Skip to content
BibleKenya

Biblica® Open Lao Contemporary Version

ອາໂມດ 2

ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ:

“ເນື່ອງ​ຈາກ​ໂມອາບ​ໄດ້​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ເລົ່າ​ສາມ​ສີ່​ຄັ້ງ

ເຮົາ​ຈຶ່ງ​ບໍ່​ຍົກເລີກ​ການ​ລົງໂທດ.

ເພາະ​ມັນ​ໄດ້​ເຜົາ​ກະດູກ​ກະສັດ​ເອໂດມ

ໃຫ້​ເປັນ​ຂີ້ເຖົ່າ,

ເຮົາ​ຈະ​ສົ່ງ​ໄຟ​ມາ​ທີ່​ໂມອາບ

ເຊິ່ງ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ເກຣິໂອດ.1

ໂມອາບ​ຈະ​ຫລົ້ມຈົມ​ທ່າມກາງ​ຄວາມ​ວຸ້ນວາຍ

ທ່າມກາງ​ສຽງ​ໂຫ່​ຮ້ອງ​ອອກ​ຮົບ ແລະ ສຽງ​ແກ​ດັງ​ສະໜັ່ນ.

ເຮົາ​ຈະ​ທຳລາຍ​ຜູ້​ປົກຄອງ​ມັນ

ແລະ ຂ້າ​ບັນດາ​ຂ້າລາຊະການ​ພ້ອມ​ກັບ​ມັນ​ດ້ວຍ”,

ພຣະເຈົ້າ​ຢາເວ​ກ່າວ​ດັ່ງນັ້ນ.

ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ:

“ເນື່ອງ​ຈາກ​ຢູດາ​ໄດ້​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ​ສາມ​ສີ່​ຄັ້ງ

ເຮົາ​ຈຶ່ງ​ຍົກເລີກ​ການ​ລົງໂທດ.

ເພາະ​ມັນ​ໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ພຣະເຈົ້າ​ຢາເວ

ແລະ ບໍ່​ໄດ້​ປະຕິບັດ​ຕາມ​ດຳລັດ​ຂອງ​ພຣະອົງ,

ເພາະ​ພະ​ປອມ​ທັງຫລາຍ​ໄດ້​ຊັກຊວນ​ພວກເຂົາ​ໃຫ້​ຫລົງ​ຕະເຫລີດ​ໄປ

ບັນດາ​ພະ2​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ຫລົງ​ຕາມ​ໄປ,

ເຮົາ​ຈະ​ສົ່ງ​ໄຟ​ມາ​ທີ່​ຢູດາ

ເຊິ່ງ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ເຢຣູຊາເລັມ”.

ຄຳ​ພິພາກສາ​ອິດສະຣາເອນ

ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ:

“ເນື່ອງ​ຈາກ​ອິດສະຣາເອນ​ໄດ້​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ​ສາມ​ສີ່​ຄັ້ງ

ເຮົາ​ຈຶ່ງ​ຍົກເລີກ​ການ​ລົງໂທດ.

ພວກເຂົາ​ຂາຍ​ຜູ້​ບໍລິສຸດ​ເພື່ອ​ແລກປ່ຽນ​ກັບ​ເງິນ,

ແລະ ຂາຍ​ຄົນ​ຂັດສົນ​ເພື່ອ​ແລກປ່ຽນ​ກັບ​ເກີບ​ຄູ່​ດຽວ.

ພວກເຂົາ​ຢຽບຢ່ຳ​ຫົວ​ຂອງ​ຄົນ​ທຸກຍາກ

ເໝືອນ​ກັບ​ຍ່າງ​ຢຽບ​ຂີ້ຝຸ່ນ​ຢູ່​ເທິງ​ພື້ນດິນ

ແລະ ບໍ່​ຍອມ​ໃຫ້​ຄວາມ​ຍຸຕິທຳ​ແກ່​ຜູ້​ຖືກ​ກົດຂີ່.

ພໍ່ ແລະ ລູກຊາຍ​ໃຊ້​ຜູ້ຍິງ​ຄົນ​ດຽວ​ກັນ

ແລະ ເປັນ​ເຫດ​ໃຫ້​ນາມ​ອັນ​ສັກສິດ​ຂອງ​ເຮົາ​ຖືກ​ລົບຫລູ່.

ພວກເຂົາ​ເອນ​ໂຕ​ລົງ​ນອນ​ຂ້າງ​ແທ່ນບູຊາ​ທຸກ​ແທ່ນ

ສວມ​ເສື້ອ​ຜ້າ​ທີ່​ຢຶດ​ມາ​ຈາກ​ການ​ຈຳນຳ.

ພວກເຂົາ​ດື່ມ​ເຫລົ້າອະງຸ່ນ​ທີ່​ຢຶດ​ມາ​ຈາກ​ການ​ປັບໄໝ

ໃນ​ເຮືອນ​ຂອງ​ພະ​ຂອງ​ພວກເຂົາ.

