Biblica® Open Lao Contemporary Version
ໂຢຊວຍ 4
ເມື່ອຊົນຊາດທັງໝົດໄດ້ຂ້າມແມ່ນ້ຳຈໍແດນສຳເລັດແລ້ວ, ພຣະເຈົ້າຢາເວຈຶ່ງໄດ້ເວົ້າກັບໂຢຊວຍວ່າ, “ຈົ່ງເລືອກຜູ້ຊາຍສິບສອງຄົນຈາກບັນດາປະຊາຊົນ, ເຜົ່າລະໜຶ່ງຄົນ, ແລະ ບອກພວກເຂົາໃຫ້ຍົກເອົາກ້ອນຫີນສິບສອງກ້ອນ ຈາກກາງແມ່ນ້ຳຈໍແດນຈາກບ່ອນທີ່ບັນດາປະໂລຫິດຢືນ ແລະ ຖືກ້ອນຫີນເຫລົ່ານັ້ນໄປກັບພວກເຈົ້າ ແລະ ວາງກ້ອນຫີນເຫລົ່ານັ້ນລົງໄວ້ໃນບ່ອນທີ່ພວກເຈົ້າຈະພັກຄືນນີ້”.
ດັ່ງນັ້ນ ໂຢຊວຍຈຶ່ງໄດ້ເອີ້ນເອົາຜູ້ຊາຍສິບສອງຄົນທີ່ເພິ່ນໄດ້ແຕ່ງຕັ້ງຈາກຊາວອິດສະຣາເອນ, ເຜົ່າລະໜຶ່ງຄົນມາ, ແລະ ເວົ້າກັບພວກເຂົາວ່າ, “ຈົ່ງອອກໄປກາງແມ່ນ້ຳຈໍແດນບ່ອນທີ່ຢູ່ດ້ານໜ້າຂອງຫີບພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຕັ້ງຢູ່. ພວກເຈົ້າແຕ່ລະຄົນຈະຕ້ອງແບກຫີນໃສ່ບ່າຂອງຕົນມາຄົນລະກ້ອນ, ຕາມຈຳນວນເຜົ່າຂອງຊາວອິດສະຣາເອນ, ເພື່ອໃຊ້ເປັນອະນຸສອນທ່າມກາງພວກເຈົ້າ. ໃນອະນາຄົດ, ເມື່ອລູກຫລານຂອງພວກເຈົ້າຖາມວ່າ, ‘ຫີນເຫລົ່ານີ້ມີຄວາມໝາຍວ່າຢ່າງໃດ?’ ຈົ່ງບອກພວກເຂົາວ່າແມ່ນ້ຳຈໍແດນຖືກແຍກອອກຕໍ່ໜ້າຫີບພັນທະສັນຍາຂອງພຣະເຈົ້າຢາເວ. ເມື່ອຫີບພັນທະສັນຍາຂ້າມແມ່ນ້ຳຈໍແດນ, ນ້ຳໃນແມ່ນ້ຳຈໍແດນໄດ້ຖືກແຍກຂາດອອກຈາກກັນ. ຫີນເຫລົ່ານີ້ຈະເປັນອະນຸສອນແກ່ຊາວອິດສະຣາເອນຕະຫລອດໄປ”.
ດັ່ງນັ້ນ ຊາວອິດສະຣາເອນຈຶ່ງເຮັດຕາມທີ່ໂຢຊວຍໄດ້ສັ່ງພວກເຂົາ. ພວກເຂົາໄດ້ຍົກເອົາຫີນສິບສອງກ້ອນຈາກກາງແມ່ນ້ຳຈໍແດນ. ຕາມຈຳນວນເຜົ່າຂອງຊາວອິດສະຣາເອນ, ຕາມທີ່ພຣະເຈົ້າຢາເວໄດ້ບອກໂຢຊວຍໄວ້; ແລະ ພວກເຂົາໄດ້ຖືກ້ອນຫີນເຫລົ່ານັ້ນໄປກັບພວກເຂົາ ໄປທີ່ຄ້າຍພັກຂອງພວກເຂົາ, ບ່ອນທີ່ພວກເຂົາວາງຫີນເຫລົ່ານັ້ນລົງ. ໂຢຊວຍໄດ້ເອົາຫີນສິບສອງກ້ອນທີ່ເຄີຍຢູ່1ໃນກາງແມ່ນ້ຳຈໍແດນໃນຈຸດທີ່ບັນດາປະໂລຫິດຜູ້ຫາມຫີບພັນທະສັນຍາໄດ້ຢືນຢູ່ມາຕັ້ງໄວ້. ແລະ ຫີນເຫລົ່ານັ້ນກໍຍັງຢູ່ທີ່ນັ້ນມາຈົນເຖິງທຸກວັນນີ້.
