Biblica® Open Lao Contemporary Version
ໂຢຊວຍ 5
ເມື່ອບັນດາກະສັດຊາວອາໂມທາງທິດຕາເວັນຕົກຂອງແມ່ນ້ຳຈໍແດນທັງໝົດ ແລະ ບັນດາກະສັດຊາວການາອານຕາມແຄມທະເລທັງໝົດໄດ້ຍິນວ່າພຣະເຈົ້າຢາເວໄດ້ເຮັດໃຫ້ແມ່ນ້ຳຈໍແດນແຫ້ງຕໍ່ໜ້າຊາວອິດສະຣາເອນຈົນກວ່າພວກເຂົາຈະຂ້າມໄປໄດ້, ຫົວໃຈຂອງພວກເຂົາກໍສະຫລາຍໄປດ້ວຍຄວາມຢ້ານ ແລະ ບໍ່ກ້າປະເຊີນໜ້າກັບຊາວອິດສະຣາເອນ.
ພິທີຕັດທີ່ກິນການ
ເວລານັ້ນພຣະເຈົ້າຢາເວໄດ້ເວົ້າກັບໂຢຊວຍວ່າ: “ຈົ່ງເຮັດມີດຫີນ ແລະ ເຮັດພິທີຕັດໃຫ້ຊາວອິດສະຣາເອນອີກຄັ້ງ”. ໂຢຊວຍຈຶ່ງເຮັດມີດຫີນ ແລະ ໃຫ້ຊາວອິດສະຣາເອນຮັບພິທີຕັດທີ່ກິເບຣັດຫະອາຣາໂລດ.1
ດ້ວຍເຫດນີ້ ເພິ່ນຈຶ່ງເຮັດດັ່ງນີ້ຄື: ເນື່ອງຈາກຄົນທັງໝົດທີ່ອອກມາຈາກເອຢິບ ຄືຊາຍທຸກຄົນທີ່ຢູ່ໃນຊ່ວງອາຍຸອອກຮົບໄດ້ແລ້ວ ລ້ວນແຕ່ເສຍຊີວິດໃນຖິ່ນແຫ້ງແລ້ງກັນດານຫລັງຈາກທີ່ອອກມາຈາກເອຢິບ. ທຸກຄົນທີ່ອອກມາລ້ວນແຕ່ໄດ້ຮັບພິທີຕັດ ສ່ວນຄົນທີ່ເກີດໃນຖິ່ນແຫ້ງແລ້ງກັນດານລະຫວ່າງການເດີນທາງຈາກເອຢິບນັ້ນຍັງບໍ່ໄດ້ຮັບພິທີຕັດ. ຊາວອິດສະຣາເອນພະເນຈອນຢູ່ໃນຖິ່ນແຫ້ງແລ້ງກັນດານຕະຫລອດສີ່ສິບປີ ຈົນຊາຍທຸກຄົນທີ່ຢູ່ໃນໄວທີ່ອອກຮົບໄດ້ແລ້ວເມື່ອອອກມາຈາກເອຢິບກໍໄດ້ເສຍຊີວິດໝົດແລ້ວ, ເພາະພວກເຂົາບໍ່ໄດ້ເຊື່ອຟັງພຣະເຈົ້າຢາເວ ດ້ວຍວ່າພຣະເຈົ້າຢາເວໄດ້ສັນຍາກັບພວກເຂົາໄວ້ວ່າ ພວກເຂົາຈະບໍ່ໄດ້ເຫັນດິນແດນທີ່ອຸດົມດ້ວຍນ້ຳນົມ ແລະ ນ້ຳເຜິ້ງທີ່ພຣະອົງສັນຍາໄວ້ຢ່າງໜັກແໜ້ນກັບບັນພະບຸລຸດຂອງພວກເຂົາວ່າຈະຍົກໃຫ້ພວກເຮົາ. ດັ່ງນັ້ນ ໂຢຊວຍຈຶ່ງໄດ້ເຮັດພິທີຕັດໃຫ້ລູກຊາຍຂອງພວກເຂົາທີ່ເຕີບໃຫຍ່ພໍທີ່ຈະແທນພໍ່ຂອງຕົນ. ພວກເຂົາຍັງບໍ່ໄດ້ຮັບພິທີຕັດລະຫວ່າງທາງ. ແລະ ຫລັງຈາກທີ່ປະຊາຊົນໝົດທັງຊາດໄດ້ຮັບພິທີຕັດແລ້ວ ພວກເຂົາກໍພັກຢູ່ໃນຄ້າຍພັກຈົນຫາຍດີ.
ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂຢຊວຍວ່າ, “ມື້ນີ້ເຮົາໄດ້ກິ້ງຄວາມອັບອາຍແຫ່ງເອຢິບອອກໄປຈາກເຈົ້າແລ້ວ” ສະຖານທີ່ນັ້ນຈຶ່ງໄດ້ຊື່ວ່າກິນການ2 ຈົນເຖິງທຸກວັນນີ້.
ໃນຕອນແລງວັນທີສິບສີ່ຂອງເດືອນນັ້ນ, ໃນຂະນະທີ່ຕັ້ງຄ້າຍພັກຢູ່ທີ່ກິນການໃນທົ່ງພຽງເຢຣິໂກ ຊາວອິດສະຣາເອນໄດ້ສະຫລອງປັດສະຄາ. ມື້ຕໍ່ມາຫລັງຈາກພິທີປັດສະຄາ, ໃນມື້ນັ້ນ ພວກເຂົາໄດ້ກິນພືດຜົນຈາກດິນແດນນັ້ນຄື: ເຂົ້າຈີ່ບໍ່ໃສ່ເຊື້ອແປ້ງ ແລະ ເຂົ້າຂົ້ວ. ຫລັງຈາກມື້ທີ່ພວກເຂົາໄດ້ອາຫານນີ້ຈາກແຜ່ນດິນນັ້ນມານາກໍຢຸດຕົກລົງມາ, ບໍ່ມີມານາສຳລັບຊາວອິດສະຣາເອນອີກເລີຍ, ແຕ່ໃນປີນັ້ນພວກເຂົາໄດ້ກິນພືດຜົນຈາກແຜ່ນດິນການາອານ.
ເມືອງເຢຣິໂກຫລົ້ມຈົມ
ຂະນະທີ່ໂຢຊວຍຢູ່ໃກ້ເມືອງເຢຣິໂກ ເພິ່ນໄດ້ເງີຍໜ້າຂຶ້ນເຫັນຊາຍຄົນໜຶ່ງຈັບດາບອອກມາຈາກຝັກຢືນຢູ່ຕໍ່ໜ້າ. ໂຢຊວຍຈຶ່ງເຂົ້າໄປຫາ ແລະ ຖາມວ່າ, “ທ່ານເປັນມິດ ຫລື ເປັນສັດຕູກັບພວກເຮົາ?”
ຊາຍຄົນນັ້ນໄດ້ຕອບວ່າ, “ບໍ່ແມ່ນທັງສອງຢ່າງ, ເຮົາມາໃນຖານະຜູ້ບັນຊາການກອງທັບຂອງພຣະເຈົ້າຢາເວ”. ດັ່ງນັ້ນ ໂຢຊວຍຈຶ່ງໝອບກົ້ມໜ້າລົງທີ່ພື້ນດ້ວຍຄວາມເຄົາລົບຢຳເກງ ແລະ ຖາມເພິ່ນວ່າ, “ອົງພຣະຜູ້ເປັນເຈົ້າ3ມີຄຳສັ່ງອັນໃດສຳລັບຜູ້ຮັບໃຊ້ຂອງພຣະອົງ?”
ຜູ້ບັນຊາການກອງທັບຂອງພຣະເຈົ້າຢາເວໄດ້ຕອບວ່າ, “ຈົ່ງຖອດເກີບຂອງເຈົ້າອອກ, ເພາະເຈົ້າກຳລັງຢືນຢູ່ບ່ອນສັກສິດ”. ໂຢຊວຍກໍໄດ້ປະຕິບັດຕາມ.
Source notes (3)
- Footnote ແປວ່າ ໂນນພູແຫ່ງໜັງຫຸ້ມປາຍອະໄວຍະວະເພດຊາຍ
- Footnote ຄຳວ່າ ກິນການ ມີສຽງຄ້າຍຄຳພາສາເຮັບເຣີທີ່ມີຄວາມຫມາຍວ່າ ກິ້ງ
- Footnote ຫລື ນາຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.