Skip to content
BibleKenya

Biblica® Open Lao Contemporary Version

ໂຢຊວຍ 6

ປະຕູ​ເມືອງ​ເຢຣິໂກ​ຖືກ​ປິດ​ຢ່າງ​ແໜ້ນ​ໜາ​ເພາະ​ຊາວ​ອິດສະຣາເອນ. ບໍ່​ຜູ້ໃດ​ເຂົ້າ​ອອກ​ໄປ ແລະ ບໍ່​ມີ​ຜູ້ໃດ​ເຂົ້າ​ມາ.

ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂຢຊວຍ​ວ່າ, “ເບິ່ງ​ແມ, ເຮົາ​ໄດ້​ມອບ​ເມືອງ​ເຢຣິໂກ ພ້ອມ​ກັບ​ກະສັດ ແລະ ນັກຮົບ​ຂອງ​ເມືອງ​ນີ້​ໄວ້​ໃນ​ມື​ເຈົ້າ​ແລ້ວ. ຈົ່ງ​ເດີນ​ຂະບວນ​ອ້ອມ​ເມືອງ​ພ້ອມ​ດ້ວຍ​ນັກຮົບ​ທັງໝົດ​ທີ່​ຖື​ອາວຸດ. ຈົ່ງ​ເຮັດ​ຢ່າງ​ນີ້​ເປັນ​ເວລາ​ຫົກ​ມື້. ໃຫ້​ປະໂລຫິດ​ເຈັດ​ຄົນ​ຖື​ແກ​ເຂົາ​ແກະ​ຍ່າງ​ອອກ​ໜ້າ​ຫີບ​ພັນທະສັນຍາ. ໃນ​ມື້​ທີ​ເຈັດ​ຈົ່ງ​ຍ່າງ​ອ້ອມ​ເມືອງ​ເຈັດ​ຄັ້ງ, ພ້ອມ​ທັງ​ໃຫ້​ບັນດາ​ປະໂລຫິດ​ເປົ່າ​ແກ. ແລະ ເມື່ອ​ເຈົ້າ​ໄດ້​ຍິນ​ສຽງ​ແກ​ດັງ​ຍາວ ຈົ່ງ​ໃຫ້​ທະຫານ​ໂຫ່​ຮ້ອງ​ສຽງ​ດັງ ແລະ ກຳແພງ​ເມືອງ​ກໍ​ຈະ​ພັງ​ລົງ ແລ້ວ​ໃຫ້​ທຸກຄົນ​ບຸກ​ເຂົ້າ​ໄປ​ທາງ​ໃນ​ທັນທີ”.

ໂຢຊວຍ​ລູກຊາຍ​ຂອງ​ນູນ​ຈຶ່ງ​ໄດ້​ເອີ້ນ​ບັນດາ​ປະໂລຫິດ​ມາ ແລະ ເວົ້າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢາເວ ແລະ ໃຫ້​ປະໂລຫິດ​ເຈັດ​ຄົນ​ຖື​ແກ​ເຂົາ​ແກະ​ຍ່າງ​ອອກ​ໜ້າ​ໄປ”. ແລ້ວ​ເພິ່ນ​ຈຶ່ງ​ໄດ້​ສັ່ງ​ທະຫານ​ວ່າ, “ຈົ່ງ​ເດີນ​ໜ້າ! ເດີນ​ຂະບວນ​ອ້ອມ​ເມືອງ​ພ້ອມ​ດ້ວຍ​ກອງ​ທະຫານ​ທີ່​ຖື​ອາວຸດ ອອກ​ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢາເວ”.

