Biblica® Open Lao Contemporary Version
ໂຢຊວຍ 13
ດິນແດນທີ່ຍັງຕ້ອງເຂົ້າຢຶດຄອງ
ເມື່ອໂຢຊວຍເຖົ້າແກ່ລົງແລ້ວ, ພຣະເຈົ້າຢາເວກໍໄດ້ເວົ້າກັບເພິ່ນວ່າ, “ເຈົ້າເຖົ້າແກ່ຫລາຍແລ້ວ ແລະ ຍັງມີດິນແດນອີກຫລາຍທີ່ຈະຕ້ອງຢຶດຄອງ.
“ດິນແດນທີ່ຍັງຈະຕ້ອງເຂົ້າຢຶດຄອງມີດັ່ງນີ້:
“ດິນແດນທັງໝົດຂອງຊາວຟີລິດສະຕິນ ແລະ ຊາວເກຊູ, ຈາກແມ່ນ້ຳຊີໂຮເຣທາງຕາເວັນອອກຂອງເອຢິບ ຈົນເຖິງເຂດແດນຂອງເອັກໂຣນທາງທິດເໜືອ, ທັງໝົດນີ້ຖືກນັບເປັນຂອງຊາວການາອານ ເຖິງແມ່ນວ່າຈະຢູ່ໃນການຄວບຄຸມຂອງຜູ້ປົກຄອງຊາວຟີລິດສະຕິນທັງຫ້າຄົນທີ່ຢູ່ໃນກາຊາ, ອາຊະໂດດ, ອາຊະເກໂລນ, ກາດ ແລະ ເອກໂຣນກໍຕາມ;
ນີ້ແມ່ນດິນແດນຂອງຊາວອາວິມ ຈາກທາງໃຕ້;
ດິນແດນທັງໝົດຂອງຊາວການາອານ; ຈາກອາລາຂອງຊາວຊີໂດນໄປຈົນເຖິງອາເຟັກ ຢູ່ທີ່ຊາຍແດນຂອງຊາວອາໂມ.
ດິນແດນຂອງຊາວເກບາ;1
ແລະ ເລບານອນທັງໝົດໄປທາງຕາເວັນອອກ ຈາກບາອານກາດຢູ່ລຸ່ມພູເຂົາເຮີໂມນໄປຈົນເຖິງເລໂບຮາມັດ.2
“ສຳລັບຄົນທີ່ອາໄສຢູ່ໃນເຂດພູເຂົາ ຈາກເລບານອນໄປຈົນເຖິງມີຊະເຣໂຟດມາອິມ, ຄືຊາວຊີໂດນທັງໝົດ, ເຮົາເອງຈະຂັບໄລ່ພວກເຂົາອອກໄປຕໍ່ໜ້າຊາວອິດສະຣາເອນ. ຈົ່ງແບ່ງດິນແດນເຫລົ່ານີ້ໃຫ້ເປັນກຳມະສິດຂອງຊາວອິດສະຣາເອນ ຕາມທີ່ເຮົາໄດ້ສັ່ງເຈົ້າໄວ້. ແລະ ແບ່ງດິນແດນເຫລົ່ານີ້ໃຫ້ເປັນກຳມະສິດຂອງເກົ້າເຜົ່າ ແລະ ເຜົ່າມານາເຊອີກເຄິ່ງເຜົ່າ”.
ການແບ່ງດິນແດນທາງຕາເວັນອອກຂອງແມ່ນ້ຳຈໍແດນ
ສຳລັບເຜົ່າຣູເບັນ, ເຜົ່າກາດ ແລະ ເຜົ່າມານາເຊອີກເຄິ່ງເຜົ່າ ແມ່ນໄດ້ຮັບກຳມະສິດທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນ ເຊິ່ງໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໝາຍດິນແດນເຫລົ່ານີ້ໃຫ້ພວກເຂົາກ່ອນແລ້ວ.
ກຳມະສິດນັ້ນເລີ່ມຈາກດິນແດນອາໂຣເອ ຢູ່ແຄມຮ່ອມພູອາກໂນນໂກກທານ ແລະ ຈາກເມືອງທີ່ຢູ່ຕອນກາງຂອງໂກກທານນີ້ ແລະ ລວມເຖິງທົ່ງພຽງເມເດບາທັງໝົດຈົນໄປເຖິງດີໂບນ. ແລະ ເມືອງທັງໝົດຂອງສີໂຫນກະສັດຊາວອາໂມ ຜູ້ທີ່ປົກຄອງເຮັດຊະໂບນ ໄປຈົນຮອດຊາຍແດນຂອງຊາວອຳໂມນ.
