Biblica® Open Lao Contemporary Version
ໂຢຊວຍ 14
ການແບ່ງດິນແດນທາງທິດຕາເວັນຕົກຂອງແມ່ນ້ຳຈໍແດນ
ທັງໝົດນີ້ຄືດິນແດນໃນການາອານທີ່ຊົນຊາດອິດສະຣາເອນໄດ້ຮັບກຳມະສິດ ເຊິ່ງປະໂລຫິດເອເລອາຊາ, ໂຢຊວຍ ຜູ້ເປັນລູກຊາຍຂອງນູນ ແລະ ຫົວໜ້າຕະກຸນຂອງເຜົ່າຕ່າງໆຂອງອິດສະຣາເອນເປັນຜູ້ແບ່ງໃຫ້ພວກເຂົາ. ກຳມະສິດຂອງພວກເຂົາແມ່ນໄດ້ມາຈາກການຈັບສະຫລາກມອບໃຫ້ເກົ້າເຜົ່າເຄິ່ງ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານທາງໂມເຊ. ໂມເຊໄດ້ມອບດິນແດນທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນໃຫ້ແກ່ສອງເຜົ່າເຄິ່ງເພື່ອເປັນກຳມະສິດຂອງພວກເຂົາແລ້ວ ແຕ່ເຜົ່າເລວີບໍ່ໄດ້ຮັບກຳມະສິດໃດທ່າມກາງເຜົ່າທີ່ເຫລືອນັ້ນ, ເພາະລູກຫລານຂອງໂຢເຊັບໄດ້ກາຍເປັນສອງເຜົ່າ ຄືເຜົ່າມານາເຊ ແລະ ເຜົ່າເອຟຣາອິມ. ຊາວເລວີບໍ່ໄດ້ຮັບດິນແດນໃດ ນອກຈາກເມືອງສຳລັບອາໄສຢູ່ ແລະ ທົ່ງຫຍ້າສຳລັບຝູງແບ້, ຝູງແກະ ແລະ ຝູງງົວຂອງພວກເຂົາ. ດັ່ງນັ້ນ ຊົນຊາດອິດສະຣາເອນຈຶ່ງໄດ້ແບ່ງດິນແດນກັນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້.
ໃຫ້ເມືອງເຮັບໂຣນແກ່ກາເລັບ
ເວລານັ້ນປະຊາຊົນເຜົ່າຢູດາໄດ້ເຂົ້າພົບໂຢຊວຍຢູ່ກິນການ ແລະ ກາເລັບລູກຊາຍຂອງເຢຟຸນເນຄົນເກນີຊິດໄດ້ເວົ້າວ່າ, “ທ່ານກໍຮູ້ແລ້ວທີ່ພຣະເຈົ້າຢາເວໄດ້ກ່າວກັບໂມເຊຄົນຂອງພຣະເຈົ້າ ຢູ່ທີ່ກາເດັດບາກເນອາກ່ຽວກັບທ່ານ ແລະ ຂ້າພະເຈົ້າ. ຂ້າພະເຈົ້າມີອາຍຸສີ່ສິບປີ ເມື່ອໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວ ສົ່ງຂ້າພະເຈົ້າຈາກກາເດັດບາກເນອາ ໄປສຳຫລວດດິນແດນ ແລະ ຂ້າພະເຈົ້າໄດ້ກັບມາລາຍງານເພິ່ນຕາມຄວາມຄິດເຫັນຂອງຂ້າພະເຈົ້າ, ແຕ່ພີ່ນ້ອງຊາວອິດສະຣາເອນທີ່ຮ່ວມເດີນທາງໄປກັບຂ້າພະເຈົ້າໄດ້ເຮັດໃຫ້ປະຊາຊົນຢ້ານກົວ. ເຖິງຢ່າງໃດກໍຕາມ ຂ້າພະເຈົ້າກໍຕິດຕາມພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າຢ່າງສຸດໃຈ. ໂມເຊຈຶ່ງໄດ້ປະຕິຍານກັບຂ້າພະເຈົ້າໃນວັນນັ້ນວ່າ: ‘ດິນແດນສ່ວນທີ່ເຈົ້າຢຽບໄປນັ້ນຈະຕົກເປັນກຳມະສິດຂອງເຈົ້າກັບລູກຫລານຂອງເຈົ້າຕະຫລອດໄປ ເພາະເຈົ້າໄດ້ຕິດຕາມພຣະເຈົ້າຢາເວ ພຣະເຈົ້າຂອງເຮົາຢ່າງສຸດໃຈ’.
