Skip to content
BibleKenya

Biblica® Open Lao Contemporary Version

ພວກຜູ້ປົກຄອງ 1

ອິດສະຣາເອນ​ຕໍ່ສູ້​ກັບ​ຊາວ​ການາອານ​ທີ່​ຍັງ​ເຫລືອ​ຢູ່

(ຢຊ 15:15-19)

ຫລັງ​ຈາກ​ທີ່​ໂຢຊວຍ​ໄດ້​ຕາຍ​ໄປ​ແລ້ວ, ຊາວ​ອິດສະຣາເອນ​ໄດ້​ຖາມ​ພຣະເຈົ້າ​ຢາເວ​ວ່າ, “ຜູ້ໃດ​ໃນ​ພວກເຮົາ​ທີ່​ຈະ​ຂຶ້ນ​ໄປ​ກ່ອນ​ເພື່ອ​ຕໍ່ສູ້​ຊາວ​ການາອານ?”

ພຣະເຈົ້າ​ຢາເວ​ໄດ້​ຕອບ​ວ່າ, “ໃຫ້​ຢູດາ​ໄປ​ກ່ອນ, ເຮົາ​ໄດ້​ມອບ​ດິນແດນ​ນັ້ນ​ໄວ້​ໃນ​ມື​ຂອງ​ພວກເຂົາ​ແລ້ວ”.

ແລ້ວ​ຊາວ​ຢູດາ​ກໍ​ໄດ້​ເວົ້າ​ກັບ​ພີ່ນ້ອງ​ອິດສະຣາເອນ​ທີ່​ເປັນ​ເຜົ່າ​ຊີເມໂອນ​ວ່າ, “ຈົ່ງ​ຂຶ້ນ​ມາ​ກັບ​ພວກເຮົາ, ແລ້ວ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ໄດ້​ຖືກ​ມອບ​ໄວ້​ໃຫ້​ພວກເຮົາ, ເພື່ອ​ຕໍ່ສູ້​ກັບ​ຊາວ​ການາອານ. ພວກເຮົາ​ຈະ​ໄປ​ກັບ​ພວກເຈົ້າ ເຂົ້າ​ໄປ​ໃນ​ດິນແດນ​ທີ່​ໄດ້​ຖືກ​ມອບ​ໄວ້​ໃຫ້​ພວກເຈົ້າ”. ດັ່ງນັ້ນ ຊາວ​ຊີເມໂອນ​ຈຶ່ງ​ໄດ້​ໄປ​ກັບ​ພວກເຂົາ.

ເມື່ອ​ຊາວຢູດາ​ເຂົ້າ​ໄປ​ໂຈມ​ຕີ, ພຣະເຈົ້າຢາເວ​ໄດ້​ມອບ​ຊາວ​ການາອານ ແລະ ຊາວ​ເປຣີຊີ​ໄວ້​ໃນ​ມື​ພວກເຂົາ, ພວກເຂົາ​ໄດ້​ຂ້າ​ຄົນ​ເຫລົ່ານັ້ນ​ສິບພັນ​ຄົນ​ທີ່​ເບເຊັກ. ພວກເຂົາ​ພົບ​ອາໂດນີເບເຊັກ​ຢູ່​ທີ່​ນັ້ນ ແລະ ໄດ້​ຕໍ່ສູ້​ເພິ່ນ, ຈົນ​ເຮັດ​ໃຫ້​ຊາວ​ການາອານ ແລະ ຊາວ​ເປຣີຊີ​ພ່າຍແພ້​ໄປ. ອາໂດນີເບເຊັກ​ໄດ້​ປົບໜີ​ໄປ, ແຕ່​ຊາວ​ຢູດາ​ໄລ່​ນໍາ ແລະ ຈັບ​ເພິ່ນ​ໄດ້ ແລ້ວ​ກໍ​ຕັດ​ໂປ້​ມື ແລະ ໂປ້​ຕີນ​ຂອງ​ເພິ່ນ.

