​ເໜືອ​ຮ່ອມພູ​ໄອຢາໂລນ”.

ແລ້ວ​ຕາເວັນ​ກໍ​ຢຸດ​ຢູ່,

ແລະ ເດືອນ​ກໍ​ຢຸດ​ໂຄຈອນ,

ຈົນ​ກວ່າ​ຊົນຊາດ​ນັ້ນ​ໄດ້​ແກ້​ແຄ້ນ​ສັດຕູ​ຂອງ​ຕົນ​ຢ່າງ​ໝົດ​ກ້ຽງ,1

ດັ່ງ​ທີ່​ມີ​ບັນທຶກ​ໄວ້​ໃນ​ໜັງສື​ຂອງ​ຢາຊາ.

ດວງ​ຕາເວັນ​ຢຸດ​ຢູ່​ກາງ​ທ້ອງຟ້າ ແລະ ບໍ່​ໄດ້​ຕົກ​ດິນ​ຊ້າ​ເປັນ​ເວລາ​ໜຶ່ງ​ມື້​ເຕັມ. ບໍ່​ເຄີຍ​ມີ​ມື້​ໃດ​ຄື​ກັບ​ມື້​ນັ້ນ​ມາ​ກ່ອນ ຫລື ຕັ້ງ​ແຕ່​ວັນ​ນັ້ນ​ມາ, ວັນ​ທີ່​ພຣະເຈົ້າ​ຢາເວ​ຟັງ​ຄຳ​ອະທິຖານ​ຂອງ​ມະນຸດ. ພຣະເຈົ້າ​ຢາເວ​ຕໍ່ສູ້​ເພື່ອ​ອິດສະຣາເອນ​ຢ່າງ​ແນ່ນອນ!

ແລ້ວ​ໂຢຊວຍ​ກັບ​ອິດສະຣາເອນ​ທັງໝົດ​ຈຶ່ງ​ກັບ​ໄປ​ຄ້າຍ​ພັກ​ທີ່​ກິນການ.

ກະສັດ​ທັງ​ຫ້າ​ຂອງ​ອາໂມ​ຖືກ​ຂ້າ

ຝ່າຍ​ກະສັດ​ທັງ​ຫ້າ​ໄດ້​ຫລົບ​ໜີ​ໄປ​ລີ້​ຢູ່​ໃນ​ຖ້ຳ​ທີ່​ມັກເກດາ. ເມື່ອ​ໂຢຊວຍ​ໄດ້​ຮັບ​ລາຍງານ​ວ່າ​ພົບ​ກະສັດ​ທັງ​ຫ້າ​ລີ້​ຢູ່​ໃນ​ຖ້ຳ​ທີ່​ມັກເກດາ. ລາວ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ກິ້ງ​ຫີນ​ກ້ອນ​ໃຫຍ່​ປິດ​ປາກ​ຖ້ຳ ແລະ ວາງ​ຄົນ​ເຝົ້າ​ໄວ້​ຢູ່​ທີ່​ນັ້ນ. ແຕ່​ຢ່າ​ຢຸດ! ຈົ່ງ​ໄລ່​ຕາມ​ສັດຕູ​ຂອງ​ພວກທ່ານ! ຈົ່ງ​ໂຈມຕີ​ພວກເຂົາ​ຈາກ​ດ້ານ​ຫລັງ ແລະ ຢ່າ​ປ່ອຍ​ໃຫ້​ພວກເຂົາ​ກັບ​ເຂົ້າ​ເຖິງ​ເມືອງ​ຂອງ​ພວກເຂົາ​ໄດ້, ເພາະ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ມື​ຂອງ​ພວກທ່ານ​ແລ້ວ”.

