Biblica® Open Lao Contemporary Version
ໂຢຊວຍ 24
ຟື້ນຟູຄຳໝັ້ນສັນຍາຢູ່ທີ່ຊີເຄມ,
ແລ້ວໂຢຊວຍກໍໄດ້ເຕົ້າໂຮມເຜົ່າຂອງອິດສະຣາເອນທັງໝົດມາທີ່ຊີເຄມ. ເພິ່ນໄດ້ເອີ້ນເອົາບັນດາຜູ້ອາວຸໂສ, ຜູ້ນຳ, ຜູ້ພິພາກສາ ແລະ ເຈົ້າໜ້າທີ່ຂອງອິດສະຣາເອນ ແລະ ຄົນເຫລົ່ານັ້ນກໍໄດ້ມາປາກົດຕົວຢູ່ຕໍ່ໜ້າພຣະເຈົ້າ.
ໂຢຊວຍໄດ້ເວົ້າກັບປະຊາຊົນທັງໝົດວ່າ, “ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນວ່າ: ‘ດົນນານມາແລ້ວທີ່ບັນພະບຸລຸດຂອງພວກເຈົ້າທັງຫລາຍ, ລວມທັງເຕຣາ ພໍ່ຂອງອັບຣາຮາມ ແລະ ນາໂຮ ທີ່ໄດ້ອາໄສຢູ່ຟາກແມ່ນ້ຳເອີຟຣັດ ແລະ ນະມັດສະການພະອື່ນໆ. ແຕ່ເຮົາໄດ້ພາອັບຣາຮາມພໍ່ຂອງພວກເຈົ້າມາຈາກດິນແດນນັ້ນ ຂ້າມແມ່ນ້ຳເອີຟຣັດມາຍັງດິນແດນການາອານ ແລະ ໃຫ້ລາວມີລູກຫລານເປັນຈຳນວນຫລວງຫລາຍ. ເຮົາໃຫ້ອີຊາກແກ່ລາວ. ແລະ ເຮົາໃຫ້ຢາໂຄບ ແລະ ເອຊາວແກ່ອີຊາກ. ເຮົາໄດ້ມອບດິນແດນທີ່ຢູ່ແຖບພູເຂົາເສອີໃຫ້ແກ່ເອຊາວ, ສ່ວນຢາໂຄບກັບຄອບຄົວຂອງລາວໄດ້ລົງໄປທີ່ເອຢິບ.
“ ‘ແລ້ວເຮົາກໍໄດ້ສົ່ງໂມເຊກັບອາໂຣນໄປ ແລະ ເຮົາໄດ້ລົງໂທດຊາວເອຢິບດ້ວຍໄພພິບັດຕ່າງໆທີ່ເຮົາເຮັດຢູ່ທີ່ນັ້ນ ແລະ ເຮົາໄດ້ນຳພວກເຈົ້າອອກມາ. ເມື່ອເຮົານຳບັນພະບຸລຸດຂອງພວກເຈົ້າອອກມາຈາກເອຢິບ, ພວກເຈົ້າໄດ້ມາເຖິງທະເລແດງ ແລະ ຊາວເອຢິບກໍໄດ້ໄລ່ຕາມພວກເຂົາພ້ອມກັບລົດມ້າ ແລະ ທະຫານມ້າ1 ໄປໄກຈົນເຖິງທະເລແດງ.2 ພວກເຂົາໄດ້ຮ້ອງຂໍຄວາມຊ່ວຍເຫລືອຈາກພຣະເຈົ້າຢາເວ ແລະ ພຣະອົງກໍໄດ້ບັນດານໃຫ້ຄວາມມືດນັ້ນກັ້ນລະຫວ່າງພວກເຈົ້າກັບຊາວເອຢິບ; ພຣະອົງໄດ້ນຳທະເລມາຖ້ວມພວກເຂົາ ແລະ ປົກຄຸມພວກເຂົາ. ພວກເຈົ້າທັງຫລາຍໄດ້ເຫັນສິ່ງທີ່ເຮົາໄດ້ເຮັດແກ່ຊາວເອຢິບດ້ວຍຕາຂອງພວກເຈົ້າ. ຫລັງຈາກນັ້ນ ພວກເຈົ້າກໍໄດ້ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານເປັນເວລາດົນນານ.
“ ‘ເຮົາໄດ້ນຳພວກເຈົ້າມາທີ່ດິນແດນຂອງຊາວອາໂມ ເຊິ່ງໄດ້ອາໄສຢູ່ທາງທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ. ພວກເຂົາໄດ້ສູ້ຮົບກັບພວກເຈົ້າ, ແຕ່ເຮົາໄດ້ມອບພວກເຂົາໄວ້ໃນມືຂອງພວກເຈົ້າ. ເຮົາໄດ້ທຳລາຍພວກເຂົາໃຫ້ພົ້ນໜ້າພວກເຈົ້າ ແລະ ພວກເຈົ້າກໍໄດ້ເຂົ້າຢຶດຄອງດິນແດນຂອງພວກເຂົາ. ເມື່ອບາຫລາກ ລູກຊາຍຂອງຊິບໂປ ເຊິ່ງເປັນກະສັດແຫ່ງໂມອາບ, ໄດ້ຕຽມສູ້ຮົບກັບອິດສະຣາເອນ, ລາວໄດ້ເອີ້ນບາລາອາມ ລູກຊາຍຂອງເບອໍ ໃຫ້ມາສາບແຊ່ງພວກເຈົ້າ. ແຕ່ເຮົາບໍ່ຟັງບາລາອາມ, ດັ່ງນັ້ນ ລາວຈຶ່ງໄດ້ອວຍພອນພວກເຈົ້າທຸກຄັ້ງ ແລະ ເຮົາໄດ້ກອບກູ້ພວກເຈົ້າອອກຈາກມືຂອງລາວ.
“ ‘ຫລັງຈາກນັ້ນ ພວກເຈົ້າກໍຂ້າມແມ່ນ້ຳຈໍແດນ ແລະ ໄດ້ມາທີ່ເຢຣິໂກ. ຊາວເມືອງເຢຣິໂກໄດ້ສູ້ກັບພວກເຈົ້າ ເຊັ່ນດຽວກັບຊາວອາໂມ, ເປຣີຊີ, ການາອານ, ຮິດຕີ, ກີກາຊີ, ຮີວີ ແລະ ເຢບຸດ, ແຕ່ເຮົາໄດ້ມອບພວກເຂົາໄວ້ໃນມືຂອງພວກເຈົ້າ. ເຮົາໄດ້ສົ່ງຝູງຕໍ່ໄປລ່ວງໜ້າພວກເຈົ້າ ເພື່ອຂັບໄລ່ພວກເຂົາ ລວມທັງກະສັດຊາວອາໂມທັງສອງຄົນອອກໄປໃຫ້ພົ້ນໜ້າພວກເຈົ້າ. ພວກເຈົ້າຊະນະໄດ້ບໍ່ແມ່ນດ້ວຍດາບ ຫລື ດ້ວຍທະນູຂອງພວກເຈົ້າເອງ. ດັ່ງນັ້ນ ເຮົາຈຶ່ງໄດ້ມອບທີ່ດິນທີ່ພວກເຈົ້າບໍ່ໄດ້ລົງແຮງ ແລະ ເມືອງທີ່ພວກເຈົ້າບໍ່ໄດ້ສ້າງໃຫ້ແກ່ພວກເຈົ້າ ເຊິ່ງພວກເຈົ້າອາໄສຢູ່ໃນຂະນະນີ້ ແລະ ກິນໝາກອະງຸ່ນ ແລະ ໝາກກອກທີ່ພວກເຈົ້າບໍ່ໄດ້ປູກ’.
