Skip to content
BibleKenya

Biblica® Open Lao Contemporary Version

ໂຢຊວຍ 8

ເມືອງ​ອາອີ​ຖືກ​ທຳລາຍ

ແລ້ວ​ພຣະເຈົ້າ​ຢາເວ​ກໍ​ໄດ້​ເວົ້າ​ກັບ​ໂຢຊວຍ​ວ່າ, “ຢ່າ​ຢ້ານ​ເລີຍ, ຢ່າ​ໝົດ​ກຳລັງ​ໃຈ. ຈົ່ງ​ນຳ​ກອງທັບ​ທັງໝົດ​ໄປ​ກັບ​ເຈົ້າ ແລະ ຈົ່ງ​ຂຶ້ນ​ໄປ​ແລ້ວ​ໂຈມ​ຕີ​ເມືອງ​ອາອີ. ເພາະ​ເຮົາ​ໄດ້​ມອບ​ກະສັດ​ແຫ່ງ​ເມືອງ​ອາອີ, ປະຊາຊົນ​ຂອງ​ລາວ, ເມືອງ​ຂອງ​ລາວ ແລະ ແຜ່ນດິນ​ຂອງ​ລາວ​ໄວ້​ໃນ​ມື​ຂອງ​ເຈົ້າ​ແລ້ວ. ເຈົ້າ​ຈະ​ຕ້ອງ​ເຮັດ​ກັບ​ເມືອງ​ອາອີ ແລະ ກະສັດ​ຂອງ​ເມືອງ​ນີ້​ເໝືອນ​ກັບ​ທີ່​ເຈົ້າ​ໄດ້​ເຮັດ​ກັບ​ເຢຣິໂກ ແລະ ກະສັດ​ຂອງ​ເມືອງ​ນັ້ນ. ເວັ້ນ​ເສຍ​ແຕ່​ວ່າ​ເຈົ້າ​ຈະ​ຢຶດ​ເອົາ​ເຄື່ອງ​ຂອງ​ທີ່​ປຸ້ນ​ມາ ແລະ ສັດລ້ຽງ​ຂອງ​ພວກເຂົາ​ມາ​ເປັນ​ຂອງ​ຕົນ​ເອງ. ຈົ່ງ​ດັກ​ໂຈມຕີ​ຢູ່​ທາງ​ດ້ານ​ຫລັງ​ເມືອງ”.

