Biblica® Open Lao Contemporary Version
ໂຢຊວຍ 15
ດິນແດນຂອງເຜົ່າຢູດາ
(ຜປ 1:11-15)
ດິນແດນທີ່ເປັນສ່ວນຂອງເຜົ່າຢູດາຕາມແຕ່ລະຕະກຸນ, ຕັ້ງແຕ່ທາງທິດໃຕ້ລົງໄປຈົນຮອດເຂດແດນເມືອງເອໂດມ, ໄປເຖິງຖິ່ນແຫ້ງແລ້ງກັນດານຊິນ ທາງໃຕ້ສຸດ.
ເຂດແດນທາງດ້ານທິດໃຕ້ຂອງພວກເຂົາແມ່ນເລີ່ມຈາກອ່າວທີ່ຢູ່ປາຍທະເລຕາຍທາງໃຕ້, ຜ່ານທາງໃຕ້ຂອງຊ່ອງແຄບແມງງອດ ມາຍັງຖິ່ນແຫ້ງແລ້ງກັນດານຊິນ ແລະ ໄປທີ່ທາງໃຕ້ຂອງກາເດັດບາກເນອາ. ແລ້ວຜ່ານເຮສະໂຣນໄປຍັງອັດດາ ອ້ອມມາທີ່ກາກກາ. ຜ່ານມາຍັງອາສະໂມນໄປຮອດລຳນ້ຳແຫ່ງເອຢິບ, ມາສິ້ນສຸດຢູ່ທີ່ທະເລ. ນີ້ຄືດິນແດນທາງທິດໃຕ້ຂອງພວກເຂົາ.
ເຂດແດນດ້ານທິດຕາເວັນອອກແມ່ນຕັ້ງແຕ່ທະເລຕາຍຈົນໄປເຖິງປາກແມ່ນ້ຳຈໍແດນ.
ເຂດແດນທາງດ້ານເໜືອແມ່ນເລີ່ມຈາກອ່າວຂອງທະເລທີ່ປາກແມ່ນ້ຳຈໍແດນ, ຂຶ້ນໄປເຖິງເບັດໂຮກະລາ ແລະ ໄປທາງທິດເໜືອຂອງເບັດອາຣາບາ ຈົນໄປເຖິງສີລາແຫ່ງໂບຮານ ລູກຊາຍຣູເບັນ. ຈາກທີ່ນັ້ນ ກໍຜ່ານຮ່ອມພູອາໂຄມາຈົນເຖິງເດບີ ແລ້ວກໍຂຶ້ນເໜືອໄປຍັງກິນການ, ເຊິ່ງກົງກັນຂ້າມກັບຮ່ອມພູອາດຸມມິມທາງດ້ານໃຕ້ຂອງຮ່ອມພູ. ໄປຕໍ່ຈົນເຖິງແຫລ່ງນ້ຳເອນເຊເມດ ແລະ ໄປສູ່ເອນໂຣເກນ. ຫລັງຈາກນັ້ນ ກໍຜ່ານຮ່ອມພູເບນຮິນໂນມ ໄປຕາມເປີ້ນພູທາງທິດໃຕ້ຂອງເມືອງເຢບຸດ (ຄືເຢຣູຊາເລັມ). ແລ້ວກໍຂຶ້ນໄປຍັງຍອດພູເຂົາທາງທິດຕາເວັນຕົກຂອງຮ່ອມພູຮິນໂນມ ໄປເຖິງທາງດ້ານເໜືອຂອງຮ່ອມພູແຫ່ງເຣຟາອິມ. ຈາກຍອດພູເຂົານີ້ ເສັ້ນແບ່ງເຂດແດນແມ່ນມຸ່ງໄປຫານ້ຳເນັບໂທອາ, ແລ້ວກໍອອກໄປຫາເມືອງຕ່າງໆ ທີ່ຢູ່ບໍລິເວນພູເຂົາເອຟະໂຣນມາຈົນເຖິງບາອາລາ (ຄືກີຣິອາດເຢອາຣິມ). ຫລັງຈາກນັ້ນ ເຂດແດນກໍໄດ້ໂຄ້ງໄປທາງທິດຕາເວັນຕົກ ຈາກບາອາລາໄປຈົນເຖິງພູເຂົາເຊອີ, ມາຕາມຕີນພູດ້ານເໜືອຂອງພູເຂົາເຢອາຣິມ (ຄືເກສາໂລນ), ລົງມາຈົນເຖິງເບັດເຊເມດ ແລະ ໄປຍັງຕິມນາ. ໄປສູ່ຕີນພູທາງທິດເໜືອຂອງເອັກໂຣນ, ລ້ຽວໄປຍັງຊິກເກໂຣນ, ລົງມາສູ່ພູເຂົາບາອາລາ ແລ້ວກໍຜ່ານຢັບນີເອນ. ເຂດແດນກໍສິ້ນສຸດຢູ່ທີ່ທະເລ.
