Biblica® Open Lao Contemporary Version
ໂຢຊວຍ 7
ຄວາມບາບຂອງອາການ
ແຕ່ຊາວອິດສະຣາເອນບໍ່ສັດຊື່ກ່ຽວກັບເຄື່ອງທີ່ຕ້ອງອຸທິດຖວາຍ1ອາການ ລູກຊາຍຂອງການໝີ, ລູກຊາຍຂອງສິມຣີ,2 ຜູ້ເປັນລູກຊາຍຂອງເຊຣາ, ເຜົ່າຢູດາ, ໄດ້ເກັບເຄື່ອງຈຳນວນໜຶ່ງໄວ້. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໃຈຮ້າຍໃຫ້ຊາວອິດສະຣາເອນ.
ເວລານັ້ນ ໂຢຊວຍໄດ້ສົ່ງຄົນຈາກເມືອງເຢຣິໂກໄປທີ່ເມືອງອາອີ ເຊິ່ງຢູ່ໃກ້ກັບເບັດອາເວນທາງທິດຕາເວັນອອກຂອງເບັດເອນ ແລະ ໄດ້ບອກພວກເຂົາວ່າ, “ຈົ່ງໄປ ແລະ ສຳຫລວດເບິ່ງດິນແດນນັ້ນ”. ດັ່ງນັ້ນ ພວກເຂົາຈຶ່ງໄປສຳຫລວດເບິ່ງເມືອງອາອີ.
ເມື່ອພວກເຂົາກັບມາຫາໂຢຊວຍ, ພວກເຂົາກໍໄດ້ເວົ້າວ່າ, “ບໍ່ຕ້ອງນຳທະຫານທັງໝົດໄປສູ້ຮົບກັບອາອີ. ສົ່ງສອງ ຫລື ສາມພັນຄົນໄປຢຶດເອົາດິນແດນນັ້ນກໍໄດ້ ແລະ ຢ່າເຮັດໃຫ້ທະຫານທັງໝົດເມື່ອຍ ເພາະມີຄົນໜ້ອຍດຽວທີ່ອາໄສຢູ່ທີ່ນັ້ນ”. ດັ່ງນັ້ນ ຈຶ່ງມີທະຫານປະມານສາມພັນຄົນອອກໄປ, ແຕ່ພວກເຂົາໄດ້ພ່າຍແພ້ໃຫ້ຊາວເມືອງອາອີ, ຄົນອິດສະຣາເອນປະມານ 36 ຄົນຖືກຂ້າຕາຍ. ພວກເຂົາໄດ້ໄລ່ຕາມຊາວອິດສະຣາເອນຈາກປະຕູເມືອງໄປຈົນເຖິງບໍ່ຫີນແຮ່3 ແລະ ໄດ້ຕີພວກເຂົາຢູ່ຕາມເປີ້ນພູ. ເມື່ອເປັນຢ່າງນີ້ແລ້ວ ຫົວໃຈປະຊາຊົນອິດສະຣາເອນກໍສະຫລາຍໄປກັບຄວາມຢ້ານ ແລະ ເປັນເໝືອນກັບນ້ຳ.