ເມື່ອ​ໂຢຊວຍ​ໄດ້​ເວົ້າ​ກັບ​ປະຊາຊົນ​ຮຽບຮ້ອຍ​ແລ້ວ ປະໂລຫິດ​ທັງ​ເຈັດ​ກໍ​ຖື​ແກ​ເຈັດ​ອັນ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ຍ່າງ​ອອກ​ໜ້າ​ພ້ອມ​ກັບ​ເປົ່າ​ແກ​ໄປ ແລະ ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢາເວ​ກໍ​ຕາມ​ໄປ. ກອງ​ຄຸ້ມກັນ​ຖື​ອາວຸດ​ເດີນ​ຂະບວນ​ອອກ​ໜ້າ​ບັນດາ​ປະໂລຫິດ​ຜູ້​ທີ່​ເປົ່າ​ແກ ແລະ ມີ​ກອງ​ຄຸ້ມກັນ​ລະວັງ​ຫລັງ​ຢູ່​ທ້າຍ​ຂະບວນ​ຫີບ​ພັນທະສັນຍາ ສຽງ​ເປົ່າ​ແກ​ດັງ​ຢູ່​ຕະຫລອດ​ເວລາ. ແຕ່​ໂຢຊວຍ​ໄດ້​ສັ່ງ​ທະຫານ​ໄວ້​ແລ້ວ​ວ່າ, “ຢ່າ​ໂຫ່​ຮ້ອງ, ຢ່າ​ສົ່ງ​ສຽງ, ຢ່າ​ເວົ້າ​ຄຳ​ໃດ​ຈົນ​ກວ່າ​ເຖິງ​ມື້​ທີ່​ເຮົາ​ຈະ​ບອກ​ພວກເຈົ້າ​ໃຫ້​ຮ້ອງ ແລ້ວ​ຈຶ່ງ​ຮ້ອງ!” ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຫ້​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢາເວ​ໄປ​ອ້ອມ​ເມືອງ​ມື້​ລະ​ຮອບ. ຫລັງຈາກນັ້ນ ທຸກຄົນ​ຕ່າງ​ກໍ​ກັບ​ເຂົ້າ​ຄ້າຍພັກ ແລະ ຄ້າງ​ຄືນ​ຢູ່​ທີ່​ນັ້ນ.

ມື້​ຕໍ່ມາ​ໂຢຊວຍ​ໄດ້​ຕື່ນ​ແຕ່​ເຊົ້າ ແລະ ບັນດາ​ປະໂລຫິດ​ກໍ​ໄດ້​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢາເວ. ບັນດາ​ປະໂລຫິດ​ທັງ​ເຈັດ​ຄົນ​ກໍ​ຖື​ແກ​ເຈັດ​ອັນ​ຍ່າງ​ອອກ​ໜ້າ​ຂະບວນ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢາເວ ແລະ ເປົ່າ​ແກ. ນັກຮົບ​ທີ່​ຖື​ອາວຸດ​ກໍ​ຍ່າງ​ນຳ​ໜ້າ​ພວກເຂົາ ແລະ ກອງ​ຄຸ້ມກັນ​ກໍ​ຕາມ​ຫລັງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢາເວ ໃນ​ຂະນະ​ທີ່​ສຽງ​ແກ​ຍັງ​ດັງ​ຢູ່. ໃນ​ມື້​ທີ​ສອງ​ພວກເຂົາ​ໄດ້​ຍ່າງ​ອ້ອມ​ເມືອງ​ໜຶ່ງ​ຮອບ​ແລ້ວ​ກັບ​ຄືນ​ໄປ​ທີ່​ຄ້າຍພັກ. ພວກເຂົາ​ເຮັດ​ເຊັ່ນ​ນີ້​ຢູ່​ເປັນ​ເວລາ​ຫົກ​ມື້.