“ເຮົາ​ໄດ້​ທຳລາຍ​ຊາວ​ອາໂມ​ຕໍ່ໜ້າ​ພວກເຂົາ,

ທັງ​ທີ່​ອາໂມ​ສູງ​ສະຫງ່າ​ເໝືອນ​ດັ່ງ​ຕົ້ນໄມ້ສີດາ

ແລະ ແຂງແກ່ນ​ເໝືອນ​ດັ່ງ​ຕົ້ນໂອກ.

ເຮົາ​ໄດ້​ທຳລາຍ​ຜົນ​ຂອງ​ພວກເຂົາ​ທີ່​ຢູ່​ຂ້າງ​ເທິງ

ແລະ ຮາກ​ຂອງ​ພວກເຂົາ​ທີ່​ຢູ່​ຂ້າງ​ລຸ່ມ.

ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ

ແລະ ນຳພາ​ພວກເຈົ້າ​ຜ່ານ​ຖິ່ນແຫ້ງແລ້ງກັນດານ​ຕະຫລອດ​ສີ່ສິບ​ປີ

ເພື່ອ​ຍົກ​ດິນແດນ​ຂອງ​ຊາວ​ອາໂມ​ໃຫ້​ແກ່​ພວກເຈົ້າ.

“ເຮົາ​ຍັງ​ໄດ້​ຕັ້ງ​ລູກຊາຍ​ບາງຄົນ​ຂອງ​ພວກເຈົ້າ​ໃຫ້​ເປັນ​ຜູ້ທຳນວາຍ

ແລະ ໄດ້​ເລືອກ​ຄົນ​ໜຸ່ມ​ບາງຄົນ​ຂອງ​ພວກເຈົ້າ​ໃຫ້​ເປັນ​ຄົນ​ນາຊີຣີ3

ນີ້​ເປັນ​ຄວາມ​ຈິງ​ບໍ່​ແມ່ນ​ບໍ ປະຊາຊົນ​ອິດສະຣາເອນ?”

ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.

“ແຕ່​ພວກເຈົ້າ​ກໍ​ບັງຄັບ​ໃຫ້​ຄົນ​ນາຊີຣີ​ດື່ມ​ເຫລົ້າອະງຸ່ນ

ແລະ ສັ່ງ​ບັນດາ​ຜູ້ທຳນວາຍ​ບໍ່​ໃຫ້​ກ່າວ​ຄຳ​ທຳນວາຍ.

“ດັ່ງນັ້ນ ບັດນີ້​ເຮົາ​ຈະ​ຍ່ອງ​ພວກເຈົ້າ

ເໝືອນ​ດັ່ງ​ກວຽນ​ທີ່​ບັນທຸກ​ພືດຜົນ​ເຕັມ​ຖືກ​ຍ່ອງ

ຄົນ​ທີ່​ວ່ອງໄວ​ຈະ​ໜີ​ບໍ່​ພົ້ນ

ຄົນ​ທີ່​ແຂງແຮງ​ຈະ​ບໍ່​ອາດ​ຮວບຮວມ​ກຳລັງ​ຂອງ​ຕົນ,

ແລະ ນັກຮົບ​ກໍ​ຈະ​ເອົາ​ຊີວິດ​ຂອງ​ຕົນ​ບໍ່​ພົ້ນ.

ນັກ​ຍິງ​ທະນູ​ຈະ​ບໍ່​ອາດ​ຢືນ​ຢູ່​ໄດ້,

ທະຫານ​ບົກ​ຈະ​ໜີ​ໄປ​ບໍ່​ພົ້ນ

ແລະ ທະຫານ​ມ້າ​ຈະ​ເອົາ​ຊີວິດ​ຂອງ​ບໍ່​ພົ້ນ.

ແມ່ນແຕ່​ນັກຮົບ​ທີ່​ກ້າຫານ​ທີ່ສຸດ

ກໍ​ຈະ​ໜີ​ໂຕ​ເປົ່າ​ໄປ​ໃນ​ວັນ​ນັ້ນ”,

ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.

Source notes (3)
  1. Footnote ຫລື ຂອງ​ເມືອງ​ຕ່າງໆ​ຂອງ​ມັນ
  2. Footnote ຫລື ຄຳ​ຕົວະ​ທັງຫລາຍ
  3. Footnote ນາຊີຣີ ແມ່ນ​ຄົນ​ອິດສະຣາເອນ​ທີ່​ອຸທິດ​ຕົນ​ແກ່​ພຣະເຈົ້າ ໂດຍ​ສາບານ​ວ່າ​ຈະບໍ່​ດື່ມ​ເຫລົ້າອະງຸ່ນ ຫລື ເບຍ ຫລື ຕັດຜົມ ຫລື ແຕະຕ້ອງ​ສົບ​ຄົນຕາຍ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.