ໂຢຊວຍຈຶ່ງຈີກເຄື່ອງນຸ່ງຂອງຕົນ ແລະ ໝູບໜ້າລົງທີ່ພື້ນຕໍ່ໜ້າຫີບພັນທະສັນຍາຂອງພຣະເຈົ້າຢາເວ, ຢູ່ທີ່ນັ້ນຈົນເຖິງຄ່ຳ. ບັນດາຜູ້ອາວຸໂສຂອງອິດສະຣາເອນກໍເຮັດເໝືອນກັນ ແລະ ໄດ້ໂຮຍຂີ້ຝຸ່ນໃສ່ເທິງຫົວຂອງພວກເຂົາ. ໂຢຊວຍໄດ້ເວົ້າວ່າ “ຂ້າແດ່ພຣະເຈົ້າຢາເວ ອົງເຈົ້ານາຍ ດ້ວຍເຫດໃດພຣະອົງຈຶ່ງນຳເອົາປະຊາຊົນເຫລົ່ານີ້ຂ້າມແມ່ນ້ຳຈໍແດນມາ ແລ້ວປ່ອຍພວກຂ້ານ້ອຍໃຫ້ຢູ່ໃນເງື່ອມມືຂອງຊາວອາໂມ ເພື່ອໃຫ້ພວກເຂົາທຳລາຍພວກຂ້ານ້ອຍ? ຖ້າພວກຂ້ານ້ອຍພໍໃຈທີ່ຈະອາໄສຢູ່ທີ່ອີກຝັ່ງໜຶ່ງຂອງແມ່ນ້ຳຈໍແດນເທົ່ານັ້ນ. ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະເວົ້າຢ່າງໃດໄດ້ໃນເມື່ອອິດສະຣາເອນພ່າຍແພ້ໃຫ້ສັດຕູຂອງອິດສະຣາເອນ? ຊາວການາອານ ແລະ ຊາວເມືອງອື່ນໆຈະໄດ້ຍິນເລື່ອງນີ້ ແລະ ພວກເຂົາກໍຈະມາປິດລ້ອມພວກຂ້ານ້ອຍ ແລ້ວກວາດລ້າງຊື່ຂອງພວກຂ້ານ້ອຍໃຫ້ອອກໄປຈາກແຜ່ນດິນ. ແລ້ວພຣະອົງຈະເຮັດຢ່າງໃດກັບນາມອັນຍິ່ງໃຫຍ່ຂອງພຣະອົງ?”
ພຣະເຈົ້າຢາເວໄດ້ເວົ້າກັບໂຢຊວຍວ່າ, “ຈົ່ງລຸກຂຶ້ນ! ເຈົ້າໝູບໜ້າລົງທີ່ພື້ນເຮັດຫຍັງ? ອິດສະຣາເອນໄດ້ເຮັດບາບ, ພວກເຂົາລະເມີດພັນທະສັນຍາຂອງເຮົາ, ເຊິ່ງເຮົາໄດ້ສັ່ງພວກເຂົາໃຫ້ຖືຮັກສາ. ພວກເຂົາໄດ້ເອົາເຄື່ອງຂອງທີ່ຕ້ອງອຸທິດຖວາຍໄປຈຳນວນໜຶ່ງ; ພວກເຂົາໄດ້ລັກ, ພວກເຂົາໄດ້ຕົວະ, ພວກເຂົາໄດ້ເກັບສິ່ງເຫລົ່ານັ້ນໄວ້ກັບຊັບສິນສ່ວນໂຕ. ດ້ວຍເຫດນີ້ ຊາວອິດສະຣາເອນຈຶ່ງບໍ່ສາມາດຕໍ່ສູ້ກັບສັດຕູຂອງພວກເຂົາໄດ້; ພວກເຂົາຫັນຫລັງ ແລະ ແລ່ນໜີໄປເພາະພວກເຂົາຖືກກຳນົດໄວ້ໃຫ້ຈິບຫາຍ. ເຮົາຈະບໍ່ຢູ່ກັບພວກເຈົ້າອີກຕໍ່ໄປ ເວັ້ນໄວ້ແຕ່ວ່າພວກເຈົ້າໄດ້ທຳລາຍສິ່ງໃດກໍຕາມທີ່ຕ້ອງອຸທິດຖວາຍກ່ອນ.
“ຈົ່ງໄປ, ຊຳລະຄົນເຫລົ່ານັ້ນໃຫ້ບໍລິສຸດ. ຈົ່ງບອກພວກເຂົາວ່າ, ‘ຈົ່ງຊຳລະຕົນໃຫ້ບໍລິສຸດເພື່ອຕຽມໂຕສຳລັບມື້ອື່ນ; ເພາະພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ: ອິດສະຣາເອນເອີຍ, ມີສິ່ງທີ່ຕ້ອງອຸທິດຖວາຍຢູ່ທ່າມກາງພວກເຈົ້າ. ເຈົ້າຈະບໍ່ສາມາດຢືນຕົວຕໍ່ສູ້ກັບສັດຕູຂອງພວກເຈົ້າໄດ້ຈົນກວ່າພວກເຈົ້າຈະເອົາສິ່ງເຫລົ່ານັ້ນອອກໄປ.