ແລ້ວ​ອາໂດນີເບເຊັກ​ກໍ​ໄດ້​ເວົ້າ​ວ່າ “ມີ​ກະສັດ​ເຈັດສິບ​ຄົນ​ທີ່​ໂປ້ມື ແລະ ໂປ້ຕີນ​ຂອງ​ພວກເຂົາ​ຖືກ​ຕັດ​ອອກ ເຊິ່ງ​ໄດ້​ກິນ​ເສດ​ອາຫານ​ຢູ່​ກ້ອງ​ໂຕະ​ຂອງ​ຂ້ອຍ. ບັດນີ້ ພຣະເຈົ້າ​ໄດ້​ແກ້ແຄ້ນ​ໃນ​ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ຕໍ່​ພວກເຂົາ​ແລ້ວ”. ພວກເຂົາ​ຈຶ່ງ​ນຳ​ເອົາ​ເພິ່ນ​ໄປ​ທີ່​ເຢຣູຊາເລັມ ແລະ ເພິ່ນ​ໄດ້​ຕາຍ​ຢູ່​ທີ່​ນັ້ນ.

ຊາວ​ຢູດາ​ໄດ້​ໂຈມຕີ​ເຢຣູຊາເລັມ​ດ້ວຍ ແລະ ຢຶດ​ເມືອງ​ໄດ້. ພວກເຂົາ​ຂ້າ​ຊາວ​ເມືອງ​ນັ້ນ ແລະ​ຈູດ​ເມືອງ​ຖິ້ມ.

ຫລັງຈາກ​ນັ້ນ​ຊາວ​ຢູດາ​ລົງ​ໄປ​ຕໍ່ສູ້​ຊາວ​ການາອານ​ທີ່​ອາໄສ​ຢູ່​ໃນ​ເນີນພູ​ທີ່​ເນເກັບ ແລະ ແຖບ​ຮ່ອມພູ​ທາງ​ຕາເວັນ​ຕົກ. ພວກເຂົາ​ບຸກເຂົ້າ​ໄປ​ຕໍ່ສູ້​ຊາວ​ການາອານ​ທີ່​ອາໄສ​ຢູ່​ໃນ​ເຮັບໂຣນ (ແຕ່​ກ່ອນນັ້ນ​ເອີ້ນ​ວ່າ ກີຣິອາດ​ອາກບາ) ແລະ ໄດ້​ເອົາ​ຊະນະ​ຂອງ​ເຊຊາຍ, ອາຮີມານ ແລະ ຕານໄມ. ຫລັງຈາກ​ນັ້ນ ພວກເຂົາ​ບຸກ​ເຂົ້າ​ໂຈມ​ຕີ​ຊາວ​ເມືອງ​ເດບີ (ແຕ່​ກ່ອນນັ້ນ​ເອີ້ນ​ວ່າ​ກີຣິອາດ​ເຊເຟ).

ແລະ ກາເລັບ​ກໍ​ໄດ້​ເວົ້າ​ວ່າ “ຂ້າພະເຈົ້າ​ຈະ​ຍົກ​ອັກຊາ​ລູກສາວ​ຂອງ​ຂ້າພະເຈົ້າ​ໃຫ້​ແຕ່ງງານ​ກັບ​ຊາຍ​ຜູ້​ທີ່​ສາມາດ​ໂຈມຕີ ແລະ ຢຶດ​ເອົາ​ເມືອງ​ກີຣິອາດ​ເຊເຟ​ໄດ້​ສຳເລັດ”. ໂອດນີເອນ​ລູກຊາຍ​ຂອງ​ເກນາ, ເຊິ່ງ​ເປັນ​ນ້ອງຊາຍ​ຂອງ​ກາເລັບ ໄດ້​ເອົາ​ຊະນະ​ເມືອງ​ນັ້ນ​ສຳເລັດ, ດັ່ງນັ້ນ​ກາເລັບ​ຈຶ່ງ​ຍົກ​ນາງ​ອັກຊາ​ລູກສາວ​ຂອງ​ເພິ່ນ​ໃຫ້​ແຕ່ງງານ​ກັບ​ລາວ.

ມື້​ໜຶ່ງ ເມື່ອ​ນາງ​ມາ​ຫາ​ໂອດນີເອນ ນາງ​ໄດ້​ຮ້ອງຂໍ​ລາວ1​ໃຫ້​ຂໍ​ທີ່ດິນ​ຈາກ​ພໍ່​ຂອງ​ນາງ. ເມື່ອ​ນາງ​ລົງ​ຈາກ​ຫລັງ​ລໍ​ແລ້ວ ກາເລັບ​ຈຶ່ງ​ຖາມ​ນາງ​ວ່າ “ພໍ່​ຈະ​ຊ່ວຍ​ຫຍັງ​ເຈົ້າ​ໄດ້​ແດ່?”