ເຂດແດນດ້ານທິດຕາເວັນຕົກແມ່ນຢູ່ແຄມຝັ່ງທະເລເມດີແຕຣາເນ.
ນີ້ແມ່ນເຂດແດນອ້ອມຮອບຂອງຊາວຢູດາທີ່ແບ່ງຕາມຕະກຸນຂອງພວກເຂົາ.
ຕາມຄຳສັ່ງຂອງພຣະເຈົ້າຢາເວ ໂຢຊວຍໄດ້ມອບດິນແດນສ່ວນໜຶ່ງໃນຢູດາໃຫ້ແກ່ກາເລັບ ລູກຊາຍຂອງເຢຟຸນເນ ຄືກິຣິອາດອາກບາ ຫລື ເຮັບໂຣນ. (ອາຣາບາເປັນບັນພະບຸລຸດຂອງອານາກ). ກາເລັບໄດ້ຂັບໄລ່ລູກຊາຍທັງສາມຂອງອານາກຈາກເຮັບໂຣນ ຄືເຊຊາຍ, ອາຮີມານ ແລະ ຕານໄມ. ຈາກທີ່ນັ້ນ ເພິ່ນກໍເດີນທັບໄປສູ້ຮົບກັບຊາວເດບີ (ເຊິ່ງແຕ່ກ່ອນຊື່ວ່າກີຣິອາດເຊເຟ). ແລະ ກາເລັບກໍໄດ້ເວົ້າວ່າ “ຂ້າພະເຈົ້າຈະຍົກອັກຊາລູກສາວຂອງຂ້າພະເຈົ້າໃຫ້ແຕ່ງງານກັບຊາຍຜູ້ທີ່ສາມາດໂຈມຕີ ແລະ ຢຶດເອົາເມືອງກີຣິອາດເຊເຟໄດ້ສຳເລັດ”. ໂອດນີເອນ ລູກຊາຍຂອງເກນາ, ເຊິ່ງເປັນນ້ອງຊາຍຂອງກາເລັບ ໄດ້ເອົາຊະນະເມືອງນັ້ນສຳເລັດ; ດັ່ງນັ້ນ ກາເລັບຈຶ່ງຍົກນາງອັກຊາລູກສາວຂອງເພິ່ນໃຫ້ແຕ່ງງານກັບລາວ.
ຢູ່ມາມື້ໜຶ່ງ ນາງໄດ້ມາຫາໂອດນີເອນ, ນາງໄດ້ຊັກຊວນໂອດນີເອນໄປຂໍທີ່ດິນຈາກພໍ່ຂອງນາງ. ເມື່ອນາງລົງຈາກຫລັງລໍ ແລ້ວກາເລັບຈຶ່ງຖາມນາງວ່າ “ພໍ່ຈະຊ່ວຍຫຍັງເຈົ້າໄດ້ແດ່?”