ແລະ ລວມທັງກີເລອາດດ້ວຍ, ເຂດແດນຂອງຊາວເກຊູ ແລະ ຊາວມາອາກາ, ບໍລິເວນພູເຂົາເຮີໂມນທັງໝົດ ແລະ ບາຊານທັງໝົດຈົນໄປເຖິງສາເລກາ ນັ້ນກໍຄືອານາຈັກທັງໝົດຂອງກະສັດໂອກແຫ່ງບາຊານ, ຜູ້ທີ່ປົກຄອງອັດຊະທາໂຣດ ແລະ ເອັດເຣອີ. (ເພິ່ນເປັນຊາວເຣຟາອິມກຸ່ມສຸດທ້າຍ). ໂມເຊໄດ້ຊະນະພວກເຂົາ ແລະ ໄດ້ເຂົ້າຢຶດຄອງດິນແດນຂອງພວກເຂົາ. ແຕ່ຊົນຊາດອິດສະຣາເອນບໍ່ໄດ້ຂັບໄລ່ຊາວເກຊູ ແລະ ຊາວມາອາກາອອກໄປ, ດັ່ງນັ້ນ ພວກເຂົາຈຶ່ງຍັງຄົງອາໄສຢູ່ໃນທ່າມກາງຊາວອິດສະຣາເອນມາຈົນເຖິງທຸກວັນນີ້.
ສຳລັບເຜົ່າເລວີ ໂມເຊບໍ່ໄດ້ມອບດິນແດນໃດໃຫ້ ເພາະພວກເຂົາໄດ້ຮັບເຄື່ອງບູຊາດ້ວຍໄຟທີ່ຖວາຍແດ່ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນເປັນກຳມະສິດຂອງຕົນແລ້ວ ຕາມທີ່ພຣະອົງໄດ້ສັນຍາກັບພວກເຂົາ.
ດິນແດນທີ່ໂມເຊໄດ້ມອບໃຫ້ເຜົ່າຣູເບັນຕາມແຕ່ລະຕະກຸນ ມີດັ່ງນີ້:
ດິນແດນຈາກອາໂຣເອ ຢູ່ຮິມຮ່ອມພູອາກໂນນໂກກທານ ແລະ ຈາກເມືອງທີ່ຢູ່ຕອນກາງຂອງໂກກທານ ແລະ ທົ່ງພຽງທັງໝົດທີ່ຢູ່ກາຍຈາກເມເດບາ ໄປຈົນຮອດເຮັດຊະໂບນ ແລະ ເມືອງທັງໝົດເທິງທົ່ງພຽງນັ້ນ, ລວມທັງດີໂບນ, ບາມົດບາອານ ເບັດບາອານເມໂອນ, ຢາຮາດ, ເກເດໂມດ, ເມຟາອາດ ກີຣິອາດທາອິມ, ຊິບມາ, ເຊເຣັດຊາຮາ ທີ່ຢູ່ເທິງເນີນພູໃນຮ່ອມພູນັ້ນ, ເບັດເປອໍ, ເປີ້ນພູປີສະກາ ແລະ ເບັດເຢຊີໂມດ ຄືເມືອງທັງໝົດທີ່ຢູ່ເທິງທົ່ງພຽງ ແລະ ອານາຈັກທັງໝົດຂອງສີໂຫນຜູ້ເປັນກະສັດຂອງຊາວອາໂມ ຜູ້ໄດ້ປົກຄອງຢູ່ທີ່ເມືອງເຮັດຊະໂບນ. ເຊິ່ງໂມເຊໄດ້ຊະນະກະສັດສີໂຫນ ແລະ ກະສັດອື່ນໆຂອງມີດີອານ, ຄືເອວີ, ເຣເກມ, ຊູເຣ, ຮູເຣ ແລະ ເຣບາ ຜູ້ເປັນມິດຂອງສີໂຫນ ເຊິ່ງໄດ້ອາໄສຢູ່ໃນເຂດນັ້ນ. ປະຊາຊົນອິດສະຣາເອນຍັງໄດ້ຂ້າບາລາອາມ ລູກຊາຍຂອງເບອໍ ຜູ້ເປັນໝໍດູ ດ້ວຍດາບອີກດ້ວຍ.
