Skip to content
BibleKenya

Biblica® Open Lao Contemporary Version

ອາໂມດ 3

ເອີ້ນ​ພະຍານ​ມາ​ກ່າວ​ໂທດ​ອິດສະຣາເອນ

ປະຊາຊົນ​ອິດສະຣາເອນ, ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ທີ່​ຕໍ່ວ່າ​ພວກເຈົ້າ ຕໍ່ວ່າ​ຄອບຄົວ​ທັງໝົດ​ທີ່​ເຮົາ​ໄດ້​ນຳ​ອອກ​ມາ​ຈາກ​ເອຢິບ ດັ່ງນີ້​ວ່າ:

“ພວກເຈົ້າ​ເທົ່ານັ້ນ​ທີ່​ເຮົາ​ໄດ້​ເລືອກ​ໄວ້

ຈາກ​ຊົນຊາດ​ທັງໝົດ​ໃນ​ໂລກ​ນີ້;

ເຫດສະນັ້ນ ເຮົາ​ຈະ​ລົງໂທດ​ພວກເຈົ້າ

ເພາະ​ບາບ​ທັງໝົດ​ຂອງ​ພວກເຈົ້າ”.

ສອງ​ຄົນ​ຈະ​ຍ່າງ​ໄປ​ດ້ວຍ​ກັນ

ໂດຍ​ພວກເຂົາ​ບໍ່​ໄດ້​ຕົກລົງ​ກັນ​ໄວ້​ກ່ອນ​ໄດ້​ບໍ?

ເມື່ອ​ໂຕສິງ​ລ່າ​ເຫຍື່ອ​ບໍ່​ໄດ້

ມັນ​ກໍ​ຈະ​ແຜດ​ສຽງ​ດັງ​ຢູ່​ໃນ​ປ່າ​ບໍ?

ເມື່ອ​ມັນ​ຈັບ​ສັດ​ຫຍັງ​ບໍ່​ໄດ້

ມັນ​ຈະ​ຮ້ອງ​ຄວນ​ຄາງ​ຢູ່​ໃນ​ຖ້ຳ​ບໍ?

ເມື່ອ​ບໍ່​ໄດ້​ວາງ​ເຫຍື່ອ​ລໍ້​ໄວ້

ນົກ​ຈະ​ຕົກ​ລົງ​ໃນ​ກັບ​ດັກ​ທີ່​ວາງ​ຢູ່​ທີ່​ພື້ນດິນ​ໄດ້​ບໍ?

ຖ້າ​ບໍ່​ມີ​ສິ່ງໃດ​ໄປ​ຕິດ​ຢູ່​ທີ່​ນັ້ນ

ກັບດັກ​ຈະ​ລັ່ນ​ຂຶ້ນ​ໄດ້​ບໍ?

ເມື່ອ​ສຽງ​ແກ​ດັງ​ຂຶ້ນ​ໃນ​ເມືອງ

ຄົນ​ທັງຫລາຍ​ຈະ​ບໍ່​ຕົກໃຈ​ບໍ?

ເມື່ອ​ເກີດ​ໄພພິບັດ​ໃນ​ເມືອງ​ໃດ

ພຣະເຈົ້າ​ຢາເວ​ບໍ່​ໄດ້​ເປັນ​ຜູ້​ບັນດານ​ໃຫ້​ເກີດ​ບໍ?

ແນ່ນອນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈະ​ບໍ່​ກະທຳ​ສິ່ງໃດ

ໂດຍ​ບໍ່​ເປີດເຜີຍ​ແຜນການ​ຂອງ​ພຣະອົງ

ໃຫ້​ບັນດາ​ຜູ້ທຳນວາຍ​ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄດ້​ຮູ້.

ເມື່ອ​ໂຕສິງ​ໄດ້​ແຜດ​ສຽງ

ຜູ້ໃດ​ຈະ​ບໍ່​ຢ້ານ?

ເມື່ອ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ກ່າວ​ແລ້ວ

ຜູ້ໃດ​ຈະ​ບໍ່​ກ່າວ​ຄຳ​ທຳນວາຍ?