ດັ່ງນັ້ນ ໂຢຊວຍ ແລະ ຊາວ​ອິດສະຣາເອນ​ຈຶ່ງ​ປາບ​ພວກເຂົາ​ທັງໝົດ​ໃຫ້​ພ່າຍແພ້​ໝົດ, ແຕ່​ມີ​ຜູ້​ລອດ​ຊີວິດ​ໄດ້​ບໍ່​ພໍ​ເທົ່າ​ໃດ​ຄົນ​ທີ່​ສາມາດ​ໄປ​ເຖິງ​ເມືອງ​ທີ່​ມີ​ປ້ອມ​ຂອງ​ພວກເຂົາ. ກອງທັບ​ທັງໝົດ​ຈຶ່ງ​ໄດ້​ກັບ​ຄືນ​ມາ​ຫາ​ໂຢຊວຍ​ຍັງ​ຄ້າຍ​ພັກ​ທີ່​ມັກເກດາ​ຢ່າງ​ປອດໄພ ແລະ ບໍ່​ມີ​ຜູ້ໃດ​ກ່າວ​ຮ້າຍ​ຕໍ່​ຊາວ​ອິດສະຣາເອນ​ຈັກ​ຄຳ.

ໂຢຊວຍ​ໄດ້​ເວົ້າ​ວ່າ, “ຈົ່ງ​ເປີດ​ປາກ​ຖ້ຳ ແລະ ນຳ​ກະສັດ​ທັງ​ຫ້າ​ອອກ​ມາ​ຫາ​ເຮົາ”. ດັ່ງນັ້ນ ພວກເຂົາ​ຈຶ່ງ​ນຳ​ກະສັດ​ທັງ​ຫ້າ​ອອກ​ມາ​ຈາກ​ຖ້ຳ ຄື​ກະສັດ​ແຫ່ງ​ເຢຣູຊາເລັມ, ເຮັບໂຣນ, ຢາຣະມຸດ, ລາກິດ ແລະ ເອກໂລນ. ເມື່ອ​ພວກເຂົາ​ໄດ້​ນຳ​ກະສັດ​ເຫລົ່ານີ້​ມາ​ຫາ​ໂຢຊວຍ​ແລ້ວ, ໂຢຊວຍ​ຈຶ່ງ​ໄດ້​ເອີ້ນ​ຄົນ​ອິດສະຣາເອນ​ທັງໝົດ​ມາ ແລະ ໄດ້​ເວົ້າ​ກັບ​ຜູ້ບັນຊາການ​ກອງທັບ​ທີ່​ມາ​ກັບ​ຕົນ​ວ່າ, “ຈົ່ງ​ມາ​ທີ່​ນີ້ ແລະ ຈົ່ງ​ເອົາ​ຕີນ​ຂອງ​ພວກເຈົ້າ​ຢຽບ​ຄໍ​ກະສັດ​ເຫລົ່ານີ້”. ດັ່ງນັ້ນ ພວກເຂົາ​ຈຶ່ງ​ກ້າວ​ອອກ​ມາ​ຂ້າງໜ້າ ແລະ ວາງ​ຕີນ​ຂອງ​ຕົນ​ໃສ່​ທີ່​ຄໍ​ຂອງ​ກະສັດ​ເຫລົ່ານັ້ນ.

ໂຢຊວຍ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ “ຢ່າ​ຢ້ານ ຫລື ທໍ້​ຖອຍ​ໃຈ. ຈົ່ງ​ເຂັ້ມແຂງ ແລະ ກ້າຫານ. ນີ້​ຄື​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ຈະ​ເຮັດ​ຕໍ່​ສັດຕູ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ຈະ​ຕໍ່ສູ້”. ແລ້ວ​ໂຢຊວຍ​ກໍ​ໄດ້​ຂ້າ​ກະສັດ​ທັງ​ຫ້າ ແລະ ເອົາ​ສົບ​ຂອງ​ພວກເພິ່ນ​ໄປ​ປະຈານ​ຢູ່​ເທິງ​ເສົາ​ຫ້າ​ຕົ້ນ ແລະ ສົບ​ເຫລົ່ານັ້ນ​ຖືກ​ແຂວນ​ປະ​ໄວ້​ເທິງ​ເສົາ​ຈົນ​ຮອດ​ຄ່ຳ.

