Skip to content
BibleKenya

Biblica® Open Lao Contemporary Version

ໂຢເອນ 3

ຊົນຊາດ​ທັງຫລາຍ​ຖືກ​ພິພາກສາ

“ເມື່ອ​ເຖິງ​ວັນ​ເຫລົ່ານັ້ນ ແລະ ເວລາ​ນັ້ນ,

ເມື່ອ​ເຮົາ​ຟື້ນຟູ​ຄວາມ​ຈະເລີນ​ຮຸ່ງເຮືອງ​ຂອງ​ຢູດາ ແລະ ເຢຣູຊາເລັມ​ນັ້ນ,

ເຮົາ​ຈະ​ເຕົ້າໂຮມ​ທຸກ​ຊົນຊາດ

ແລະ ນຳ​ພວກເຂົາ​ລົງ​ມາ​ທີ່​ຮ່ອມພູ​ເຢໂຮຊາຟັດ.1

ເຮົາ​ຈະ​ດຳເນີນ​ຄະດີ​ພວກເຂົາ​ຢູ່​ທີ່​ນັ້ນ

ເລື່ອງ​ທີ່​ປະຊາຊົນ​ອິດສະຣາເອນ​ຂອງ​ເຮົາ​ໄດ້​ເຮັດ​ຕໍ່​ມໍລະດົກ​ຂອງ​ເຮົາ,

ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງ​ເຮົາ​ແຕກ​ກະຈັດ​ກະຈາຍ​ໄປ​ໃນ​ທ່າມກາງ​ຊົນຊາດ​ຕ່າງໆ

ແລະ ແບ່ງ​ດິນແດນ​ຂອງ​ເຮົາ.

ພວກເຂົາ​ໄດ້​ຈັບ​ສະຫລາກ​ແບ່ງ​ປະຊາຊົນ​ຂອງ​ເຮົາ.

ແລະ ເອົາ​ເດັກນ້ອຍ​ຜູ້​ຊາຍ​ໄປ​ແລກປ່ຽນ​ກັບ​ຍິງ​ໂສເພນີ​ມາ;

ພວກເຂົາ​ໄດ້​ຂາຍ​ເດັກນ້ອຍ​ຜູ້ຍິງ​ເພື່ອ​ຈະ​ໄດ້​ເຫລົ້າອະງຸ່ນ​ມາ​ດື່ມ.

“ຕີເຣ ແລະ ຊີໂດນ​ກັບ​ດິນແດນ​ຟີລິດສະຕິນ​ທັງໝົດ ເຈົ້າ​ມີ​ສິ່ງ​ໃດ​ຕໍ່ສູ້​ເຮົາ? ເຈົ້າ​ກຳລັງ​ແກ້ແຄ້ນ​ເຮົາ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ​ບໍ? ຖ້າ​ເຈົ້າ​ແກ້ແຄ້ນ​ເຮົາ, ເຮົາ​ກໍ​ຈະ​ໃຫ້​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ໄວ້​ຕົກ​ຖືກ​ເຈົ້າ​ເອງ​ຢ່າງ​ໄວວາ ແລະ ທັນທີທັນໃດ. ເພາະ​ເຈົ້າ​ໄດ້​ຢຶດ​ເອົາ​ເງິນ ແລະ ຄຳ​ຂອງ​ເຮົາ​ກັບ​ຊັບສົມບັດ​ອັນ​ລ້ຳຄ່າ​ຂອງ​ເຮົາ​ໄປ​ໄວ້​ທີ່​ວິຫານ​ຕ່າງໆ​ຂອງ​ເຈົ້າ.2 ເຈົ້າ​ໄດ້​ຂາຍ​ຊາວ​ຢູດາ ແລະ ຊາວ​ເຢຣູຊາເລັມ​ໃຫ້​ແກ່​ຊາວ​ກຣີກ ເພື່ອ​ເຈົ້າ​ຈະ​ໄດ້​ສົ່ງ​ພວກເຂົາ​ໄປ​ໃຫ້​ໄກ​ຈາກ​ບ້ານເກີດ​ເມືອງ​ນອນ​ຂອງ​ພວກເຂົາ.