ບັດນີ້ ບັນດາປະໂລຫິດຜູ້ຫາມຫີບພັນທະສັນຍາກໍຢືນຢູ່ກາງແມ່ນ້ຳຈົນກວ່າບັນດາປະຊາຊົນຈະເຮັດທຸກສິ່ງສຳເລັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂຢຊວຍ, ເໝືອນທີ່ໂມເຊໄດ້ຊີ້ນຳໂຢຊວຍ. ບັນດາປະຊາຊົນຕ່າງກໍຟ້າວຂ້າມແມ່ນ້ຳ, ແລະ ເມື່ອທຸກຄົນຂ້າມໄປແລ້ວ ປະຊາຊົນກໍພາກັນເບິ່ງປະໂລຫິດຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວຂຶ້ນມາຈາກແມ່ນ້ຳ. ຄົນເຜົ່າຣູເບັນ, ກາດ ແລະ ມານາເຊເຄິ່ງເຜົ່າກໍຂ້າມແມ່ນ້ຳໄປ, ຕຽມພ້ອມສຳລັບສູ້ຮົບ, ນຳໜ້າຊົນຊາດອິດສະຣາເອນຕາມທີ່ໂມເຊໄດ້ຊີ້ນຳພວກເຂົາ. ມີທະຫານປະກອບດ້ວຍອາວຸດປະມານສີ່ສິບພັນຄົນຂ້າມໄປຕໍ່ໜ້າພຣະເຈົ້າຢາເວ ໄປທີ່ທົ່ງພຽງຂອງເຢຣິໂກເພື່ອເຮັດສົງຄາມ.
ວັນນັ້ນພຣະເຈົ້າຢາເວໄດ້ຍົກໂຢຊວຍຂຶ້ນຕໍ່ໜ້າຊາວອິດສະຣາເອນທັງໝົດ ແລະ ພວກເຂົາກໍຢຳເກງໂຢຊວຍຕະຫລອດຊີວິດຂອງໂຢຊວຍເໝືອນທີ່ເຄີຍຢຳເກງໂມເຊ.
ແລ້ວພຣະເຈົ້າຢາເວກໍໄດ້ເວົ້າກັບໂຢຊວຍວ່າ, “ຈົ່ງສັ່ງບັນດາປະໂລຫິດຜູ້ຫາມຫີບພັນທະສັນຍາໃຫ້ຂຶ້ນຈາກມາແມ່ນ້ຳຈໍແດນ”.
ໂຢຊວຍຈຶ່ງໄດ້ສັ່ງບັນດາປະໂລຫິດວ່າ “ຈົ່ງຂຶ້ນມາຈາກແມ່ນ້ຳຈໍແດນ”.
ແລ້ວບັນດາປະໂລຫິດຈຶ່ງໄດ້ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ຂຶ້ນມາຈາກແມ່ນ້ຳ ທັນທີທີ່ຕີນຂອງພວກເພິ່ນແຕະທີ່ພື້ນດິນແຫ້ງ ນ້ຳຂອງແມ່ນ້ຳຈໍແດນກໍໄຫລກັບລົງຖ້ວມຝັ່ງຄືເກົ່າ.
ໃນມື້ທີສິບຂອງເດືອນທຳອິດ ບັນດາປະຊາຊົນໄດ້ຂ້າມແມ່ນ້ຳຈໍແດນໄປຕັ້ງຄ້າຍພັກຢູ່ທີ່ກິນການ ຕິດກັບເຂດແດນດ້ານທິດຕາເວັນອອກຂອງເມືອງເຢຣິໂກ. ແລ້ວໂຢຊວຍກໍໄດ້ຕັ້ງຫີນສິບສອງກ້ອນທີ່ຖືມາຈາກແມ່ນ້ຳຈໍແດນນັ້ນໄວ້ທີ່ກິນການ ເພິ່ນໄດ້ເວົ້າກັບຊາວອິດສະຣາເອນວ່າ “ໃນອະນາຄົດເມື່ອລູກຫລານຂອງພວກເຈົ້າຖາມພໍ່ແມ່ຂອງພວກເຂົາວ່າ: ‘ກ້ອນຫີນເຫລົ່ານີ້ມີຄວາມຫມາຍວ່າຢ່າງໃດ?’ ຈົ່ງບອກພວກເຂົາວ່າ: ‘ຊາວອິດສະຣາເອນໄດ້ຍ່າງເທິງພື້ນດິນແຫ້ງຂ້າມແມ່ນ້ຳຈໍແດນ’. ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເຮັດໃຫ້ແມ່ນ້ຳຈໍແດນແຫ້ງຕໍ່ໜ້າພວກເຈົ້າຈົນກວ່າພວກເຈົ້າຈະຂ້າມໄປໄດ້. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເຄີຍເຮັດກັບທະເລແດງ2 ເໝືອນກັບທີ່ພຣະອົງເຮັດໃຫ້ທະເລແດງແຫ້ງຕໍ່ໜ້າພວກເຮົາຈົນກວ່າພວກເຮົາຂ້າມໄປໄດ້. ພຣະອົງໄດ້ເຮັດສິ່ງນີ້ກໍເພື່ອໃຫ້ຄົນທັງໝົດທີ່ຢູ່ແຜ່ນດິນໂລກຮູ້ວ່າມືຂອງພຣະເຈົ້າຢາເວນັ້ນມີລິດອຳນາດ ແລະ ເພື່ອໃຫ້ພວກເຈົ້າທັງຫລາຍຈະຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສະເໝີ”.
Source notes (2)
- Footnote ຫລື ໂຢຊວຍໃຫ້ຕັ້ງຫີນສິບສອງກ້ອນທີ່ກາງແມ່ນ້ຳຈໍແດນໃນບໍລິເວນທີ່ປະໂລຫິດຜູ້ຫາມຫີບພັນທະສັນຍາຍືນຢູ່
- Footnote ຄື ທະເລຕົ້ນອໍ້
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.