Biblica® Open Lao Contemporary Version
ໂຢຊວຍ 17
ດິນແດນທີ່ເປັນສ່ວນຂອງເຜົ່າມານາເຊ ຖານະເປັນລູກຊາຍກົກຂອງໂຢເຊັບ ມີດັ່ງນີ້ ສຳລັບມາກີ ລູກຊາຍກົກຂອງມານາເຊ ຜູ້ເປັນບັນພະບຸລຸດຂອງກີເລອາດ ໄດ້ຮັບດິນແດນກີເລອາດ ແລະ ບາຊານໄປແລ້ວ ເພາະວ່າຊາວມາກີນັ້ນເປັນນັກຮົບທີ່ເກັ່ງກ້າ. ດັ່ງນັ້ນ ດິນແດນສ່ວນທີ່ແບ່ງນີ້ຈຶ່ງຍົກໃຫ້ແກ່ຕະກຸນອື່ນໆຂອງມານາເຊ ຄືຕະກຸນອາບີເອເຊ, ເຮເຫລັກ, ອາຊະຣີເອນ, ເຊເຄມ, ເຮເຟ ແລະ ເຊມີດາ. ຄົນເຫລົ່ານີ້ເປັນລູກຫລານທີ່ເປັນຜູ້ຊາຍຂອງມານາເຊ ເຊິ່ງເປັນລູກຊາຍຂອງໂຢເຊັບ ຕາມຕະກຸນຂອງພວກເຂົາ.
ຝ່າຍເຊໂລເຟຮັດ ເຊິ່ງເປັນລູກຊາຍຂອງເຮເຟ, ຜູ້ເປັນລູກຊາຍຂອງກີເລອາດ, ຜູ້ເປັນລູກຊາຍຂອງມາກີ, ຜູ້ເປັນລູກຊາຍຂອງມານາເຊນັ້ນແມ່ນບໍ່ມີລູກຊາຍ ແຕ່ມີລູກສາວ ເຊິ່ງມີຊື່ວ່າມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະ ຕີຣະຊາ. ຍິງເຫລົ່ານີ້ໄດ້ມາພົບປະໂລຫິດເອເລອາຊາ, ໂຢຊວຍ ຜູ້ເປັນລູກຊາຍຂອງນູນ ແລະ ບັນດາຜູ້ນຳ ແລ້ວໄດ້ເວົ້າວ່າ “ພຣະເຈົ້າຢາເວໄດ້ສັ່ງໂມເຊໃຫ້ຍົກກຳມະສິດໃຫ້ແກ່ພວກຂ້ານ້ອຍ ຄືກັນກັບບັນດາຜູ້ຊາຍທີ່ເປັນຍາດພີ່ນ້ອງຂອງພວກຂ້ານ້ອຍ”. ດັ່ງນັ້ນ ໂຢຊວຍຈຶ່ງໄດ້ຍົກກຳມະສິດໃຫ້ພວກນາງຮ່ວມກັບພີ່ນ້ອງຂອງພໍ່ຂອງພວກນາງ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້. ສ່ວນແບ່ງຂອງມານາເຊນັ້ນ ນອກເໜືອຈາກກີເລອາດ ແລະ ບາຊານທາງທິດຕາເວັນອອກຂອງແມ່ນ້ຳຈໍແດນແລ້ວ ກໍມີທີ່ດິນສິບສ່ວນ, ເປັນຍ້ອນບັນດາລູກສາວຂອງເຜົ່າມານາເຊໄດ້ຮັບກຳມະສິດໃນທ່າມກາງລູກຊາຍທັງຫລາຍ. ດິນແດນກີເລອາດຈຶ່ງເປັນຂອງເຊື້ອສາຍອື່ນໆຂອງມານາເຊ.
ເຂດແດນຂອງມານາເຊ ແມ່ນເລີ່ມຈາກອາເຊ ໄປຫາມິກເມທັດ ທາງທິດຕາເວັນອອກຂອງຊີເຄມ. ເຂດແດນໄດ້ຍາວໄປທາງທິດໃຕ້ ຈາກທີ່ນັ້ນໄປເພື່ອກວມເອົາປະຊາຊົນທີ່ອາໄສຢູ່ທີ່ເອນຕັບປູອາ. (ດິນແດນຕັບປູອາເປັນຂອງມານາເຊ ແຕ່ເມືອງຕັບປູອາ ເຊິ່ງຢູ່ໃນເຂດຊາຍແດນຂອງມານາເຊນັ້ນເປັນຂອງເຜົ່າເອຟຣາອິມ). ຈາກນັ້ນ ເຂດແດນກໍຍັງສືບຕໍ່ໄປທາງທິດໃຕ້ ໄປຫາລຳຫ້ວຍກະນາ. ມີເມືອງຕ່າງໆຂອງເອຟຣາອິມຢູ່ທ່າມກາງເມືອງຕ່າງໆຂອງມານາເຊ, ແຕ່ເຂດແດນຂອງມານາເຊນັ້ນແມ່ນຢູ່ທາງດ້ານເໜືອຂອງລຳຫ້ວຍ ແລະ ສິ້ນສຸດຢູ່ທີ່ທະເລເມດີແຕຣາເນ. ດິນແດນທາງທິດໃຕ້ນັ້ນເປັນຂອງເອຟຣາອິມ, ທາງທິດເໜືອເປັນຂອງມານາເຊ. ດິນແດນຂອງມານາເຊແມ່ນໄປຈົນເຖິງທະເລເມດີແຕຣາເນ ແລະ ຊາຍແດນອາເຊ ທາງທິດເໜືອ ແລະ ຈົນໄປຮອດອິດຊາຄາ ທາງທິດຕາເວັນອອກ.