ນາງ​ໄດ້​ຕອບ​ວ່າ “ຂໍ​ເມດຕາ​ລູກ​ເປັນ​ພິເສດ ເມື່ອ​ພໍ່​ໄດ້​ຍົກ​ທີ່​ດິນ​ໃນ​ເນເກັບ​ໃຫ້​ລູກ​ແລ້ວ ກໍ​ຂໍ​ກະລຸນາ​ຍົກ​ບໍ່ນ້ຳ​ນີ້​ໃຫ້​ລູກ​ດ້ວຍ”. ດັ່ງນັ້ນ ກາເລັບ​ຈຶ່ງ​ມອບ​ບໍ່ນ້ຳ​ດ້ານ​ເທິງ ແລະ ບໍ່ນ້ຳ​ດ້ານ​ລຸ່ມ​ໃຫ້​ນາງ.

ເຊື້ອສາຍ​ຂອງ​ພໍ່ເຖົ້າ​ໂມເຊ ຊາວ​ເກນິດ​ໄດ້​ອອກ​ຈາກ​ເມືອງ​ແຫ່ງ​ຕົ້ນປາມ ແລ້ວ​ກໍ​ໄປ​ກັບ​ປະຊາຊົນ​ຢູດາ​ມາ​ອາໄສ​ຢູ່​ກັບ​ຄົນ​ທີ່​ຢູ່​ໃນ​ຖິ່ນແຫ້ງແລ້ງ​ກັນດານ​ແຫ່ງ​ຢູດາ​ທີ່​ເນເກັບ​ໃກ້​ອາຣາດ.

ຫລັງ​ຈາກ​ນັ້ນ ຊາວ​ຢູດາ​ໄປ​ກັບ​ຊາວ​ຊີເມໂອນ​ທີ່​ເປັນ​ພີ່ນ້ອງ​ຊາວ​ອິດສະຣາເອນ ແລະ ໄດ້​ໂຈມ​ຕີ​ຊາວ​ການາອານ​ທີ່​ອາໄສ​ຢູ່​ທີ່​ເຊຟັດ ແລ້ວ​ພວກເຂົາ​ກໍ​ໄດ້​ທຳລາຍ2​ເມືອງ​ນັ້ນ​ຖິ້ມ​ທັງໝົດ. ດ້ວຍ​ເຫດນັ້ນ​ເມືອງ​ນັ້ນ​ຈຶ່ງ​ໄດ້​ຖືກ​ເອີ້ນ​ວ່າ​ໂຮມາ.3 ຊາວ​ຢູດາ​ຍັງ​ໄດ້​ຢຶດ​ເອົາ4​ກາຊາ, ເມືອງ​ອາຊະເກໂລນ ແລະ ເອັກໂຣນ ພ້ອມ​ທັງ​ເຂດແດນ​ທີ່​ຢູ່​ອ້ອມ​ເມືອງ​ເຫລົ່າ​ນັ້ນ​ດ້ວຍ.

ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ຊາວ​ຢູດາ ພວກເຂົາ​ຢຶດ​ຄອງ​ແຖບ​ເນີນພູ​ໄດ້ ແຕ່​ພວກເຂົາ​ບໍ່​ສາມາດ​ຂັບໄລ່​ຊາວ​ເມືອງ​ນັ້ນ​ອອກ​ໄປ​ຈາກ​ທົ່ງ​ຮາບພຽງ ເພາະ​ພວກ​ເຂົາ​ມີ​ລົດຮົບ​ເຫລັກ ເມືອງ​ເຮັບໂຣນ​ໄດ້​ມອບ​ໃຫ້​ກາເລັບ​ຕາມ​ທີ່​ໂມເຊ​ສັນຍາ​ໄວ້ ກາເລັບ​ຈຶ່ງ​ຂັບໄລ່​ລູກຊາຍ​ທັງ​ສາມ​ຄົນ​ຂອງ​ອານາກ​ອອກ​ໄປ​ຈາກ​ເມືອງ​ນີ້ ແຕ່​ຊາວ​ເບັນຢາມິນ​ບໍ່​ໄດ້​ຂັບໄລ່​ຊາວ​ເຢບຸດ​ທີ່​ອາໄສ​ຢູ່​ໃນ​ເຢຣູຊາເລັມ​ອອກໄປ; ຊາວ​ເຢບຸດ​ຍັງ​ຄົງ​ອາໄສ​ຢູ່​ທີ່​ນັ້ນ​ກັບ​ຊາວ​ເບັນຢາມິນ​ຈົນເຖິງ​ທຸກ​ວັນ​ນີ້.