“ ‘ໃນຕອນເຊົ້າ, ພວກເຈົ້າຈົ່ງມາລາຍງານໂຕເທື່ອລະເຜົ່າ ເຜົ່າທີ່ພຣະເຈົ້າຢາເວໄດ້ເລືອກໄວ້ຈະຕ້ອງອອກມາຂ້າງໜ້າເທື່ອລະຕະກຸນ, ຕະກຸນທີ່ພຣະເຈົ້າຢາເວໄດ້ເລືອກໄວ້ຈະຕ້ອງອອກມາຂ້າງໜ້າເທື່ອລະຄອບຄົວ ຄອບຄົວທີ່ພຣະເຈົ້າຢາເວໄດ້ເລືອກໄວ້ຈະຕ້ອງອອກມາຂ້າງໜ້າເທື່ອລະຄົນ. ຄົນໃດກໍຕາມທີ່ຖືກຈັບໄດ້ວ່າມີສິ່ງທີ່ຕ້ອງອຸທິດຖວາຍ ຄົນນັ້ນພ້ອມກັບທຸກສິ່ງທີ່ເປັນຂອງລາວຈະຕ້ອງຖືກທຳລາຍດ້ວຍໄຟ. ລາວໄດ້ລະເມີດພັນທະສັນຍາຂອງພຣະເຈົ້າຢາເວ ແລະ ໄດ້ເຮັດສິ່ງທີ່ໜ້າອັບອາຍໃນທ່າມກາງຄົນອິດສະຣາເອນ!’ ”
ເຊົ້າຂອງມື້ຕໍ່ມາໂຢຊວຍຈຶ່ງໃຫ້ຊາວອິດສະຣາເອນອອກມາຂ້າງໜ້າເທື່ອລະເຜົ່າ ແລະ ເຜົ່າຢູດາໄດ້ຖືກເລືອກ. ຕະກຸນຕ່າງໆຂອງຢູດາໄດ້ອອກມາຂ້າງໜ້າ ແລະ ຕະກຸນເຊຣາໄດ້ຖືກເລືອກ. ຄອບຄົວຕ່າງໆຂອງເຊຣາໄດ້ອອກມາຂ້າງໜ້າ ແລະ ຄອບຄົວສິມຣີໄດ້ຖືກເລືອກ. ໂຢຊວຍໄດ້ໃຫ້ຄອບຄົວຂອງຕົນອອກມາເທື່ອລະຄົນ ແລະ ອາການ ລູກຊາຍຂອງການໝີ, ຜູ້ເປັນລູກຊາຍຂອງສິມຣີ, ຜູ້ເປັນລູກຊາຍຂອງເຊຣາແຫ່ງເຜົ່າຢູດາ, ເຊິ່ງຖືກເລືອກໄວ້.
ໂຢຊວຍຈຶ່ງເວົ້າກັບອາການວ່າ, “ລູກເອີຍ, ຈົ່ງຖວາຍກຽດແກ່ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ ແລະ ຍົກຍ້ອງພຣະອົງ. ຈົ່ງບອກເຮົາມາວ່າເຈົ້າໄດ້ເຮັດຫຍັງ, ຢ່າປິດບັງເຮົາເລີຍ”.
ອາການໄດ້ຕອບວ່າ, “ເປັນຄວາມຈິງແທ້ທີ່ຂ້ານ້ອຍໄດ້ເຮັດບາບຕໍ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ. ສິ່ງທີ່ຂ້ານ້ອຍໄດ້ເຮັດກໍຄື: ຂ້ານ້ອຍໄດ້ເຫັນເສື້ອຄຸມອັນສວຍງາມທີ່ປຸ້ນມາຈາກບາບີໂລນ,4 ເງິນໜັກປະມານ 200 ເຊເຂວ5 ແລະ ຄຳເປັນແທ່ງໜັກປະມານ 50 ເຊເຂວ,6 ຂ້ານ້ອຍຢາກໄດ້ສິ່ງເຫລົ່ານັ້ນ ແລະ ໄດ້ເອົາສິ່ງເຫລົ່ານັ້ນໄປ. ສິ່ງເຫລົ່ານັ້ນແມ່ນໄດ້ເຊື່ອງໄວ້ທີ່ພື້ນດິນໃນເຕັນຂອງຂ້ານ້ອຍ, ໂດຍຝັງເຄື່ອງເງິນໄວ້ດ້ານລຸ່ມສຸດ”.