ເມື່ອ​ຕາເວັນ​ຕົກ​ດິນ ໂຢຊວຍ​ໄດ້​ສັ່ງ​ໃຫ້​ປົດ​ສົບ​ຂອງ​ກະສັດ​ທັງ​ຫ້າ​ນັ້ນ​ລົງ​ມາ​ຈາກ​ເສົາ ແລະ ໂຍນ​ສົບ​ເຫລົ່ານັ້ນ​ເຂົ້າ​ໄປ​ໃນ​ຖ້ຳ​ທີ່​ພວກເພິ່ນ​ເຄີຍ​ລີ້​ຢູ່. ພວກເຂົາ​ໄດ້​ວາງ​ກ້ອນຫີນ​ຂະໜາດ​ໃຫຍ່​ໄວ້, ເຊິ່ງ​ຢູ່​ທີ່​ນັ້ນ​ຈົນ​ເຖິງ​ທຸກ​ວັນ​ນີ້.

ມີ​ໄຊ​ເໜືອ​ເມືອງ​ທາງ​ໃຕ້

ໃນ​ວັນ​ນັ້ນ​ໂຢຊວຍ​ໄດ້​ເຂົ້າ​ຢຶດ​ເມືອງ​ມັກເກດາ. ລາວ​ໄດ້​ສັງຫານ​ເມືອງ ແລະ ກະສັດ​ຂອງ​ເມືອງ​ນັ້ນ​ດ້ວຍ​ດາບ ແລະ ທຳລາຍ​ທຸກຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ​ຈົນ​ໝົດ. ລາວ​ບໍ່​ປ່ອຍ​ໃຫ້​ຜູ້ໃດ​ລອດ​ຊີວິດ​ໄດ້. ແລ້ວ​ໂຢຊວຍ​ກໍ​ເຮັດ​ຕໍ່​ກະສັດ​ແຫ່ງ​ມັກເກດາ​ເໝືອນດັ່ງ​ທີ່​ລາວ​ໄດ້​ເຮັດ​ຕໍ່​ກະສັດ​ຂອງ​ເຢຣິໂກ.

ຫລັງຈາກ​ນັ້ນ ໂຢຊວຍ ແລະ ຊາວ​ອິດສະຣາເອນ​ທັງໝົດ​ທີ່​ໄປ​ກັບ​ລາວ​ຈຶ່ງ​ເຄື່ອນ​ອອກ​ຈາກ​ມັກເກດາ​ໄປ​ທີ່​ລິບນາ ແລະ ໂຈມຕີ​ເມືອງ​ນັ້ນ. ພຣະເຈົ້າ​ຢາເວ​ໄດ້​ມອບ​ເມືອງ​ນັ້ນ ແລະ ກະສັດ​ຂອງ​ເມືອງ​ນັ້ນ​ໄວ້​ໃນ​ມື​ຂອງ​ອິດສະຣາເອນ​ເໝືອນ​ກັນ. ໂຢຊວຍ​ໄດ້​ສັງຫານ​ເມືອງ​ນັ້ນ ແລະ ທຸກ​ຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ​ດ້ວຍ​ດາບ. ລາວ​ບໍ່​ປ່ອຍ​ຜູ້ໃດ​ໃຫ້​ລອດ​ຊີວິດ​ຢູ່​ທີ່​ນັ້ນ. ແລ້ວ​ລາວ​ກໍ​ໄດ້​ເຮັດ​ກັບ​ກະສັດ​ຂອງ​ເມືອງ​ນັ້ນ​ເໝືອນດັ່ງ​ທີ່​ໄດ້​ເຮັດ​ກັບ​ກະສັດ​ຂອງ​ເມືອງ​ເຢຣິໂກ.