ດັ່ງນັ້ນ ໂຢຊວຍ ແລະ ກອງທັບ​ທັງໝົດ​ຈຶ່ງ​ໄດ້​ເຄື່ອນ​ທັບ​ອອກ​ໄປ​ເພື່ອ​ເຂົ້າ​ໂຈມຕີ​ເມືອງ​ອາອີ. ເພິ່ນ​ໄດ້​ເລືອກ​ເອົາ​ນັກຮົບ​ຊັ້ນ​ດີ​ຈຳນວນ​ສາມສິບ​ພັນ​ຄົນ ແລະ ສົ່ງ​ພວກເຂົາ​ອອກ​ໄປ​ໃນ​ເວລາ​ກາງຄືນ ພ້ອມ​ດ້ວຍ​ຄຳສັ່ງ​ເຫລົ່ານີ້​ຄື: “ຈົ່ງ​ຟັງ​ໃຫ້​ດີ. ໃຫ້​ພວກເຈົ້າ​ດັກ​ໂຈມຕີ​ຢູ່​ທາງ​ດ້ານ​ຫລັງ​ເມືອງ. ຢ່າ​ໄປ​ໄກ​ຈາກ​ບໍລິເວນ​ນັ້ນ. ພວກເຈົ້າ​ທຸກຄົນ​ຕ້ອງ​ຕຽມ​ພ້ອມ. ເຮົາ ແລະ ຄົນ​ອື່ນ​ທັງໝົດ​ທີ່​ຢູ່​ກັບ​ເຮົາ​ຈະ​ຍົກ​ທັບ​ເຂົ້າ​ໄປ​ຕີ​ເມືອງ​ນັ້ນ ແລະ ເມື່ອ​ຊາວ​ເມືອງ​ອາອີ​ອອກ​ມາ​ຕໍ່ສູ້​ພວກເຮົາ ເໝືອນ​ກັບ​ທີ່​ພວກເຂົາ​ໄດ້​ເຮັດ​ໃນ​ເວລາ​ຜ່ານ​ມາ, ພວກເຮົາ​ຈະ​ຖອຍ​ໜີ​ໄປ​ຈາກ​ພວກເຂົາ. ພວກເຂົາ​ຈະ​ໄລ່​ຕາມ​ພວກເຮົາ​ຈົນ​ກວ່າ​ພວກເຮົາ​ຈະ​ລໍ້​ພວກເຂົາ​ອອກ​ມາ​ຈາກ​ເມືອງ, ເພາະ​ພວກເຂົາ​ຈະ​ເວົ້າ​ວ່າ, ‘ພວກເຂົາ​ກຳລັງ​ແລ່ນ​ໜີ​ໄປ​ຈາກ​ພວກເຮົາ​ເໝືອນ​ກັບ​ທີ່​ພວກເຂົາ​ໄດ້​ເຮັດ​ໃນ​ເວລາ​ຜ່ານ​ມາ’. ດັ່ງນັ້ນ ເມື່ອ​ພວກເຮົາ​ຖອຍ​ໜີ​ຈາກ​ພວກເຂົາ, ໃຫ້​ພວກເຈົ້າ​ອອກ​ມາ​ຈາກ​ການ​ດັກ​ໂຈມຕີ ແລະ ບຸກ​ເຂົ້າ​ຢຶດ​ເມືອງ. ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ມອບ​ເມືອງ​ນີ້​ໄວ້​ໃນ​ມື​ຂອງ​ພວກເຈົ້າ. ເມືອ​ພວກເຈົ້າ​ຢຶດ​ເມືອງ​ໄດ້​ແລ້ວ, ຈົ່ງ​ຈູດ​ໄຟ​ເຜົາ​ເມືອງ​ນັ້ນ. ຈົ່ງ​ເຮັດ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໄວ້. ຈົ່ງ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ເຮົາ​ຢ່າງ​ເຄັ່ງຄັດ”.

ໂຢຊວຍ​ຈຶ່ງ​ໄດ້​ສົ່ງ​ພວກເຂົາ​ອອກ​ໄປ ແລະ ພວກເຂົາ​ກໍ​ໄດ້​ໄປ​ທີ່​ບ່ອນ​ດັກ​ໂຈມຕີ ແລະ ດັກ​ຢູ່​ລະຫວ່າງ​ເມືອງ​ເບັດເອນ​ກັບ​ເມືອງ​ອາອີ, ໄປ​ທາງ​ດ້ານ​ຕາເວັນ​ຕົກ​ຂອງ​ເມືອງ​ອາອີ ແຕ່​ໃນ​ຄືນ​ນັ້ນ​ໂຢຊວຍ​ໄດ້​ຄ້າງ​ຄືນ​ຢູ່​ກັບ​ປະຊາຊົນ.

ຕອນ​ເຊົ້າ​ມື້​ຕໍ່ມາ​ໂຢຊວຍ​ໄດ້​ລະດົມ​ທະຫານ​ຂອງ​ເພິ່ນ, ແລ້ວ​ເພິ່ນ ແລະ ບັນດາ​ຜູ້ນຳ​ຂອງ​ອິດສະຣາເອນ​ໄດ້​ເດີນ​ຂະບວນ​ອອກ​ໜ້າ​ພວກເຂົາ​ໄປ​ທີ່​ເມືອງ​ອາອີ. ກອງ​ກຳລັງ​ທັງໝົດ​ທີ່​ຢູ່​ກັບ​ໂຢຊວຍ​ໄດ້​ຍົກ​ທັບ​ມາ ແລະ ເຂົ້າ​ມາ​ໃກ້​ເມືອງ ແລ້ວ​ກໍ​ມາ​ຮອດ​ໜ້າ​ເມືອງ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ທາງ​ດ້ານ​ເໜືອ​ຂອງ​ເມືອງ​ອາອີ, ໂດຍ​ມີ​ຮ່ອມພູ​ຂັ້ນ​ລະຫວ່າງ​ພວກເຂົາ​ກັບ​ເມືອງ​ນັ້ນ. ໂຢຊວຍ​ໄດ້​ເອົາ​ທະຫານ​ປະມານ​ຫ້າພັນ​ຄົນ​ໄປ ແລະ ໃຫ້​ພວກເຂົາ​ດັກ​ໂຈມຕີ​ຢູ່​ລະຫວ່າງ​ເມືອງ​ເບັດເອນ​ກັບ​ເມືອງ​ອາອີ, ຄື​ທາງ​ດ້ານ​ຕາເວັນ​ຕົກ​ຂອງ​ເມືອງ​ອາອີ. ພວກເຂົາ​ໃຫ້​ກຳລັງ​ພົນ​ເຂົ້າ​ປະຈຳ​ທີ່​ຂອງ​ຕົນ ໂດຍ​ມີ​ຄ້າຍ​ຫລັກ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ເມືອງ ແລະ ບ່ອນ​ດັກ​ໂຈມຕີ​ຢູ່​ທາງ​ດ້ານ​ຕາເວັນ​ຕົກ​ຂອງ​ເມືອງ. ຄືນ​ນັ້ນ​ໂຢຊວຍ​ໄດ້​ເຂົ້າ​ໄປ​ໃນ​ຮ່ອມພູ.