“ບັດນີ້ ຈົ່ງຢຳເກງພຣະເຈົ້າຢາເວ ແລະ ຮັບໃຊ້ພຣະອົງດ້ວຍຄວາມສັດຊື່ທຸກປະການ. ຈົ່ງຊັດຖິ້ມພະທັງຫລາຍທີ່ບັນພະບຸລຸດຂອງພວກເຈົ້ານະມັດສະການຢູ່ທີ່ຟາກແມ່ນ້ຳເອີຟຣັດກັບໃນເອຢິບ ແລະ ຈົ່ງຮັບໃຊ້ພຣະເຈົ້າຢາເວ. ແຕ່ຖ້າພວກເຈົ້າບໍ່ເຕັມໃຈທີ່ຈະຮັບໃຊ້ພຣະເຈົ້າຢາເວ ກໍຈົ່ງເລືອກສຳລັບຕົນເອງໃນວັນນີ້ ວ່າພວກເຈົ້າຈະຮັບໃຊ້ຜູ້ໃດ, ຈະເປັນພະທັງຫລາຍທີ່ບັນພະບຸລຸດຂອງພວກເຈົ້າໄດ້ຮັບໃຊ້ຢູ່ທີ່ຟາກແມ່ນ້ຳເອີຟຣັດ ຫລື ພະທັງຫລາຍຂອງຊາວອາໂມ ທີ່ຢູ່ໃນດິນແດນທີ່ພວກທ່ານອາໄສຢູ່ໃນເວລານີ້. ແຕ່ສຳລັບຂ້າພະເຈົ້າ ແລະ ຄອບຄົວຂອງຂ້າພະເຈົ້າຈະຮັບໃຊ້ພຣະເຈົ້າຢາເວ”.
ແລ້ວປະຊາຊົນຈຶ່ງໄດ້ຕອບວ່າ, “ຂໍໃຫ້ການນັ້ນໄປໃຫ້ຫ່າງໄກຈາກພວກເຮົາ ພວກເຮົາຈະບໍ່ຖິ້ມພຣະເຈົ້າຢາເວໄປຮັບໃຊ້ພະອື່ນ! ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ພຣະອົງເອງນີ້ແຫລະຄືຜູ້ທີ່ນຳພວກເຮົາ ແລະ ບັນພະບຸລຸດຂອງພວກເຮົາອອກມາຈາກເອຢິບ, ອອກມາຈາກດິນແດນແຫ່ງການເປັນຂ້າທາດ ແລະ ພຣະອົງໄດ້ເຮັດໝາຍສຳຄັນອັນຍິ່ງໃຫຍ່ເຫລົ່ານັ້ນຢູ່ຕໍ່ໜ້າຕໍ່ຕາພວກເຮົາ. ພຣະອົງໄດ້ປົກປ້ອງຄຸ້ມຄອງພວກເຮົາຕະຫລອດການເດີນທາງຂອງພວກເຮົາ ແລະ ປົກປ້ອງຄຸ້ມຄອງພວກເຮົາທ່າມກາງຊົນຊາດທັງຫລາຍທີ່ພວກເຮົາເດີນທາງຜ່ານ. ແລະ ພຣະເຈົ້າຢາເວໄດ້ຂັບໄລ່ຊົນຊາດທັງໝົດ, ລວມທັງຊາວອາໂມ, ຜູ້ທີ່ອາໄສຢູ່ໃນດິນແດນນີ້ອອກໄປໃຫ້ພົ້ນຈາກພວກເຮົາ. ພວກເຮົາກໍຈະຮັບໃຊ້ພຣະເຈົ້າຢາເວເຊັ່ນກັນ ເພາະພຣະອົງເປັນພຣະເຈົ້າຂອງພວກເຮົາ”.
