Skip to content
BibleKenya

Biblica® Open Lao Contemporary Version

ໂຢຊວຍ 19

ດິນແດນ​ຂອງ​ເຜົ່າ​ຊີເມໂອນ

(1ຂຄ 4:28-33)

ຈັບ​ສະຫລາກ​ຄັ້ງ​ທີ​ສອງ​ໄດ້​ແກ່​ເຜົ່າ​ຊີເມໂອນ ຕາມ​ແຕ່​ລະ​ຕະກຸນ. ກຳມະສິດ​ຂອງ​ພວກເຂົາ​ຢູ່​ໃນ​ເຂດແດນ​ຂອງ​ຢູດາ. ລວມ​ທັງ​ເມືອງ​ຕ່າງໆ ມີ​ດັ່ງນີ້:

ເບເອນເຊບາ (ຫລື ເຊບາ),1 ໂມລາດາ, ຮາສາ​ຊູອານ, ບາລາ, ເອເສມ, ເອນໂຕລັດ, ເບັດອູນ, ໂຮມາ, ຊິກລັກ, ເບັດ​ມັກກາໂບດ, ຮາສາ​ຊູຊາ, ເບັດ​ເລບາໂອດ ແລະ ຊາຣູເຮນ ລວມ​ມີ 13 ເມືອງ ແລະ ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

ອາອິນ, ຣິມໂມນ, ເອເທ ແລະ ອາຊານ ເຊິ່ງ​ລວມ​ມີ 4 ເມືອງ ແລະ ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ ແລະ ໝູ່ບ້ານ​ຕ່າງໆ​ທີ່​ຢູ່ ອ້ອມ​ເມືອງ​ເຫລົ່ານັ້ນ ໄປ​ໄກ​ຈົນ​ເຖິງ​ບາອາລາດ​ເບອາ (ຣາມາ​ໃນ​ເນເກັບ).

ນີ້​ຄື​ກຳມະສິດ​ຂອງ​ເຜົ່າ​ຊີເມໂອນ​ຕາມ​ແຕ່​ລະ​ຕະກຸນ.

ກຳມະສິດ​ຂອງ​ເຜົ່າ​ຊີເມໂອນ​ມາ​ຈາກ​ສ່ວນ​ທີ່​ແຕ່​ກ່ອນ​ມອບ​ໃຫ້​ຢູດາ, ເພາະ​ສ່ວນ​ທີ່​ຢູດາ​ໄດ້​ຮັບ​ນັ້ນ​ມີ​ຫລາຍ​ເກີນ​ກວ່າ​ທີ່​ພວກເຂົາ​ຕ້ອງການ. ດັ່ງນັ້ນ ຊີເມໂອນ​ຈຶ່ງ​ໄດ້​ຮັບ​ກຳມະສິດ​ໃນ​ເຂດແດນ​ຂອງ​ຢູດາ.

ດິນແດນ​ຂອງ​ເຜົ່າ​ຊາບູໂລນ

ຈັບ​ສະຫລາກ​ຄັ້ງ​ທີ​ສາມ​ແມ່ນ​ໄດ້​ແກ່​ເຜົ່າ​ເຊບູໂລນ ຕາມ​ແຕ່​ລະ​ຕະກຸນ:

ດິນແດນ​ທີ່​ເປັນ​ມໍລະດົກ​ຂອງ​ພວກເຂົາ​ແມ່ນ​ໄປ​ໄກ​ເຖິງ​ຊາຣິດ. ມາ​ທາງ​ທິດ​ຕາເວັນ​ຕົກ ຈົນ​ເຖິງ​ມາຣາລາ, ເຊິ່ງ​ຕິດ​ກັບ​ດັບເບເຊັດ ແລະ ຂະຫຍາຍ​ຈົນ​ໄປ​ເຖິງ​ຫ້ວຍ​ນ້ຳ​ທີ່​ຢູ່​ໃກ້​ກັບ​ໂຢກເນອາມ. ໄປ​ທາງ​ທິດ​ຕາເວັນ​ອອກ ຈາກ​ຊາຣິດ​ໄປ​ທາງ​ຕາເວັນ​ຂຶ້ນ ໄປ​ຫາ​ເຂດແດນ​ກີຊະໂລດ​ຕາໂບເຣ ແລະ ໄປ​ຈົນ​ເຖິງ​ດາເບຣັດ ແລະ ຂຶ້ນ​ໄປ​ຢາເຟຍ. ຫລັງຈາກ​ນັ້ນ ຊາຍແດນ​ຍັງ​ກາຍ​ໄປ​ທາງ​ທິດ​ຕາເວັນ​ອອກ ຈົນ​ເຖິງ​ກາດ​ເຮເຟ ແລະ ເອັດກະສິນ. ຊາຍແດນ​ໄດ້​ອອກ​ມາ​ທີ່​ຣິມໂມນ ແລະ ລ້ຽວ​ໄປ​ສູ່​ເນອາ. ຈາກ​ທີ່​ນັ້ນ ຊາຍແດນ​ກໍ​ໄດ້​ອ້ອມ​ຂຶ້ນ​ໄປ​ທາງ​ທິດ​ເໜືອ ໄປ​ຫາ​ຮັນນາໂທນ ແລະ ສິ້ນສຸດ​ລົງ​ທີ່​ຮ່ອມພູ​ອິບທາເອນ.

