Skip to content
BibleKenya

Biblica® Open Lao Contemporary Version

ໂຢຊວຍ 22

ເຜົ່າ​ທາງ​ດ້ານ​ຕາເວັນ​ອອກ​ກັບ​ບ້ານ

ຫລັງ​ຈາກ​ນັ້ນ ໂຢຊວຍ​ກໍ​ໄດ້​ເອີ້ນ​ຊຸມນຸມ​ເຜົ່າ​ຣູເບັນ, ກາດ ແລະ ມານາເຊ​ເຄິ່ງ​ເຜົ່າ ແລະ ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ: “ພວກທ່ານ​ໄດ້​ເຮັດ​ທຸກສິ່ງ​ຕາມ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໄວ້ ແລະ ເຊື່ອຟັງ​ຄຳສັ່ງ​ຂອງ​ຂ້າພະເຈົ້າ ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ໄວ້​ທຸກ​ຢ່າງ. ພວກທ່ານ​ບໍ່​ໄດ້​ປະຖິ້ມ​ພີ່ນ້ອງ​ຂອງ​ພວກທ່ານ ແຕ່​ໄດ້​ປະຕິບັດ​ໜ້າທີ່ ເຊິ່ງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ໄດ້​ມອບ​ໝາຍ​ໃຫ້​ພວກທ່ານ ເປັນ​ເວລາ​ດົນນານ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້. ບັດນີ້ ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ໄດ້​ມອບ​ຄວາມ​ສະຫງົບສຸກ​ໃຫ້​ແກ່​ພີ່ນ້ອງ​ຂອງ​ພວກທ່ານ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ດັ່ງນັ້ນ ຈົ່ງ​ກັບ​ຄືນ​ໄປ​ຍັງ​ບ້ານ​ຂອງ​ພວກທ່ານ ທີ່​ຢູ່​ໃນ​ດິນແດນ​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳ​ຈໍແດນ ເຊິ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມອບ​ໃຫ້​ພວກທ່ານ​ແລ້ວ. ແຕ່​ຈົ່ງ​ຕັ້ງ​ໃຈ​ປະຕິບັດ​ຕາມ​ກົດບັນຍັດ ແລະ ກົດເກນ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມອບ​ໄວ້​ກັບ​ພວກທ່ານ ຄື​ຈົ່ງ​ຮັກ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກທ່ານ, ຈົ່ງ​ດຳເນີນ​ຊີວິດ​ດ້ວຍ​ການ​ເຊື່ອຟັງ​ພຣະອົງ, ຈົ່ງ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ, ຈົ່ງ​ຢຶດໝັ້ນ​ໃນ​ພຣະອົງ ແລະ ຮັບໃຊ້​ພຣະອົງ​ດ້ວຍ​ສຸດ​ໃຈ ແລະ ດ້ວຍ​ສຸດ​ຈິດ​ວິນຍານ​ຂອງ​ພວກທ່ານ”.

