Skip to content
BibleKenya

Biblica® Open Lao Contemporary Version

ໂຢຊວຍ 23

ໂຢຊວຍ​ອຳ​ລາ​ບັນດາ​ຜູ້ນຳ

ຫລັງ​ຈາກ​ນີ້​ເປັນ​ເວລາ​ດົນ​ນານ ແລະ ພຣະເຈົ້າ​ຢາເວ​ໃຫ້​ອິດສະຣາເອນ​ໄດ້​ພັກ​ສະຫງົບ​ຈາກ​ສັດຕູ​ຂອງ​ພວກເຂົາ​ທີ່​ຢູ່​ອ້ອມ​ຂ້າງ​ຂອງ​ພວກເຂົາ, ເວລາ​ນັ້ນ​ໂຢຊວຍ​ກໍ​ເຖົ້າແກ່​ຫລາຍ​ແລ້ວ, ເພິ່ນ​ໄດ້​ເອີ້ນ​ອິດສະຣາເອນ​ທັງໝົດ​ມາ​ປະຊຸມ​ກັນ, ເຊິ່ງ​ມີ​ບັນດາ​ຜູ້ອາວຸໂສ, ຜູ້ນຳ, ຜູ້ພິພາກສາ ແລະ ເຈົ້າໜ້າທີ່ ແລ້ວ​ເພິ່ນ​ກໍ​ໄດ້​ກ່າວ​ກັບ​ຄົນ​ເຫລົ່ານັ້ນ​ວ່າ: “ຂ້າພະເຈົ້າ​ກໍ​ເຖົ້າແກ່​ຫລາຍ​ແລ້ວ. ພວກທ່ານ​ເອງ​ກໍ​ໄດ້​ເຫັນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ໄດ້​ເຮັດ​ເພື່ອ​ຊົນຊາດ​ທັງໝົດ​ເຫລົ່ານີ້​ເພື່ອ​ພວກທ່ານ; ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ນີ້​ແຫລະ ທີ່​ໄດ້​ຕໍ່ສູ້​ກັບ​ສັດຕູ​ເພື່ອ​ພວກທ່ານ. ຈົ່ງ​ຈື່ໄວ້​ວ່າ​ຂ້າພະເຈົ້າ​ໄດ້​ແບ່ງ​ດິນແດນ​ທັງ​ໝົດ​ຂອງ​ຊົນຊາດ​ຕ່າງໆ ເຊິ່ງ​ຍັງ​ບໍ່​ໄດ້​ຮົບ​ຊະນະ​ຄື​ກັບ​ດິນແດນ​ທີ່​ຂ້າພະເຈົ້າ​ໄດ້​ຮົບ​ຊະນະ​ແລ້ວ​ໃຫ້​ແກ່​ເຜົ່າ​ຕ່າງໆ​ຂອງ​ພວກທ່ານ ເພື່ອ​ເປັນ​ມໍລະດົກ ຄື​ດິນແດນ​ທັງໝົດ​ລະຫວ່າງ​ແມ່ນ້ຳ​ຈໍແດນ ແລະ ທະເລ​ເມດີແຕຣາເນ​ໃນ​ດ້ານ​ທິດ​ຕາເວັນ​ຕົກ. ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກທ່ານ ພຣະອົງ​ເອງ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ​ເພາະ​ເຫັນ​ແກ່​ພວກທ່ານ. ພຣະອົງ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ​ໃຫ້​ພົ້ນ​ຈາກ​ທາງ​ຂອງ​ພວກທ່ານ ແລະ ພວກທ່ານ​ຈະ​ຢຶດ​ຄອງ​ດິນແດນ​ຂອງ​ພວກເຂົາ ຕາມ​ທີ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ໄດ້​ສັນຍາ​ກັບ​ພວກທ່ານ.

“ຈົ່ງ​ເຂັ້ມແຂງ ແລະ ເອົາໃຈໃສ່​ເຊື່ອຟັງ​ທຸກສິ່ງ​ທີ່​ໄດ້​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ຂອງ​ໂມເຊ ໂດຍ​ບໍ່​ຫັນ​ໄປ​ທາງ​ຊ້າຍ ຫລື ທາງ​ຂວາ. ຢ່າ​ຄົບ​ຫາ​ກັບ​ຊົນຊາດ​ເຫລົ່ານີ້​ທີ່​ຍັງ​ເຫລືອ​ຢູ່​ໃນ​ທ່າມກາງ​ພວກທ່ານ; ຢ່າ​ເອີ້ນ​ຊື່​ພະ​ຂອງ​ພວກເຂົາ ຫລື ສາບານ​ໂດຍ​ອ້າງ​ຊື່​ພະ​ທັງຫລາຍ​ຂອງ​ພວກເຂົາ. ພວກທ່ານ​ຕ້ອງ​ບໍ່​ຮັບໃຊ້​ພະ​ເຫລົ່ານັ້ນ ຫລື ຂາບໄຫວ້​ພະ​ເຫລົ່ານັ້ນ. ແຕ່​ຈົ່ງ​ຢຶດໝັ້ນ​ໃນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກທ່ານ ດັ່ງ​ທີ່​ພວກທ່ານ​ເຮັດ​ຢູ່​ມາ​ຈົນ​ເຖິງ​ປັດຈຸບັນ​ນີ້.

