Biblica® Open Lao Contemporary Version
ອາໂມດ 1
ຖ້ອຍຄຳຂອງອາໂມດ ຄົນລ້ຽງແກະຄົນໜຶ່ງໃນເຕກົວ ສິ່ງທີ່ອາໂມດໄດ້ເຫັນກ່ຽວກັບອິດສະຣາເອນສອງປີ ກ່ອນທີ່ຈະເກີດແຜ່ນດິນໄຫວ, ເມື່ອເວລາທີ່ອຸດຊີຢາເປັນກະສັດແຫ່ງຢູດາຍ ແລະ ເຢໂຣໂບອາມ ລູກຊາຍຂອງເຢໂຮອາດ1 ເປັນກະສັດແຫ່ງອິດສະຣາເອນ.
ອາໂມດໄດ້ກ່າວວ່າ:
“ພຣະເຈົ້າຢາເວເປັ່ງສຽງກ້ອງຈາກຊີໂອນ
ເປັ່ງສຽງຈາກເຢຣູຊາເລັມ
ແລ້ວທົ່ງຫຍ້າຂອງຄົນລ້ຽງແກະກໍຫ່ຽວແຫ້ງ2
ແລະ ຈອມພູກາເມນກໍຫ່ຽວແຫ້ງໄປ”
ຄຳພິພາກສາບັນດາເພື່ອນບ້ານຂອງອິດສະຣາເອນ
ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:
“ເນື່ອງຈາກດາມັສກັດໄດ້ເຮັດບາບຊ້ຳແລ້ວຊ້ຳອີກສາມສີ່ຄັ້ງ,
ເຮົາຈຶ່ງບໍ່ຍົກເລີກການລົງໂທດ.
ເພາະມັນໄດ້ນວດຊາວກີເລອາດ
ດ້ວຍແປ້ນນວດເຂົ້າ ເຊິ່ງມີແຂ້ວເປັນເຫລັກ,
ເຮົາຈະສົ່ງໄຟມາທີ່ເຮືອນຂອງກະສັດຮາຊາເອນ
ເຊິ່ງຈະເຜົາຜານປ້ອມປ້ອງກັນທັງຫລາຍຂອງກະສັດເບັນຮາດາດ.
ເຮົາຈະພັງປະຕູເມືອງດາມັສກັດ;
ເຮົາຈະທຳລາຍກະສັດທີ່ຢູ່ໃນ3ຮ່ອມພູອາເວນ4
ແລະ ທຳລາຍຜູ້ຖືໄມ້ຄາທາໃນເບັດເຮເດນ
ຊາວຊີເຣຍຈະຖືກກວາດຕ້ອນໄປເປັນຊະເລີຍຢູ່ທີ່ເມືອງກີຣະ”,
ພຣະເຈົ້າຢາເວກ່າວດັ່ງນັ້ນ.
ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:
“ເນື່ອງຈາກກາຊາເຮັດບາບຊ້ຳແລ້ວຊ້ຳອີກສາມສີ່ຄັ້ງ
ເຮົາຈຶ່ງບໍ່ຍົກເລີກການລົງໂທດ.
ເພາະມັນໄດ້ກວາດຕ້ອນຄົນທັງຊຸມຊົນໄປເປັນຊະເລີຍ
ແລະ ຂາຍໃຫ້ແກ່ຊາວເອໂດມ,
ເຮົາຈະສົ່ງໄຟມາທີ່ກຳແພງເມືອງກາຊາ
ເຊິ່ງຈະເຜົາຜານປ້ອມປ້ອງກັນທັງຫລາຍຂອງມັນ.
ເຮົາຈະທຳລາຍກະສັດແຫ່ງ5ອາຊະໂດດ
ແລະ ທຳລາຍຜູ້ຖືໄມ້ຄາທາໃນອາຊະເກໂລນ.