“ບັດນີ້ ກໍເປັນໄປຕາມທີ່ພຣະເຈົ້າຢາເວໄດ້ສັນຍາໄວ້, ພຣະອົງໄດ້ໃຫ້ຂ້າພະເຈົ້າຢູ່ລອດມາໄດ້ 45 ປີ ນັບແຕ່ທີ່ພຣະອົງໄດ້ກ່າວກັບໂມເຊເມື່ອຄັ້ງທີ່ອິດສະຣາເອນພະເນຈອນຢູ່ໃນຖິ່ນແຫ້ງແລ້ງກັນດານ. ດຽວນີ້ຂ້າພະເຈົ້າກໍມີອາຍຸ 85 ປີແລ້ວ! ຂ້າພະເຈົ້າຍັງຄົງແຂງແຮງເໝືອນດັ່ງເວລາທີ່ໂມເຊໃຊ້ໃຫ້ຂ້າພະເຈົ້າເດີນທາງໄປ; ຂ້າພະເຈົ້າຍັງແຂງແຮງໃນການສູ້ຮົບຢູ່ຄືກັນກັບໃນເວລານັ້ນ. ສະນັ້ນ ຂໍໃຫ້ທ່ານຍົກດິນແດນເນີນພູທີ່ພຣະເຈົ້າຢາເວໄດ້ສັນຍາໄວ້ກັບຂ້າພະເຈົ້າໃນວັນນັ້ນໃຫ້ແກ່ຂ້າພະເຈົ້າ. ທ່ານເອງກໍໄດ້ຍິນແລ້ວວ່າຊາວອານາກິມໄດ້ອາໄສຢູ່ທີ່ນັ້ນ ແລະ ເມືອງຂອງພວກເຂົາກໍໃຫຍ່ ແລະ ມີປ້ອມປ້ອງກັນແໜ້ນໜາ, ແຕ່ຖ້າພຣະເຈົ້າຢາເວຊ່ວຍ ຂ້າພະເຈົ້າກໍຈະຂັບໄລ່ພວກເຂົາອອກໄປຕາມທີ່ພຣະອົງໄດ້ກ່າວໄວ້”.
ແລ້ວໂຢຊວຍຈຶ່ງອວຍພອນກາເລັບ ລູກຊາຍຂອງເຢຟຸນເນ ແລະ ໄດ້ມອບເມືອງເຮັບໂຣນໃຫ້ເປັນກຳມະສິດຂອງລາວ. ດັ່ງນັ້ນ ເຮັບໂຣນຈຶ່ງເປັນຂອງກາເລັບ ລູກຊາຍຂອງເຢຟຸນເນ ເຊິ່ງເປັນຄົນເກນີຊິດ ຕັ້ງແຕ່ນັ້ນມາ, ເພາະກາເລັບໄດ້ຕິດຕາມພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນຢ່າງສຸດໃຈ. (ເຮັບໂຣນເຄີຍມີຊື່ວ່າກີຣິອາດອາກບາ ຕາມຊື່ຂອງອາຣາບາ ຜູ້ເປັນວິລະບຸລຸດຜູ້ຍິ່ງໃຫຍ່ທີ່ສຸດຂອງຊາວອານາກິມ).
ແລ້ວແຜ່ນດິນນັ້ນກໍສະຫງົບຈາກສົງຄາມ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.