Skip to content
BibleKenya

Biblica® Open Lao Contemporary Version

ໂຢຮັນ 1

ພຣະທຳ​ມາ​ບັງເກີດ​ເປັນ​ມະນຸດ

ເມື່ອ​ຕົ້ນເດີມ​ນັ້ນ​ພຣະທຳ​ດຳລົງ​ຢູ່ ແລະ ພຣະທຳ​ຢູ່​ກັບ​ພຣະເຈົ້າ, ແລະ ພຣະທຳ​ເປັນ​ພຣະເຈົ້າ. ພຣະອົງ​ຢູ່​ກັບ​ພຣະເຈົ້າ​ຕັ້ງແຕ່​ຕົ້ນເດີມ. ທຸກສິ່ງ​ຖືກ​ສ້າງຂຶ້ນ​ໂດຍ​ທາງ​ພຣະອົງ, ໃນ​ບັນດາ​ສິ່ງ​ທີ່​ຖືກ​ສ້າງຂຶ້ນ​ມາ​ນັ້ນ, ບໍ່​ມີ​ຈັກ​ສິ່ງ​ທີ່​ບໍ່​ໄດ້​ຖືກ​ສ້າງຂຶ້ນ​ໂດຍ​ທາງ​ພຣະອົງ. ໃນ​ພຣະອົງ​ຄື​ຊີວິດ ແລະ ຊີວິດ​ນັ້ນ​ເປັນ​ຄວາມສະຫວ່າງ​ຂອງ​ມະນຸດ. ຄວາມສະຫວ່າງ​ສ່ອງ​ເຂົ້າ​ມາ​ໃນ​ຄວາມມືດ ແລະ ຄວາມມືດ​ນັ້ນ​ກໍ​ບໍ່​ໄດ້​ຊະນະ1​ຄວາມສະຫວ່າງ.

ພຣະເຈົ້າ​ໄດ້​ໃຊ້​ຜູ້​ໜຶ່ງ​ມາ​ຊື່​ວ່າ​ໂຢຮັນ. ເພິ່ນ​ໄດ້​ມາ​ໃນ​ຖານະ​ເປັນພະຍານ​ເພື່ອ​ຢືນຢັນ​ກ່ຽວກັບ​ຄວາມສະຫວ່າງ​ນັ້ນ, ເພື່ອ​ວ່າ​ຄົນ​ທັງປວງ​ຈະ​ໄດ້​ເຊື່ອ​ຜ່ານ​ທາງ​ເພິ່ນ. ເພິ່ນ​ເອງ​ບໍ່ແມ່ນ​ຄວາມສະຫວ່າງ​ນັ້ນ, ເພິ່ນ​ໄດ້​ມາ​ພຽງແຕ່​ເປັນພະຍານ​ຂອງ​ຄວາມສະຫວ່າງ​ນັ້ນ.

ເປັນ​ຄວາມສະຫວ່າງ​ແທ້​ທີ່​ໃຫ້​ຄວາມສະຫວ່າງ​ແກ່​ມະນຸດ​ທຸກຄົນ​ທີ່​ກຳລັງ​ເຂົ້າ​ມາ​ໃນ​ໂລກ. ພຣະອົງ​ຢູ່​ໃນ​ໂລກ ແລະ ເຖິງແມ່ນວ່າ​ໂລກ​ຖືກ​ສ້າງຂຶ້ນ​ໂດຍ​ທາງ​ພຣະອົງ, ແຕ່​ໂລກ​ກໍ​ບໍ່​ໄດ້​ຮູ້ຈັກ​ພຣະອົງ. ພຣະອົງ​ໄດ້​ເຂົ້າ​ມາ​ໃນ​ບ່ອນ​ຂອງ​ພຣະອົງ, ແຕ່​ຄົນ​ຂອງ​ພຣະອົງ​ເອງ​ບໍ່​ຕ້ອນຮັບ​ພຣະອົງ. ແຕ່​ສ່ວນ​ບັນດາ​ຜູ້​ທີ່​ຕ້ອນຮັບ​ພຣະອົງ ຄື​ຜູ້​ທີ່​ເຊື່ອ​ໃນ​ນາມ​ຂອງ​ພຣະອົງ, ພຣະອົງ​ກໍ​ໃຫ້​ສິດ​ເປັນ​ບຸດ​ຂອງ​ພຣະເຈົ້າ ຄື​ເປັນ​ລູກ​ທີ່​ບໍ່​ໄດ້​ເກີດ​ຈາກ​ການສືບເຊື້ອສາຍ​ຕາມ​ທຳມະຊາດ2 ຫລື ຄວາມຕ້ອງການ​ຂອງ​ມະນຸດ ຫລື ຈາກ​ຄວາມຕ້ອງການ​ຂອງ​ຜົວ, ແຕ່​ເກີດ​ຈາກ​ພຣະເຈົ້າ.

ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.

(ໂຢຮັນ​ໄດ້​ເປັນພະຍານ​ກ່ຽວກັບ​ພຣະອົງ ເພິ່ນ​ໄດ້​ຮ້ອງ​ປະກາດ​ວ່າ, “ຜູ້​ນີ້​ຄື​ຜູ້​ທີ່​ເຮົາ​ໄດ້​ເວົ້າ​ເຖິງ​ເມື່ອ​ເຮົາ​ກ່າວ​ວ່າ, ‘ພຣະອົງ​ຜູ້​ທີ່​ມາ​ພາຍຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ເພາະ​ພຣະອົງ​ເປັນຢູ່​ກ່ອນ​ເຮົາ’ ”.) ພວກເຮົາ​ທຸກຄົນ​ໄດ້​ຮັບ​ພຣະຄຸນ​ຊ້ອນ​ພຣະຄຸນ​ຈາກ​ຄວາມບໍລິບູນ​ຂອງ​ພຣະອົງ​ແລ້ວ. ເພາະ​ກົດບັນຍັດ​ໄດ້​ຖືກ​ມອບ​ໃຫ້​ຜ່ານ​ທາງ​ໂມເຊ, ສ່ວນ​ພຣະຄຸນ ແລະ ຄວາມຈິງ​ນັ້ນ​ໄດ້​ມາ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ. ບໍ່​ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ ແລະ3 ເປັນ​ຜູ້​ທີ່​ມີ​ຄວາມສຳພັນ​ໃກ້ຊິດ​ທີ່ສຸດ​ກັບ​ພຣະບິດາເຈົ້າ ໄດ້​ເປີດເຜີຍ​ພຣະເຈົ້າ​ພວກເຮົາ​ຮູ້ຈັກ.

ໂຢຮັນ​ບັບຕິດສະໂຕ​ປະຕິເສດ​ວ່າ​ຕົນ​ເອງ​ບໍ່​ແມ່ນ​ພຣະຄຣິດເຈົ້າ

ນີ້​ແມ່ນ​ຄຳພະຍານ​ຂອງ​ໂຢຮັນ ເມື່ອ​ພວກເຈົ້າໜ້າທີ່​ຊາວຢິວ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ໄດ້​ໃຊ້​ບັນດາ​ປະໂລຫິດ ແລະ ພວກ​ເລວີ​ມາ​ຖາມ​ເພິ່ນ​ວ່າ​ທ່ານ​ແມ່ນ​ຜູ້ໃດ. ເພິ່ນ​ກໍ​ບໍ່​ໄດ້​ປະຕິເສດ ແຕ່​ເພິ່ນ​ຍອມຮັບ​ຢ່າງ​ເປີດເຜີຍ​ວ່າ, “ເຮົາ​ບໍ່ແມ່ນ​ພຣະຄຣິດ4”.

