Skip to content
BibleKenya

Biblica® Open Lao Contemporary Version

ໂຢຊວຍ 18

ການ​ແບ່ງ​ດິນແດນ​ສ່ວນ​ທີ່​ເຫລືອ

ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍ​ໄດ້​ມາ​ຊຸມນຸມ​ກັນ​ຢູ່​ທີ່​ຊີໂລ ແລະ ຕັ້ງ​ເຕັນ​ນັດ​ພົບ​ຂຶ້ນ​ຢູ່​ທີ່​ນັ້ນ. ພວກເຂົາ​ກໍ​ໄດ້​ເຂົ້າ​ຄອບຄອງ​ດິນແດນ​ນັ້ນ. ແຕ່​ຊາວ​ອິດສະຣາເອນ​ອີກ​ເຈັດ​ເຜົ່າ​ນັ້ນ​ຍັງ​ບໍ່​ໄດ້​ຮັບ​ກຳມະສິດ​ຂອງ​ຕົນ.

ດັ່ງນັ້ນ ໂຢຊວຍ​ຈຶ່ງ​ໄດ້​ເວົ້າ​ກັບ​ຊາວ​ອິດສະຣາເອນ​ວ່າ “ພວກທ່ານ​ຈະ​ລໍຖ້າ​ອີກ​ດົນ​ປານ​ໃດ​ຈຶ່ງ​ຈະ​ເຂົ້າ​ໄປ​ຢຶດ​ຄອງ​ດິນແດນ​ທີ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ ໄດ້​ມອບ​ໃຫ້​ແກ່​ພວກທ່ານ? ຈົ່ງ​ຄັດເລືອກ​ຄົນ​ມາ​ເຜົ່າ​ລະ​ສາມ​ຄົນ. ຂ້າພະເຈົ້າ​ຈະ​ສົ່ງ​ພວກເຂົາ​ໄປ​ສຳຫລວດ​ດິນແດນ​ນັ້ນ ແລະ ບັນທຶກ​ລັກສະນະ​ຂອງ​ດິນແດນ​ຕາມ​ແຕ່​ລະ​ກຳມະສິດ​ນັ້ນ, ແລ້ວ​ໃຫ້​ພວກເຂົາ​ກັບ​ມາ​ລາຍງານ​ຂ້າພະເຈົ້າ. ໃຫ້​ພວກທ່ານ​ແບ່ງ​ດິນແດນ​ອອກ​ເປັນ​ເຈັດ​ສ່ວນ. ຢູດາ​ຈະ​ຍັງ​ຢູ່​ໃນ​ເຂດ​ຂອງ​ຕົນ​ທາງ​ທິດ​ໃຕ້ ແລະ ເຜົ່າ​ຂອງ​ໂຢເຊັບ ກໍ​ຈະ​ຢູ່​ໃນ​ເຂດ​ຂອງ​ຕົນ​ທາງ​ທິດ​ເໜືອ. ຫລັງ​ຈາກ​ພວກທ່ານ​ໄດ້​ຈົດ​ລາຍລະອຽດ​ຂອງ​ສ່ວນ​ຕ່າງໆ​ທັງ​ເຈັດ​ສ່ວນ​ຂອງ​ດິນແດນ​ນັ້ນ​ແລ້ວ ຈົ່ງ​ນຳ​ມາ​ໃຫ້​ຂ້າພະເຈົ້າ​ຢູ່​ບ່ອນ​ນີ້ ແລະ ຂ້າພະເຈົ້າ​ຈະ​ຈັບ​ສະຫລາກ​ແບ່ງ​ບັນ​ໃຫ້​ພວກທ່ານ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ເຖິງ​ຢ່າງໃດ​ກໍ​ຕາມ, ຊາວ​ເລວີ​ກໍ​ຈະ​ບໍ່​ໄດ້​ຮັບ​ສ່ວນ​ແບ່ງ​ທ່າມກາງ​ພວກທ່ານ ເພາະ​ກຳມະສິດ​ຂອງ​ພວກເຂົາ​ຄື​ໜ້າທີ່​ຂອງ​ປະໂລຫິດ​ຮັບໃຊ້​ພຣະເຈົ້າ​ຢາເວ. ສຳລັບ​ເຜົ່າ​ກາດ, ຣູເບັນ ແລະ ເຜົ່າ​ມານາເຊ​ເຄິ່ງ​ເຜົ່າ ແມ່ນ​ໄດ້​ຮັບ​ດິນແດນ​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່ນ້ຳ​ຈໍແດນ​ແລ້ວ ເຊິ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຢາເວ ໄດ້​ມອບ​ໃຫ້​ພວກເຂົາ”.

