Biblica® Open Lao Contemporary Version
ໂຢຮັນ 3
ພຣະເຢຊູເຈົ້າສອນນີໂກເດມ
ມີຟາຣີຊາຍຄົນໜຶ່ງຊື່ນີໂກເດມ, ເປັນສະມາຊິກສະພາການປົກຄອງຂອງຢິວ, ລາວໄດ້ມາຫາພຣະເຢຊູເຈົ້າໃນເວລາກາງຄືນ ແລະ ເວົ້າວ່າ, “ຣັບບີ ພວກເຮົາຮູ້ຢູ່ວ່າທ່ານເປັນຄູສອນຜູ້ມາຈາກພຣະເຈົ້າ. ເພາະບໍ່ມີຜູ້ໃດສາມາດສະແດງໝາຍສຳຄັນທີ່ທ່ານເຮັດຢູ່ນັ້ນ ຖ້າພຣະເຈົ້າບໍ່ໄດ້ສະຖິດຢູ່ນໍາຜູ້ນັ້ນ”.
ພຣະເຢຊູເຈົ້າຕອບວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ບໍ່ມີຜູ້ໃດສາມາດເຫັນອານາຈັກຂອງພຣະເຈົ້າໄດ້ ຖ້າພວກເຂົາບໍ່ບັງເກີດໃໝ່1”.
ນີໂກເດມຖາມວ່າ, “ຄົນຈະເກີດໃໝ່ໄດ້ຢ່າງໃດເມື່ອພວກເຂົາເຖົ້າແກ່ແລ້ວ? ແນ່ນອນ ພວກເຂົາບໍ່ສາມາດເຂົ້າໄປໃນທ້ອງແມ່ເປັນເທື່ອທີສອງເພື່ອເກີດອອກມາໃໝ່ໄດ້!”
ພຣະເຢຊູເຈົ້າຕອບວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດບໍ່ເກີດຈາກນ້ຳ ແລະ ຈາກພຣະວິນຍານ ຜູ້ນັ້ນຈະເຂົ້າໄປໃນອານາຈັກຂອງພຣະເຈົ້າບໍ່ໄດ້. ຜູ້ທີ່ເກີດຈາກເນື້ອໜັງກໍເປັນເນື້ອໜັງ ແລະ ຜູ້ທີ່ເກີດຈາກພຣະວິນຍານ2ກໍເປັນວິນຍານ. ຢ່າປະຫລາດໃຈທີ່ເຮົາບອກເຈົ້າວ່າ, ເຈົ້າ3ຈໍາເປັນຕ້ອງບັງເກີດໃໝ່. ລົມຢາກພັດໄປທິດໃດມັນກໍພັດໄປທິດນັ້ນ, ເຈົ້າໄດ້ຍິນສຽງຂອງລົມ, ແຕ່ເຈົ້າບໍ່ຮູ້ວ່າລົມພັດມາຈາກໃສ ຫລື ພັດໄປທິດໃດ, ທຸກຄົນທີ່ເກີດຈາກພຣະວິນຍານກໍເປັນດັ່ງນີ້ແຫລະ”.
ນີໂກເດມຖາມວ່າ, “ສິ່ງນີ້ຈະເປັນໄປໄດ້ຢ່າງໃດ?”
ພຣະເຢຊູເຈົ້າຕອບວ່າ, “ເຈົ້າເປັນອາຈານຂອງຄົນອິດສະຣາເອນ ແລ້ວເຈົ້າຍັງບໍ່ເຂົ້າໃຈສິ່ງເຫລົ່ານີ້ບໍ? ເຮົາບອກເຈົ້າຕາມຄວາມຈິງວ່າ, ພວກເຮົາເວົ້າໃນສິ່ງທີ່ພວກເຮົາຮູ້ ແລະ ພວກເຮົາເປັນພະຍານເຖິງສິ່ງທີ່ພວກເຮົາໄດ້ເຫັນ, ແຕ່ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ຍອມຮັບເອົາຄຳພະຍານຂອງພວກເຮົາ. ເຮົາໄດ້ເວົ້າກັບເຈົ້າເຖິງສິ່ງໃນໂລກນີ້ ແລະ ເຈົ້າບໍ່ເຊື່ອ ແລ້ວຖ້າເຮົາເວົ້າເຖິງສິ່ງໃນສະຫວັນເຈົ້າຈະເຊື່ອໄດ້ຢ່າງໃດ? ບໍ່ມີຜູ້ໃດເຄີຍຂຶ້ນໄປສະຫວັນເວັ້ນແຕ່ຜູ້ທີ່ມາຈາກສະຫວັນຄື ບຸດມະນຸດ.4 ໂມເຊຍົກງູຂຶ້ນໃນຖິ່ນແຫ້ງແລ້ງກັນດານຢ່າງໃດ, ບຸດມະນຸດກໍຕ້ອງຖືກຍົກຂຶ້ນ5ຢ່າງນັ້ນ, ເພື່ອວ່າທຸກຄົນທີ່ເຊື່ອໃນພຣະອົງຈະມີຊີວິດນິລັນດອນ”.6