ຊາຍແດນຂອງເຜົ່າຣູເບັນແມ່ນຢູ່ທີ່ແຄມຝັ່ງແມ່ນ້ຳຈໍແດນ. ເມືອງກັບໝູ່ບ້ານເຫລົ່ານີ້ແມ່ນເປັນກຳມະສິດຂອງເຜົ່າຣູເບັນ ແບ່ງຕາມຕະກຸນຂອງພວກເຂົາ.
ດິນແດນທີ່ໂມເຊໄດ້ມອບໃຫ້ເຜົ່າກາດຕາມແຕ່ລະຕະກຸນ ມີດັ່ງນີ້:
ເຂດແດນຢາເສ, ເມືອງທັງໝົດຂອງກີເລອາດ ແລະ ເຄິ່ງໜຶ່ງຂອງດິນແດນຂອງຊາວອຳໂມນ ໄກຈົນເຖິງອາໂຣເອ, ເຊິ່ງຢູ່ໃກ້ກັບຣັບບາ; ແລະ ຈາກເຮັດຊະໂບນໄປຈົນເຖິງຣາມັດມີສະເປ ແລະ ເບໂຕນິມ, ແລ້ວກໍຈາກມະຫານາອິມໄປຈົນເຖິງເຂດແດນຂອງເດບີ; ແລະ ສ່ວນທີ່ຢູ່ໃນຮ່ອມພູມີຄື ເບັດຮາຣາມ, ເບັດນິມຣາ, ຊຸກໂກດ ແລະ ຊາໂຟນ ດິນແດນສ່ວນທີ່ເຫລືອຂອງສີໂຫນກະສັດແຫ່ງເຮັດຊະໂບນ (ຟາກຕາເວັນອອກຂອງແມ່ນ້ຳຈໍແດນ ຂຶ້ນໄປຈົນຮອດທະເລຄາລີເລ).3
ບັນດາເມືອງຕ່າງໆ ແລະ ໝູ່ບ້ານເຫລົ່ານີ້ເປັນກຳມະສິດຂອງເຜົ່າກາດ ທີ່ແບ່ງຕາມຕະກຸນຂອງພວກເຂົາ.
ດິນແດນທີ່ໂມເຊໄດ້ມອບໃຫ້ເຜົ່າມານາເຊເຄິ່ງເຜົ່າ ຄືເຄິ່ງໜຶ່ງຂອງຄອບຄົວທີ່ເປັນລູກຫລານຂອງມານາເຊຕາມແຕ່ລະຕະກຸນ ມີດັ່ງນີ້:
ດິນແດນຈາກມະຫານາອິມ ແລະ ລວມທັງບາຊານທັງໝົດ, ເຊິ່ງເປັນອານາຈັກທັງໝົດຂອງໂອກ ຜູ້ເປັນກະສັດແຫ່ງບາຊານ ຄືເມືອງທັງຫົກສິບແຫ່ງໃນເຂດຢາອີ ທີ່ຢູ່ໃນບາຊານ, ເຄິ່ງໜຶ່ງຂອງກີເລອາດ, ອັດຊະທາໂຣດ ແລະ ເອັດເຣອີ (ເຊິ່ງເປັນເມືອງເອກຂອງກະສັດໂອກໃນບາຊານ).
ໃຫ້ແກ່ລູກຫລານເຄິ່ງໜຶ່ງຂອງເຊື້ອສາຍມາກີ ເຊິ່ງເປັນລູກຊາຍຂອງມານາເຊ ທີ່ແບ່ງຕາມຕະກຸນຂອງພວກເຂົາ.
ທັງໝົດນີ້ຄືກຳມະສິດທີ່ໂມເຊໄດ້ແບ່ງໃຫ້ໃນເວລາທີ່ເພິ່ນຢູ່ໃນທົ່ງພຽງໂມອາບ ຟາກໜຶ່ງຂອງແມ່ນ້ຳຈໍແດນດ້ານຕາເວັນອອກຂອງເມືອງເຢຣິໂກ. ແຕ່ໂມເຊບໍ່ໄດ້ມອບກຳມະສິດໃດໃຫ້ແກ່ເຜົ່າເລວີ ເພາະວ່າພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນເປັນກຳມະສິດຂອງພວກເຂົາຕາມທີ່ພຣະອົງໄດ້ສັນຍາໄວ້ກັບພວກເຂົາ.
Source notes (3)
- Footnote ຄື ດິນແດນແຫ່ງໄບບະຫລອດ
- Footnote ຫລື ເຖິງທາງເຂົ້າສູ່ຮາມັດ
- Footnote ຄື ກິນເນເຣດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.