ໃນເຂດອິດຊາຄາ ແລະ ອາເຊນັ້ນ ເຜົ່າມານາເຊຍັງໄດ້ຮັບເມືອງເບັດຊານ, ອິບເລອາມ ແລະ ປະຊາຊົນຂອງໂດເຣ (ຄືນາໂຟດ1), ເອນໂດເຣ, ຕາອານັກ ແລະ ເມກິດໂດ ພ້ອມດ້ວຍຖິ່ນຖານທີ່ຢູ່ອ້ອມຂ້າງນັ້ນ.
ແຕ່ເນື່ອງຈາກເຜົ່າມານາເຊບໍ່ສາມາດຢຶດຄອງເມືອງເຫລົ່ານັ້ນໄດ້ ຊາວການາອານຈຶ່ງຍັງຄົງອາໄສຢູ່ທີ່ນັ້ນຕາມເດີມ. ແຕ່ເມື່ອຊົນຊາດອິດສະຣາເອນເຂັ້ມແຂງຂຶ້ນ ພວກເຂົາກໍໄດ້ເກນແຮງງານຊາວການາອານ ແຕ່ບໍ່ໄດ້ຂັບໄລ່ພວກເຂົາທັງໝົດອອກໄປ.
ປະຊາຊົນຂອງເຜົ່າໂຢເຊັບໄດ້ເວົ້າກັບໂຢຊວຍວ່າ “ດ້ວຍເຫດໃດທ່ານຈຶ່ງໄດ້ມອບດິນແດນໃຫ້ພວກຂ້ານ້ອຍພຽງສ່ວນດຽວ ແລະ ເປັນກຳມະສິດພຽງແຕ່ສ່ວນດຽວເທົ່ານັ້ນ, ໃນເມື່ອພວກຂ້ານ້ອຍມີຄົນເປັນຈຳນວນຫລາຍ ແລະ ພຣະເຈົ້າຢາເວກໍໄດ້ອວຍພອນພວກຂ້ານ້ອຍຢ່າງລົ້ນເຫລືອຂະໜາດນີ້?”
ໂຢຊວຍໄດ້ຕອບວ່າ “ຖ້າພວກເຈົ້າມີຄົນຫລາຍ ແລະ ເຂດພູເຂົາແຫ່ງເອຟຣາອິມນັ້ນນ້ອຍເກີນໄປສຳລັບພວກເຈົ້າ, ກໍຈົ່ງຂຶ້ນໄປໃນປ່າ ແລະ ຖາງເອົາດິນແດນທີ່ຊາວເປຣີຊີ ແລະ ຊາວເຣຟາອິມອາໄສຢູ່ນັ້ນ”.
ປະຊາຊົນເຜົ່າໂຢເຊັບຈຶ່ງໄດ້ຕອບວ່າ “ທາງເຂດພູເຂົານີ້ແມ່ນບໍ່ພໍສຳລັບພວກເຮົາ ແລະ ຊາວການາອານທັງໝົດທີ່ອາໄສຢູ່ໃນທົ່ງພຽງ ທັງບັນດາຄົນທີ່ຢູ່ໃນເບັດຊານ ແລະ ຖິ່ນຖານໂດຍອ້ອມຂ້າງ ແລະ ບັນດາຄົນທີ່ຢູ່ໃນຮ່ອມພູຢິດຊະເຣນ ຕ່າງກໍມີລົດຮົບເຫລັກ”.
ແຕ່ໂຢຊວຍໄດ້ເວົ້າກັບຊົນເຜົ່າເອຟຣາອິມ ແລະ ມານາເຊ ເຊິ່ງເປັນເຊື້ອສາຍຂອງໂຢເຊັບວ່າ “ພວກເຈົ້າມີຄົນຈຳນວນຫລວງຫລາຍ ແລະ ມີກຳລັງຫລາຍ. ພວກເຈົ້າຈະບໍ່ໄດ້ພຽງແຕ່ສ່ວນດຽວເທົ່ານັ້ນ ແຕ່ຈະໄດ້ປ່າເຂດພູເຂົານັ້ນດ້ວຍ. ຈົ່ງຖາງປ່າເຫລົ່ານັ້ນ ແລ້ວເຂດແດນທີ່ໄກທີ່ສຸດກໍຈະເປັນຂອງພວກເຈົ້າ; ເຖິງແມ່ນວ່າຊາວການາອານຈະເຂັ້ມແຂງ ແລະ ມີລົດຮົບເຫລັກກໍຕາມ ແຕ່ພວກເຈົ້າກໍຈະສາມາດຂັບໄລ່ພວກເຂົາອອກໄປໄດ້”.
Source notes (1)
- Footnote ຄື ນາໂຟດໂດເຣ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.