ເຂດແດນ​ໄດ້​ກວມ​ເອົາ​ເມືອງ​ກັດຕາດ, ນາຮາລັນ, ຊິມໂຣນ, ອິດາລາ ແລະ ເບັດເລເຮັມ ເຊິ່ງ​ລວມ​ມີ 12 ເມືອງ ແລະ ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

ເມືອງ​ຕ່າງໆ ແລະ ໝູ່ບ້ານ​ຂອງ​ເມືອງ​ເຫລົ່ານີ້ ເປັນ​ກຳມະສິດ​ຂອງ​ເຜົ່າ​ເຊບູໂລນ ຕາມ​ແຕ່​ລະ​ຕະກຸນ.

ດິນແດນ​ຂອງ​ເຜົ່າ​ອິຊາຄາ

ຈັບ​ສະຫລາກ​ຄັ້ງ​ທີ​ສີ່​ແມ່ນ​ໄດ້​ແກ່​ອິດຊາຄາ ຕາມ​ແຕ່​ລະ​ຕະກຸນ. ດິນແດນ​ຂອງ​ພວກເຂົາ​ໄດ້​ກວມ​ເອົາ​ເມືອງ​ຕ່າງໆ​ດັ່ງນີ້:

ເມືອງ​ຢິດຊະເຣນ, ເກຊຸນໂລດ, ຊູເນມ, ຮາຟາຣາອິມ, ຊີໂອນ, ອານາຮາຣັດ, ຣັບບິດ, ກີຊີໂອນ, ເອເບເສ, ເຣເມັດ, ເອັນກັນນິມ, ເອັນຮັດດາ ແລະ ເບັດ​ປະສະເສັດ.

ຊາຍແດນ​ໄດ້​ໄປ​ຮອດ​ທາໂບ, ຊາຮາສູມາ ແລະ ເບັດເຊເມດ ແລ້ວ​ສິ້ນສຸດ​ລົງ​ທີ່​ແມ່ນ້ຳ​ຈໍແດນ.

ລວມ​ທັງ​ໝົດ​ມີ 16 ເມືອງ ແລະ ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

ເມືອງ​ຕ່າງໆ ແລະ ໝູ່ບ້ານ​ຂອງ​ເມືອງ​ເຫລົ່ານີ້ ເປັນ​ກຳມະສິດ​ຂອງ​ເຜົ່າ​ອິດຊາຄາ ຕາມ​ແຕ່​ລະ​ຕະກຸນ.

ດິນແດນ​ຂອງ​ເຜົ່າ​ອາເຊ

ຈັບ​ສະຫລາກ​ຄັ້ງ​ທີ​ຫ້າ​ແມ່ນ​ໄດ້​ແກ່​ເຜົ່າ​ອາເຊ ຕາມ​ແຕ່​ລະ​ຕະກຸນ. ດິນແດນ​ຂອງ​ພວກເຂົາ​ໄດ້​ກວມ​ເອົາ​ເມືອງ​ຕ່າງໆ​ດັ່ງ​ນີ້:

ເຮນກາດ, ຮາລີ, ເບເຕນ, ອັກຊັບ, ອັນລຳເມເຫລັກ, ອາມາດ ແລະ ມີຊັນ, ຊາຍແດນ​ທາງ​ທິດ​ຕາເວັນ​ຕົກ​ແມ່ນ​ຕິດ​ກັບ​ກາເມນ ແລະ ຊີໂຮເຣ​ເລລິບນາດ. ຊາຍແດນ​ໄດ້​ອ້ອມ​ໄປ​ທາງ​ທິດ​ຕາເວັນ​ອອກ ໄປ​ສູ່​ເບັດ​ດາໂກນ, ຕິດ​ກັບ​ເຊບູໂລນ ແລະ ຮ່ອມພູ​ອິບທາເອນ ແລະ ໄປ​ທາງ​ທິດ​ເໜືອ​ຈົນ​ເຖິງ​ເບັດ​ເອເມກ ແລະ ເນອີເອນ, ຜ່ານ​ກາບູນ​ດ້ານ​ຊ້າຍ. ຈົນ​ເຖິງ​ອັບໂດນ,2 ເຣໂຮບ, ຮາມໂມນ ແລະ ກະນາ, ໄປ​ໄກ​ຈົນ​ເຖິງ​ຊີໂດນ​ໃຫຍ່. ຫລັງ​ຈາກ​ນັ້ນ ຊາຍແດນ​ກໍ​ກັບ​ຄືນ​ໄປ​ຍັງ​ຣາມາ ແລະ ໄປ​ຫາ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ຂອງ​ຕີເຣ, ລ້ຽວ​ໄປ​ທາງ​ໂຮຊາ ແລະ ມາ​ອອກ​ທະເລ​ເມດີແຕຣາເນ​ໃນ​ເຂດ​ອັກຊິບ. ອູມມາ, ອາເຟັກ ແລະ ເຣໂຮບ.