ຈົ່ງ​ປ່າວ​ຮ້ອງ​ແກ່​ປ້ອມ​ປ້ອງກັນ​ແຫ່ງ​ອາຊະໂດດ

ແລະ ແກ່​ປ້ອມ​ປ້ອງກັນ​ແຫ່ງ​ເອຢິບ​ວ່າ:

“ຈົ່ງ​ມາ​ຊຸມນຸມ​ກັນ​ຢູ່​ເທິງ​ພູເຂົາ​ຂອງ​ຊາມາເຣຍ;

ມາ​ເບິ່ງ​ຄວາມ​ສັບສົນ​ວຸ້ນວາຍ​ໃນ​ເມືອງ​ນັ້ນ

ແລະ ເບິ່ງ​ການ​ກົດຂີ່​ຂົ່ມເຫັງ​ທ່າມກາງ​ປະຊາຊົນ​ຂອງ​ເມືອງ​ນັ້ນ”.

ພຣະເຈົ້າ​ຢາເວ​ປະກາດ​ດັ່ງນີ້​ວ່າ,

“ບັນດາ​ຜູ້​ທີ່​ສະສົມ​ເຄື່ອງ​ຂອງ​ທີ່​ປຸ້ນ ແລະ ຢຶດ​ມາ ໄວ້​ໃນ​ປ້ອມ​ປ້ອງກັນ​ຕ່າງໆ​ຂອງ​ຕົນ

ພວກເຂົາ​ບໍ່​ຮູ້​ຈັກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ”.

ເຫດສະນັ້ນ ພຣະເຈົ້າ​ຢາເວ​ອົງ​ເຈົ້ານາຍ​ກ່າວ​ຈຶ່ງ​ວ່າ:

“ສັດຕູ​ຈະ​ມາ​ລ້າງ​ຜານ​ແຜ່ນດິນ​ຂອງ​ເຈົ້າ

ພວກເຂົາ​ຈະ​ພັງ​ທີ່ໝັ້ນ​ຂອງ​ເຈົ້າ​ລົງ

ແລະ ປຸ້ນ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ເຈົ້າ”.

ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ:

“ເໝືອນ​ຄົນລ້ຽງແກະ​ຊ່ວຍ​ແກະ​ອອກ​ມາ​ຈາກ​ປາກ​ໂຕສິງ

ໄດ້​ພຽງ​ກະດູກ​ຂາ​ສອງ​ອັນ ຫລື ເສດ​ຫູ​ຕ່ອນ​ດຽວ​ສັນໃດ,

ຊາວ​ອິດສະຣາເອນ​ກໍ​ຈະ​ໄດ້​ຮັບ​ການ​ຊ່ວຍເຫລືອ​ແບບ​ດຽວ​ກັນ​ສັນນັ້ນ,

ຄື​ຄົນ​ເຫລົ່ານັ້ນ​ທີ່​ນັ່ງ​ຢູ່​ເທິງ​ຂອບ​ຕຽງ​ຂອງ​ພວກເຂົາ

ໃນ​ຊາມາເຣຍ ແລະ ນັ່ງ​ຢູ່​ເທິງ​ຕັ່ງນວມ​ໃນ​ດາມັສກັດ1”.

ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ປະກາດ​ວ່າ, “ຈົ່ງ​ຟັງ ແລ້ວ​ໄປ​ກ່າວ​ໂທດ​ເຊື້ອສາຍ​ຂອງ​ຢາໂຄບ​ວ່າ,

“ໃນ​ວັນ​ທີ່​ເຮົາ​ລົງໂທດ​ອິດສະຣາເອນ​ເພາະ​ບາບ​ທັງຫລາຍ​ຂອງ​ພວກເຂົາ;

ເຮົາ​ຈະ​ທຳລາຍ​ແທ່ນບູຊາ​ແຫ່ງ​ເບັດເອນ;

ເຂົາ​ຂອງ​ແທ່ນ​ຈະ​ຖືກ​ຕັດ​ອອກ

ແລະ ຫລົ່ນ​ລົງ​ທີ່​ພື້ນ.

ເຮົາ​ຈະ​ພັງ​ທະລາຍ​ເຮືອນ​ລະດູ​ໜາວ

ພ້ອມ​ທັງ​ເຮືອນ​ລະດູ​ຮ້ອນ​ລົງ;

ເຮືອນ​ທັງຫລາຍ​ທີ່​ຕົກແຕ່ງ​ດ້ວຍ​ງາຊ້າງ​ກໍ​ຈະ​ຖືກ​ທຳລາຍ

ແລະ ອາຄານ​ໃຫຍ່​ທັງຫລາຍ​ຈະ​ສູນສິ້ນ​ໄປ”,

ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.

Source notes (1)
  1. Footnote ໃນ​ພາສາ​ເຮັບເຣີ​ວັກ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.