Skip to content
BibleKenya

Biblica® Open Lao Contemporary Version

ໂຢຊວຍ 21

ເມືອງ​ສຳລັບ​ເຜົ່າ​ເລວີ

(1ຂຄ 6:54-80)

ບັນດາ​ຫົວໜ້າ​ຄອບຄົວ​ຂອງ​ເຜົ່າ​ເລວີ​ໄດ້​ມາ​ຫາລື​ກັບ​ປະໂລຫິດ​ເອເລອາຊາ, ໂຢຊວຍ ລູກຊາຍ​ຂອງ​ນູນ ແລະ ບັນດາ​ຫົວໜ້າ​ຄອບຄົວ​ຂອງ​ເຜົ່າ​ອື່ນໆ​ຂອງ​ອິດສະຣາເອນ ທີ່​ຊີໂລ​ໃນ​ການາອານ ແລະ ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ “ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ​ໃຫ້​ມອບ​ເມືອງ​ຕ່າງໆ​ໃຫ້​ແກ່​ພວກຂ້ານ້ອຍ ເພື່ອ​ເປັນ​ບ່ອນ​ອາໄສ ພ້ອມ​ກັບ​ທົ່ງຫຍ້າ​ສຳລັບ​ສັດລ້ຽງ​ຂອງ​ພວກຂ້ານ້ອຍ”.

ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ມອບ​ເມືອງ​ຕ່າງໆ ແລະ ທົ່ງຫຍ້າ​ໃນ​ເຂດ​ທີ່​ເປັນ​ກຳມະສິດ​ຂອງ​ຕົນ​ໃຫ້​ແກ່​ເຜົ່າ​ເລວີ ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໄວ້.

ຈັບ​ສະຫລາກ​ຄັ້ງ​ທຳອິດ​ແມ່ນ​ໄດ້​ແກ່​ຕະກຸນ​ໂກຮາດ, ຕາມ​ແຕ່​ລະ​ຕະກຸນ​ຂອງ​ພວກເຂົາ. ເຜົ່າ​ເລວີ​ທີ່​ເປັນ​ເຊື້ອສາຍ​ຂອງ​ປະໂລຫິດ​ອາໂຣນ​ແມ່ນ​ໄດ້​ຮັບ 13 ເມືອງ​ຈາກ​ເຜົ່າ​ຢູດາ, ຊີເມໂອນ ແລະ ເບັນຢາມິນ.

ສ່ວນ​ລູກ​ຫລານ​ທີ່​ເຫລືອ​ຂອງ​ໂກຮາດ​ແມ່ນ​ໄດ້​ຮັບ 10 ເມືອງ ຈາກ​ຕະກຸນ​ຕ່າງໆ​ຂອງ​ເຜົ່າ​ເອຟຣາອິມ, ດານ ແລະ ມານາເຊ​ເຄິ່ງ​ເຜົ່າ.

ເຊື້ອສາຍ​ເກໂຊນ​ແມ່ນ​ໄດ້​ຮັບ 13 ເມືອງ ຈາກ​ຕະກຸນ​ຕ່າງໆ​ຂອງ​ເຜົ່າ​ອິດຊາຄາ, ອາເຊ, ເນັບທາລີ ແລະ ມານາເຊ​ອີກ​ເຄິ່ງ​ເຜົ່າ​ໃນ​ບາຊານ.

ເຊື້ອສາຍ​ເມຣາຣິ​ຕາມ​ແຕ່​ລະ​ຕະກຸນ​ຂອງ​ພວກເຂົາ​ແມ່ນ​ໄດ້​ຮັບ 12 ເມືອງ ຈາກ​ເຜົ່າ​ຣູເບັນ, ກາດ ແລະ ເຊບູໂລນ.

ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ແບ່ງ​ເມືອງ ແລະ ທົ່ງຫຍ້າ​ເຫລົ່ານີ້​ຂອງ​ພວກເຂົາ​ໃຫ້​ແກ່​ຄົນ​ເລວີ, ຕາມ​ທີ່​ພຣະເຈົ້າ​ຢາເວ ໄດ້​ສັ່ງ​ໂມເຊ​ໄວ້.