ຫລັງຈາກ​ນັ້ນ ໂຢຊວຍ ແລະ ຊາວ​ອິດສະຣາເອນ​ທັງໝົດ​ທີ່​ໄປ​ກັບ​ລາວ​ຈຶ່ງ​ເຄື່ອນ​ອອກ​ຈາກ​ເມືອງ​ລິບນາ​ໄປ​ທີ່​ເມືອງ​ລາກິດ; ລາວ​ໄດ້​ເຂົ້າ​ປະຈຳ​ທີ່​ຕໍ່ສູ້​ເມືອງ​ນັ້ນ ແລະ ບຸກ​ໂຈມຕີ​ເມືອງ​ນັ້ນ. ພຣະເຈົ້າ​ຢາເວ​ໄດ້​ມອບ​ເມືອງ​ລາກິດ​ໄວ້​ໃນ​ມື​ຂອງ​ອິດສະຣາເອນ ແລະ ໂຢຊວຍ​ກໍ​ຢຶດ​ເມືອງ​ໄດ້​ໃນ​ມື້​ທີ​ສອງ. ລາວ​ໄດ້​ທຳລາຍ​ເມືອງ​ນັ້ນ ແລະ ທຸກຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ​ດ້ວຍ​ດາບ, ເໝືອນ​ດັ່ງ​ທີ່​ລາວ​ໄດ້​ເຮັດ​ກັບ​ເມືອງ​ລິບນາ. ໃນ​ຊ່ວງ​ເວລາ​ນັ້ນ, ໂຮຣາມ​ກະສັດ​ແຫ່ງ​ເກເຊ​ກໍ​ໄດ້​ຂຶ້ນ​ມາ​ຊ່ວຍ​ເມືອງ​ລາກິດ, ແຕ່​ໂຢຊວຍ​ໄດ້​ເອົາ​ຊະນະ​ໂຮຣາມ ແລະ ກອງທັບ​ຂອງ​ເພິ່ນ ຈົນ​ບໍ່​ມີ​ຜູ້​ໃດ​ລອດ​ຊີວິດ.

ຫລັງຈາກ​ນັ້ນ ໂຢຊວຍ ແລະ ຊາວ​ອິດສະຣາເອນ​ທັງໝົດ​ທີ່​ໄປ​ກັບ​ລາວ​ຈຶ່ງ​ເຄື່ອນ​ອອກ​ຈາກ​ເມືອງ​ລາກິດ​ໄປ​ທີ່​ເມືອງ​ເອກໂລນ; ພວກເຂົາ​ໄດ້​ເຂົ້າ​ປະຈຳ​ທີ່​ຕໍ່ສູ້​ເມືອງ​ນັ້ນ ແລະ ບຸກ​ໂຈມຕີ​ເມືອງ​ນັ້ນ. ພວກເຂົາ​ໄດ້​ຢຶດ​ເອົາ​ເມືອງ​ນັ້ນ​ໃນ​ມື້​ດຽວ​ກັນ ແລະ ຂ້າ​ຟັນ​ດ້ວຍ​ດາບ ແລ້ວ​ທຳລາຍ​ທຸກ​ຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ, ເໝືອນ​ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ກັບ​ເມືອງ​ລາກິດ.

ຫລັງຈາກ​ນັ້ນ ໂຢຊວຍ ແລະ ຊາວ​ອິດສະຣາເອນ​ທັງໝົດ​ທີ່​ໄປ​ກັບ​ລາວ​ຈຶ່ງ​ເຄື່ອນ​ອອກ​ຈາກ​ເມືອງ​ເອກໂລນ​ໄປ​ທີ່​ເມືອງ​ເຮັບໂຣນ ແລະ ບຸກ​ໂຈມຕີ​ເມືອງ​ນັ້ນ. ພວກເຂົາ​ໄດ້​ຢຶດ​ເອົາ​ເມືອງ ແລະ ທຳລາຍ​ເມືອງ​ນັ້ນ, ພ້ອມ​ກະສັດ​ຂອງ​ເມືອງ, ໝູ່ບ້ານ​ຕ່າງໆ​ທີ່​ຢູ່​ໃນ​ເມືອງ ແລະ ທຸກຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ​ດ້ວຍ​ດາບ. ພວກເຂົາ​ບໍ່​ໄດ້​ປ່ອຍ​ໃຫ້​ຜູ້ໃດ​ລອດ​ຊີວິດ. ເໝືອນ​ກັນ​ກັບ​ຢູ່​ທີ່​ເມືອງ​ເອກໂລນ, ພວກເຂົາ​ໄດ້​ທຳລາຍ​ເມືອງ​ນັ້ນ ແລະ ທຸກ​ຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ​ທັງໝົດ.