ໃນ​ມື້​ທີ​ເຈັດ ພວກເຂົາ​ຕື່ນ​ແຕ່​ຮຸ່ງ​ເຊົ້າ ແລະ ໄດ້​ຍ່າງ​ອ້ອມ​ເມືອງ​ເຈັດ​ຮອບ​ໃນ​ລັກສະນະ​ດຽວ​ກັນ, ຍົກເວັ້ນ​ໃນ​ວັນ​ນັ້ນ​ພວກເຂົາ​ໄດ້​ຍ່າງ​ອ້ອມ​ເມືອງ​ເຈັດ​ເທື່ອ. ໃນ​ຮອບ​ທີ​ເຈັດ ເມື່ອ​ບັນດາ​ປະໂລຫິດ​ເປົ່າ​ແກ​ເຂົາ​ສັດ, ໂຢຊວຍ​ຈຶ່ງ​ໄດ້​ສັ່ງ​ທະຫານ​ວ່າ, “ຈົ່ງ​ໂຫ່​ຮ້ອງ! ພຣະເຈົ້າ​ຢາເວ​ໄດ້​ມອບ​ເມືອງ​ນີ້​ໃຫ້​ພວກເຮົາ​ແລ້ວ! ທັງ​ເມືອງ ແລະ ທຸກ​ຢ່າງ​ໃນ​ເມືອງ​ນີ້​ຕ້ອງ​ອຸທິດ​ຖວາຍ1​ແກ່​ພຣະເຈົ້າ​ຢາເວ. ມີ​ແຕ່​ນາງ​ຣາຮາບ​ຍິງ​ໂສເພນີ2 ແລະ ທຸກຄົນ​ທີ່​ຢູ່​ໃນ​ບ້ານ​ຂອງ​ນາງ​ເທົ່າ​ນັ້ນ​ທີ່​ຈະ​ລອດ​ຊີວິດ, ເພາະ​ນາງ​ໄດ້​ຊ່ວຍ​ເຊື່ອງ​ພວກ​ນັກສືບ​ທີ່​ພວກເຮົາ​ສົ່ງ​ມາ. ແຕ່​ໃຫ້​ຢູ່​ຫ່າງ​ຈາກ​ສິ່ງຂອງ​ທີ່​ໄດ້​ອຸທິດ​ຖວາຍ​ແລ້ວ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ນຳ​ເອົາ​ການ​ທຳລາຍ​ມາ​ສູ່​ຕົນ​ເອງ​ໂດຍ​ການ​ເອົາ​ສິ່ງ​ໃດ​ສິ່ງ​ໜຶ່ງ​ໄປ. ບໍ່​ດັ່ງນັ້ນ ພວກເຈົ້າ​ຈະ​ເຮັດ​ໃຫ້​ຄ້າຍພັກ​ຂອງ​ອິດສະຣາເອນ​ງ່າຍ​ຕໍ່​ການ​ຖືກ​ທຳລາຍ ແລະ ນຳ​ເອົາ​ຄວາມ​ຫຍຸ້ງຍາກ​ມາ​ສູ່​ຄ້າຍພັກ​ນັ້ນ. ເງິນ, ຄຳ ແລະ ເຄື່ອງ​ໃຊ້​ຕ່າງໆ ທີ່​ເຮັດ​ຈາກ​ທອງສຳລິດ ແລະ ເຫລັກ​ທັງໝົດ​ຖື​ເປັນ​ຂອງ​ສັກສິດ​ສຳລັບ​ພຣະເຈົ້າ​ຢາເວ ແລະ ຕ້ອງ​ນຳ​ມາ​ຍັງ​ຄັງ​ຂອງ​ພຣະອົງ”.

ເມື່ອ​ສຽງ​ແກ​ດັງ​ຂຶ້ນ, ທະຫານ​ກໍ​ໂຫ່​ຮ້ອງ ແລະ ເມື່ອ​ມີ​ສຽງ​ແກ​ດັງ, ຄົນ​ກໍ​ໂຫ່​ຮ້ອງ​ດັງ​ຂຶ້ນ, ກຳແພງ​ກໍ​ພັງ​ລົງ​ມາ; ດັ່ງນັ້ນ ທຸກຄົນ​ຈຶ່ງ​ບຸກ​ໜ້າ​ເຂົ້າ​ໄປ​ທາງ​ໃນ ແລະ ຢຶດ​ເມືອງ. ພວກເຂົາ​ໄດ້​ອຸທິດ​ຖວາຍ​ເມືອງ​ນັ້ນ​ແກ່​ພຣະເຈົ້າ​ຢາເວ ແລະ ໄດ້​ທຳລາຍ​ສິ່ງ​ທີ່​ມີ​ຊີວິດ​ທຸກ​ສິ່ງ​ໃນ​ເມືອງ​ນັ້ນ​ດ້ວຍ​ດາບ ບໍ່​ວ່າ​ເປັນ​ຜູ້ຊາຍ ຫລື ແມ່ຍິງ, ຄົນ​ໜຸ່ມ ແລະ ຜູ້ເຖົ້າ, ງົວ, ແກະ ແລະ ລໍ.

ໂຢຊວຍ​ໄດ້​ເວົ້າ​ກັບ​ຊາຍ​ສອງ​ຄົນ​ທີ່​ໄດ້​ສອດແນມ​ດິນແດນ​ນັ້ນ​ວ່າ, “ຈົ່ງ​ໄປ​ທີ່​ບ້ານ​ຂອງ​ຍິງ​ໂສເພນີ ແລະ ນຳ​ເອົາ​ນາງ​ກັບ​ຄົນ​ຂອງ​ນາງ​ອອກ​ມາ ຕາມ​ທີ່​ເຈົ້າ​ໄດ້​ສາບານ​ກັບ​ນາງ​ໄວ້”. ດັ່ງນັ້ນ ຊາຍ​ໜຸ່ມ​ທີ່​ໄດ້​ໄປ​ສອດແນມ​ຈຶ່ງ​ເຂົ້າ​ໄປ​ນຳ​ເອົາ​ນາງ​ຣາຮາບ, ພໍ່ ແລະ ແມ່​ຂອງ​ນາງ, ອ້າຍ​ເອື້ອຍ​ນ້ອງ​ຂອງ​ນາງ ແລະ ຄົນ​ຂອງ​ນາງ​ທັງໝົດ​ອອກ​ມາ. ພວກເຂົາ​ຈຶ່ງ​ນຳ​ເອົາ​ທັງ​ຄອບຄົວ​ຂອງ​ນາງ​ອອກ​ມາ ແລະ ເອົາ​ພວກເຂົາ​ໄປ​ໄວ້​ຢູ່​ນອກ​ຄ້າຍພັກ​ຂອງ​ອິດສະຣາເອນ.