ເຮົາຈະລົງໂທດຊາວເມືອງເອັກໂຣນ,
ຈົນກວ່າຄົນຟີລິດສະຕິນຄົນສຸດທ້າຍຈະຕາຍໄປ”,
ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນັ້ນ.
ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:
“ເນື່ອງຈາກຕີເຣເຮັດບາບຊ້ຳແລ້ວຊ້ຳອີກສາມສີ່ຄັ້ງ
ເຮົາຈຶ່ງບໍ່ຍົກເລີກການລົງໂທດ.
ເພາະມັນໄດ້ຂາຍຊະເລີຍທັງຊຸມຊົນໃຫ້ແກ່ເອໂດມ,
ບໍ່ຄຳນຶງເຖິງສັນຍາມິດຕະພາບລະຫວ່າງພີ່ນ້ອງ,
ເຮົາຈະສົ່ງໄຟມາທີ່ກຳແພງເມືອງຕີເຣ
ເຊິ່ງຈະເຜົາຜານປ້ອມປ້ອງກັນທັງຫລາຍຂອງມັນ”.
ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:
“ເນື່ອງຈາກເອໂດມໄດ້ເຮັດບາບຊ້ຳແລ້ວຊ້ຳອີກສາມສີ່ຄັ້ງ
ເຮົາຈຶ່ງບໍ່ຍົກເລີກການລົງໂທດ.
ເພາະມັນຖືດາບຕາມລ່ານ້ອງຊາຍຂອງຕົນ
ແລະ ຂ້າແມ່ຍິງຂອງດິນແດນ,
ເພາະຄວາມໃຈຮ້າຍຂອງມັນລຸກຢູ່ຕະຫລອດເວລາ
ແລະ ຄວາມຄຽດແຄ້ນຂອງມັນກໍລຸກຢູ່ບໍ່ຢຸດ,
ເຮົາຈະສົ່ງໄຟມາທີ່ເຕມານ
ເຊິ່ງຈະເຜົາຜານປ້ອມປ້ອງກັນທັງຫລາຍຂອງໂບຊະຣາ”.
ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:
“ເນື່ອງຈາກອຳໂມນໄດ້ເຮັດບາບຊ້ຳແລ້ວຊ້ຳອີກສາມສີ່ຄັ້ງ
ເຮົາຈຶ່ງບໍ່ຍົກເລີກການລົງໂທດ.
ເພາະມັນໄດ້ຜ່າທ້ອງແມ່ຍິງຖືພາໃນກີເລອາດ
ເພື່ອຂະຫຍາຍເຂດແດນຂອງຕົນ,
ເຮົາຈະສົ່ງໄຟມາທີ່ກຳແພງເມືອງຣັບບາ
ເຊິ່ງຈະເຜົາຜານປ້ອມປ້ອງກັນທັງຫລາຍຂອງມັນ
ທ່າມກາງສຽງໂຫ່ຮ້ອງໃນວັນສົງຄາມ,
ທ່າມກາງສາຍລົມປັ່ນປ່ວນໃນວັນທີ່ມີພະຍຸ.
ກະສັດ6ຂອງອຳໂມນ ແລະ ບັນດາຂ້າລາຊະການ
ຈະຕົກເປັນຊະເລີຍ”,
ພຣະເຈົ້າຢາເວກ່າວດັ່ງນັ້ນ.
Source notes (6)
- Footnote ພາສາເຮັບເຣີວ່າ ໂຢອາດ ເປັນອີກຮູບໜຶ່ງຂອງ ເຢໂຮອາດ
- Footnote ຫລື ທົ່ງຫຍ້າຂອງຄົນລ້ຽງແກະຄ່ຳຄວນໄວ້ອາໄລ
- Footnote ຫລື ຜູ້ທີ່ອາໄສຢູ່ໃນ
- Footnote ແປວ່າ ຄວາມຊົ່ວຮ້າຍ
- Footnote ຫລື ຜູ້ທີ່ອາໄສຢູ່ໃນ
- Footnote ຫລື ໂມເລັກ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.