ໂຢຊວຍໄດ້ເວົ້າກັບປະຊາຊົນວ່າ, “ພວກເຈົ້າບໍ່ສາມາດຮັບໃຊ້ພຣະເຈົ້າຢາເວ. ພຣະອົງເປັນພຣະເຈົ້າຜູ້ບໍລິສຸດ, ພຣະອົງເປັນພຣະເຈົ້າຜູ້ຫວງແຫນ. ພຣະອົງຈະບໍ່ອະໄພການກະບົດຂອງພວກເຈົ້າ ແລະ ຄວາມບາບຂອງພວກເຈົ້າ. ຖ້າພວກເຈົ້າປະຖິ້ມພຣະເຈົ້າຢາເວ ແລະ ໄປຮັບໃຊ້ພະຕ່າງດ້າວ, ພຣະອົງກໍຈະຫັນກັບ ແລະ ນຳໄພພິບັດມາໃຫ້ພວກເຈົ້າ ແລະ ທຳລາຍພວກເຈົ້າຈົນໝົດສິ້ນ, ເຖິງວ່າພຣະອົງຈະດີຕໍ່ພວກເຈົ້າຕະຫລອດມາກໍຕາມ”.
ແຕ່ປະຊາຊົນກໍໄດ້ເວົ້າກັບໂຢຊວຍວ່າ, “ບໍ່ແມ່ນຢ່າງນັ້ນ! ພວກເຮົາຈະຮັບໃຊ້ພຣະເຈົ້າຢາເວ”.
ແລ້ວໂຢຊວຍຈຶ່ງໄດ້ເວົ້າວ່າ, “ພວກເຈົ້າເປັນພະຍານຜູກມັດຕົນເອງແລ້ວ ວ່າພວກທ່ານເລືອກທີ່ຈະຮັບໃຊ້ພຣະເຈົ້າຢາເວ”.
ພວກເຂົາໄດ້ຕອບວ່າ, “ຖືກແລ້ວ, ພວກເຮົາເປັນພະຍານ”.
ແລ້ວໂຢຊວຍຈຶ່ງເວົ້າວ່າ, “ຖ້າເປັນເຊັ່ນນັ້ນ ຈົ່ງຖິ້ມພະຕ່າງດ້າວທັງຫລາຍທີ່ຢູ່ທ່າມກາງພວກເຈົ້າ ແລະ ມອບຫົວໃຈຂອງພວກເຈົ້າໃຫ້ກັບພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ”.
ບັນດາປະຊາຊົນໄດ້ເວົ້າກັບໂຢຊວຍວ່າ, “ພວກເຮົາຈະຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ແລະ ເຊື່ອຟັງພຣະອົງ”.
ໃນວັນນັ້ນ ໂຢຊວຍຈຶ່ງໄດ້ເຮັດຄຳໝັ້ນສັນຍາສຳລັບບັນດາປະຊາຊົນ ແລະ ເພິ່ນໄດ້ຂຽນດຳລັດ ແລະ ກົດບັນຍັດໃຫ້ພວກເຂົາຢູ່ທີ່ຊີເຄມນັ້ນ. ແລ້ວໂຢຊວຍຍັງໄດ້ບັນທຶກສິ່ງເຫລົ່ານີ້ລົງໃນໜັງສືກົດບັນຍັດຂອງພຣະເຈົ້າ. ຫລັງຈາກນັ້ນ ເພິ່ນກໍໄດ້ກິ້ງຫີນກ້ອນໃຫຍ່ມາ ແລະ ຕັ້ງຫີນນັ້ນຂຶ້ນຢູ່ທີ່ນັ້ນ ເຊິ່ງຢູ່ກ້ອງຕົ້ນໂອກ ໃກ້ກັບສະຖານທີ່ບໍລິສຸດຂອງພຣະເຈົ້າຢາເວ.
