Biblica® Open Lao Contemporary Version
ໂຢຊວຍ 11
ຊະນະກະສັດທັງຫລາຍທາງພາກເໜືອ
ເມື່ອຢາບິນກະສັດແຫ່ງຮາໂຊໄດ້ຍິນເລື່ອງທີ່ເກີດຂຶ້ນ, ເພິ່ນກໍໄດ້ສົ່ງຂ່າວໄປຫາໂຢບັບກະສັດແຫ່ງມາໂດນ, ໄປຫາກະສັດແຫ່ງຊິມໂຣນ ແລະ ໄປຫາກະສັດແຫ່ງອັກຊັບ, ແລະ ກະສັດທັງຫລາຍທີ່ຢູ່ແຖບພູເຂົາ, ໃນອາຣາບາທີ່ຢູ່ທາງພາກໃຕ້ຂອງທະເລກິນເນເຣດ, ໃນຕີນພູທາງທິດຕາເວັນຕົກ ແລະ ໃນນາໂຟດໂດເຣ1 ທາງທິດຕາເວັນຕົກ; ໄປຫາຊາວການາອານທາງດ້ານທິດຕາເວັນອອກ ແລະ ດ້ານທິດຕາເວັນຕົກ; ໄປຫາຊາວອາໂມ, ຊາວຮິດຕີ, ຊາວເປຣີຊີ, ຊາວເຢບຸດໃນເຂດເນີນພູ ແລະ ໄປຫາຊາວຮີວີທີ່ຢູ່ລຸ່ມເຮີໂມນໃນດິນແດນມີຊະປາ. ພວກເຂົາໄດ້ອອກມາພ້ອມກັບກອງທັບທັງໝົດຂອງພວກເຂົາ ແລະ ມ້າກັບລົດຮົບຈຳນວນຫລວງຫລາຍເປັນກອງທັບຂະໜາດໃຫຍ່, ດັ່ງເມັດຊາຍຢູ່ແຄມທະເລ. ກະສັດເຫລົ່ານີ້ທັງໝົດໄດ້ລວມກອງກຳລັງກັນ ແລະ ຕັ້ງຄ້າຍພັກຢູ່ທີ່ຫ້ວຍນ້ຳເມໂຣມ ເພື່ອຈະຕໍ່ສູ້ກັບອິດສະຣາເອນ.
ພຣະເຈົ້າຢາເວໄດ້ເວົ້າກັບໂຢຊວຍວ່າ, “ຢ່າຢ້ານພວກເຂົາ, ເພາະມື້ອື່ນເວລາດຽວກັນນີ້ ເຮົາຈະມອບພວກເຂົາໃຫ້ອິດສະຣາເອນຂ້າ. ໃຫ້ເຈົ້າຕັດເອັນສົ້ນນ່ອງຂອງມ້າ ແລະ ຈູດລົດມ້າຂອງພວກເຂົາ”.
ດັ່ງນັ້ນ ໂຢຊວຍ ແລະ ກອງທັບທັງໝົດຂອງຕົນຈຶ່ງໄດ້ຍົກທັບມາເຖິງຫ້ວຍນ້ຳເມໂຣມ ແລະ ບຸກເຂົ້າໂຈມຕີພວກເຂົາທັນທີ, ແລ້ວພຣະເຈົ້າຢາເວກໍໄດ້ມອບພວກເຂົາໄວ້ໃນມືຂອງອິດສະຣາເອນ. ອິດສະຣາເອນໄດ້ເອົາຊະນະພວກເຂົາ ແລະ ໄດ້ໄລ່ຕາມພວກເຂົາໄປໄກເຖິງຊີໂດນໃຫຍ່, ໄປເຖິງມິດຊະເລໂຟມາອິມ, ໄປເຖິງຕາເວັນອອກໄປຫາຮ່ອມພູມີຊະປາ ຈົນກວ່າບໍ່ມີສັດຕູເຫລືອລອດຈັກຄົນ. ໂຢຊວຍກໍໄດ້ເຮັດຕາມຄຳສັ່ງຂອງພຣະເຈົ້າຢາເວ ຄືເພິ່ນໄດ້ຕັດເອັນນ່ອງຂອງມ້າ ແລະ ຈູດລົດມ້າຂອງພວກເຂົາ.
ໃນເວລານັ້ນ ໂຢຊວຍໄດ້ກັບຄືນມາ ແລະ ຢຶດເອົາເມືອງຮາໂຊ ແລະ ຂ້າກະສັດຂອງເມືອງນັ້ນດ້ວຍດາບ. (ຮາໂຊເຄີຍເປັນເມືອງເອກຂອງອານາຈັກເຫລົ່ານັ້ນ) ທຸກຄົນໃນເມືອງນັ້ນພວກເຂົາໄດ້ຖືກຂ້າຕາຍດ້ວຍດາບ. ອິດສະຣາເອນທຳລາຍ2ພວກເຂົາຈົນໝົດ, ບໍ່ໄດ້ລະເວັ້ນຈັກຊີວິດທີ່ເຫລືອຢູ່ ແລ້ວພວກເຂົາກໍໄດ້ຈູດເມືອງຮາໂຊ.