ນາງໄດ້ຕອບວ່າ “ຂໍເມດຕາລູກເປັນພິເສດ. ເມື່ອພໍ່ໄດ້ຍົກທີ່ດິນໃນເນເກັບໃຫ້ລູກແລ້ວ, ກໍຂໍກະລຸນາຍົກບໍ່ນ້ຳນີ້ໃຫ້ລູກດ້ວຍ”. ດັ່ງນັ້ນ ກາເລັບຈຶ່ງມອບບໍ່ນ້ຳດ້ານເທິງ ແລະ ບໍ່ນ້ຳດ້ານລຸ່ມໃຫ້ນາງ.
ຕໍ່ໄປນີ້ແມ່ນກຳມະສິດຂອງເຜົ່າຢູດາ ເຊິ່ງໄດ້ແບ່ງຕາມຕະກຸນ ມີດັ່ງນີ້:
ເມືອງຕ່າງໆທີ່ຢູ່ໃຕ້ສຸດຂອງເຜົ່າຢູດາໃນເນເກັບໄປຈົນເຖິງຊາຍແດນຂອງເອໂດມ ມີດັ່ງນີ້:
ກັບເຊເອນ, ເອເດ, ຢາກູເຣ, ກີນາ, ດີໂມນາ, ອາດາດາ, ເກເດັດ, ຮາໂຊ, ອິດນັນ, ສີເຟ, ເຕເລັມ, ເບອາໂລດ, ຮາໂສຮາດັດຕາ, ເກຣິໂອດເຮສະໂຣນ (ຄືຮາໂຊ), ອາມາມ, ເຊມາ, ໂມລາດາ, ຮາສາກັດດາ, ເຮຊະໂມນ, ເບັດປາເລດ, ຮາສາຊູອານ, ເບເອນເຊບາ, ບິສີໂອທິອາ, ບາອາລາ, ອີອິມ, ເອເສມ, ເອນໂຕລັດ, ເກຊິນ, ໂຮມາ, ຊິກລັກ, ມາດມານນາ, ຊັນຊັນນາ, ເລບາໂອດ, ຊິນຮີມ, ອາອິນ ແລະ ຣີມໂມນ ລວມທັງໝົດມີ 29 ເມືອງກັບໝູ່ບ້ານຕ່າງໆຂອງເມືອງເຫລົ່ານັ້ນ.
ຢູ່ໃນແຖບຕີນພູທາງທິດຕາເວັນຕົກມີດັ່ງນີ້:
ເອຊະຕາໂອນ, ໂຊຣາ, ອາຊະນາ, ຊາໂນອາ, ເອັນກັນນິມ, ຕັບປູອາ, ເອນາມ, ຢາຣະມຸດ, ອາດຸນລຳ, ໂຊໂກ, ອາເສກາ, ຊາອາຣາອີມ, ອາດີທາອີມ ແລະ ເກເດຣາ (ຫລື ເກເດໂຣທາອີມ)1 ລວມມີ 14 ເມືອງກັບໝູ່ບ້ານຕ່າງໆຂອງເມືອງເຫລົ່ານັ້ນ.
ເສນານ, ຮາດາຊາ, ມິກດັນກາດ, ດິເລອານ, ມີຊະປາ, ໂຢກເທເອນ, ລາກິດ, ໂບສະກາດ, ເອກໂລນ, ກັບໂບນ, ລາມານ, ກິດລິດ, ເກເດໂຣດ, ເບັດດາໂກນ, ນາອາມາ ແລະ ມັກເກດາ ລວມມີ 16 ເມືອງກັບໝູ່ບ້ານຕ່າງໆຂອງເມືອງເຫລົ່ານັ້ນ.
ລິບນາ, ເອເທ, ອາຊານ, ອີຟະຕາ, ອາຊະນາ, ເນສິບ, ເກອີລາ, ອັກຊິບ ແລະ ມາເຣຊາ ລວມມີ 9 ເມືອງກັບໝູ່ບ້ານຕ່າງໆຂອງເມືອງເຫລົ່ານັ້ນ.