ໂຢຊວຍໄດ້ເວົ້າກັບປະຊາຊົນທັງໝົດວ່າ, “ເບິ່ງແມ! ຫີນກ້ອນນີ້ຈະເປັນພະຍານໃຫ້ພວກເຮົາ. ຫີນກ້ອນນີ້ໄດ້ຍິນທຸກຄຳທີ່ພຣະເຈົ້າຢາເວໄດ້ເວົ້າກັບພວກເຮົາ. ດັ່ງນັ້ນ ຫີນກ້ອນນີ້ຈະເປັນພະຍານໃຫ້ພວກເຈົ້າ ຖ້າພວກເຈົ້າບໍ່ສັດຊື່ຕໍ່ພຣະເຈົ້າຂອງພວກເຈົ້າ”.
ຫລັງຈາກນັ້ນ ໂຢຊວຍຈຶ່ງໃຫ້ປະຊາຊົນແຍກກັນກັບໄປຍັງດິນແດນຕາມກຳມະສິດຂອງຕົນ.
ການຝັງສົບໃນດິນແດນແຫ່ງຄຳໝັ້ນສັນຍາ
(ຜປ 2:6-9)
ຫລັງຈາກເຫດການເຫລົ່ານີ້ແລ້ວ, ໂຢຊວຍ ລູກຊາຍຂອງນູນຜູ້ຮັບໃຊ້ຂອງພຣະເຈົ້າຢາເວ ກໍຕາຍເມື່ອມີອາຍຸໄດ້ 110 ປີ. ແລ້ວພວກເຂົາກໍຝັງສົບເພິ່ນໄວ້ໃນທີ່ດິນ ເຊິ່ງເປັນກຳມະສິດຂອງເພິ່ນຢູ່ທີ່ຕີມນາດເຊຣາ3 ໃນເຂດພູເຂົາແຫ່ງເອຟຣາອິມ, ທາງທິດເໜືອຂອງພູເຂົາກາອາດ.
ອິດສະຣາເອນໄດ້ຮັບໃຊ້ພຣະເຈົ້າຢາເວ ຕະຫລອດຊີວິດຂອງໂຢຊວຍ ແລະ ບັນດາຜູ້ອາວຸໂສທີ່ມີອາຍຸຍືນກວ່າໂຢຊວຍ ແລະ ມີປະສົບການກ່ຽວກັບທຸກສິ່ງທີ່ພຣະເຈົ້າຢາເວເຮັດເພື່ອອິດສະຣາເອນ.
ກະດູກຂອງໂຢເຊບ ເຊິ່ງຊາວອິດສະຣາເອນໄດ້ນຳອອກມາຈາກເອຢິບນັ້ນ ກໍຖືກຝັງໄວ້ຢູ່ທີ່ຊີເຄມ ໃນທີ່ດິນທີ່ຢາໂຄບໄດ້ຊື້ມາຈາກລູກຊາຍຂອງຮາໂມ, ພໍ່ຂອງຊີເຄມ ໃນລາຄາເງິນໜຶ່ງຮ້ອຍແຜ່ນ4 ເຊິ່ງເປັນກຳມະສິດຂອງລູກຫລານເຜົ່າໂຢເຊັບ.
ແລະ ເອເລອາຊາ ລູກຊາຍຂອງອາໂຣນກໍຕາຍ ແລະ ຖືກຝັງໄວ້ຢູ່ທີ່ເມືອງກີເບອາ, ເຊິ່ງໄດ້ແບ່ງໃຫ້ແກ່ຟີເນຮາ ລູກຊາຍຂອງລາວໃນເຂດພູເຂົາແຫ່ງເອຟຣາອິມ.
Source notes (4)
- Footnote ຫລື ຄົນຂັບລົດມ້າ
- Footnote ຫລື ທະເລຕົ້ນອໍ້
- Footnote ຫລື ຕີມນາດເຮເຣດ (ເບິ່ງ ຜປ 2:9)
- Footnote ພາສາເຮັບເຣີວ່າ 100 ເກສິຕາ, ເກສິຕາເປັນຫົວໜ່ວຍເງິນຕາທີ່ບໍ່ຮູ້ນ້ຳໜັກ ຫລື ມູນຄ່າ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.