ບັດນີ້ ເຜົ່າ​ໂຢເຊັບ​ໄດ້​ໂຈມ​ຕີ​ເບັດເອນ ແລະ ພຣະເຈົ້າຢາເວ​ຢູ່​ກັບ​ພວກເຂົາ. ເມື່ອ​ພວກເຂົາ​ໄດ້​ສົ່ງ​ຄົນ​ໄປ​ສອດແນມ​ເບິ່ງ​ເບັດເອນ (ແຕ່ກ່ອນ​ເອີ້ນ​ວ່າ ລູເຊ) ພວກນັກສືບ​ເຫັນ​ຊາຍ​ຄົນ​ໜຶ່ງ​ກຳລັງ​ອອກ​ມາ​ຈາກ​ເມືອງ ແລ້ວ​ພວກເຂົາ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ “ຈົ່ງ​ບອກ​ພວກເຮົາ​ແດ່​ວ່າ​ຈະ​ໄປ​ເຂົ້າ​ໃນ​ເມືອງ​ນັ້ນ​ຢ່າງໃດ ແລ້ວ​ພວກເຮົາ​ຈະ​ປະຕິບັດ​ຕໍ່​ເຈົ້າ​ເປັນ​ຢ່າງ​ດີ”. ດັ່ງນັ້ນ ຊາຍ​ຜູ້​ນັ້ນ​ຈຶ່ງ​ບອກ​ທາງ​ໃຫ້​ພວກເຂົາ ແລະ ພວກເຂົາ​ກໍ​ຂ້າ​ປະຊາຊົນ​ທີ່​ຢູ່​ເມືອງ​ນັ້ນ​ທັງໝົດ ແຕ່​ໄວ້​ຊີວິດ​ຊາຍ​ຜູ້​ນັ້ນ ແລະ ຄອບຄົວ​ຂອງ​ລາວ​ທັງໝົດ. ຕໍ່ມາ​ຊາຍ​ຜູ້​ນັ້ນ​ກໍ​ໄປ​ທີ່​ດິນແດນ​ຂອງ​ຊາວ​ຮິດຕີ, ຢູ່​ທີ່​ນັ້ນ ລາວ​ໄດ້​ສ້າງ​ເມືອງ​ໜຶ່ງ​ຂຶ້ນ ແລ້ວ​ກໍ​ເອີ້ນ​ເມືອງ​ນັ້ນ​ວ່າ ລູເຊ, ເຊິ່ງ​ຍັງ​ຄົງ​ເອີ້ນ​ກັນ​ຈົນ​ເຖິງ​ທຸກ​ວັນ​ນີ້.