ໂຢຊວຍໄດ້ຢຶດເອົານະຄອນຕ່າງໆກັບກະສັດທັງຫລາຍຂອງນະຄອນເຫລົ່ານັ້ນ ແລະ ໄດ້ຂ້າພວກເຂົາດ້ວຍດາບ. ເພິ່ນໄດ້ທຳລາຍພວກເຂົາທັງໝົດ ຕາມທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໄວ້. ເຖິງຢ່າງໃດກໍຕາມ ອິດສະຣາເອນກໍບໍ່ໄດ້ຈູດເມືອງໃດທີ່ໄດ້ສ້າງເທິງໂນນຕ່າງໆ ຍົກເວັ້ນເມືອງຮາໂຊທີ່ໂຢຊວຍໄດ້ຈູດທຳລາຍ. ຊາວອິດສະຣາເອນໄດ້ຢຶດເອົາເຄື່ອງຂອງທີ່ປຸ້ນມາໄດ້ ແລະ ຝູງສັດລ້ຽງໃນເມືອງເຫລົ່ານັ້ນໄວ້ເປັນຂອງຕົນ, ແຕ່ຊາວອິດສະຣາເອນໄດ້ຂ້າຊາວເມືອງທັງໝົດ ບໍ່ມີຈັກຊີວິດເຫລືອລອດຢູ່ ພຣະເຈົ້າຢາເວໄດ້ສັ່ງໂມເຊຜູ້ຮັບໃຊ້ຂອງພຣະອົງໄວ້ຢ່າງໃດ ໂມເຊກໍໄດ້ສັ່ງໂຢຊວຍ ແລະ ໂຢຊວຍກໍໄດ້ປະຕິບັດຕາມຄົບຖ້ວນທຸກປະການຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ຢ່າງນັ້ນ.
ດັ່ງນັ້ນ ໂຢຊວຍຈຶ່ງຢຶດຄອງດິນແດນທັງໝົດ ຄືແຖບໂນນພູເນເກັບທັງໝົດ, ດິນແດນໂກເຊັນທັງໝົດ, ຮ່ອມພູດ້ານຕາເວັນຕົກ, ອາຣາບາ, ໂນນພູ ແລະ ຕີນພູຂອງອິດສະຣາເອນ, ຈາກພູເຂົາຮາລັກ ເຊິ່ງຂຶ້ນໄປຍັງເສອີ ໄປເຖິງບາອາກາດໃນຮ່ອມພູເລບານອນ ເຊິ່ງຢູ່ຂ້າງລຸ່ມພູເຂົາເຮີໂມນ. ໂຢຊວຍໄດ້ຈັບກຸມ ແລະ ຂ້າກະສັດທັງໝົດຂອງດິນແດນເຫລົ່ານັ້ນ. ໂຢຊວຍໄດ້ສູ້ຮົບກັບບັນດາກະສັດເຫລົ່ານີ້ເປັນເວລາດົນນານ. ບໍ່ມີເມືອງໃດເຮັດສັນຍາສັນຕິພາບກັບອິດສະຣາເອນ ຍົກເວັ້ນຊາວຮີວີທີ່ອາໄສຢູ່ໃນກີເບໂອນ, ເມືອງອື່ນໆລ້ວນແຕ່ຖືກຢຶດຄອງ ແລະ ພ່າຍແພ້ໃນການສູ້ຮົບ. ເພາະພຣະເຈົ້າຢາເວ ພຣະອົງເອງໄດ້ໃຫ້ບັນດາກະສັດເຫລົ່ານັ້ນມີໃຈແຂງກະດ້າງ ຄິດຈະສູ້ຮົບກັບອິດສະຣາເອນ ເພື່ອພຣະອົງຈະໄດ້ທຳລາຍລ້າງພວກເຂົາຈົນໝົດສິ້ນ ໂດຍປາດສະຈາກຄວາມເມດຕາ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້.
ໃນເວລານັ້ນ ໂຢຊວຍກໍໄດ້ອອກໄປທຳລາຍຊາວອານາກິມ ເຊິ່ງອາໄສຢູ່ໃນດິນແດນໂນນພູ ຄືຈາກເຮັບໂຣນ, ເດບີ ແລະ ອານາບ, ຈາກດິນແດນໂນນພູທັງໝົດຂອງຢູດາ ແລະ ຈາກໂນນພູທັງໝົດຂອງອິດສະຣາເອນ. ໂຢຊວຍໄດ້ທຳລາຍພວກເຂົາ ແລະ ເມືອງຂອງພວກເຂົາຈົນໝົດສິ້ນ. ບໍ່ມີຊາວອານາກິມຫລົງເຫລືອຢູ່ໃນແດນອິດສະຣາເອນ; ແຕ່ມີຫລົງເຫລືອຢູ່ແຕ່ພຽງໃນກາຊາ, ກາດ ແລະ ອາຊະໂດດ. ດັ່ງນັ້ນ ໂຢຊວຍຢຶດດິນແດນທັງໝົດໄດ້ຕາມທີ່ພຣະເຈົ້າຢາເວສັ່ງໂມເຊໄວ້ ແລະ ເພິ່ນໄດ້ມອບດິນແດນເຫລົ່ານັ້ນໃຫ້ເປັນກຳມະສິດຂອງຊົນຊາດອິດສະຣາເອນຕາມແຕ່ລະກຸ່ມຊົນເຜົ່າ.
ແລ້ວແຜ່ນດິນນັ້ນກໍສະຫງົບຈາກສົງຄາມ.
Source notes (2)
- Footnote ຫລື ໃນເຂດທີ່ສູງໂດເຣ
- Footnote ຄຳນີ້ໃນພາສາເຮັບເຣີໝາຍເຖິງສິ່ງຂອງ ຫລື ບຸກຄົນທີ່ຖວາຍແດ່ພຣະເຈົ້າຢາເວແລ້ວບໍ່ອາດເອີ້ນຄືນໄດ້ ຈະຕ້ອງທຳລາຍໃຫ້ໝົດໄປ ເຊັ່ນດຽວກັບຂໍ້ 12, 20 ແລະ 21
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.