ພວກເຂົາ​ໄດ້​ແບ່ງ​ເມືອງ​ຈາກ​ເຜົ່າ​ຢູດາ ແລະ ຊີເມໂອນ​ຕາມ​ລາຍ​ຊື່. ເມືອງ​ເຫລົ່ານີ້​ໄດ້​ຖືກ​ມອບ​ໃຫ້​ແກ່​ລູກ​ຫລານ​ຂອງ​ອາໂຣນ ເຊິ່ງ​ມາ​ຈາກ​ຕະກຸນ​ໂກຮາດ​ຂອງ​ເຜົ່າ​ເລວີ, ເພາະ​ວ່າ​ການ​ຈັບ​ສະຫລາກ​ຄັ້ງ​ທຳອິດ​ນັ້ນ​ແມ່ນ​ຕົກ​ຖືກ​ພວກເຂົາ.

ພວກເຂົາ​ໄດ້​ມອບ​ເມືອງ​ກີຣິອາດ​ອາກບາ (ຄື​ເຮັບໂຣນ), ພ້ອມ​ດ້ວຍ​ທົ່ງຫຍ້າ​ທີ່​ຢູ່​ອ້ອມແອ້ມ​ນັ້ນ, ເຊິ່ງ​ຢູ່​ໃນ​ແຖບ​ພູເຂົາ​ແຫ່ງ​ຢູດາ ໃຫ້​ແກ່​ລູກ​ຫລານ​ຂອງ​ອາໂຣນ. (ອາກບາ​ເປັນ​ບັນພະບຸລຸດ​ຂອງ​ຊາວ​ອານາກ). ແຕ່​ທົ່ງນາ ແລະ ໝູ່ບ້ານ​ຕ່າງໆ​ທີ່​ຢູ່​ໃນ​ເມືອງ​ນັ້ນ​ໄດ້​ມອບ​ໃຫ້​ແກ່​ກາເລັບ ເຊິ່ງ​ເປັນ​ລູກຊາຍ​ຂອງ​ເຢຟຸນເນ ໃຫ້​ເປັນ​ກຳມະສິດ​ຂອງ​ລາວ. ດັ່ງນັ້ນ ເຊື້ອສາຍ​ຂອງ​ປະໂລຫິດ​ອາໂຣນ​ຈຶ່ງ​ໄດ້​ຮັບ​ເມືອງ​ເຮັບໂຣນ (ເປັນ​ເມືອງ​ລີ້ໄພ​ສຳລັບ​ຜູ້​ທີ່​ຖືກ​ກ່າວ​ຫາ​ວ່າ​ເຮັດ​ຄາດຕະກຳ), ລິບນາ, ຢັດທີ, ເອຊະເຕມົວ, ໂຮໂລນ, ເດບີ, ອາອິນ, ຢຸດຕາ ແລະ ເບັດ​ເຊເມດ. ລວມ​ທັງໝົດ​ມີ 9 ເມືອງ ພ້ອມ​ດ້ວຍ​ທົ່ງຫຍ້າ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ ຈາກ​ສອງ​ເຜົ່າ.

ແລະ ຈາກ​ເຜົ່າ​ເບັນຢາມິນ ພວກເຂົາ​ໄດ້​ມອບ​ໃຫ້​ແກ່​ລູກ​ຫລານ​ຂອງ​ອາໂຣນ ດັ່ງນີ້:

ກີເບໂອນ, ເກບາ, ອານາທົດ ແລະ ອານໂມນ ລວມ​ທັງໝົດ​ມີ 4 ເມືອງ ພ້ອມ​ດ້ວຍ​ທົ່ງຫຍ້າ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

ເມືອງ​ທີ່​ໄດ້​ມອບ​ໃຫ້​ແກ່​ບັນດາ​ປະໂລຫິດ, ເຊິ່ງ​ເປັນ​ເຊື້ອສາຍ​ຂອງ​ອາໂຣນ ລວມ​ທັງໝົດ​ມີ 13 ເມືອງ ພ້ອມ​ດ້ວຍ​ທົ່ງຫຍ້າ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

ສ່ວນ​ຄອບຄົວ​ອື່ນໆ​ຂອງ​ຕະກຸນ​ໂກຮາດ​ຂອງ​ເຜົ່າ​ເລວີ​ແມ່ນ​ໄດ້​ຮັບ​ເມືອງ​ຕ່າງໆ​ຈາກ​ເຜົ່າ​ເອຟຣາອິມ ມີ​ດັ່ງນີ້:

ໃນ​ແຖບ​ພູເຂົາ​ແຫ່ງ​ເອຟຣາອິມ ພວກເຂົາ​ໄດ້​ຮັບ​ມີ​ດັ່ງນີ້:

ຊີເຄມ (ເປັນ​ເມືອງ​ລີ້ໄພ​ສຳລັບ​ຜູ້​ທີ່​ຖືກ​ກ່າວ​ຫາ​ວ່າ​ເຮັດ​ຄາດຕະກຳ) ແລະ ເກເຊ, ກິບສາອິມ ແລະ ເບັດ​ໂຮໂຣນ ລວມທັງໝົດ​ມີ 4 ເມືອງ ພ້ອມ​ດ້ວຍ​ທົ່ງຫຍ້າ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

ຈາກ​ເຜົ່າ​ດານ ພວກເຂົາ​ໄດ້​ຮັບ​ມີ​ດັ່ງນີ້:

ເມືອງ​ເອນເຕເກ, ກິບເບໂທນ, ໄອຢາໂລນ ແລະ ກາດ​ຣິມໂມນ ລວມທັງໝົດ​ມີ 4 ເມືອງ ພ້ອມ​ດ້ວຍ​ທົ່ງຫຍ້າ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

ຈາກ​ມານາເຊ​ອີກ​ເຄິ່ງ​ເຜົ່າ ພວກເຂົາ​ໄດ້​ຮັບ​ມີ​ດັ່ງນີ້:

ເມືອງ​ຕາອານັກ ແລະ ກາດ​ຣິມໂມນ ລວມ​ທັງໝົດ​ມີ 2 ເມືອງ ພ້ອມ​ດ້ວຍ​ທົ່ງຫຍ້າ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

ດັ່ງນັ້ນ ທັງໝົດ 10 ເມືອງ ແລະ ທົ່ງຫຍ້າ​ຕ່າງໆ​ຂອງ​ເມືອງ​ເຫລົ່ານີ້​ແມ່ນ​ໄດ້​ມອບ​ໃຫ້​ຄອບຄົວ​ອື່ນໆ​ຂອງ​ຕະກຸນ​ໂກຮາດ.

ຕະກຸນ​ເກໂຊນ​ຂອງ​ເຜົ່າ​ເລວີ​ແມ່ນ​ໄດ້​ຮັບ​ດັ່ງນີ້:

ຈາກ​ມານາເຊ​ເຄິ່ງ​ເຜົ່າ​ມີ​ຄື:

ໂກລານ​ໃນ​ບາຊານ (ເປັນ​ເມືອງ​ລີ້ໄພ​ສຳລັບ​ຜູ້​ທີ່​ຖືກ​ກ່າວ​ຫາ​ວ່າ​ເປັນ​ຜູ້​ຂ້າ​ຄົນ) ແລະ ເບຊະເຕຣາ ລວມ​ທັງໝົດ​ມີ 2 ເມືອງ ພ້ອມ​ດ້ວຍ​ທົ່ງຫຍ້າ​ຂອງ​ເມືອງ​ເຫລົ່ານັ້ນ;

ຈາກ​ເຜົ່າ​ອິດຊາຄາ​ມີ​ຄື:

ກີຊີໂອນ, ດາເບຣັດ, ຢາຣະມຸດ ແລະ ເອັນກັນນິມ, ລວມ​ທັງໝົດ​ມີ 4 ເມືອງ ພ້ອມ​ດ້ວຍ​ທົ່ງຫຍ້າ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ;

ຈາກ​ເຜົ່າ​ອາເຊ​ມີ​ຄື:

ມີຊັນ, ອັບໂດນ, ເຮນກາດ ແລະ ເຣໂຮບ ລວມ​ທັງໝົດ​ມີ 4 ເມືອງ ພ້ອມ​ດ້ວຍ​ທົ່ງຫຍ້າ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ;

ຈາກ​ເຜົ່າ​ເນັບທາລີ​ມີ​ຄື:

ເກເດັດ​ໃນ​ຄາລີເລ (ເປັນ​ເມືອງ​ລີ້ໄພ​ສຳລັບ​ຜູ້​ທີ່​ຖືກ​ກ່າວ​ຫາ​ວ່າ​ເປັນ​ຜູ້​ຂ້າ​ຄົນ), ຮາມໂມດ​ໂດເຣ ແລະ ກາກຕານ ລວມ 3 ເມືອງ ພ້ອມ​ດ້ວຍ​ທົ່ງຫຍ້າ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

ຈຳນວນ​ເມືອງ​ທັງໝົດ​ທີ່​ຕະກຸນ​ເກໂຊນ​ໄດ້​ຮັບ​ມີ 13 ເມືອງ ພ້ອມ​ດ້ວຍ​ທົ່ງຫຍ້າ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