ດັ່ງນັ້ນ ໂຢຊວຍ​ຈຶ່ງ​ໄດ້​ອວຍພອນ​ພວກເຂົາ ແລະ ສົ່ງ​ພວກເຂົາ​ກັບ​ໄປ ແລະ ພວກເຂົາ​ກໍ​ໄດ້​ໄປ​ທີ່​ເຮືອນ​ຂອງ​ພວກເຂົາ. (ໂມເຊ​ໄດ້​ມອບ​ດິນແດນ​ທີ່​ຢູ່​ໃນ​ບາຊານ​ໃຫ້​ແກ່​ເຜົ່າ​ມານາເຊ​ເຄິ່ງ​ເຜົ່າ ແລະ ສ່ວນ​ອີກ​ເຄິ່ງ​ເຜົ່າ​ນັ້ນ ໂຢຊວຍ​ໄດ້​ມອບ​ດິນແດນ​ທີ່​ຢູ່​ທາງ​ຟາກ​ທິດ​ຕາເວັນ​ຕົກ​ຂອງ​ແມ່ນ້ຳ​ຈໍແດນ​ໃຫ້​ພວກເຂົາ​ຄອບຄອງ​ຮ່ວມ​ກັບ​ພີ່ນ້ອງ​ຂອງ​ພວກເຂົາ​ທີ່​ເປັນ​ຊາວ​ອິດສະຣາເອນ). ເມື່ອ​ເວລາ​ທີ່​ໂຢຊວຍ​ສົ່ງ​ພວກເຂົາ​ກັບ​ບ້ານ​ນັ້ນ ເພິ່ນ​ກໍ​ໄດ້​ອວຍພອນ​ພວກເຂົາ, ພ້ອມ​ທັງ​ໄດ້​ເວົ້າ​ວ່າ: “ຈົ່ງ​ກັບ​ໄປ​ເຮືອນ​ຂອງ​ພວກທ່ານ​ພ້ອມ​ກັບ​ຊັບສົມບັດ​ອັນ​ຫລວງຫລາຍ​ຂອງ​ພວກທ່ານ, ພ້ອມ​ທັງ​ຝູງ​ສັດລ້ຽງ​ຂະໜາດ​ໃຫຍ່, ພ້ອມ​ດ້ວຍ​ເງິນ, ຄຳ, ທອງສຳລິດ ແລະ ເຫລັກ, ພ້ອມ​ທັງ​ເຄື່ອງນຸ່ງ​ຈຳນວນ​ຫລວງຫລາຍ ແລະ ຈົ່ງ​ແບ່ງ​ຊັບສົມບັດ​ທີ່​ຢຶດ​ມາ​ຈາກ​ສັດຕູ​ຂອງ​ພວກທ່ານ​ໃຫ້​ແກ່​ພີ່ນ້ອງ​ຂອງ​ພວກທ່ານ​ທີ່​ເປັນ​ຊາວ​ອິດສະຣາເອນ”.

ດັ່ງນັ້ນ ບັນດາ​ຄົນ​ເຜົ່າ​ຣູເບັນ, ກາດ ແລະ ມານາເຊ​ເຄິ່ງ​ເຜົ່າ​ຈຶ່ງ​ໄດ້​ໄປ​ຈາກ​ຊາວ​ອິດສະຣາເອນ​ຢູ່​ທີ່​ຊີໂລ​ໃນ​ການາອານ ເພື່ອ​ກັບ​ຄືນ​ສູ່​ກີເລອາດ, ດິນແດນ​ຂອງ​ຕົນ, ເຊິ່ງ​ໄດ້​ມາ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ຜ່ານ​ທາງ​ໂມເຊ.

ເມື່ອ​ພວກເຂົາ​ໄດ້​ມາ​ເຖິງ​ເກລີໂລດ ທີ່​ຢູ່​ໃກ້​ກັບ​ແມ່ນ້ຳ​ຈໍແດນ​ໃນ​ແຜ່ນດິນ​ການາອານ, ຊົນ​ເຜົ່າ​ຣູເບັນ, ກາດ ແລະ ມານາເຊ​ເຄິ່ງເຜົ່າ​ໄດ້​ສ້າງ​ແທ່ນບູຊາ​ຂະໜາດ​ໃຫຍ່​ຂຶ້ນ​ຢູ່​ໃກ້​ແມ່ນ້ຳ​ຈໍແດນ​ນັ້ນ. ແລ້ວ​ເມື່ອ​ຊາວ​ອິດສະຣາເອນ​ໄດ້​ຍິນ​ວ່າ​ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ​ຢູ່​ທີ່​ເກລີໂລດ ຊາຍແດນ​ການາອານ ເຊິ່ງ​ຢູ່​ໃກ້​ກັບ​ແມ່ນ້ຳ​ຈໍແດນ​ໃນ​ເຂດແດນ​ອິດສະຣາເອນ, ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍ​ມາ​ຊຸມນຸມ​ກັນ​ຢູ່​ທີ່​ຊີໂລ ເພື່ອ​ຕຽມ​ໄປ​ສູ້ຮົບ​ກັບ​ພວກເຂົາ.

ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ສົ່ງ​ຟີເນຮາ ລູກຊາຍ​ຂອງ​ປະໂລຫິດ​ເອເລອາຊາ​ໄປ​ທີ່​ດິນແດນ​ກີເລອາດ ເພື່ອ​ພົບ​ເຜົ່າ​ຣູເບັນ, ກາດ ແລະ ມານາເຊ​ເຄິ່ງ​ເຜົ່າ​ນັ້ນ. ພວກເຂົາ​ໄດ້​ສົ່ງ​ຜູ້ນຳ​ສິບ​ຄົນ​ໄປ​ກັບ​ລາວ, ໜຶ່ງ​ຄົນ​ຈາກ​ແຕ່​ລະ​ເຜົ່າ​ຂອງ​ອິດສະຣາເອນ ແຕ່ລະຄົນ​ເປັນ​ຫົວໜ້າ​ຄອບຄົວ​ຈາກ​ຕະກຸນ​ຕ່າງໆ​ຂອງ​ຊາວ​ອິດສະຣາເອນ.

ເມື່ອ​ພວກເຂົາ​ມາ​ເຖິງ​ກີເລອາດ​ແລ້ວ ພວກເຂົາ​ກໍ​ໄດ້​ເວົ້າ​ກັບ​ເຜົ່າ​ຣູເບັນ, ກາດ ແລະ ເຜົ່າ​ມານາເຊ​ເຄິ່ງ​ເຜົ່າ​ນັ້ນ​ວ່າ: “ຊຸມນຸມ​ປະຊາຊົນ​ທັງໝົດ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ວ່າ ‘ພວກທ່ານ​ທໍລະຍົດ​ຕໍ່​ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ຢ່າງ​ນີ້​ໄດ້​ແນວໃດ? ພວກທ່ານ​ຈະ​ຫັນ​ໜີ​ຈາກ​ພຣະເຈົ້າ​ຢາເວ ແລະ ສ້າງ​ແທ່ນບູຊາ​ຂອງ​ຕົນ​ເອງ​ເພື່ອ​ເປັນ​ການ​ກະບົດ​ຕໍ່​ພຣະອົງ​ໄດ້​ແນວໃດ? ຄວາມ​ບາບ​ຂອງ​ເປອໍ​ຍັງ​ບໍ່​ພຽງ​ພໍ​ສຳລັບ​ພວກເຮົາ​ບໍ? ເຊິ່ງ​ຈົນ​ເຖິງ​ເວລາ​ນີ້ ພວກເຮົາ​ກໍ​ຍັງ​ບໍ່​ໄດ້​ຊຳລະ​ຕົນ​ເອງ​ໃຫ້​ພົ້ນ​ຈາກ​ຄວາມ​ບາບ​ນັ້ນ, ເຖິງ​ແມ່ນ​ວ່າ​ໄພພິບັດ​ໄດ້​ຕົກ​ໃສ່​ຊຸມຊົນ​ຂອງ​ພຣະເຈົ້າ​ຢາເວ! ແລະ ບັດນີ້ ພວກທ່ານ​ກໍ​ກຳລັງ​ຫັນ​ໜີ​ຈາກ​ພຣະເຈົ້າ​ຢາເວ​ອີກ​ບໍ?

“ ‘ຖ້າ​ພວກທ່ານ​ກະບົດ​ຕໍ່​ພຣະເຈົ້າ​ຢາເວ​ໃນ​ວັນ​ນີ້, ມື້​ອື່ນ​ພຣະອົງ​ກໍ​ຈະ​ໃຈຮ້າຍ​ໃຫ້​ຊຸມຊົນ​ຊາວ​ອິດສະຣາເອນ​ທັງໝົດ. ຖ້າ​ແຜ່ນດິນ​ທີ່​ທ່ານ​ຄອບຄອງ​ຢູ່​ນັ້ນ​ເປັນ​ມົນທິນ, ກໍ​ຈົ່ງ​ຂ້າມ​ມາ​ຍັງ​ດິນແດນ​ຂອງ​ພຣະເຈົ້າ​ຢາເວ ບ່ອນ​ທີ່​ຫໍເຕັນ​ຂອງ​ພຣະເຈົ້າ​ຢາເວ​ຕັ້ງ​ຢູ່ ແລະ ມາ​ແບ່ງ​ປັນ​ດິນແດນ​ກັບ​ພວກເຮົາ ແຕ່​ຢ່າ​ໄດ້​ກະບົດ​ຕໍ່​ພຣະເຈົ້າ​ຢາເວ ຫລື ຕໍ່​ພວກເຮົາ​ໂດຍ​ສ້າງ​ແທ່ນບູຊາ​ຂອງ​ຕົນ​ເອງ ນອກ​ຈາກ​ແທ່ນບູຊາ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ເມື່ອ​ອາການ ລູກຊາຍ​ຂອງ​ເຊຣາ​ບໍ່ສັດຊື່​ໃນ​ເລື່ອງ​ຂອງ​ທີ່​ຕ້ອງ​ອຸທິດ​ຖວາຍ,1 ຄວາມ​ໂກດຮ້າຍ​ຈຶ່ງ​ມາ​ຕົກ​ໃສ່​ຊຸມຊົນ​ຊາວ​ອິດສະຣາເອນ​ທັງໝົດ​ບໍ່​ແມ່ນ​ບໍ? ບໍ່​ແມ່ນ​ລາວ​ຄົນ​ດຽວ​ທີ່​ຕາຍ​ໄປ​ເພາະ​ຄວາມ​ບາບ​ນັ້ນ’ ”.