ເພາະພຣະເຈົ້າຮັກໂລກຈົນໄດ້ມອບພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ. ເພາະວ່າພຣະເຈົ້າບໍ່ໄດ້ໃຊ້ພຣະບຸດຂອງພຣະອົງເຂົ້າມາໃນໂລກເພື່ອຕັດສິນລົງໂທດໂລກ ແຕ່ເພື່ອຊ່ວຍໂລກໃຫ້ລອດພົ້ນໂດຍທາງພຣະບຸດນັ້ນ. ຜູ້ໃດທີ່ເຊື່ອໃນພຣະອົງກໍບໍ່ຖືກພິພາກສາ ແຕ່ຜູ້ໃດທີ່ບໍ່ເຊື່ອກໍຖືກພິພາກສາຢູ່ແລ້ວ ເພາະພວກເຂົາບໍ່ເຊື່ອໃນນາມຂອງພຣະບຸດອົງດຽວຂອງພຣະເຈົ້າ. ຄຳຕັດສິນເປັນດັ່ງນີ້ຄື ຄວາມສະຫວ່າງໄດ້ເຂົ້າມາໃນໂລກ, ແຕ່ມະນຸດຮັກຄວາມມືດແທນທີ່ຈະຮັກຄວາມສະຫວ່າງ ເພາະການກະທຳຂອງພວກເຂົາຊົ່ວຮ້າຍ. ທຸກຄົນທີ່ເຮັດຊົ່ວກໍກຽດຊັງຄວາມສະຫວ່າງ ແລະ ຈະບໍ່ເຂົ້າມາໃນຄວາມສະຫວ່າງເພາະຢ້ານວ່າການກະທຳຂອງຕົນຈະຖືກເປີດເຜີຍ. ແຕ່ຜູ້ໃດກໍຕາມທີ່ມີຊີວິດຢູ່ໂດຍຄວາມຈິງ ກໍຈະມາສູ່ຄວາມສະຫວ່າງ ເພື່ອໃຫ້ເຫັນຈະແຈ້ງວ່າສິ່ງທີ່ພວກເຂົາເຮັດນັ້ນ ໄດ້ເຮັດໄປໂດຍເພິ່ງພາພຣະເຈົ້າ.
ໂຢຮັນຜູ້ໃຫ້ບັບຕິສະມາເປັນພະຍານເລື່ອງພຣະເຢຊູເຈົ້າອີກ
ຫລັງຈາກນັ້ນ ພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງກໍໄດ້ອອກໄປຍັງເຂດຊົນນະບົດຂອງແຂວງຢູດາຍ, ຢູ່ທີ່ນັ້ນພຣະອົງໃຊ້ເວລາຢູ່ກັບພວກເຂົາ ແລະ ໃຫ້ບັບຕິສະມາ. ໂຢຮັນກໍກຳລັງໃຫ້ບັບຕິສະມາຢູ່ເໝືອນກັນທີ່ບ້ານໄອນົນໃກ້ບ້ານຊາລິມ, ເພາະທີ່ນັ້ນມີນ້ຳຫລາຍ ແລະ ປະຊາຊົນໄດ້ພາກັນມາຫາໂຢຮັນ ແລະ ຮັບບັບຕິສະມາ. (ນີ້ແມ່ນກ່ອນໂຢຮັນຖືກຂັງຄຸກ.) ເກີດການໂຕ້ຖຽງກັນຂຶ້ນລະຫວ່າງລູກສິດບາງຄົນຂອງໂຢຮັນກັບຊາວຢິວຄົນໜຶ່ງ7ກ່ຽວກັບເລື່ອງພິທີຊຳລະ. ພວກເຂົາຈຶ່ງມາຫາໂຢຮັນ ແລະ ເວົ້າກັບເພິ່ນວ່າ, “ອາຈານເອີຍ, ເບິ່ງແມ ຊາຍຄົນນັ້ນເຄີຍຢູ່ກັບທ່ານທີ່ອີກຟາກໜຶ່ງຂອງແມ່ນ້ຳຈໍແດນ ຄືຜູ້ທີ່ທ່ານເປັນພະຍານເຖິງນັ້ນ, ເພິ່ນກຳລັງໃຫ້ບັບຕິສະມາຢູ່ ແລະ ທຸກຄົນກໍກຳລັງໄປຫາເພິ່ນ”.