ແຕ່​ເຜົ່າ​ມານາເຊ​ບໍ່​ໄດ້​ຂັບໄລ່​ຊາວ​ເມືອງ​ທີ່​ອາໄສ​ຢູ່​ໃນ​ເບັດ​ເຊອານ, ຕາອານັກ, ໂດເຣ, ອິບເລອາມ, ເມກິດໂດ ແລະ ພວກເຂົາ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ອ້ອມໆ ເພາະ​ຊາວ​ການາອານ​ຍັງ​ຢືນ​ການ​ທີ່​ຈະ​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ. ເມື່ອ​ອິດສະຣາເອນ​ເຂັ້ມແຂງ​ຂຶ້ນ, ພວກເຂົາ​ກໍ​ບັງຄັບ​ຊາວ​ການາອານ​ໃຫ້​ເຮັດວຽກ​ຢ່າງ​ໜັກ ແຕ່​ບໍ່​ເຄີຍ​ຂັບໄລ່​ພວກເຂົາ​ອອກ​ໄປ​ຈາກ​ດິນແດນ​ຈົນ​ໝົດ​ສິ້ນ. ເຜົ່າ​ເອຟຣາອິມ​ກໍ​ບໍ່​ໄດ້​ຂັບໄລ່​ຊາວ​ການາອານ​ທີ່​ອາໄສ​ຢູ່​ໃນ​ເກເຊ, ແຕ່​ຊາວ​ການາອານ​ຍັງ​ສືບຕໍ່​ອາໄສ​ຢູ່​ທ່າມກາງ​ພວກເຂົາ​ຢູ່ທີ່ນັ້ນ. ເຜົ່າ​ເຊບູໂລນ​ກໍ​ບໍ່​ໄດ້​ຂັບໄລ່​ຊາວ​ການາອານ​ທີ່​ອາໄສ​ຢູ່​ໃນ​ທ່າມກາງ​ພວກເຂົາ​ໃນ​ກິດໂຣນ ຫລື ນາຮາລານ, ແຕ່​ເກນ​ແຮງງານ​ຄົນ​ເຫລົ່ານັ້ນ. ເຜົ່າ​ອາເຊ​ກໍ​ບໍ່​ໄດ້​ຂັບໄລ່​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ອັກໂກ, ຊີໂດນ, ອາຮະລັບ, ອັກຊິບ, ເຮນບາ, ອາເຟັກ ແລະ ເຣໂຮບ. ຊາວອາເຊ​ໄດ້​ອາໄສ​ຢູ່​ທ່າມກາງ​ຊາວ​ການາອານ​ຄົນ​ພື້ນເມືອງ​ທີ່​ຢູ່​ໃນ​ດິນແດນ​ນັ້ນ ເພາະ​ຊາວອາເຊ​ບໍ່​ໄດ້​ຂັບໄລ່​ພວກເຂົາ​ອອກ​ໄປ. ເຜົ່າ​ເນັບທາລີ​ກໍ​ບໍ່​ໄດ້​ຂັບໄລ່​ປະຊາຊົນ​ທີ່​ອາໄສ​ຢູ່​ທີ່​ເບັດເຊເມດ ແລະ ເບັດ​ອານາດ​ອອກ​ໄປ; ແຕ່​ຊາວ​ເນັບທາລີ​ອາໄສ​ຢູ່​ທ່າມກາງ​ຊາວ​ການາອານ​ຄົນ​ພື້ນເມືອງ​ທີ່​ຢູ່​ໃນ​ດິນແດນ​ນັ້ນ​ເໝືອນກັນ, ແລະ ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ເບັດເຊເມດ ແລະ ເບັດ​ອານາດ​ໄດ້​ຖືກ​ບັງຄັບ​ໃຫ້​ເຮັດວຽກ​ຢ່າງໜັກ​ເພື່ອ​ພວກເຂົາ. ຊາວ​ອາໂມ​ໄດ້​ບັງຄັບ​ຊາວ​ດານ​ໃຫ້​ໄປ​ຢູ່​ໃນ​ແຖບ​ເນີນພູ, ແລະ ບໍ່​ຍອມ​ໃຫ້​ພວກເຂົາ​ລົງ​ມາ​ທີ່​ທົ່ງ​ຮາບພຽງ. ຊາວ​ອາໂມ​ຍັງ​ຕັ້ງໃຈ​ຈະ​ຢູ່​ທີ່​ພູເຂົາ​ເຮເຣດ, ໄອຢາໂລນ ແລະ ຊາອານບິມ, ແຕ່​ເມື່ອ​ເຜົ່າ​ໂຢເຊັບ​ມີ​ອໍານາດ​ເຂັ້ມແຂງ​ຂຶ້ນ, ກໍ​ໄດ້​ບັງຄັບ​ພວກເຂົາ​ເຮັດວຽກ​ຢ່າງໜັກ​ໃຫ້​ຕົນ. ເຂດແດນ​ຂອງ​ຊາວ​ອາໂມ​ເລີ່ມ​ຈາກ​ຊ່ອງແຄບ​ແມງງອດ​ໄປ​ຈົນ​ເຖິງ​ເສລາ ແລະ ກາຍ​ອອກ​ໄປ​ອີກ.

Source notes (4)
  1. Footnote ສະບັບ​ເຊັບຕູອາຈິນ​ວ່າ ພວກເຂົາ​ຢົວະ​ນາງ
  2. Footnote ຄ​ນີ້​ໃນ​ພາສາ​ເຮັບເຣີ​ໝາຍ​ເຖິງ​ສິ່ງ​ຂອງ ຫລື ບຸກ​ຄົນ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ​ແລ້ວ​ບໍ່​ສາມາດ​ເອີ້ນ​ຄືນ​ໄດ້ ຈະ​ຕ້ອງ​ທຳລາຍ​ໃຫ້​ໝົດ​ໄປ
  3. Footnote ແປ​ວ່າ ຄວາມ​ຈິບຫາຍ
  4. Footnote ສະບັບ ເຊັບຕູອາຈິນ ວ່າ ຢູດາ​ບໍ່​ໄດ້​ຢຶດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.