ພວກເຂົາ​ຈຶ່ງ​ຖາມ​ເພິ່ນ​ວ່າ, “ຖ້າ​ດັ່ງນັ້ນ ທ່ານ​ແມ່ນ​ຜູ້ໃດ? ທ່ານ​ແມ່ນ​ເອລີຢາ​ບໍ?”

ເພິ່ນ​ຕອບ​ວ່າ, “ເຮົາ​ບໍ່ແມ່ນ”.

ພວກເຂົາ​ຖາມ​ວ່າ, “ທ່ານ​ແມ່ນ​ຜູ້ທຳນວາຍ​ບໍ?”

ເພິ່ນ​ຕອບ​ວ່າ, “ບໍ່ແມ່ນ”.

ໃນ​ທີ່ສຸດ​ພວກເຂົາ​ຈຶ່ງ​ກ່າວ​ວ່າ, “ທ່ານ​ແມ່ນ​ຜູ້ໃດ? ຈົ່ງ​ຕອບ​ພວກເຮົາ​ມາ ເພື່ອ​ພວກເຮົາ​ຈະ​ໄດ້​ນໍາ​ເອົາ​ຄຳຕອບ​ໄປ​ບອກ​ບັນດາ​ຜູ້​ທີ່​ໃຊ້​ພວກເຮົາ​ມາ, ທ່ານ​ອ້າງ​ໂຕ​ທ່ານ​ເອງ​ວ່າ​ເປັນ​ຜູ້ໃດ?”

ໂຢຮັນ​ຈຶ່ງ​ຕອບ​ຕາມ​ທີ່​ເອຊາຢາ​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ເປັນ​ສຽງ​ຂອງ​ຜູ້​ຮ້ອງ​ໃນ​ຖິ່ນແຫ້ງແລ້ງກັນດານ​ວ່າ, ‘ຈົ່ງ​ເຮັດ​ຫົນທາງ​ສຳລັບ​ອົງພຣະຜູ້ເປັນເຈົ້າ​ໃຫ້​ຊື່​ໄປ’ ”.5

ພວກ​ຟາຣີຊາຍ​ບາງຄົນ​ທີ່​ຖືກ​ໃຊ້​ມາ​ນັ້ນ ຈຶ່ງ​ຖາມ​ເພິ່ນ​ວ່າ, “ຖ້າ​ທ່ານ​ບໍ່ແມ່ນ​ພຣະຄຣິດເຈົ້າ ບໍ່ແມ່ນ​ເອລີຢາ ຫລື ຜູ້ທຳນວາຍ​ນັ້ນ ເປັນຫຍັງ​ທ່ານ​ຈຶ່ງ​ໃຫ້​ຮັບ​ບັບຕິສະມາ?”

ໂຢຮັນ​ຕອບ​ວ່າ, “ເຮົາ​ໃຫ້​ບັບຕິສະມາ​ດ້ວຍ6​ນ້ຳ ແຕ່​ມີ​ຜູ້​ໜຶ່ງ​ທີ່​ຢືນ​ຢູ່​ໃນ​ທ່າມກາງ​ພວກທ່ານ​ທີ່​ພວກທ່ານ​ບໍ່​ຮູ້ຈັກ. ພຣະອົງ​ເປັນ​ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ, ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ແກ້​ສາຍ​ຮັດ​ເກີບ​ຂອງ​ເພິ່ນ”.

ເຫດການ​ທັງໝົດ​ນີ້​ເກີດ​ຂຶ້ນ​ທີ່​ບ້ານ​ເບັດທານີ ເຊິ່ງ​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳຈໍແດນ ບ່ອນ​ທີ່​ໂຢຮັນ​ກຳລັງ​ໃຫ້​ຮັບ​ບັບຕິສະມາ.