ໂຢຮັນຕອບວ່າ, “ມະນຸດສາມາດຮັບພຽງແຕ່ສິ່ງທີ່ມອບໃຫ້ພວກເຂົາຈາກສະຫວັນເທົ່ານັ້ນ. ພວກເຈົ້າເອງກໍເປັນພະຍານໄດ້ເຖິງຄຳເວົ້າຂອງເຮົາທີ່ວ່າ, ‘ເຮົາບໍ່ແມ່ນພຣະເມຊີອາ8ແຕ່ເປັນຜູ້ທີ່ຖືກໃຊ້ມາກ່ອນໜ້າພຣະອົງ’. ເຈົ້າສາວກໍເປັນຂອງເຈົ້າບ່າວ. ເພື່ອນຂອງເຈົ້າບ່າວກໍຄອຍຖ້າຟັງເຈົ້າບ່າວຢູ່ ແລະ ເຕັມໄປດ້ວຍຄວາມຊື່ນຊົມຍິນດີເມື່ອໄດ້ຍິນສຽງຂອງເຈົ້າບ່າວ. ເຮົາກໍມີຄວາມຊື່ນຊົມຍິນດີຢ່າງນັ້ນ ແລະ ບັດນີ້ຄວາມຊື່ນຊົມຍິນດີນັ້ນກໍຄົບຖ້ວນແລ້ວ. ພຣະອົງຈະຕ້ອງໃຫຍ່ຂຶ້ນ ແຕ່ເຮົາຈະຕ້ອງນ້ອຍລົງ”.
ຜູ້ທີ່ມາຈາກເບື້ອງເທິງນັ້ນກໍຢູ່ເໜືອກວ່າທຸກສິ່ງ, ຜູ້ທີ່ມາຈາກໂລກກໍເປັນຂອງໂລກ ແລະ ເວົ້າຢ່າງຄົນທີ່ມາຈາກໂລກ. ພຣະອົງຜູ້ທີ່ມາຈາກສະຫວັນກໍຢູ່ເໜືອທຸກສິ່ງ. ພຣະອົງເປັນພະຍານເຖິງສິ່ງທີ່ພຣະອົງໄດ້ເຫັນ ແລະ ໄດ້ຍິນ, ແຕ່ບໍ່ມີຜູ້ໃດຍອມຮັບຄຳພະຍານຂອງພຣະອົງ. ແຕ່ຜູ້ທີ່ຍອມຮັບຄຳພະຍານນັ້ນກໍຢືນຢັນວ່າພຣະເຈົ້າເປັນຈິງ. ເພາະຜູ້ທີ່ພຣະເຈົ້າໃຊ້ມາກໍຈະກ່າວພຣະຄຳຂອງພຣະເຈົ້າ, ເພາະວ່າພຣະເຈົ້າ9ມອບພຣະວິນຍານໃຫ້ໂດຍບໍ່ຈຳກັດ. ພຣະບິດາຮັກພຣະບຸດ ແລະ ມອບທຸກສິ່ງໄວ້ໃນມືຂອງພຣະບຸດ. ຜູ້ໃດທີ່ເຊື່ອໃນພຣະບຸດກໍມີຊີວິດນິລັນດອນ, ແຕ່ຜູ້ໃດທີ່ບໍ່ຍອມຮັບພຣະບຸດກໍຈະບໍ່ໄດ້ຊີວິດນິລັນດອນ, ເພາະຄວາມໂກດຮ້າຍຂອງພຣະເຈົ້າຍັງຢູ່ກັບພວກເຂົາ.10
Source notes (10)
- Footnote ຫລື ເກີດຈາກເບື້ອງເທິງ ເຊັ່ນດຽວກັບຂໍ້ 7
- Footnote ຫລື ແຕ່ວິນຍານ
- Footnote ພາສາກຣີກວ່າ ພວກເຈົ້າ
- Footnote ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ບຸດມະນຸດຜູ້ສະຖິດໃນສະຫວັນ
- Footnote ໃນພາສາກຣີກຄຳວ່າ ຍົກຂຶ້ນ ອາດໝາຍຄວາມວ່າ ຍົກຍ້ອງ
- Footnote ຫລື ຜູ້ທີ່ເຊື່ອຈະມີຊີວິດນິລັນດອນໃນພຣະອົງ
- Footnote ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ຊາວຢິວກຸ່ມໜຶ່ງ
- Footnote ຫລື ພຣະຄຣິດເຈົ້າ
- Footnote ພາສາກຣີກວ່າ ພຣະອົງ
- Footnote ຜູ້ແປບາງຄົນໃສ່ເຄື່ອງໝາຍວົງຍືມປິດທີ່ຂໍ້ 30
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.