ແລ້ວ​ເຜົ່າ​ຣູເບັນ, ກາດ ແລະ ມານາເຊ​ເຄິ່ງ​ເຜົ່າ​ຈຶ່ງ​ໄດ້​ຕອບ​ບັນດາ​ຫົວໜ້າ​ຕະກຸນ​ຂອງ​ອິດສະຣາເອນ​ວ່າ: “ພຣະເຈົ້າ​ຢາເວ, ພຣະເຈົ້າ, ອົງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່! ພຣະເຈົ້າ​ຢາເວ, ພຣະເຈົ້າ, ອົງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່! ພຣະອົງ​ຮູ້! ແລະ ອິດສະຣາເອນ​ຈົ່ງ​ຮູ້​ໄວ້! ຖ້າ​ນີ້​ເປັນ​ການ​ກະບົດ ຫລື ບໍ່​ເຊື່ອຟັງ​ພຣະເຈົ້າ​ຢາເວ, ວັນ​ນີ້​ກໍ​ຢ່າ​ໄວ້​ຊີວິດ​ພວກເຮົາ​ເລີຍ. ຖ້າ​ພວກເຮົາ​ສ້າງ​ແທ່ນບູຊາ​ຂອງ​ພວກເຮົາ​ເອງ ເພື່ອ​ຫັນ​ໄປ​ຈາກ​ພຣະເຈົ້າ​ຢາເວ ແລະ ຖວາຍ​ເຄື່ອງເຜົາບູຊາ, ເຄື່ອງ​ເມັດພືດ​ບູຊາ ຫລື ເຄື່ອງ​ສາມັກຄີທຳ​ບູຊາ​ຢູ່​ເທິງ​ແທ່ນ, ກໍ​ຂໍ​ໃຫ້​ພຣະເຈົ້າ​ຢາເວ​ເອີ້ນ​ພວກເຮົາ​ໄປ​ຈັດການ.

“ບໍ່​ແມ່ນ​ເລີຍ! ພວກເຮົາ​ໄດ້​ສ້າງ​ແທ່ນ​ນີ້​ຂຶ້ນ​ມາ ກໍ​ເພາະ​ພວກເຮົາ​ຢ້ານ​ວ່າ​ໃນ​ອະນາຄົດ​ລູກ​ຫລານ​ຂອງ​ພວກທ່ານ​ອາດ​ຈະ​ກ່າວ​ກັບ​ລູກ​ຫລານ​ຂອງ​ພວກເຮົາ​ວ່າ, ‘ພວກທ່ານ​ມີ​ສິດ​ອັນໃດ​ໃນ​ການ​ນະມັດສະການ​ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ? ພຣະເຈົ້າ​ຢາເວ​ໄດ້​ຕັ້ງ​ແມ່ນ້ຳ​ຈໍແດນ​ໃຫ້​ເປັນ​ຊາຍແດນ​ກັ້ນ​ລະຫວ່າງ​ພວກເຮົາ​ກັບ​ພວກທ່ານ ຄື​ພວກທ່ານ​ທີ່​ເປັນ​ຄົນ​ຣູເບັນ ແລະ ກາດ! ບໍ່​ມີ​ສິດ​ບໍ່​ມີ​ສ່ວນ​ອັນໃດ​ໃນ​ພຣະເຈົ້າ​ຢາເວ’. ແລ້ວ​ລູກ​ຫລານ​ຂອງ​ພວກທ່ານ​ຈະ​ເຮັດ​ໃຫ້​ລູກ​ຫລານ​ຂອງ​ພວກເຮົາ​ເຊົາ​ຢຳເກງ​ພຣະເຈົ້າ​ຢາເວ.