ຕະກຸນ​ເມຣາຣິ (ເຜົ່າ​ເລວີ​ທີ່​ເຫລືອ) ແມ່ນ​ໄດ້​ຮັບ​ຄື:

ຈາກ​ເຜົ່າ​ເຊບູໂລນ​ມີ​ຄື:

ໂຢກເນອາມ, ກາກຕາ, ດີມນາ ແລະ ນາຮາລັນ ລວມ​ທັງໝົດ​ມີ 4 ເມືອງ ພ້ອມ​ດ້ວຍ​ທົ່ງຫຍ້າ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ;

ຈາກ​ເຜົ່າ​ຣູເບັນ​ມີ​ຄື:

ເບເຊ, ຢາຮາດ, ເກເດໂມດ ແລະ ເມຟາອາດ ລວມ​ທັງໝົດ​ມີ 4 ເມືອງ ພ້ອມ​ດ້ວຍ​ທົ່ງຫຍ້າ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ;

ຈາກ​ເຜົ່າ​ກາດ​ມີ​ຄື:

ຣາໂມດ​ໃນ​ກີເລອາດ (ເປັນ​ເມືອງ​ລີ້ໄພ​ສຳລັບ​ຜູ້​ທີ່​ຖືກ​ກ່າວ​ຫາ​ວ່າ​ເປັນ​ຜູ້​ຂ້າ​ຄົນ), ມະຫານາອິມ, ເຮັດຊະໂບນ ແລະ ຢາເສ ລວມ​ທັງໝົດ​ມີ 4 ເມືອງ ພ້ອມ​ດ້ວຍ​ທົ່ງຫຍ້າ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ.

ຈຳນວນ​ເມືອງ​ທັງໝົດ​ທີ່​ໄດ້​ຮັບ​ການ​ແບ່ງ​ໃຫ້​ຕະກຸນ​ເມຣາຣິ ເຊິ່ງ​ເປັນ​ຄົນ​ເລວີ​ສ່ວນ​ທີ່​ເຫລືອ ມີ 12 ເມືອງ.

ເມືອງ​ທີ່​ເຜົ່າ​ເລວີ​ໄດ້​ຮັບ​ທັງໝົດ​ມີ 48 ເມືອງ ພ້ອມ​ດ້ວຍ​ທົ່ງຫຍ້າ​ຕ່າງໆ​ຂອງ​ເມືອງ​ເຫລົ່ານັ້ນ​ທີ່​ຢູ່​ໃນ​ດິນແດນ​ທີ່​ຊາວ​ອິດສະຣາເອນ​ຢຶດຄອງ. ເມືອງ​ເຫລົ່ານີ້​ມີ​ທົ່ງຫຍ້າ​ອ້ອມ​ຮອບ​ທຸກ​ເມືອງ; ນີ້​ເປັນ​ຄວາມ​ຈິງ​ຂອງ​ບັນດາ​ເມືອງ​ເຫລົ່ານີ້.

ດັ່ງນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ໄດ້​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ອິດສະຣາເອນ ຕາມ​ທີ່​ພຣະອົງ​ໄດ້​ປະຕິຍານ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ແລະ ພວກເຂົາ​ກໍ​ໄດ້​ເຂົ້າ​ໄປ​ຢຶດຄອງ​ດິນແດນ​ນີ້ ແລະ ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ. ພຣະເຈົ້າ​ຢາເວ​ໄດ້​ມອບ​ຄວາມ​ສະຫງົບສຸກ​ທຸກ​ດ້ານ​ໃຫ້​ແກ່​ພວກເຂົາ, ຕາມ​ທີ່​ພຣະອົງ​ໄດ້​ປະຕິຍານ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ; ບໍ່​ມີ​ສັດຕູ​ຄົນ​ໃດ​ຢືນ​ຕໍ່ສູ້​ພວກເຂົາ​ໄດ້; ພຣະເຈົ້າ​ຢາເວ​ໄດ້​ມອບ​ສັດຕູ​ທັງໝົດ​ຂອງ​ພວກເຂົາ​ໄວ້​ໃນ​ມື​ຂອງ​ພວກເຂົາ. ສິ່ງ​ດີ​ທັງໝົດ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັນຍາ​ໄວ້​ກັບ​ຊົນຊາດ​ອິດສະຣາເອນ​ລ້ວນ​ແຕ່​ສຳເລັດ; ບໍ່​ມີ​ຂາດ​ຕົກ​ບົກຜ່ອງ​ໄປ​ແມ່ນ​ແຕ່​ຂໍ້​ດຽວ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.