ຫລັງຈາກ​ນັ້ນ ໂຢຊວຍ ແລະ ຊາວ​ອິດສະຣາເອນ​ທັງໝົດ​ທີ່​ໄປ​ກັບ​ລາວ​ຈຶ່ງ​ຫັນ​ກັບ​ມາ ແລະ ບຸກ​ໂຈມຕີ​ເມືອງ​ເດບີ. ພວກເຂົາ​ໄດ້​ຢຶດ​ເມືອງ, ກະສັດ​ຂອງ​ເມືອງ​ນັ້ນ ແລະ ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ນັ້ນ, ແລ້ວ​ກໍ​ຂ້າ​ພວກເຂົາ​ດ້ວຍ​ດາບ. ທຸກ​ຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ​ພວກເຂົາ​ກໍ​ໄດ້​ທຳລາຍ​ທັງໝົດ. ພວກເຂົາ​ບໍ່​ປ່ອຍ​ໃຫ້​ຜູ້ໃດ​ລອດ​ຊີວິດ. ພວກເຂົາ​ໄດ້​ເຮັດ​ກັບ​ເມືອງ​ເດບີ ແລະ ກະສັດ​ຂອງ​ເມືອງ​ນີ້​ເໝືອນ​ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ເມືອງ​ລິບນາ​ກັບ​ກະສັດ​ຂອງ​ເມືອງ​ລິບນາ ແລະ ເຮັດ​ກັບ​ເມືອງ​ເຮັບໂຣນ.

ດັ່ງນັ້ນ ໂຢຊວຍ​ໄດ້​ປາບ​ດິນແດນ​ແຖບ​ນັ້ນ​ທັງໝົດ, ລວມ​ທັງ​ເຂດ​ເນີນພູ, ເຂດ​ເນເກັບ, ຕີນພູ​ທາງ​ທິດຕາເວັນຕົກ ແລະ ເຂດ​ເປີ້ນ​ພູ, ພ້ອມ​ກັບ​ກະສັດ​ທັງໝົດ​ທີ່​ຢູ່​ເຂດ​ນັ້ນ. ລາວ​ບໍ່​ໄດ້​ປ່ອຍ​ໃຫ້​ຜູ້ໃດ​ລອດ​ຊີວິດ. ລາວ​ໄດ້​ທຳລາຍ​ທຸກ​ຄົນ​ທີ່​ຫາຍ​ໃຈ​ທັງໝົດ, ຕາມ​ທີ່​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຂອງ​ອິດສະຣາເອນ​ໄດ້​ສັ່ງ​ໄວ້. ໂຢຊວຍ​ໄດ້​ປາບ​ພວກເຂົາ​ຕັ້ງ​ແຕ່​ກາເດັດ​ບາກເນອາ ຈົນ​ຮອດ​ກາຊາ ແລະ ຈາກ​ເຂດແດນ​ໂກເຊັນ​ທັງໝົດ​ຈົນ​ໄປ​ເຖິງ​ກີເບໂອນ. ກະສັດ​ເຫລົ່ານີ້​ທັງໝົດ ແລະ ດິນແດນ​ຂອງ​ພວກເຂົາ ໂຢຊວຍ​ໄດ້​ເອົາ​ຊະນະ​ໃນ​ການ​ຕໍ່ສູ້​ຄັ້ງ​ດຽວ, ເພາະ​ວ່າ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຂອງ​ອິດສະຣາເອນ​ໄດ້​ຕໍ່ສູ້​ເພື່ອ​ອິດສະຣາເອນ.

ຫລັງຈາກນັ້ນ ໂຢຊວຍ​ພ້ອມ​ດ້ວຍ​ຊາວ​ອິດສະຣາເອນ​ທັງໝົດ​ຈຶ່ງ​ກັບ​ຄືນ​ສູ່​ຄ້າຍ​ພັກ​ທີ່​ກິນການ.

Source notes (1)
  1. Footnote ຫລື ມີ​ໄຊ​ເໜືອ​ສັດຕູ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.