“ດ້ວຍ​ເຫດ​ນີ້ ພວກເຮົາ​ຈຶ່ງ​ໄດ້​ເວົ້າ​ວ່າ, ‘ໃຫ້​ພວກເຮົາ​ຕຽມ​ພ້ອມ ແລະ ສ້າງ​ແທ່ນບູຊາ​ຂຶ້ນ ແຕ່​ບໍ່​ແມ່ນ​ສຳລັບ​ຖວາຍ​ເຄື່ອງເຜົາບູຊາ ຫລື ເຄື່ອງບູຊາ​ຕ່າງໆ’. ແຕ່​ກົງກັນຂ້າມ, ແທ່ນ​ນີ້​ຈະ​ເປັນ​ພະຍານ​ລະຫວ່າງ​ພວກເຮົາ​ກັບ​ພວກທ່ານ ແລະ ຄົນ​ລຸ້ນ​ຕໍ່ໆ​ໄປ​ວ່າ​ພວກເຮົາ​ຈະ​ນະມັດສະການ​ພຣະເຈົ້າ​ຢາເວ ດ້ວຍ​ເຄື່ອງເຜົາ​ບູຊາ, ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ ແລະ ເຄື່ອງຖວາຍ​ຕ່າງໆ​ຂອງ​ພວກເຮົາ ຢູ່​ທີ່​ສະຖານ​ນະມັດສະການ​ຂອງ​ພຣະອົງ. ແລ້ວ​ໃນ​ອະນາຄົດ​ລູກ​ຫລານ​ຂອງ​ພວກທ່ານ​ກໍ​ບໍ່​ອາດ​ເວົ້າ​ກັບ​ລູກ​ຫລານ​ຂອງ​ພວກເຮົາ​ວ່າ ‘ພວກທ່ານ​ບໍ່​ມີ​ສິດ​ບໍ່​ມີ​ສ່ວນ​ອັນໃດ​ໃນ​ພຣະເຈົ້າ​ຢາເວ’.

“ແລະ ພວກເຮົາ​ໄດ້​ເວົ້າ​ວ່າ, ‘ຖ້າ​ພວກເຂົາ​ກ່າວ​ເຊັ່ນ​ນີ້​ກັບ​ພວກເຮົາ ຫລື ລູກ​ຫລານ​ຂອງ​ພວກເຮົາ, ພວກເຮົາ​ກໍ​ຈະ​ຕອບ​ວ່າ: ເບິ່ງ​ແທ່ນບູຊາ​ຈຳລອງ​ຂອງ​ພຣະເຈົ້າ​ຢາເວ ເຊິ່ງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ສ້າງ​ຂຶ້ນ​ແມ, ບໍ່​ແມ່ນ​ສຳລັບ​ຖວາຍ​ເຄື່ອງບູຊາ ຫລື ເຄື່ອງເຜົາບູຊາ ແຕ່​ເປັນ​ພະຍານ​ລະຫວ່າງ​ພວກເຮົາ​ກັບ​ພວກທ່ານ’.

“ຂໍ​ໃຫ້​ການ​ນັ້ນ​ໄປ​ຫ່າງ​ໄກ​ຈາກ​ພວກເຮົາ ໃນ​ວັນ​ນີ້​ພວກເຮົາ​ຈະ​ບໍ່​ກະບົດ​ຕໍ່​ພຣະເຈົ້າ​ຢາເວ ຫລື ຫັນ​ໄປ​ຈາກ​ພຣະອົງ ໂດຍ​ສ້າງ​ແທ່ນບູຊາ​ສຳລັບ​ເຄື່ອງເຜົາບູຊາ, ເມັດພືດ​ບູຊາ ຫລື ເຄື່ອງບູຊາ​ຕ່າງໆ ແທນ​ທີ່​ແທ່ນບູຊາ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ທີ່​ຕັ້ງ​ຢູ່​ໜ້າ​ຫໍເຕັນ​ຂອງ​ພຣະອົງ”.

