Biblica® Open Lao Contemporary Version
ໂຢຮັນ 2
ພຣະເຢຊູເຈົ້າປ່ຽນນ້ຳໃຫ້ເປັນເຫລົ້າອະງຸ່ນ
ໃນວັນທີສາມ ມີງານແຕ່ງງານທີ່ຈັດຂຶ້ນຢູ່ບ້ານການາໃນແຂວງຄາລີເລ. ແມ່ຂອງພຣະເຢຊູເຈົ້າກໍຢູ່ທີ່ນັ້ນ ແລະ ພຣະເຢຊູເຈົ້າກັບພວກສາວົກຂອງພຣະອົງກໍຖືກເຊີນໄປງານແຕ່ງງານເໝືອນກັນ. ເມື່ອເຫລົ້າອະງຸ່ນໝົດແລ້ວ, ແມ່ຂອງພຣະເຢຊູເຈົ້າຈຶ່ງເວົ້າກັບພຣະອົງວ່າ, “ພວກເຂົາບໍ່ມີເຫລົ້າອະງຸ່ນເຫລືອແລ້ວ”.
ພຣະເຢຊູເຈົ້າຕອບວ່າ, “ຍິງເອີຍ ເປັນຫຍັງເຈົ້າຈຶ່ງໃຫ້ເຮົາໄປຫຍຸ້ງກ່ຽວນໍາ? ເພາະເວລາຂອງເຮົາຍັງບໍ່ທັນມາເຖິງ”.
ແມ່ຂອງພຣະອົງຈຶ່ງບອກບັນດາຄົນຮັບໃຊ້ວ່າ, “ຈົ່ງເຮັດທຸກຢ່າງຕາມທີ່ເພິ່ນບອກພວກເຈົ້າ”.
ໃນບ່ອນນັ້ນມີອ່າງຫີນຕັ້ງຢູ່ຫົກໜ່ວຍ, ເປັນອ່າງທີ່ໃຊ້ໃນພິທີຊຳລະຂອງຊາວຢິວ, ແຕ່ລະໜ່ວຍໃສ່ນ້ຳໄດ້ 20 ຫາ 30 ກາລອນ.1
ພຣະເຢຊູເຈົ້າກ່າວພວກຄົນຮັບໃຊ້ວ່າ, “ຈົ່ງຕັກນ້ຳໃສ່ອ່າງໃຫ້ເຕັມ;” ດັ່ງນັ້ນພວກເຂົາຈຶ່ງຕັກນ້ຳໃສ່ຈົນເຕັມພໍດີກັບປາກອ່າງ.
ແລ້ວພຣະອົງບອກພວກເຂົາວ່າ, “ບັດນີ້ ຈົ່ງຕັກອອກມາ ແລ້ວເອົາໄປໃຫ້ເຈົ້າພາບງານລ້ຽງ”.
ພວກເຂົາກໍໄດ້ເຮັດຕາມ, ແລະ ເຈົ້າພາບງານລ້ຽງກໍໄດ້ຊີມນ້ຳທີ່ກາຍເປັນເຫລົ້າອະງຸ່ນນັ້ນ. ລາວບໍ່ຮູ້ເລີຍວ່າເຫລົ້າອະງຸ່ນນີ້ມາຈາກໃສ, ແຕ່ວ່າບັນດາຄົນຮັບໃຊ້ທີ່ໄດ້ຕັກນ້ຳກໍຮູ້ວ່າມາຈາກໃສ. ເຈົ້າພາບຈຶ່ງເອີ້ນເຈົ້າບ່າວມາທາງຂ້າງ ແລະ ເວົ້າວ່າ, “ທຸກຄົນກໍເຄີຍເອົາເຫລົ້າອະງຸ່ນອັນດີມາໃຫ້ດື່ມກ່ອນ ແລະ ເມື່ອແຂກທັງຫລາຍດື່ມຫລາຍແລ້ວຈຶ່ງເອົາເຫລົ້າອະງຸ່ນລາຄາຖືກກວ່າມາໃຫ້ ແຕ່ເຈົ້າພັດເກັບເຫລົ້າອະງຸ່ນທີ່ດີທີ່ສຸດໄວ້ຈົນເຖິງດຽວນີ້”.
ສິ່ງທີ່ພຣະເຢຊູເຈົ້າກະທຳໃນທີ່ນີ້ ເປັນໝາຍສຳຄັນຄັ້ງທຳອິດຂອງພຣະອົງທີ່ບ້ານການາໃນແຂວງຄາລີເລ. ພຣະອົງໄດ້ສະແດງສະຫງ່າລາສີຂອງພຣະອົງ ແລະ ບັນດາສາວົກຂອງພຣະອົງກໍໄດ້ເຊື່ອໃນພຣະອົງ.
ຫລັງຈາກນັ້ນ ພຣະອົງໄດ້ໄປຍັງເມືອງກາເປນາອູມພ້ອມກັບແມ່, ພວກນ້ອງຊາຍ ແລະ ພວກສາວົກຂອງພຣະອົງ. ພວກເພິ່ນໄດ້ພັກຢູ່ທີ່ນັ້ນສອງສາມວັນ.