“ເບິ່ງ​ແມ, ເຮົາ​ຈະ​ກະຕຸ້ນ​ພວກເຂົາ​ໃຫ້​ອອກ​ມາ​ຈາກ​ສະຖານທີ່​ຕ່າງໆ ທີ່​ເຈົ້າ​ໄດ້​ຂາຍ​ພວກເຂົາ​ໃຫ້ ແລະ ເຮົາ​ກໍ​ຈະ​ໃຫ້​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ໄວ້​ນັ້ນ​ຕົກ​ຖືກ​ເຈົ້າ​ເອງ. ເຮົາ​ຈະ​ຂາຍ​ບັນດາ​ລູກຊາຍ ແລະ ລູກສາວ​ຂອງ​ເຈົ້າ​ໃຫ້​ແກ່​ຊາວ​ຢູດາ. ແລ້ວ​ຊາວ​ຢູດາ​ຈະ​ຂາຍ​ພວກເຂົາ​ໃຫ້​ຊາວ​ເຊບາ, ເຊິ່ງ​ເປັນ​ຊົນຊາດ​ໜຶ່ງ​ທີ່​ຢູ່​ໄກ”. ພຣະເຈົ້າ​ໄດ້​ກ່າວ​ດັ່ງນັ້ນ.

ຈົ່ງ​ປະກາດ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ​ວ່າ:

ຈົ່ງ​ຕຽມພ້ອມ​ສຳລັບ​ສູ້ຮົບ!

ຈົ່ງ​ປຸກ​ລະດົມ​ບັນດາ​ນັກຮົບ!

ໃຫ້​ບັນດາ​ນັກ​ຕໍ່ສູ້​ທຸກຄົນ​ເຂົ້າ​ມາ​ໃກ້ ແລະ ບຸກ​ໂຈມຕີ.

ຈົ່ງ​ຕີ​ໝາກກະສົບໄຖ​ຂອງ​ເຈົ້າ​ໃຫ້​ເປັນ​ດາບ

ແລະ ຕີ​ກ່ຽວ​ຂອງ​ເຈົ້າ​ໃຫ້​ເປັນ​ຫອກ.

ໃຫ້​ຄົນ​ທີ່​ອ່ອນແອ​ເວົ້າ​ວ່າ,

“ຂ້ອຍ​ເຂັ້ມແຂງ!”

ຈົ່ງ​ມາ​ໄວໆ, ຊົນຊາດ​ທັງຫລາຍ​ຈາກ​ທຸກ​ທີ່​ທຸກ​ບ່ອນ,

ແລະ ມາ​ປະຊຸມ​ກັນ​ຢູ່​ທີ່​ນັ້ນ.

ຂ້າແດ່​ພຣະເຈົ້າ​ຢາເວ! ຂໍ​ໂຜດ​ສົ່ງ​ນັກຮົບ​ຂອງ​ພຣະອົງ​ລົງ​ມາ!

“ຈົ່ງ​ກະຕຸ້ນ​ປະຊາຊາດ​ທັງຫລາຍ

ໃຫ້​ບຸກ​ໜ້າ​ມາ​ທີ່​ຮ່ອມ​ພູ​ເຢໂຮຊາຟັດ,

ເພາະ​ເຮົາ​ຈະ​ນັ່ງ​ຢູ່​ທີ່​ນັ້ນ

ເພື່ອ​ຕັດສິນ​ປະຊາຊາດ​ທັງໝົດ​ທຸກ​ດ້ານ.

ຈົ່ງ​ແກວ່ງ​ກ່ຽວ​ໄປ,

ເພາະ​ເຂົ້າ​ກໍ​ສຸກ​ພ້ອມ​ໃຫ້​ກ່ຽວ​ແລ້ວ.

ຈົ່ງ​ມາ, ມາ​ຢຽບ​ໝາກອະງຸ່ນ,

ເພາະ​ອ່າງ​ຢຽບ​ໝາກອະງຸ່ນ​ກໍ​ເຕັມ​ແລ້ວ

ແລະ ອ່າງ​ເກັບ​ນັ້ນ​ມີ​ເຫລົ້າອະງຸ່ນ​ເຕັມ​ຈົນ​ລົ້ນ

ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກເຂົາ​ກໍ​ມີ​ຫລວງຫລາຍ!”

ມີ​ຄົນ​ຈຳນວນ​ຫລວງຫລາຍ

ຢູ່​ໃນ​ຮ່ອມພູ​ແຫ່ງ​ການ​ພິພາກສາ!

ເພາະ​ວັນ​ແຫ່ງ​ພຣະເຈົ້າ​ຢາເວ​ແມ່ນ​ໃກ້​ເຂົ້າ​ມາ​ແລ້ວ

ໃນ​ຮ່ອມພູ​ແຫ່ງ​ການ​ພິພາກສາ.

