Biblica® Open Lao Contemporary Version
ໂຢຊວຍ 12
ລາຍຊື່ຂອງກະສັດທັງຫລາຍທີ່ຖືກພ່າຍແພ້
ກະສັດຂອງເມືອງທັງຫລາຍທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນທີ່ຖືກອິດສະຣາເອນທຳລາຍ ແລະ ເຂົ້າຄອບຄອງ ຕັ້ງແຕ່ໂກກທານອາກໂນນ ຈົນຮອດພູເຂົາເຮີໂມນ ລວມທັງແຖບທິດຕາເວັນອອກທັງໝົດຂອງອາຣາບາ ມີດັ່ງນີ້:
ກະສັດສີໂຫນແຫ່ງອາໂມ ຜູ້ປົກຄອງໃນເຮັດຊະໂບນ.
ດິນແດນຂອງເພິ່ນແມ່ນຈາກອາໂຣເອ ເຊິ່ງຢູ່ແຄມໂກກທານອາກໂນນ ຄືຈາກຕອນກາງຂອງໂກກທານນີ້ໄປຮອດແມ່ນ້ຳຢັບໂບກ ເຊິ່ງເປັນເຂດແດນຂອງຊາວອຳໂມນ. ເຊິ່ງກວມເອົາເຄິ່ງໜຶ່ງຂອງເຂດແດນກີເລອາດ.
ເພິ່ນຍັງໄດ້ປົກຄອງອາຣາບາດ້ານທິດຕາເວັນອອກຕັ້ງແຕ່ທະເລຄາລີເລ1ໄປຈົນເຖິງທະເລອາຣາບາ (ນີ້ຄືທະເລຕາຍ), ໄປເຖິງເບັດເຢຊີໂມດ ແລະ ດ້ານໃຕ້ ຈົນໄປເຖິງຕີນພູປີສະກາ.
ແລະ ດິນແດນຂອງກະສັດໂອກແຫ່ງບາຊານ, ເຊິ່ງເປັນໜຶ່ງໃນເຣຟາອິມກຸ່ມສຸດທ້າຍ ປົກຄອງຢູ່ທີ່ອັດຊະທາໂຣດ ແລະ ເອັດເຣອີ.
ເພິ່ນໄດ້ປົກຄອງພູເຂົາເຮີໂມນ, ສາເລກາ, ບາຊານທັງໝົດ ຈົນເຖິງຊາຍແດນຂອງຊາວເກຊູ ແລະ ມາອາກາ, ແລ້ວອີກເຄິ່ງໜຶ່ງຂອງກີເລອາດຈົນເຖິງຊາຍແດນຂອງກະສັດສີໂຫນແຫ່ງເຮັດຊະໂບນ.
ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວ ແລະ ຊົນຊາດອິດສະຣາເອນໄດ້ຊະນະພວກເຂົາ ແລະ ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວ ກໍມອບດິນແດນນີ້ໃຫ້ເປັນກຳມະສິດຂອງເຜົ່າຣູເບັນ, ເຜົ່າກາດ ແລະ ເຜົ່າມານາເຊເຄິ່ງເຜົ່າ.
ຕໍ່ໄປນີ້ແມ່ນລາຍຊື່ຂອງກະສັດທັງຫລາຍ ເຊິ່ງໂຢຊວຍກັບຊົນຊາດອິດສະຣາເອນໄດ້ຊະນະຢູ່ທາງຟາກຕາເວັນຕົກຂອງແມ່ນ້ຳຈໍແດນ, ຈາກບາອານກາດໃນຮ່ອມພູເລບານອນ ຈົນຮອດພູເຂົາຮາລັກ, ໄປຈົນເຖິງເສອີ. ໂຢຊວຍໄດ້ຍົກໃຫ້ເປັນກຳມະສິດຂອງເຜົ່າຕ່າງໆຂອງອິດສະຣາເອນ ຕາມແຕ່ລະກຸ່ມຊົນເຜົ່າ. ດິນແດນດັ່ງກ່າວນີ້ແມ່ນລວມເຖິງແຖບໂນນພູ, ແຖບຕີນພູຕາເວັນຕົກ, ອາຣາບາ, ເປີ້ນພູ, ຖິ່ນແຫ້ງແລ້ງກັນດານ ແລະ ເນເກັບ. ດິນແດນເຫລົ່ານີ້ເປັນດິນແດນຂອງຊາວຮິດຕີ, ຊາວອາໂມ, ຊາວການາອານ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດ.
ບັນດາກະສັດທັງຫລາຍນັ້ນມີຄື:
ກະສັດແຫ່ງເຢຣິໂກ ໜຶ່ງ
ກະສັດແຫ່ງອາອີ (ໃກ້ກັບເມືອງເບັດເອນ) ໜຶ່ງ
ກະສັດແຫ່ງເຢຣູຊາເລັມ ໜຶ່ງ
ກະສັດແຫ່ງເຮັບໂຣນ ໜຶ່ງ
ກະສັດແຫ່ງຢາຣະມຸດ ໜຶ່ງ
ກະສັດແຫ່ງລາກິດ ໜຶ່ງ
ກະສັດແຫ່ງເອກໂລນ ໜຶ່ງ
ກະສັດແຫ່ງເກເຊ ໜຶ່ງ
ກະສັດແຫ່ງເດບີ ໜຶ່ງ
ກະສັດແຫ່ງເກເດ ໜຶ່ງ
ກະສັດແຫ່ງໂຮມາ ໜຶ່ງ
ກະສັດແຫ່ງອາຣາດ ໜຶ່ງ
ກະສັດແຫ່ງລິບນາ ໜຶ່ງ
ກະສັດແຫ່ງອາດຸນລຳ ໜຶ່ງ
ກະສັດແຫ່ງມັກເກດາ ໜຶ່ງ
ກະສັດແຫ່ງເບັດເອນ ໜຶ່ງ
ກະສັດແຫ່ງຕັບປູອາ ໜຶ່ງ
ກະສັດແຫ່ງເຮເຟ ໜຶ່ງ
ກະສັດແຫ່ງອາເຟັກ ໜຶ່ງ
ກະສັດແຫ່ງລາສາໂຣນ ໜຶ່ງ
ກະສັດແຫ່ງມາໂດນ ໜຶ່ງ
ກະສັດແຫ່ງຮາໂຊ ໜຶ່ງ
ກະສັດແຫ່ງຊິມໂຣນເມໂຣນ ໜຶ່ງ
ກະສັດແຫ່ງອັກຊັບ ໜຶ່ງ
ກະສັດແຫ່ງຕາອານັກ ໜຶ່ງ
ກະສັດແຫ່ງເມກິດໂດ ໜຶ່ງ
ກະສັດແຫ່ງເກເດັດ ໜຶ່ງ
ກະສັດແຫ່ງໂຢກເນອາມໃນກາເມນ ໜຶ່ງ
ກະສັດແຫ່ງໂດເຣ (ໃນນາໂຟດໂດເຣ2) ໜຶ່ງ
ກະສັດແຫ່ງໂກອີອີມໃນກິນການ ໜຶ່ງ
ກະສັດແຫ່ງຕີຣະຊາ ໜຶ່ງ
ລວມກະສັດທັງໝົດມີ 31 ຄົນ.
Source notes (2)
- Footnote ຄື ກິນເນເຣດ
- Footnote ຫລື ທົ່ງພຽງສູງໂດເຣ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.