ເມື່ອ​ກະສັດ​ຂອງ​ເມືອງ​ອາອີ​ເຫັນ​ຢ່າງ​ນີ້​ແລ້ວ, ເພິ່ນ ແລະ ຊາວ​ເມືອງ​ທັງໝົດ​ຈຶ່ງ​ໄດ້​ຟ້າວ​ອອກ​ມາ​ແຕ່​ເຊົ້າໆ ເພື່ອ​ສູ້ຮົບ​ກັບ​ຊາວ​ອິດສະຣາເອນ​ຢູ່​ສະຖານ​ທີ່​ບ່ອນ​ໜຶ່ງ ເຊິ່ງ​ເບິ່ງ​ເຫັນ​ອາຣາບາ ແຕ່​ເພິ່ນ​ບໍ່​ຮູ້​ວ່າ​ມີ​ກອງ​ກຳລັງ ເຊິ່ງ​ກຳລັງ​ດັກ​ໂຈມຕີ​ຢູ່​ທາງ​ດ້ານ​ຫລັງ​ຂອງ​ເມືອງ. ໂຢຊວຍ ແລະ ຊາວ​ອິດສະຣາເອນ​ທັງໝົດ​ຍອມ​ໃຫ້​ຕົນ​ເອງ​ຖືກ​ຕ້ອນ​ກັບ​ໄປ​ຕໍ່ໜ້າ​ພວກ​ອາອີ. ແລະ ພວກເຂົາ​ໄດ້​ໜີ​ໄປ​ທາງ​ຖິ່ນແຫ້ງແລ້ງກັນດານ. ຊາວ​ອາອີ​ທັງໝົດ​ຖືກ​ສົ່ງ​ໄປ​ໄລ່ຕາມ​ພວກເຂົາ, ແລ້ວ​ພວກເຂົາ​ກໍ​ໄດ້​ໄລ່​ຕາມ​ໂຢຊວຍ ແລະ ຖືກ​ລໍ້​ໃຫ້​ອອກ​ໄປ​ຈາກ​ເມືອງ. ບໍ່​ມີ​ຜູ້ຊາຍ​ຈັກ​ຄົນ​ທີ່​ຍັງ​ເຫລືອ​ຢູ່​ໃນ​ເມືອງ​ອາອີ ຫລື ເບັດເອນ ທີ່​ບໍ່​ໄປ​ໄລ່​ຕາມ​ອິດສະຣາເອນ. ພວກເຂົາ​ໄດ້​ເປີດ​ເມືອງ​ປະ​ໄວ້ ແລະ ໄປ​ໄລ່​ຕາມ​ອິດສະຣາເອນ.

ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂຢຊວຍ​ວ່າ, “ຈົ່ງ​ຍື່ນ​ຫອກ​ທີ່​ຢູ່​ໃນ​ມື​ຂອງ​ເຈົ້າ​ອອກ​ໄປ​ທາງ​ເມືອງ​ອາອີ, ເພາະ​ເຮົາ​ຈະ​ມອບ​ເມືອງ​ນີ້​ໄວ້​ໃນ​ມື​ຂອງ​ເຈົ້າ”. ດັ່ງນັ້ນ ໂຢຊວຍ​ຈຶ່ງ​ໄດ້​ຍື່ນ​ຫອກ​ທີ່​ຢູ່​ໃນ​ມື​ຂອງ​ລາວ​ອອກ​ໄປ​ທາງ​ເມືອງ​ອາອີ. ໃນ​ທັນທີ​ທີ່​ລາວ​ເຮັດ​ຢ່າງ​ນີ້, ທະຫານ​ທີ່​ດັກ​ຖ້າ​ຢູ່​ກໍ​ລຸກ​ອອກ​ມາ​ຈາກ​ບ່ອນ​ຂອງ​ພວກເຂົາ​ຢ່າງ​ວ່ອງໄວ ແລະ ບຸກ​ເຂົ້າ​ໄປ​ໃນ​ເມືອງ. ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ເມືອງ ແລະ ໄດ້​ຢຶດ​ເອົາ​ເມືອງ​ນັ້ນ ແລ້ວ​ກໍ​ຈູດ​ໄຟ​ເຜົາ​ເມືອງ​ຢ່າງ​ວ່ອງໄວ.

ຊາວ​ເມືອງ​ອາອີ​ໄດ້​ຫລຽວ​ຫລັງ​ກັບ​ມາ​ເບິ່ງ ແລະ ເຫັນ​ຄວັນ​ໄຟ​ຂອງ​ເມືອງ​ນັ້ນ​ລອຍ​ຂຶ້ນ​ສູ່​ທ້ອງຟ້າ. ແຕ່​ພວກເຂົາ​ບໍ່​ມີ​ໂອກາດ​ທີ່​ຈະ​ໜີ​ໄປ​ທາງ​ໃດ; ຊາວ​ອິດສະຣາເອນ​ທີ່​ໜີ​ໄປ​ຍັງ​ຖິ່ນແຫ້ງແລ້ງກັນດານ​ກໍ​ຫັນ​ກັບ​ຄືນ​ມາ​ຕໍ່ສູ້​ຜູ້​ທີ່​ໄລ່​ຕາມ​ພວກເຂົາ. ເພາະ​ເມື່ອ​ໂຢຊວຍ​ກັບ​ຄົນ​ອິດສະຣາເອນ​ທັງໝົດ​ເຫັນ​ກອງ​ກຳລັງ​ທີ່​ດັກ​ໂຈມຕີ​ຢູ່​ຢຶດ​ເມືອງ​ໄດ້ ແລະ ມີ​ຄວັນ​ລອຍ​ຂຶ້ນ​ຈາກ​ເມືອງ​ນັ້ນ, ພວກເຂົາ​ກໍ​ຫັນ​ກັບ​ຄືນ​ມາ ແລະ ໂຈມຕີ​ຊາວ​ເມືອງ​ອາອີ. ກອງ​ກຳລັງ​ທີ່​ດັກ​ໂຈມຕີ​ຢູ່​ກໍ​ອອກ​ມາ​ຈາກ​ເມືອງ​ນັ້ນ​ຕໍ່ສູ້​ພວກເຂົາ​ເໝືອນ​ກັນ, ດັ່ງນັ້ນ ຊາວ​ເມືອງ​ອາອີ​ຈຶ່ງ​ຕົກ​ຢູ່​ໃນ​ວົງ​ລ້ອມ, ໂດຍ​ມີ​ຊາວ​ອິດສະຣາເອນ​ຢູ່​ທັງ​ສອງ​ຂ້າງ​ທາງ ແລະ ຖືກ​ຊາວ​ອິດສະຣາເອນ​ຂ້າ​ຕາຍ​ໝົດ, ເຊິ່ງ​ເຮັດ​ໃຫ້​ພວກເຂົາ​ບໍ່​ມີ​ຜູ້​ລອດ​ຊີວິດ ຫລື ຫລົບ​ໜີ​ໄປ​ໄດ້. ແຕ່​ພວກເຂົາ​ໄດ້​ຈັບ​ເອົາ​ກະສັດ​ຂອງ​ເມືອງ​ອາອີ​ທັງ​ເປັນ ແລະ​ໄດ້​ນຳ​ເອົາ​ກະສັດ​ໄປ​ຫາ​ໂຢຊວຍ.