ໂຢຮັນ​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ

ໃນ​ວັນ​ຕໍ່ມາ​ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ມາຫາ​ຕົນ ແລະ ຈຶ່ງ​ກ່າວ​ວ່າ, “ເບິ່ງ​ແມ! ລູກແກະ​ຂອງ​ພຣະເຈົ້າ ຜູ້​ຮັບ​ເອົາ​ບາບ​ຂອງ​ໂລກ​ໄປ! ນີ້​ແຫລະ​ຄື​ຜູ້​ທີ່​ເຮົາ​ໝາຍ​ເຖິງ​ເມື່ອ​ເຮົາ​ກ່າວ​ວ່າ, ‘ພຣະອົງ​ຜູ້​ທີ່​ມາ​ພາຍຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ເພາະ​ພຣະອົງ​ເປັນຢູ່​ກ່ອນ​ເຮົາ’. ເຮົາ​ເອງ​ກໍ​ບໍ່​ຮູ້ຈັກ​ພຣະອົງ ແຕ່​ເຫດຜົນ​ທີ່​ເຮົາ​ມາ​ໃຫ້​ບັບຕິສະມາ​ດ້ວຍ​ນ້ຳ​ກໍ​ເພື່ອ​ໃຫ້​ພຣະອົງ​ເປັນ​ທີ່​ປາກົດແຈ້ງ​ແກ່​ປະຊາຊົນ​ອິດສະຣາເອນ”.

ແລ້ວ​ໂຢຮັນ​ກໍ​ເປັນພະຍານ​ດັ່ງນີ້​ວ່າ: “ເຮົາ​ໄດ້​ເຫັນ​ພຣະວິນຍານບໍລິສຸດເຈົ້າ​ເໝືອນດັ່ງ​ນົກເຂົາ​ລົງ​ມາ​ຈາກ​ສະຫວັນ ແລະ ມາ​ຢູ່​ເທິງ​ພຣະອົງ. ແລະ ເຮົາ​ເອງ​ກໍ​ບໍ່​ຮູ້​ວ່າ​ພຣະອົງ​ເປັນ​ຜູ້ໃດ, ແຕ່​ຜູ້​ທີ່​ໃຊ້​ເຮົາ​ມາ​ໃຫ້​ບັບຕິສະມາ​ດ້ວຍ​ນ້ຳ​ໄດ້​ກ່າວ​ກັບ​ເຮົາ​ໄວ້​ວ່າ, ‘ເຈົ້າ​ເຫັນ​ພຣະວິນຍານ​ລົງມາ​ສະຖິດ​ຢູ່​ເທິງ​ຜູ້ໃດ ຜູ້​ນັ້ນ​ແຫລະ​ເປັນ​ຜູ້​ທີ່​ຈະ​ໃຫ້​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ’. ເຮົາ​ໄດ້​ເຫັນ​ແລ້ວ ແລະ ເຮົາ​ເປັນພະຍານ​ໄດ້​ວ່າ ນີ້​ຄື​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້”.7

ພວກລູກສິດ​ຂອງ​ໂຢຮັນ​ຕິດຕາມ​ພຣະເຢຊູເຈົ້າ

(ມທ 4:18-22; ມຣກ 1:16-20; ລກ 5:2-11)

ວັນ​ຕໍ່ມາ ໂຢຮັນ​ກັບ​ລູກສິດ​ສອງ​ຄົນ​ກໍ​ຢູ່​ບ່ອນ​ນັ້ນ​ອີກ. ເມື່ອ​ເພິ່ນ​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຜ່ານ​ໄປ ເພິ່ນ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ເບິ່ງ​ລູກແກະ​ຂອງ​ພຣະເຈົ້າ!”

ເມື່ອ​ລູກສິດ​ທັງ​ສອງ​ໄດ້​ຍິນ​ເພິ່ນ​ກ່າວ​ຢ່າງ​ນັ້ນ ຈຶ່ງ​ຕິດຕາມ​ພຣະເຢຊູເຈົ້າ​ໄປ. ພຣະເຢຊູເຈົ້າ​ຫລຽວຄືນຫລັງ​ເຫັນ​ພວກເພິ່ນ​ຕິດຕາມ​ມາ ຈຶ່ງ​ຖາມ​ວ່າ, “ພວກທ່ານ​ຕ້ອງການ​ຫຍັງ​ບໍ?”