“ພຣະເຈົ້າ​ຢາເວ​ໄດ້​ຂັບໄລ່​ຊົນຊາດ​ຕ່າງໆ​ທີ່​ຍິ່ງໃຫຍ່ ແລະ ເຂັ້ມແຂງ​ອອກ​ໄປ​ຕໍ່ໜ້າ​ພວກທ່ານ ແລະ ບໍ່​ມີ​ຜູ້ໃດ​ສາມາດ​ຕ້ານ​ທານ​ພວກທ່ານ​ໄດ້​ຈົນ​ມາ​ເຖິງ​ທຸກ​ວັນ​ນີ້. ໜຶ່ງ​ຄົນ​ໃນ​ພວກທ່ານ​ສາມາດ​ໄລ່​ໂຈມຕີ​ສັດຕູ​ເປັນ​ພັນ ເພາະ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ໄດ້​ຕໍ່ສູ້​ເພື່ອ​ພວກທ່ານ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ດັ່ງນັ້ນ ຈົ່ງ​ເອົາໃຈໃສ່​ທີ່​ຈະ​ຮັກ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກທ່ານ.

“ແຕ່​ຖ້າ​ພວກທ່ານ​ຫັນ​ໜີ ແລະ ໄປ​ຜູກ​ມິດ​ກັບ​ຊົນຊາດ​ເຫລົ່ານີ້​ທີ່​ຍັງ​ຄົງ​ຫລົງ​ເຫລືອ​ຢູ່​ໃນ​ທ່າມກາງ​ພວກທ່ານ ຖ້າ​ພວກທ່ານ​ແຕ່ງງານ​ກັບ​ພວກເຂົາ ຫລື ຄົບ​ຫາ​ກັບ​ພວກເຂົາ, ແລ້ວ​ພວກທ່ານ​ກໍ​ຈົ່ງ​ຮູ້​ວ່າ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ຈະ​ບໍ່​ຂັບໄລ່​ຊົນຊາດ​ເຫລົ່ານັ້ນ​ອອກ​ໄປ​ໃຫ້​ພົ້ນ​ຈາກ​ພວກທ່ານ. ແຕ່​ກົງ​ກັນ​ຂ້າມ ພວກເຂົາ​ຈະ​ກາຍ​ເປັນ​ບ້ວງ​ແຮ້ວ ແລະ ກັບ​ດັກ​ລໍ້​ພວກທ່ານ, ເປັນ​ໄມ້ແສ້​ທີ່​ຕີ​ຫລັງ​ຂອງ​ພວກທ່ານ, ເປັນ​ສ້ຽນ​ໜາມ​ທີ່​ຢູ່​ໃນ​ຕາ​ຂອງ​ພວກທ່ານ ຈົນ​ກວ່າ​ພວກທ່ານ​ຈະ​ພິນາດ​ຈິບຫາຍ​ໄປ​ຈາກ​ດິນແດນ​ອັນ​ອຸດົມ​ສົມບູນ​ນີ້ ເຊິ່ງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ໄດ້​ມອບ​ໃຫ້​ພວກທ່ານ.

“ອີກ​ບໍ່​ດົນ ຂ້າພະເຈົ້າ​ກໍ​ຈະ​ຕາຍ​ໄປ​ເໝືອນ​ຄົນ​ອື່ນໆ. ພວກທ່ານ​ກໍ​ຮູ້​ດ້ວຍ​ສຸດ​ຈິດ​ສຸດ​ໃຈ​ແລ້ວ​ວ່າ​ຄຳສັນຍາ​ອັນ​ປະເສີດ​ທີ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ໄດ້​ໃຫ້​ໄວ້​ກັບ​ພວກທ່ານ​ນັ້ນ ລ້ວນ​ແຕ່​ເປັນ​ຈິງ ບໍ່​ມີ​ຂາດ​ຕົກ​ບົກຜ່ອງ​ແມ່ນ​ແຕ່​ຂໍ້​ດຽວ. ແຕ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ໄດ້​ໃຫ້​ສິ່ງ​ດີ​ງາມ​ທັງໝົດ ເຊິ່ງ​ໄດ້​ສັນຍາ​ໄວ້​ກັບ​ພວກທ່ານ​ແລ້ວ​ຢ່າງ​ໃດ ພຣະເຈົ້າ​ຢາເວ​ກໍ​ຈະ​ນຳ​ສິ່ງ​ຊົ່ວຮ້າຍ​ທັງຫລາຍ​ທີ່​ກ່າວ​ໄວ້​ນັ້ນ​ມາ​ຕົກ​ໃສ່​ພວກທ່ານ​ຢ່າງ​ນັ້ນ ຈົນ​ກວ່າ​ພຣະອົງ​ຈະ​ທຳລາຍ​ພວກທ່ານ​ໃຫ້​ພົ້ນ​ຈາກ​ດິນແດນ​ອັນ​ອຸດົມ​ສົມບູນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ພວກທ່ານ. ຖ້າ​ພວກທ່ານ​ລະເມີດ​ຄຳໝັ້ນສັນຍາ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກທ່ານ ເຊິ່ງ​ໄດ້​ສັ່ງ​ພວກທ່ານ​ໄວ້, ແລ້ວ​ຫັນ​ໄປ​ຮັບໃຊ້​ພະ​ອື່ນ ແລະ ຂາບ​ລົງ​ໄຫວ້​ພະ​ເຫລົ່ານັ້ນ, ຄວາມ​ໃຈຮ້າຍ​ຂອງ​ພຣະເຈົ້າ​ຢາເວ ກໍ​ຈະ​ເຜົາ​ໄໝ້​ພວກທ່ານ ແລະ ພວກທ່ານ​ກໍ​ຈະ​ພິນາດ​ຈິບຫາຍ​ໄປ​ຈາກ​ດິນແດນ​ອັນ​ອຸດົມ​ສົມບູນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພວກທ່ານ​ນີ້​ຢ່າງ​ວ່ອງໄວ”.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.