ເມື່ອ​ຄົນ​ອິດສະຣາເອນ​ໄດ້​ຂ້າ​ຊາວ​ອາອີ​ທີ່​ຢູ່​ໃນ​ທົ່ງນາ ແລະ ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ບ່ອນ​ທີ່​ພວກເຂົາ​ໄລ່​ຕາມ​ສຳເລັດ​ແລ້ວ ແລະ ເມື່ອ​ພວກເຂົາ​ແຕ່​ລະ​ຄົນ​ໄດ້​ຖືກ​ປະຫານ​ດ້ວຍ​ດາບ​ແລ້ວ, ຊາວ​ອິດສະຣາເອນ​ທັງໝົດ​ກໍ​ກັບ​ຄືນ​ມາ​ທີ່​ເມືອງ​ອາອີ ແລະ ຂ້າ​ບັນດາ​ຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ. ໃນ​ວັນ​ນັ້ນ​ມີ​ຜູ້ຊາຍ ແລະ ແມ່ຍິງ​ລົ້ມ​ຕາຍ​ຈຳນວນ 12.000 ຄົນ ຄື​ຊາວ​ອາອີ​ທັງໝົດ. ເພາະ​ໂຢຊວຍ​ບໍ່​ໄດ້​ດຶງ​ມື​ຂອງ​ຕົນ​ທີ່​ຍື່ນ​ຫອກ​ອອກ​ໄປ​ນັ້ນ​ກັບ​ຄືນ​ມາ​ຈົນ​ກວ່າ​ລາວ​ໄດ້​ທຳລາຍ1​ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ອາອີ. ແຕ່​ອິດສະຣາເອນ​ໄດ້​ຂົນ​ເອົາ​ສັດລ້ຽງ ແລະ ເຄື່ອງ​ຂອງ​ທີ່​ປຸ້ນ​ໄດ້​ຈາກ​ເມືອງ​ນີ້​ມາ​ເປັນ​ຂອງ​ຕົນ ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂຢຊວຍ​ໄວ້.

ດັ່ງນັ້ນ ໂຢຊວຍ​ຈຶ່ງ​ໄດ້​ເຜົາ​ເມືອງ​ອາອີ2 ແລະ ເຮັດ​ໃຫ້​ເມືອງ​ນີ້​ເປັນ​ກອງ​ຊາກ​ຫັກ​ພັງ​ຢ່າງ​ຖາວອນ, ເປັນ​ບ່ອນ​ຮົກຮ້າງ​ຈົນ​ເຖິງ​ທຸກ​ວັນ​ນີ້. ໂຢຊວຍ​ສຽບ​ສົບ​ຂອງ​ກະສັດ​ເມືອງ​ອາອີ​ໄວ້​ເທິງ​ເສົາ ແລະ ປະ​ສົບ​ໄວ້​ຢູ່​ທີ່​ນັ້ນ​ຈົນ​ຮອດ​ຕອນແລງ. ເມື່ອ​ຕາເວັນ​ຕົກ​ດິນ, ໂຢຊວຍ​ໄດ້​ສັ່ງ​ພວກເຂົາ​ໃຫ້​ເອົາ​ສົບ​ລົງ​ມາ​ຈາກ​ເສົາ ແລະ ໂຍນ​ສົບ​ນັ້ນ​ລົງ​ທີ່​ທາງ​ເຂົ້າ​ປະຕູ​ເມືອງ ແລະ ພວກເຂົາ​ຍົກ​ກອງ​ຫີນ​ຂະໜາດ​ໃຫຍ່​ທັບ​ສົບ​ນັ້ນ​ໄວ້, ເຊິ່ງ​ຍັງ​ມີ​ຢູ່​ຈົນ​ເຖິງ​ທຸກ​ວັນ​ນີ້.

