Skip to content
BibleKenya

Biblica® Open Lao Contemporary Version

ໂຢຊວຍ 16

ດິນແດນ​ຂອງ​ເຜົ່າ​ເອຟຣາອິມ ແລະ ມານາເຊ

ດິນແດນ​ທີ່​ເປັນ​ສ່ວນ​ຂອງ​ເຜົ່າ​ໂຢເຊັບ​ແມ່ນ​ເລີ່ມຈາກ​ຈໍແດນ, ເຊິ່ງ​ຢູ່​ທາງ​ທິດ​ຕາເວັນອອກ​ຂອງ​ບໍ່​ນ້ຳພຸ​ແຫ່ງ​ເຢຣິໂກ1 ແລະ ຜ່ານ​ຖິ່ນແຫ້ງແລ້ງກັນດານ​ເຂົ້າ​ສູ່​ແຖບ​ພູເຂົາ​ແຫ່ງ​ເບັດເອນ. ຈາກ​ເບັດເອນ (ຄື​ລູເສ)2 ຂ້າມ​ໄປ​ສູ່​ເຂດແດນ​ຂອງ​ຊາວ​ອາກກິດ​ທີ່​ຢູ່​ໃນ​ອາຕາໂຣດ, ລົງ​ມາ​ທາງ​ທິດຕາເວັນຕົກ​ຈົນ​ເຖິງ​ເຂດແດນ​ຂອງ​ຊາວ​ຢາຟະເລດ ໄກ​ໄປ​ຈົນ​ເຖິງ​ດ້ານ​ລຸ່ມ​ຂອງ​ເບັດໂຮໂຣນ ແລະ ໄປ​ຈົນ​ເຖິງ​ເກເຊ ແລ້ວ​ສຸດ​ທີ່​ທະເລ​ເມດີແຕຣາເນ.

ດັ່ງນັ້ນ ເຜົ່າ​ມານາເຊ ແລະ ເອຟຣາອິມ ທີ່​ເປັນ​ເຊື້ອສາຍ​ຂອງ​ໂຢເຊັບ​ກໍ​ໄດ້​ຮັບ​ກຳມະສິດ​ຂອງ​ຕົນ​ຕາມ​ນັ້ນ.

ດິນແດນ​ຂອງ​ເອຟຣາອິມ ທີ່​ໄດ້​ແບ່ງ​ຕາມ​ແຕ່​ລະ​ຕະກຸນ ມີ​ດັ່ງ​ນີ້:

ຊາຍແດນ​ດ້ານ​ທິດ​ຕາເວັນ​ອອກ​ຂອງ​ພວກເຂົາ​ແມ່ນ​ເລີ່ມ​ຈາກ​ອາຕາໂຣດ​ອັດດາ ໄປ​ຈົນ​ເຖິງ​ເບັດໂຮໂຣນ​ເທິງ ແລະ ຕໍ່​ເນື່ອງ​ໄປ​ເຖິງ​ທະເລ​ເມດີແຕຣາເນ. ຈາກ​ມິກເມທັດ​ທາງ​ພາກ​ເໜືອ ຊາຍແດນ​ໄດ້​ລ້ຽວ​ໄປ​ທາງ​ທິດ​ຕາເວັນ​ອອກ ແລ້ວ​ອອກ​ສູ່​ຕາອານາດ​ຊີໂລ, ກາຍ​ຢາໂນອາ​ໄປ​ທາງ​ດ້ານ​ທິດ​ຕາເວັນ​ອອກ. ແລ້ວ​ຊາຍແດນ​ນັ້ນ​ກໍ​ລົງ​ໄປ​ຈາກ​ຢາໂນອາ​ໄປ​ຫາ​ອາຕາໂຣດ ແລະ ນາອາຣາ ຈົນ​ໄປ​ຮອດ​ເມືອງ​ເຢຣິໂກ ແລະ ກໍ​ສິ້ນສຸດ​ລົງ​ທີ່​ແມ່ນ້ຳ​ຈໍແດນ. ຈາກ​ຊາຍແດນ​ຂອງ​ຕັບປູອາ​ມາ​ທາງ​ທິດ​ຕາເວັນ​ຕົກ​ໄປ​ຫາ​ຫ້ວຍ​ນ້ຳ​ກະນາ ແລະ ສິ້ນສຸດ​ຢູ່​ທີ່​ທະເລ​ເມດີແຕຣາເນ. ນີ້​ແມ່ນ​ກຳມະສິດ​ຂອງ​ເຜົ່າ​ເອຟຣາອິມ ຕາມ​ແຕ່​ລະ​ຕະກຸນ.

ແລະ ຍັງ​ລວມ​ທັງ​ເມືອງ​ຕ່າງໆ ແລະ ໝູ່ບ້ານ​ຕ່າງໆ​ຂອງ​ພວກເຂົາ​ທີ່​ຢູ່​ໃນ​ເຂດ​ຂອງ​ເຜົ່າ​ມານາເຊ​ທີ່​ໄດ້​ແຍກ​ໄວ້​ໃຫ້​ຊາວ​ເອຟຣາອິມ​ອີກ​ດ້ວຍ.

ພວກເຂົາ​ບໍ່​ໄດ້​ຂັບໄລ່​ຊາວ​ການາອານ​ທີ່​ອາໄສ​ຢູ່​ໃນ​ເກເຊ​ອອກ​ໄປ; ຊາວ​ການາອານ​ຈຶ່ງ​ຍັງ​ອາໄສ​ຢູ່​ໃນ​ທ່າມກາງ​ຄົນ​ເອຟຣາອິມ ແຕ່​ໄດ້​ຖືກ​ເກນ​ໄປ​ເປັນ​ຂ້າທາດ​ແຮງງານ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້.

Source notes (2)
  1. Footnote ອາດຈະ​ເປັນ​ຊື່​ບູຮານ​ຂອງ​ແມ່ນ້ຳ​ຈໍແດນ
  2. Footnote ພາສາ​ເຮັບເຣີ​ວ່າ ເບັດເອນ​ໄປ​ເຖິງ​ລູເສ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.