ເມື່ອ​ຄົນ​ເຫລົ່ານັ້ນ​ອອກ​ເດີນທາງ​ເພື່ອ​ຈະ​ໄປ​ສຳຫລວດ​ດິນແດນ ໂຢຊວຍ​ກໍ​ໄດ້​ສັ່ງ​ພວກເຂົາ​ວ່າ “ຈົ່ງ​ໄປ​ສຳຫລວດ ແລະ ບັນທຶກ​ລັກສະນະ​ຂອງ​ດິນແດນ​ນັ້ນ ແລ້ວ​ກັບ​ມາ​ຫາ​ຂ້າພະເຈົ້າ ເພື່ອ​ຂ້າພະເຈົ້າ​ຈະ​ໄດ້​ຈັບ​ສະຫລາກ​ແບ່ງ​ດິນແດນ​ໃຫ້​ແກ່​ພວກ​ທ່ານ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ຢູ່​ທີ່​ຊີໂລ”. ພວກເຂົາ​ຈຶ່ງ​ໄດ້​ອອກ​ໄປ​ສຳຫລວດ​ທົ່ວ​ດິນແດນ. ພວກເຂົາ​ໄດ້​ຈົດ​ລາຍລະອຽດ​ຂອງ​ແຕ່​ລະ​ເມືອງ​ໃນ​ເຈັດ​ເຂດ​ລົງ​ເທິງ​ໜັງສື​ມ້ວນ ແລະ ກັບ​ມາ​ລາຍ​ງານ​ໂຢຊວຍ​ໃນ​ຄ້າຍ​ພັກ​ທີ່​ຊີໂລ.

ໂຢຊວຍ​ຈຶ່ງ​ໄດ້​ຈັບ​ສະຫລາກ​ແບ່ງ​ໃຫ້​ພວກເຂົາ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ ທີ່​ຊີໂລ ແລະ ເພິ່ນ​ໄດ້​ມອບ​ດິນແດນ​ໃຫ້​ແກ່​ຊາວ​ອິດສະຣາເອນ ຕາມ​ກຸ່ມ​ຊົນເຜົ່າ​ຂອງ​ພວກເຂົາ.

ດິນແດນ​ຂອງ​ເຜົ່າ​ເບັນຢາມິນ

ຈັບ​ສະຫລາກ​ຄັ້ງ​ທຳອິດ​ໄດ້​ແກ່​ເຜົ່າ​ເບັນຢາມິນ​ຕາມ​ແຕ່​ລະ​ຕະກຸນ. ເຂດແດນ​ຂອງ​ເບັນຢາມິນ​ແມ່ນ​ຢູ່​ລະຫວ່າງ​ເຜົ່າ​ຂອງ​ຢູດາ​ກັບ​ໂຢເຊັບ.

ຊາຍແດນ​ທາງ​ທິດ​ເໜືອ​ແມ່ນ​ເລີ່ມ​ຈາກ​ແມ່ນ້ຳ​ຈໍແດນ, ຜ່ານ​ຕີນພູ​ທາງ​ທິດ​ເໜືອ​ຂອງ​ເຢຣິໂກ ແລະ ມຸ່ງໜ້າ​ໄປ​ສູ່​ເຂດ​ພູເຂົາ, ອອກ​ໄປ​ຍັງ​ຖິ່ນແຫ້ງແລ້ງກັນດານ​ເບັດ​ອາເວນ. ຈາກ​ທີ່​ນັ້ນ ຊາຍແດນ​ກໍ​ຂ້າມ​ໄປ​ຫາ​ເປີ້ນພູ​ຂອງ​ລູເສ (ຄື​ເບັດເອນ) ແລະ ລົງ​ມາ​ຫາ​ອາຕາໂຣດ​ອັດດາ ເທິງ​ໂນນພູ​ທາງ​ທິດ​ໃຕ້​ດ້ານ​ລຸ່ມ​ຂອງ​ເບັດໂຮໂຣນ.

ຈາກ​ເນີນພູ​ທີ່​ຫັນ​ໄປ​ທາງ​ເມືອງ​ເບັດໂຮໂຣນ ທາງ​ດ້ານ​ທິດ​ໃຕ້​ຂອງ​ເຂດແດນ ແລ້ວ​ກໍ​ລ້ຽວ​ລົງ​ມາ​ທາງ​ທິດ​ໃຕ້​ໄປ​ຕາມ​ດ້ານ​ທິດ​ຕາເວັນ​ຕົກ ແລະ ສິ້ນສຸດ​ລົງ​ທີ່​ກີຣິອາດ​ບາອານ (ຄື​ກີຣິອາດ​ເຢອາຣິມ), ເຊິ່ງ​ເປັນ​ເມືອງ​ໜຶ່ງ​ຂອງ​ເຜົ່າ​ຢູດາ. ນີ້​ແມ່ນ​ຊາຍແດນ​ທາງ​ທິດ​ຕາເວັນ​ຕົກ.