ການ​ຮື້​ຟື້ນ​ຄືນ​ໃໝ່​ຂອງ​ພັນທະສັນຍາ​ທີ່​ພູເຂົາ​ເອບານ

ດັ່ງນັ້ນ ໂຢຊວຍ​ຈຶ່ງ​ໄດ້​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ຢູ່​ທີ່​ພູເຂົາ​ເອບານ, ຕາມ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ຊາວ​ອິດສະຣາເອນ​ໄວ້. ໂຢຊວຍ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ​ຕາມ​ທີ່​ມີ​ບັນທຶກ​ໄວ້​ໃນ​ໜັງສື​ກົດບັນຍັດ​ຂອງ​ໂມເຊ ເປັນ​ແທ່ນບູຊາ​ທີ່​ເຮັດ​ດ້ວຍ​ຫີນ​ທີ່​ຍັງ​ບໍ່​ທັນ​ຖືກ​ຕັດ, ເຊິ່ງ​ບໍ່​ເຄີຍ​ຖືກ​ເຄື່ອງມື​ເຫລັກ​ຕັດ​ແຕ່ງ​ມາ​ກ່ອນ. ພວກເຂົາ​ໄດ້​ຖວາຍ​ເຄື່ອງເຜົາບູຊາ ແລະ ເຄື່ອງ​ສາມັກຄີທຳ​ບູຊາ​ແກ່​ພຣະເຈົ້າ​ຢາເວ​ຢູ່​ເທິງ​ແທ່ນບູຊາ​ນັ້ນ. ຢູ່​ທີ່​ນັ້ນ, ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ, ໂຢຊວຍ​ໄດ້​ຂຽນ​ສຳເນົາ​ຂອງ​ກົດບັນຍັດ​ຂອງ​ໂມເຊ​ໄວ້​ເທິງ​ຫີນ. ຊາວ​ອິດສະຣາເອນ, ພ້ອມ​ດ້ວຍ​ບັນດາ​ພວກເຖົ້າແກ່, ເຈົ້າໜ້າທີ່ ແລະ ຜູ້ພິພາກສາ​ທຸກ​ຄົນ​ຂອງ​ພວກເຂົາ​ແມ່ນ​ຢືນ​ຢູ່​ສອງ​ຟາກ​ຂອງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢາເວ, ຫັນ​ໜ້າ​ເຂົ້າ​ຫາ​ບັນດາ​ປະໂລຫິດ​ຊາວ​ເລວີ​ທີ່​ເປັນ​ຜູ້​ຫາມ​ຫີບ​ພັນທະສັນຍາ. ທັງ​ຄົນ​ຕ່າງຊາດ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຂົາ ແລະ ຄົນ​ທີ່​ກຳເນີດ​ຢູ່​ທີ່​ນັ້ນ. ປະຊາຊົນ​ເຄິ່ງ​ໜຶ່ງ​ແມ່ນ​ຢືນ​ຢູ່​ທາງ​ໜ້າ​ພູເຂົາ​ເກຣີຊິມ ແລະ ອີກ​ເຄິ່ງ​ໜຶ່ງ​ແມ່ນ​ຢືນ​ຢູ່​ທາງ​ໜ້າ​ພູເຂົາ​ເອບານ, ຕາມ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໄວ້​ເມື່ອ​ເວລາ​ທີ່​ລາວ​ໄດ້​ສັ່ງ​ໃຫ້​ອວຍພອນ​ປະຊາຊົນ​ອິດສະຣາເອນ.

ຫລັງຈາກ​ນັ້ນ, ໂຢຊວຍ​ກໍ​ໄດ້​ອ່ານ​ຂໍ້ຄວາມ​ທັງໝົດ​ຂອງ​ກົດບັນຍັດ ຄື​ຄຳ​ອວຍພອນ ແລະ ຄຳ​ສາບແຊ່ງ​ຕາມ​ທີ່​ໄດ້​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ. ບໍ່​ມີ​ຈັກ​ຄຳ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້​ທີ່​ໂຢຊວຍ​ບໍ່​ໄດ້​ອ່ານ​ຕໍ່ໜ້າ​ຊຸມຊົນ​ຊາວ​ອິດສະຣາເອນ​ທັງໝົດ, ເຊິ່ງ​ຮວມ​ທັງ​ແມ່ຍິງ​ກັບ​ເດັກ ແລະ ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຂົາ.

Source notes (2)
  1. Footnote ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ໝາຍ​ເຖິງ​ສິ່ງ​ຂອງ ຫລື ບຸກ​ຄົນ​ທີ່​ຖວາຍ​ແກ່​ພຣະເຈົ້າ​ຢາເວ ແລ້ວ​ບໍ່​ສາມາດ​ເອີ້ນ​ຄືນ​ໄດ້ ຈະ​ຕ້ອງ​ທຳລາຍ​ໃຫ້​ໝົດ
  2. Footnote ອາອີ ແປ​ວ່າ ຄວາມ​ພິນາດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.