ລວມ​ທັງ​ໝົດ​ມີ 22 ເມືອງ ແລະ ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

ເມືອງ​ຕ່າງໆ ແລະ ໝູ່ບ້ານ​ຂອງ​ເມືອງ​ເຫລົ່ານີ້ ເປັນ​ກຳມະສິດ​ຂອງ​ເຜົ່າ​ອາເຊ ຕາມ​ແຕ່​ລະ​ຕະກຸນ.

ດິນແດນ​ຂອງ​ເຜົ່າ​ເນັບທາລີ

ຈັບ​ສະຫລາກ​ຄັ້ງ​ທີ​ຫົກ​ແມ່ນ​ໄດ້​ແກ່​ເຜົ່າ​ເນັບທາລີ ຕາມ​ແຕ່​ລະ​ຕະກຸນ.

ຊາຍແດນ​ຂອງ​ພວກເຂົາ​ແມ່ນ​ເລີ່ມ​ຈາກ​ເຮເຫລັບ ແລະ ຕົ້ນໄມ້ໃຫຍ່​ໃນ​ສາອານາມນິມ, ຜ່ານ​ອາດາມີ​ເນເກັບ ແລະ ຢັບນີເອນ ໄປ​ຈົນ​ເຖິງ​ລັກກຸມ ແລະ ສິ້ນສຸດ​ຢູ່​ທີ່​ແມ່ນ້ຳ​ຈໍແດນ. ຊາຍແດນ​ໄດ້​ໄປ​ທາງ​ທິດ​ຕາເວັນ​ຕົກ ຜ່ານ​ອາສະໂນດ​ຕາໂບເຣ ແລະ ມາ​ອອກ​ທີ່​ຮຸກກອກ. ຊາຍແດນ​ທາງ​ທິດ​ໃຕ້​ແມ່ນ​ຈຸ​ກັບ​ເຊບູໂລນ, ທາງ​ທິດ​ຕາເວັນ​ຕົກ​ແມ່ນ​ຈຸ​ກັບ​ອາເຊ ແລະ ທາງ​ທິດ​ຕາເວັນ​ອອກ​ແມ່ນ​ຈຸ​ກັບ​ແມ່ນ້ຳ​ຈໍແດນ.3

ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ຕ່າງໆ​ນັ້ນ​ມີ​ດັ່ງນີ້: ຊິດດິມ, ເສເຣ, ຮາມມັດ, ຣັກກັດ, ກິນເນເຣດ, ອາດາມາ, ຣາມາ, ຮາໂຊ, ເກເດັດ, ເອັດເຣອີ, ເອນຮາໂຊ, ຢີໂຣນ, ມິກດາ​ເອນ, ໂຮເຣັມ, ເບັດ​ອານາດ ແລະ ເບັດ​ເຊເມດ.

ລວມ​ທັງໝົດ​ມີ 19 ເມືອງ ແລະ ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

ເມືອງ​ຕ່າງໆ ແລະ ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານີ້ ເປັນ​ກຳມະສິດ​ຂອງ​ເຜົ່າ​ເນັບທາລີ ຕາມ​ແຕ່​ລະ​ຕະກຸນ.

ດິນແດນ​ຂອງ​ເຜົ່າ​ດານ

ຈັບ​ສະຫລາກ​ຄັ້ງ​ທີ​ເຈັດ​ແມ່ນ​ໄດ້​ແກ່​ເຜົ່າ​ດານ ຕາມ​ແຕ່​ລະ​ຕະກຸນ. ດິນແດນ​ໃນ​ກຳມະສິດ​ຂອງ​ພວກເຂົາ​ໄດ້​ກວມ​ເອົາ​ເມືອງ​ຕ່າງໆ ດັ່ງນີ້:

ເມືອງ​ໂຊຣາ, ເອຊະຕາໂອນ, ອີຣະເຊເມດ, ຊາອານບິມ, ໄອຢາໂລນ, ອີທະລາ, ເອໂລນ, ຕິມນາ, ເອັກໂຣນ, ເອນເຕເກ, ກິບເບໂທນ, ບາອາລັດ, ເຢຮຸດ, ເບເນ​ເບລັກ, ກາດ​ຣິມໂມນ, ເມ​ຢາຣະໂກນ ແລະ ຣັກໂກນ ລວມ​ທັງ​ດິນແດນ​ທີ່​ກົງກັນຂ້າມ​ກັບ​ເມືອງ​ຢົບປາ.