ໂຢຊວຍຈຶ່ງໄດ້ສົ່ງຄົນໄປ ແລ້ວພວກເຂົາກໍໄດ້ແລ່ນໄປທີ່ເຕັນນັ້ນ ແລະ ກໍພົບເຄື່ອງຂອງເຊື່ອງໄວ້ຢູ່ໃນເຕັນຂອງລາວ, ໂດຍຝັງເຄື່ອງເງິນໄວ້ລຸ່ມສຸດ. ພວກເຂົາໄດ້ນຳເອົາເຄື່ອງຂອງເຫລົ່ານັ້ນອອກມາຈາກເຕັນ, ນຳມາໃຫ້ໂຢຊວຍ ແລະ ຊາວອິດສະຣາເອນທັງໝົດ ແລ້ວວາງເຄື່ອງຂອງເຫລົ່ານັ້ນລົງຕໍ່ໜ້າພຣະເຈົ້າຢາເວ.
ແລ້ວໂຢຊວຍພ້ອມກັບຊາວອິດສະຣາເອນທັງໝົດ ຈຶ່ງນຳເອົາອາການຜູ້ເປັນລູກຊາຍຂອງເຊຣາ, ເຄື່ອງເງິນ, ເສື້ອຄຸມ, ຄຳແທ່ງ, ບັນດາລູກຊາຍ ແລະ ລູກສາວຂອງລາວ, ງົວ, ລໍ, ແກະ, ເຕັນຂອງລາວ ແລະ ທຸກສິ່ງທີ່ລາວມີໄປຍັງຮ່ອມພູອາໂຄ. ໂຢຊວຍໄດ້ເວົ້າວ່າ, “ເປັນຫຍັງເຈົ້າຈຶ່ງນຳຄວາມເດືອດຮ້ອນມາສູ່ພວກເຮົາ? ວັນນີ້ ພຣະເຈົ້າຢາເວຈະນຳເອົາຄວາມເດືອດຮ້ອນມາສູ່ເຈົ້າ”.
ແລ້ວຊາວອິດສະຣາເອນທັງໝົດກໍແກວ່ງກ້ອນຫີນໃສ່ອາການ ແລະ ຫລັງຈາກທີ່ພວກເຂົາໄດ້ແກວ່ງກ້ອນຫີນໃສ່ຈົນໝົດແລ້ວ, ຊາວອິດສະຣາເອນກໍໄດ້ຈູດພວກເຂົາ. ຊາວອິດສະຣາເອນໄດ້ເອົາກ້ອນຫີນມາກອງຂຶ້ນທັບເທິງອາການຈົນເປັນກອງຫີນຂະໜາດໃຫຍ່ ເຊິ່ງຍັງມີຢູ່ຈົນທຸກວັນນີ້. ຫລັງຈາກນັ້ນ ພຣະເຈົ້າຢາເວກໍໄດ້ຫັນອອກຈາກຄວາມໂກດຮ້າຍຂອງພຣະອົງ. ເຫດສະນັ້ນ ສະຖານທີ່ນັ້ນຈຶ່ງມີຊື່ວ່າອາໂຄ7ມາຈົນເຖິງທຸກວັນນີ້.
Source notes (7)
- Footnote ຄຳນີ້ໃນພາສາເຮັບເຣີໝາຍເຖິງສິ່ງຂອງ ຫລື ບຸກຄົນທີ່ຖວາຍແກ່ພຣະເຈົ້າຢາເວແລ້ວບໍ່ສາມາດເອີ້ນຄືນໄດ້ ຈະຕ້ອງທຳລາຍໃຫ້ໝົດ ເຊັ່ນດຽວກັບຂໍ້ 11, 12, 13 ແລະ 15.
- Footnote ຫລື ຊັບດີ ເຊັ່ນດຽວກັບຂໍ້ 17 ແລະ 18. (ເບິ່ງ 1ຂຄ 2:6)
- Footnote ຫລື ເຊບາຣິມ
- Footnote ພາສາເຮັບເຣີວ່າ ຊີນາ
- Footnote ພາສາເຮັບເຣີວ່າ 2,3 ກິໂລກຣາມ
- Footnote ພາສາເຮັບເຣີວ່າ 575 ກຣາມ
- Footnote ແປວ່າ ຄວາມເດືອດຮ້ອນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.