ຕາເວັນ ແລະ ເດືອນ​ຈະ​ມືດ​ມິດ​ໄປ

ແລະ ດາວ​ຈະ​ບໍ່​ສ່ອງ​ແສງ.

ພຣະເຈົ້າ​ຢາເວ​ຈະ​ເປັ່ງ​ສຽງ​ອອກ​ມາ​ຈາກ​ຊີໂອນ

ແລະ ເປັ່ງ​ສຽງ​ຟ້າຮ້ອງ​ອອກ​ມາ​ຈາກ​ເຢຣູຊາເລັມ;

ແຜ່ນດິນ​ໂລກ ແລະ ຟ້າ​ສະຫວັນ​ຈະ​ສັ່ນສະທ້ານ.

ແຕ່​ພຣະເຈົ້າ​ຢາເວ​ຈະ​ເປັນ​ບ່ອນ​ລີ້ໄພ​ສຳລັບ​ປະຊາຊົນ​ຂອງ​ພຣະອົງ,

ເປັນ​ທີ່ໝັ້ນ​ສຳລັບ​ປະຊາຊົນ​ອິດສະຣາເອນ.

ພອນ​ສຳລັບ​ປະຊາຊົນ​ຂອງ​ພຣະເຈົ້າ

“ແລ້ວ​ນັ້ນ​ເຈົ້າ​ກໍ​ຈະ​ຮູ້​ວ່າ, ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.

ສະຖິດ​ຢູ່​ໃນ​ຊີໂອນ, ພູເຂົາ​ສັກສິດ​ຂອງ​ເຮົາ.

ເຢຣູຊາເລັມ​ຈະ​ບໍລິສຸດ​ສັກສິດ;

ຄົນ​ຕ່າງຊາດ​ຈະ​ບໍ່​ມາ​ທຳລາຍ​ເຢຣູຊາເລັມ​ອີກ.

“ໃນ​ວັນ​ນັ້ນ​ຈະ​ມີ​ນ້ຳ​ອະງຸ່ນ​ໃໝ່​ຍ້ອຍ​ຈາກ​ພູເຂົາ

ແລະ ມີ​ນ້ຳນົມ​ໄຫລ​ມາ​ຈາກ​ໂນນພູ;

ຫ້ວຍນ້ຳ​ທັງຫລາຍ​ຂອງ​ຢູດາ​ຈະ​ມີ​ນ້ຳ​ນອງ.

ນ້ຳພຸ​ຈະ​ໄຫລ​ອອກ​ມາ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ຢາເວ

ໃຫ້​ຄວາມ​ຊຸ່ມ​ຊື່ນ​ແກ່​ຮ່ອມພູ​ຕົ້ນກະຖິນ.3

ແຕ່​ເອຢິບ​ຈະ​ຮົກຮ້າງ,

ເອໂດມ​ກາຍເປັນ​ຖິ່ນແຫ້ງແລ້ງກັນດານ,

ເພາະ​ຄວາມ​ໂຫດຮ້າຍ​ທີ່​ໄດ້​ເຮັດ​ໄວ້​ກັບ​ຊາວ​ຢູດາ,

ພວກເຂົາ​ໄດ້​ເຮັດ​ໃຫ້​ຜູ້​ບໍລິສຸດ​ຕ້ອງ​ຫລັ່ງ​ເລືອດ​ໃນ​ດິນແດນ​ນັ້ນ.

ຢູດາ ແລະ ເຢຣູຊາເລັມ​ຈະ​ມີ​ຄົນ​ອາໄສ​ຢູ່

ຕະຫລອດໄປ​ທຸກ​ຊົ່ວ​ອາຍຸ.

ຄວາມ​ຜິດ​ທີ່​ພວກເຂົາ​ເຮັດ​ໃຫ້​ເລືອດ​ຕົກ​ທີ່​ເຮົາ​ບໍ່​ໄດ້​ອະໄພ​ໃຫ້​ນັ້ນ

ເຮົາ​ຈະ​ໃຫ້​ອະໄພ”.

ພຣະເຈົ້າ​ຢາເວ​ສະຖິດ​ຢູ່​ໃນ​ຊີໂອນ!

Source notes (3)
  1. Footnote ເຢໂຮຊາຟັດ ແປ​ວ່າ​ພຣະເຈົ້າ​ຢາເວ​ພິພາກສາ ຄື​ກັນ​ກັບ​ຂໍ້ 12
  2. Footnote ຫລື ວັງ
  3. Footnote ຫລື ຮ່ອມພູ​ຊິດຕີມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.