(ເມື່ອ​ຊາວ​ດານ​ໄດ້​ສູນເສຍ​ດິນແດນ​ໃຫ້​ກັບ​ພວກເຂົາ​ໄປ, ຊາວ​ດານ​ຈຶ່ງ​ໄດ້​ຂຶ້ນ​ໄປ ແລະ ໄດ້​ໂຈມຕີ​ເມືອງ​ລາເຊມ, ຢຶດ​ເອົາ​ເມືອງ​ນີ້, ຂ້າ​ຊາວ​ເມືອງ​ນັ້ນ​ດ້ວຍ​ດາບ ແລະ ໄດ້​ຢຶດຄອງ​ເມືອງ​ນີ້. ພວກເຂົາ​ໄດ້​ເຂົ້າ​ໄປ​ອາໄສ​ຢູ່​ທີ່​ເມືອງ​ລາເຊມ ແລະ ເອີ້ນ​ເມືອງ​ລາເຊມ​ວ່າ​ດານ ຕາມ​ຊື່​ບັນພະບຸລຸດ​ຂອງ​ຕົນ).

ເມືອງ​ຕ່າງໆ ແລະ ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ເຫລົ່ານີ້ ເປັນ​ກຳມະສິດ​ຂອງ​ເຜົ່າ​ດານ ຕາມ​ແຕ່​ລະ​ຕະກຸນ.

ສ່ວນ​ແບ່ງ​ຂອງ​ໂຢຊວຍ

ເມື່ອ​ພວກເຂົາ​ໄດ້​ແບ່ງ​ດິນແດນ​ອອກ​ເປັນ​ສ່ວນ​ສຳເລັດ​ແລ້ວ, ຊາວ​ອິດສະຣາເອນ​ກໍ​ໄດ້​ມອບ​ທີ່​ດິນ​ຕອນ​ໜຶ່ງ​ໃຫ້​ໂຢຊວຍ ລູກຊາຍ​ຂອງ​ນູນ ໃຫ້​ເປັນ​ກຳມະສິດ​ທ່າມກາງ​ພວກເຂົາ, ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໄວ້. ພວກເຂົາ​ໄດ້​ມອບ​ເມືອງ​ໃຫ້​ເພິ່ນ​ຕາມ​ທີ່​ໂຢຊວຍ​ໄດ້​ຂໍ ຄື​ຕີມນາດ​ເຊຣາ4 ໃນ​ເຂດ​ເນີນພູ​ແຫ່ງ​ເອຟຣາອິມ ແລະ ເພິ່ນ​ກໍ​ໄດ້​ສ້າງ​ເມືອງ ແລະ ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ.

ທັງໝົດ​ນີ້​ແມ່ນ​ດິນແດນ​ຕ່າງໆ ເຊິ່ງ​ປະໂລຫິດ​ເອເລອາຊາ, ໂຢຊວຍ ລູກຊາຍ​ຂອງ​ນູນ ແລະ ບັນດາ​ຜູ້ນຳ​ຂອງ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ​ໄດ້​ແບ່ງ ໂດຍ​ການ​ຈັບ​ສະຫລາກ​ຢູ່​ທີ່​ຊີໂລ ຕໍ່ໜ້າ​ພຣະເຈົ້າ​ຢາເວ ທີ່​ທາງ​ເຂົ້າ​ຫໍເຕັນ​ນັດພົບ. ແລ້ວ​ພວກເຂົາ​ຈຶ່ງ​ແບ່ງ​ດິນແດນ​ສຳເລັດ​ຮຽບຮ້ອຍ.

Source notes (4)
  1. Footnote ຫລື ເບເອນເຊບາ, ເຊບາ ໃນ 1ຂຄ 4:28 ບໍ່​ມີ​ຄຳ​ວ່າ ເຊບາ
  2. Footnote ຫລື ເອໂບນ
  3. Footnote ພາສາ​ເຮັບເຣີ​ວ່າ ທາງ​ທິດ​ຕະເວັນ​ອອກ​ມາ​ຈຸ​ກັບ​ຢູດາ ແມ່ນ້ຳ​ຈໍແດນ
  4. Footnote ຫລື ຕີມນັດ​ເຫເຣດ (ເບິ່ງ ຜປ 2:9)

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.