ພວກເພິ່ນ​ຕອບ​ວ່າ, “ຣັບບີ (ເຊິ່ງ​ແປ​ວ່າ​ອາຈານ) ທ່ານ​ພັກ​ຢູ່​ທີ່​ໃດ?”

ພຣະອົງ​ຕອບ​ວ່າ, “ເຊີນ​ມາ ແລ້ວ​ພວກທ່ານ​ຈະ​ເຫັນ”.

ພວກເພິ່ນ​ຈຶ່ງ​ໄປ ແລະ ໄດ້​ເຫັນ​ບ່ອນ​ທີ່​ພຣະອົງ​ພັກ​ຢູ່ ແລະ ພວກເພິ່ນ​ກໍ​ຢູ່​ກັບ​ພຣະອົງ​ໃນ​ວັນ​ນັ້ນ ເຊິ່ງ​ເປັນ​ເວລາ​ປະມານ​ບ່າຍ​ສີ່​ໂມງ.

ອັນເດອາ​ນ້ອງຊາຍ​ຂອງ​ຊີໂມນ​ເປໂຕ ເປັນ​ຜູ້​ໜຶ່ງ​ໃນ​ສອງ​ຄົນ​ທີ່​ໄດ້​ຍິນ​ໂຢຮັນ​ກ່າວ ແລະ ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ໄປ. ສິ່ງ​ທຳອິດ​ທີ່​ອັນເດອາ​ເຮັດ​ກໍ​ຄື​ໄປ​ຫາ​ຊີໂມນ​ຜູ້​ເປັນ​ອ້າຍ ແລະ ບອກ​ເພິ່ນ​ວ່າ, “ພວກເຮົາ​ໄດ້​ພົບ​ພຣະເມຊີອາ​ແລ້ວ” (ຄື ພຣະຄຣິດເຈົ້າ) ແລະ ກໍ​ພາ​ລາວ​ມາ​ຫາ​ພຣະເຢຊູເຈົ້າ.

ພຣະເຢຊູເຈົ້າ​ແນມເບິ່ງ​ລາວ ແລະ ກ່າວ​ວ່າ, “ເຈົ້າ​ຄື​ຊີໂມນ​ລູກ​ຂອງ​ໂຢຮັນ ແຕ່​ເຈົ້າ​ຈະ​ໄດ້​ຊື່​ວ່າ​ເກຟາ” (ເຊິ່ງ​ແປວ່າ ເປໂຕ8).

ພຣະເຢຊູເຈົ້າ​ເອີ້ນ​ເອົາ​ຟີລິບ ແລະ ນະທານາເອັນ

ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຕັດສິນໃຈ​ທີ່​ຈະ​ໄປ​ແຂວງ​ຄາລີເລ, ພຣະອົງ​ໄດ້​ພົບ​ຟີລິບ ແລະ ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”.

ຟີລິບ​ເປັນ​ຄົນ​ມາ​ຈາກ​ເມືອງ​ເບັດຊາອີດາ​ເໝືອນ​ກັນ​ກັບ​ອັນເດອາ ແລະ ເປໂຕ. ຟີລິບ​ໄດ້​ພົບ​ນະທານາເອັນ ແລະ ບອກ​ລາວ​ວ່າ, “ພວກເຮົາ​ໄດ້​ພົບ​ຜູ້​ທີ່​ໂມເຊ​ໄດ້​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຂຽນ​ໄວ້​ເໝືອນ​ກັນ​ຄື ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ລູກ​ຂອງ​ໂຢເຊັບ”.

ນະທານາເອັນ​ໄດ້​ຖາມ​ວ່າ, “ນາຊາເຣັດ! ຈະ​ມີ​ສິ່ງ​ດີ​ອັນໃດ​ມາ​ຈາກ​ທີ່​ນັ້ນ​ໄດ້​ບໍ?”