ແລ້ວ​ພວກເຂົາ​ກໍ​ໄດ້​ເຜົາ​ທັງ​ເມືອງ ແລະ ທຸກ​ສິ່ງ​ທີ່​ຢູ່​ໃນ​ເມືອງ​ນັ້ນ, ແຕ່​ພວກເຂົາ​ໄດ້​ນຳ​ເງິນ ແລະ ຄຳ​ກັບ​ເຄື່ອງ​ໃຊ້​ທີ່​ເປັນ​ທອງສຳລິດ ແລະ ເຫລັກ​ໄປ​ເກັບ​ໄວ້​ໃນ​ເຮືອນ​ຂອງ​ພຣະເຈົ້າ​ຢາເວ. ແຕ່​ໂຢຊວຍ​ໄດ້​ໄວ້​ຊີວິດ​ນາງ​ຣາຮາບ ທີ່​ເປັນ​ຍິງ​ໂສເພນີ​ກັບ​ຄອບຄົວ ແລະ ຄົນ​ຂອງ​ນາງ, ເພາະ​ນາງ​ໄດ້​ເຊື່ອງ​ຜູ້ຊາຍ​ທີ່​ໂຢຊວຍ​ສົ່ງ​ໄປ​ສອດແນມ​ທີ່​ເມືອງ​ເຢຣິໂກ ແລະ ນາງ​ໄດ້​ອາໄສ​ຢູ່​ໃນ​ທ່າມກາງ​ຊາວ​ອິດສະຣາເອນ​ຈົນ​ເຖິງ​ທຸກ​ວັນ​ນີ້.

ໃນ​ເວລາ​ນັ້ນ ໂຢຊວຍ​ໄດ້​ປະກາດ​ສາບແຊ່ງ​ຢ່າງ​ໜັກແໜ້ນ​ວ່າ: “ຜູ້ໃດ​ທີ່​ຈະ​ສ້າງ​ເມືອງ​ເຢຣິໂກ​ຂຶ້ນ​ໃໝ່ ຂໍ​ໃຫ້​ຜູ້​ນັ້ນ​ຖືກ​ສາບແຊ່ງ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ດັ່ງນີ້:

“ຜູ້ໃດ​ວາງ​ຮາກຖານ​ຂອງ​ເມືອງ

ລູກຊາຍ​ກົກ​ຂອງ​ຜູ້​ນັ້ນ​ຈະ​ເສຍ​ຊີວິດ;

ຜູ້ໃດ​ຕິດຕັ້ງ​ປະຕູ​ເມືອງ

ລູກຊາຍ​ຫລ້າ​ຂອງ​ຜູ້​ນັ້ນ​ຈະ​ເສຍ​ຊີວິດ”.

ດັ່ງນັ້ນ ພຣະເຈົ້າ​ຢາເວ​ໄດ້​ຢູ່​ກັບ​ໂຢຊວຍ ແລະ ຊື່​ສຽງ​ຂອງ​ເພິ່ນ​ໄດ້​ກະຈາຍ​ໄປ​ທົ່ວ​ແຜ່ນດິນ.

Source notes (2)
  1. Footnote ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ໝາຍ​ເຖິງ​ສິ່ງ​ຂອງ ຫລື ບຸກ​ຄົນ​ທີ່​ຖວາຍ​ແກ່​ພຣະເຈົ້າ​ແລ້ວ​ບໍ່​ສາມາດ​ເອີ້ນ​ຄືນ​ໄດ້ ຈະ​ຕ້ອງ​ທຳລາຍ​ໃຫ້​ໝົດ
  2. Footnote ຫລື ອາດ​ຈະ​ເປັນ​ເຈົ້າ​ຂອງ​ທີ່​ພັກ​ຄ້າງ​ຄືນ ເຊັ່ນ​ດຽວ​ກັບ​ຂໍ້ 22 ແລະ 25

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.