ພຣະເຢຊູເຈົ້າຊຳລະເດີ່ນວິຫານ
(ມທ 21:12,13; ມຣກ 11:15-17; ລກ 19:45,46)
ເມື່ອໃກ້ຈະເຖິງເທດສະການປັດສະຄາຂອງຊາວຢິວ, ພຣະເຢຊູເຈົ້າໄດ້ຂຶ້ນໄປທີ່ນະຄອນເຢຣູຊາເລັມ. ໃນເດີ່ນວິຫານ ພຣະອົງໄດ້ພົບຄົນຂາຍງົວ, ແກະ, ແລະ ນົກເຂົາ ແລະ ມີບາງຄົນນັ່ງຢູ່ທີ່ໂຕະຮັບແລກປ່ຽນເງິນ. ພຣະອົງຈຶ່ງໃຊ້ເຊືອກເຮັດເປັນແສ້ແລ້ວໄລ່ພວກເຂົາທັງໝົດລວມທັງແກະ ແລະ ງົວ ອອກຈາກເດີ່ນວິຫານ. ພຣະອົງໄດ້ຖອກຫລຽນເງິນ ແລະ ຂວ້ຳໂຕະຂອງຄົນຮັບແລກປ່ຽນເງິນ. ພຣະອົງກ່າວກັບຄົນຂາຍນົກເຂົາວ່າ, “ຈົ່ງເອົາສິ່ງເຫລົ່ານີ້ອອກໄປຈາກບ່ອນນີ້! ຢ່າເຮັດໃຫ້ວິຫານຂອງພຣະບິດາເຈົ້າຂອງເຮົາກາຍເປັນຕະຫລາດ!” ພວກສາວົກຂອງພຣະອົງຈຶ່ງລະນຶກເຖິງຖ້ອຍຄຳທີ່ຂຽນໄວ້ໃນພຣະຄຳພີວ່າ, “ຄວາມຮ້ອນໃຈສຳລັບວິຫານຂອງພຣະອົງກໍໄໝ້ຢູ່ພາຍໃນຂ້ານ້ອຍ”.2
ແລ້ວພວກຢິວໄດ້ຖາມພຣະອົງວ່າ, “ເຈົ້າຈະສະແດງໝາຍສຳຄັນອັນໃດໃຫ້ພວກເຮົາເຫັນວ່າເຈົ້າມີສິດອຳນາດທີ່ຈະເຮັດສິ່ງທັງໝົດນີ້?”
ພຣະເຢຊູເຈົ້າຕອບພວກເຂົາວ່າ, “ມ້າງວິຫານນີ້ລົງ ແລ້ວເຮົາຈະສ້າງຂຶ້ນໃໝ່ພາຍໃນສາມວັນ”.
ພວກຢິວຕອບວ່າ, “ວິຫານນີ້ໄດ້ໃຊ້ເວລາສ້າງເຖິງສີ່ສິບຫົກປີຈຶ່ງສຳເລັດ, ສ່ວນເຈົ້າຈະສ້າງຂຶ້ນໃໝ່ພາຍໃນສາມວັນບໍ?” ແຕ່ວິຫານທີ່ພຣະອົງກ່າວເຖິງນັ້ນຄືຮ່າງກາຍຂອງພຣະອົງ. ຫລັງຈາກທີ່ພຣະອົງເປັນຄືນມາຈາກຕາຍແລ້ວ, ພວກສາວົກຈຶ່ງລະນຶກເຖິງສິ່ງທີ່ພຣະອົງໄດ້ກ່າວໄວ້. ແລ້ວພວກເພິ່ນຈຶ່ງເຊື່ອພຣະຄຳພີ ແລະ ຖ້ອຍຄຳທີ່ພຣະເຢຊູເຈົ້າໄດ້ກ່າວນັ້ນ.
ໃນຂະນະທີ່ພຣະອົງຍັງຢູ່ທີ່ນະຄອນເຢຣູຊາເລັມໃນເທດສະການປັດສະຄານັ້ນ, ພຣະອົງໄດ້ສະແດງໝາຍສຳຄັນຫລາຍຢ່າງ ມີຄົນຈໍານວນຫລາຍໄດ້ເຫັນ ແລະ ໄດ້ເຊື່ອໃນນາມ3ຂອງພຣະອົງ. ແຕ່ພຣະເຢຊູເຈົ້າບໍ່ໄດ້ວາງໃຈພວກເຂົາ; ເພາະພຣະອົງຮູ້ຈັກມະນຸດທັງຫລາຍ. ພຣະອົງບໍ່ຕ້ອງການໃຫ້ຜູ້ໃດມາເປັນພະຍານເຖິງເລື່ອງມະນຸດ, ເພາະພຣະອົງຮູ້ຈັກດີວ່າມີຫຍັງແດ່ຢູ່ໃນແຕ່ລະຄົນ.
Source notes (3)
- Footnote ຫລື ປະມານ 75 ຫາ 115 ລິດ
- Footnote ພສສ 69:9
- Footnote ຫລື ໃນພຣະອົງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.