ທາງ​ທິດ​ໃຕ້​ແມ່ນ​ເລີ່ມ​ຈາກ​ຊານ​ເມືອງ​ກີຣິອາດ​ເຢອາຣິມ​ທາງ​ທິດ​ຕາເວັນ​ຕົກ ແລະ ຊາຍແດນ​ແມ່ນ​ມາ​ເຖິງ​ບໍ່​ນ້ຳພຸ​ເນັບໂທອາ. ຊາຍແດນ​ໄດ້​ລົງ​ມາ​ຍັງ​ຕີນພູ ເຊິ່ງ​ຫັນ​ໜ້າ​ໄປ​ທາງ​ຮ່ອມພູ​ເບັນ​ຮິນໂນມ, ທາງ​ທິດ​ເໜືອ​ຂອງ​ຮ່ອມພູ​ເຣຟາອິມ. ຊາຍແດນ​ຍັງ​ລົງ​ໄປ​ຕາມ​ຮ່ອມພູ​ຮິນໂນມ ລຽບ​ຕາມ​ເປີ້ນພູ​ທາງ​ທິດ​ໃຕ້​ຂອງ​ເມືອງ​ເຢບຸດ ແລະ ມາ​ສູ່​ເອນໂຣເກນ. ແລ້ວ​ກໍ​ໂຄ້ງ​ໄປ​ທາງ​ທິດ​ເໜືອ, ໄປ​ຫາ​ເອນເຊເມດ, ໄປ​ຈົນ​ເຖິງ​ເກລີໂລດ, ເຊິ່ງ​ຫັນ​ໜ້າ​ໄປ​ທາງ​ຊ່ອງ​ແຄບ​ອາດຸມມິມ ແລະ ລົງ​ໄປ​ຫາ​ສີລາ​ແຫ່ງ​ໂບຮານ ລູກຊາຍ​ຂອງ​ຣູເບັນ. ຊາຍແດນ​ນັ້ນ​ຍັງ​ໄປ​ຕາມ​ເປີ້ນພູ​ທາງ​ທິດ​ເໜືອ​ຂອງ​ເບັດ​ອາຣາບາ1 ແລ້ວ​ລົງ​ໄປ​ສູ່​ອາຣາບາ. ຫລັງ​ຈາກ​ນັ້ນ ຊາຍແດນ​ກໍ​ໄປ​ຫາ​ເປີ້ນພູ​ທາງ​ທິດ​ເໜືອ​ຂອງ​ເບດ​ໂຮກະລາ ແລະ ອອກ​ໄປ​ຫາ​ອ່າວ​ດ້ານ​ທິດ​ເໜືອ​ຂອງ​ທະເລຕາຍ, ເຊິ່ງ​ຢູ່​ທີ່​ປາກ​ແມ່ນ້ຳ​ຈໍແດນ​ດ້ານ​ທິດ​ໃຕ້. ນີ້​ແມ່ນ​ຊາຍແດນ​ທາງ​ທິດ​ໃຕ້.

ຊາຍແດນ​ທາງ​ທິດ​ຕາເວັນ​ອອກ​ແມ່ນ​ແມ່ນ້ຳ​ຈໍແດນ.

ນີ້​ແມ່ນ​ຊາຍແດນ​ອ້ອມ​ຮອບ​ຂອງ​ດິນແດນ ເຊິ່ງ​ໄດ້​ມອບ​ໃຫ້​ເປັນ​ກຳມະສິດ​ຂອງ​ຕະກຸນ​ຕ່າງໆ​ຂອງ​ເຜົ່າ​ເບັນຢາມິນ.

ເຜົ່າ​ເບັນຢາມິນ​ຕາມ​ແຕ່​ລະ​ຕະກຸນ​ແມ່ນ​ໄດ້​ຮັບ​ເມືອງ​ຕ່າງໆ ດັ່ງນີ້:

ເຢຣິໂກ, ເບັດ​ໂຮຄະລາ, ເອເມັກ​ເກສິດ, ເບັດ​ອາຣາບາ, ເສມາຣາອິມ, ເບັດເອນ, ອັບວິມ, ປາຣາ, ໂອຟະຣາ, ເກຟາ​ອຳໂມນີ, ໂອຟະນີ ແລະ ເກບາ ລວມ​ມີ 12 ເມືອງ​ກັບ​ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

ກີເບໂອນ, ຣາມາ, ເບເອໂຣດ, ມີຊະປາ, ເກຟີຣາ, ໂມສາ, ເຣເກມ, ອີຣະເປເອນ, ເຕຣະລາ, ເຊລາ, ຮາເອເຫລັບ, ເມືອງ​ຊາວ​ເຢບຸດ (ຄື​ເຢຣູຊາເລັມ), ກີເບອາ ແລະ ກີຣິອາດ ລວມ​ມີ 14 ເມືອງ​ກັບ​ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

ນີ້​ແມ່ນ​ກຳມະສິດ​ຂອງ​ເຜົ່າ​ເບັນຢາມິນ​ທີ່​ແບ່ງ​ຕາມ​ຕະກຸນ.

Source notes (1)
  1. Footnote ພາສາ​ເຮັບເຣີ​ວ່າ ເປີ້ນພູ​ທີ່​ຫັນ​ໜ້າ​ໄປ​ທາງ​ອາຣາບາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.