ຟີລິບ​ຕອບວ່າ, “ມາ​ເບິ່ງ​ສາ”.

ເມື່ອ​ພຣະເຢຊູເຈົ້າ​ເຫັນ​ນະທານາເອັນ​ເຂົ້າ​ມາ​ຫາ​ກໍ​ກ່າວ​ເຖິງ​ລາວ​ວ່າ, “ຜູ້​ນີ້​ເປັນ​ຄົນ​ອິດສະຣາເອນ​ແທ້ ໃນ​ໂຕ​ລາວ​ບໍ່​ມີ​ກົນອຸບາຍ​ອັນ​ໃດ​ເລີຍ”.

ນະທານາເອັນ​ຖາມ​ວ່າ, “ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ໄດ້​ຢ່າງໃດ?”

ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ເຫັນ​ເຈົ້າ​ຂະນະ​ທີ່​ເຈົ້າ​ຍັງ​ຢູ່​ກ້ອງ​ຕົ້ນໝາກເດື່ອ​ນັ້ນ ກ່ອນ​ທີ່​ຟີລິບ​ຈະ​ເອີ້ນ​ເຈົ້າ”.

ນະທານາເອັນ​ຈຶ່ງ​ຮ້ອງ​ວ່າ, “ຣັບບີ ພຣະອົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ພຣະອົງ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ”.

ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ເຊື່ອ9​ເພາະ​ເຮົາ​ບອກ​ເຈົ້າ​ວ່າ​ເຮົາ​ເຫັນ​ເຈົ້າ​ຢູ່​ກ້ອງ​ຕົ້ນໝາກເດື່ອ. ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ຍິ່ງໃຫຍ່​ກວ່າ​ນັ້ນ​ອີກ”. ແລ້ວ​ພຣະອົງ​ກ່າວ​ຕໍ່ໄປ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຈົ້າ​ຈະ​ເຫັນ​ສະຫວັນ​ເປີດອອກ ແລະ ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ຂຶ້ນ ແລະ ລົງ​ເທິງ10​ບຸດມະນຸດ”.

Source notes (10)
  1. Footnote ຫລື ເຂົ້າໃຈ
  2. Footnote ພາສາ​ກຣີກ​ວ່າ ຈາກ​ສາຍເລືອດ
  3. Footnote ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງສະບັບ​ວ່າ ແຕ່​ພຣະບຸດ​ອົງດຽວ
  4. Footnote ຫລື ພຣະເມຊີອາ ທັງ​ຄຳ​ວ່າ “ພຣະຄຣິດ” (ເປັນ​ຄຳ​ໃນ​ພາສາ​ກຣີກ) ແລະ “ພຣະເມຊີອາ” (ເປັນ​ຄຳ​ໃນ​ພາສາ​ເຮັບເຣີ), ແປ​ວ່າ “ຜູ້​ທີ່​ເຈີມ​ຕັ້ງ​ໄວ້” ເຊັ່ນ​ດຽວ​ກັບ​ຂໍ້ 25
  5. Footnote ອຊຢ 40:3
  6. Footnote ຫລື ໃນ ເຊັ່ນ​ດຽວ​ກັບ​ຂໍ້ 31-33
  7. Footnote ເບິ່ງ ອຊຢ 42:1 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ຫລາຍ​ສະບັບ​ແມ່ນ​ພຣະບຸດ​ຂອງ​ພຣະເຈົ້າ
  8. Footnote ທັງ ເກຟາ (ຄຳ​ໃນ​ພາສາ​ອາຣາມິກ) ແລະ ເປໂຕ (ຄຳ​ໃນ​ພາສາ​ກຣີກ) ມີ​ຄວາມໝາຍ​ວ່າ ຫີນ
  9. Footnote ຫລື ເຈົ້າ​ເຊື່ອ​ບໍ?
  10. Footnote ເບິ່ງ ປຖກ 28:12

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.