ເມື່ອ​ປະໂລຫິດ​ຟີເນຮາ ແລະ ບັນດາ​ຜູ້ນຳ​ຂອງ​ຊຸມຊົນ ເຊິ່ງ​ເປັນ​ຫົວໜ້າ​ຕະກຸນ​ຕ່າງໆ​ຂອງ​ຊົນຊາດ​ອິດສະຣາເອນ​ໄດ້​ຍິນ​ຄຳ​ກ່າວ​ຈາກ​ເຜົ່າ​ຣູເບັນ, ກາດ ແລະ ມານາເຊ​ເຊັ່ນ​ນີ້​ແລ້ວ ພວກເຂົາ​ກໍ​ພໍໃຈ. ປະໂລຫິດ​ຟີເນຮາ ລູກຊາຍ​ຂອງ​ເອເລອາຊາ​ໄດ້​ເວົ້າ​ກັບ​ເຜົ່າ​ຣູເບັນ, ກາດ ແລະ ມານາເຊ​ວ່າ, “ວັນ​ນີ້ ພວກເຮົາ​ຮູ້​ແລ້ວ​ວ່າ​ພຣະເຈົ້າ​ຢາເວ​ຢູ່​ກັບ​ພວກເຮົາ ເພາະວ່າ​ພວກທ່ານ​ບໍ່​ໄດ້​ເຮັດ​ຜິດ​ຕໍ່​ພຣະເຈົ້າ​ຢາເວ​ໃນ​ເລື່ອງ​ນີ້ ບັດນີ້ ພວກທ່ານ​ໄດ້​ຊ່ວຍ​ຊົນຊາດ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພຣະເຈົ້າ​ຢາເວ”.

ແລ້ວ​ປະໂລຫິດ​ຟີເນຮາ ລູກຊາຍ​ຂອງ​ເອເລອາຊາ ແລະ ບັນດາ​ຜູ້ນຳ​ຈຶ່ງ​ກັບ​ຈາກ​ການ​ພົບ​ກັບ​ຊົນ​ເຜົ່າ​ຣູເບັນ ແລະ ກາດ​ໃນ​ກີເລອາດ ມາ​ທີ່​ການາອານ ແລະ ໄດ້​ລາຍງານ​ຕໍ່​ຊົນຊາດ​ອິດສະຣາເອນ. ພວກເຂົາ​ພາ​ກັນ​ດີ​ໃຈ​ທີ່​ໄດ້​ຟັງ​ເລື່ອງ​ລາວ ແລະ ສັນລະເສີນ​ພຣະເຈົ້າ. ແລ້ວ​ຊາວ​ອິດສະຣາເອນ​ກໍ​ບໍ່​ໄດ້​ເວົ້າ​ກັນ​ເຖິງ​ເລື່ອງ​ຈະ​ໄປ​ສູ້ຮົບ​ກັບ​ພວກເຂົາ ເພື່ອ​ທຳລາຍ​ດິນແດນ​ທີ່​ເຜົ່າ​ຣູເບັນ ແລະ ກາດ​ອາໄສ​ຢູ່​ນັ້ນ​ອີກ.

ຊົນ​ເຜົ່າ​ຣູເບັນ ແລະ ກາດ​ໄດ້​ຕັ້ງ​ຊື່​ແທ່ນ​ນັ້ນ​ວ່າ, “ພະຍານ​ລະຫວ່າງ​ພວກເຮົາ​ວ່າ​ພຣະເຈົ້າ​ຢາເວ​ເປັນ​ພຣະເຈົ້າ”.

Source notes (1)
  1. Footnote ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ໝາຍ​ເຖິງ​ສິ່ງ​ຂອງ ຫລື ບຸກ​ຄົນ​ທີ່​ຖວາຍ​ແດ່​ພຣະເຈົ້າ​ຢາເວ​ແລ້ວ​ບໍ່​ສາມາດ​ເອີ້ນ​ຄືນ​ໄດ້ ຈະ​ຕ້ອງ​ທຳລາຍ​ໃຫ້​ໝົດ​ສິ້ນ​ໄປ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.