ເອັກໂຣນພ້ອມກັບໝູ່ບ້ານ ແລະ ຖິ່ນຖານໂດຍອ້ອມຮອບ; ທິດຕາເວັນຕົກຂອງເອັກໂຣນທັງໝົດໃນແຖບອາຊະໂດດກັບໝູ່ບ້ານຕ່າງໆຂອງເມືອງເຫລົ່ານັ້ນ; ອາຊະໂດດພ້ອມກັບໝູ່ບ້ານ ແລະ ຖິ່ນຖານໂດຍອ້ອມຮອບ; ກາຊາພ້ອມກັບໝູ່ບ້ານ ແລະ ຖິ່ນຖານໂດຍອ້ອມຮອບ, ໄປຈົນເຖິງລຳນ້ຳແຫ່ງເອຢິບ ແລະ ແຄມຝັ່ງທະເລເມດີແຕຣາເນ.
ໃນເຂດເນີນພູເຂົາ ມີດັ່ງນີ້:
ຊາເມຍ, ຢັດທີ, ໂຊໂກ, ດານນາ, ກີຣິອາດຊັນນາ (ຄືເດບີ), ອານາບ, ເອຊະເຕໂມອາ, ອານີມ, ໂກເຊັນ, ໂຮໂລນ ແລະ ກິໂລ ລວມມີ 11 ເມືອງກັບໝູ່ບ້ານຕ່າງໆຂອງເມືອງເຫລົ່ານັ້ນ.
ອາຣາບ, ດູມາ, ເອຊານ, ຢານິມ, ເບັດຕັບປູອາ, ອາເຟກາ, ຮຸມຕາ, ກິຣິອາດອາກບາ (ຄືເຮັບໂຣນ) ແລະ ສີໂອເຣ ລວມມີ 9 ເມືອງກັບໝູ່ບ້ານຕ່າງໆຂອງເມືອງເຫລົ່ານັ້ນ.
ມາໂອນ, ກາກເມນ, ສີເຟ, ຢຸດຕາ, ຢິດຊະເຣນ, ຢົກເດອາມ, ຊາໂນອາ, ກາອິນ, ກີເບອາ ແລະ ຕິມນາ ລວມມີ 10 ເມືອງກັບໝູ່ບ້ານຕ່າງໆຂອງເມືອງເຫລົ່ານັ້ນ.
ຮັນຮູນ, ເບັດຊູເຣ, ເກໂດເຣ, ມາອາຣາດ, ເບັດອາໂນດ ແລະ ເອນເຕໂກນ ລວມມີ 6 ເມືອງກັບໝູ່ບ້ານຕ່າງໆຂອງເມືອງເຫລົ່ານັ້ນ.
ກີຣິອາດບາອານ (ຄືກີຣິອາດເຢອາຣິມ) ແລະ ຣັບບາ ລວມມີ 2 ເມືອງກັບໝູ່ບ້ານຕ່າງໆຂອງສອງເມືອງນີ້.
ໃນຖິ່ນແຫ້ງແລ້ງກັນດານ ມີດັ່ງນີ້:
ເບດອາຣາບາ, ມິດດິນ, ເຊກາກາ, ນິບຊານ, ເມືອງເກືອ ແລະ ເອນເກດີ ລວມມີ 6 ເມືອງກັບໝູ່ບ້ານຕ່າງໆຂອງເມືອງເຫລົ່ານີ້.
ຊາວຢູດາບໍ່ສາມາດຂັບໄລ່ຊາວເຢບຸດທີ່ອາໄສຢູ່ໃນເຢຣູຊາເລັມອອກໄປໄດ້; ຊາວເຢບຸດຈຶ່ງຍັງຄົງອາໄສຢູ່ທີ່ນັ້ນຮ່ວມກັບຊາວຢູດາຈົນມາເຖິງທຸກວັນນີ້.
Source notes (1)
- Footnote ຫລື ເກເດຣາ ແລະ ເກເດໂຣທາອີມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.