Skip to content
BibleKenya

Biblica® Open Lao Contemporary Version

ອາໂມດ 4

ອິດສະຣາເອນ​ບໍ່​ໄດ້​ຫັນ​ກັບ​ມາ​ຫາ​ພຣະເຈົ້າ

ຈົ່ງ​ຟັງ​ຖ້ອຍຄຳ​ນີ້, ບັນດາ​ງົວແມ່​ແຫ່ງ​ບາຊານ ເຊິ່ງ​ຢູ່​ເທິງ​ພູເຂົາ​ຊາມາເຣຍ,

ຄື​ພວກ​ແມ່ຍິງ​ທີ່​ກົດຂີ່​ຄົນທຸກຍາກ ແລະ ຢຽບຢ່ຳ​ຄົນ​ຂັດສົນ

ແລະ ຄົນ​ທີ່​ເວົ້າ​ກັບ​ຜົວ​ຂອງ​ຕົນ​ວ່າ, “ຊ່ວຍ​ເອົາ​ເຄື່ອງດື່ມ​ມາ​ໃຫ້​ພວກເຮົາ​ແດ່!”

ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ປະຕິຍານ​ໂດຍ​ຄວາມ​ບໍລິສຸດ​ຂອງ​ພຣະອົງ​ວ່າ:

“ເວລາ​ນັ້ນ​ຈະ​ມາ​ເຖິງ​ຢ່າງ​ແນ່ນອນ

ເມື່ອ​ພວກເຈົ້າ​ຈະ​ຖືກ​ລາກ​ໄປ​ດ້ວຍ​ຂໍເກາະ

ພວກ​ສຸດທ້າຍ​ຈະ​ຖືກ​ລາກ​ໄປ​ດ້ວຍ​ເບັດ.

ພວກເຈົ້າ​ແຕ່​ລະ​ຄົນ​ຈະ​ອອກ​ໄປ​ຊື່

ຜ່ານ​ຮອຍ​ແຕກ​ຂອງ​ກຳແພງ.

ພວກເຈົ້າ​ຈະ​ຖືກ​ໂຍນ​ອອກ​ໄປ​ທີ່​ຮານໂມນ1”.

ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.

“ຈົ່ງ​ໄປ​ທີ່​ເບັດເອນ ແລະ ເຮັດ​ບາບ;

ຈົ່ງ​ໄປ​ທີ່​ກິນການ ແລະ ເຮັດ​ບາບ​ຫລາຍ​ຂຶ້ນ​ໄປ​ອີກ.

ເອົາ​ເຄື່ອງບູຊາ​ຂອງ​ພວກເຈົ້າ​ໄປ​ຖວາຍ​ທຸກ​ເຊົ້າ,

ເອົາ​ໜຶ່ງ​ສ່ວນ​ສິບ​ຂອງ​ພວກເຈົ້າ​ໄປ​ຖວາຍ​ທຸກ​ສາມ​ປີ.2

ເອົາ​ເຂົ້າຈີ່​ໃສ່​ເຊື້ອແປ້ງ​ມາ​ເຜົາ​ຖວາຍ​ເປັນ​ເຄື່ອງບູຊາ​ຂອບພຣະຄຸນ

ແລະ ອວດອ້າງ​ເຄື່ອງບູຊາ​ຕາມ​ຄວາມ​ສະໝັກ​ໃຈ​ຂອງ​ພວກເຈົ້າ

ຈົ່ງ​ອວດອ້າງ​ສິ່ງ​ເຫລົ່ານັ້ນ ພວກເຈົ້າ ຊາວ​ອິດສະຣາເອນ,

ໃນ​ເມື່ອ​ພວກເຈົ້າ​ຮັກ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ”,

ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.

“ເຮົາ​ໃຫ້​ພວກເຈົ້າ​ທ້ອງ​ແຫ້ງ3​ໃນ​ທຸກໆ​ນະຄອນ

ບໍ່​ມີ​ອາຫານ​ກິນ​ໃນ​ທຸກໆ​ເມືອງ,

ເຖິງ​ປານ​ນັ້ນ ພວກເຈົ້າ​ກໍ​ບໍ່​ຍອມ​ກັບ​ມາ​ຫາ​ເຮົາ”,

ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.

“ເຮົາ​ໄດ້​ງົດ​ໃຫ້​ຝົນ​ແກ່​ພວກເຈົ້າ​ດ້ວຍ

ຍັງ​ສາມ​ເດືອນ​ກ່ອນ​ເຖິງ​ລະດູ​ເກັບ​ກ່ຽວ

ເຮົາ​ໄດ້​ໃຫ້​ຝົນ​ຕົກ​ໃນ​ເມືອງ​ໜຶ່ງ,

ແຕ່​ບໍ່​ໃຫ້​ຝົນ​ຕົກ​ໃນ​ອີກ​ເມືອງ​ໜຶ່ງ.

ນາ​ໜຶ່ງ​ມີ​ຝົນ;

ອີກ​ນາ​ໜຶ່ງ​ບໍ່​ມີ​ຝົນ ແລະ ເຂົ້າ​ກໍ​ຈະ​ຫ່ຽວ​ແຫ້ງ​ໄປ.

ຄົນ​ທັງຫລາຍ​ໂຊເຊ​ຈາກ​ເມືອງ​ໜຶ່ງ​ໄປ​ອີກ​ເມືອງ​ໜຶ່ງ​ເພື່ອ​ຫາ​ນ້ຳ

ແຕ່​ກໍ​ໄດ້​ບໍ່​ພໍ​ດື່ມ,

ເຖິງ​ປານ​ນັ້ນ​ພວກເຈົ້າ​ກໍ​ບໍ່​ຍອມ​ກັບ​ມາ​ຫາ​ເຮົາ”,

ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.

“ຫລາຍ​ຄັ້ງ​ທີ່​ເຮົາ​ໂຈມ​ຕີ​ສວນ ແລະ ສວນ​ອະງຸ່ນ​ຂອງ​ພວກເຈົ້າ,

ພືດຜົນ​ຖືກ​ທຳລາຍ ແລະ ຂຶ້ນ​ລາ.

ມີ​ຕັກແຕນ​ກັດ​ກິນ​ຕົ້ນ​ໝາກເດື່ອ ແລະ ຕົ້ນ​ໝາກກອກ​ຂອງ​ພວກເຈົ້າ.

ເຖິງ​ປານ​ນັ້ນ ພວກເຈົ້າ​ກໍ​ບໍ່​ຍອມ​ກັບ​ມາ​ຫາ​ເຮົາ”.

ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.

“ເຮົາ​ໄດ້​ສົ່ງ​ໄພພິບັດ​ຕ່າງໆ​ມາ​ທ່າມກາງ​ພວກເຈົ້າ

ເໝືອນ​ທີ່​ເຮົາ​ໄດ້​ເຮັດ​ແກ່​ເອຢິບ.

ເຮົາ​ໄດ້​ຂ້າ​ຊາຍ​ໜຸ່ມ​ຂອງ​ພວກເຈົ້າ​ດ້ວຍ​ດາບ,

ພ້ອມ​ກັບ​ຂ້າ​ມ້າ​ທັງຫລາຍ​ທີ່​ພວກເຈົ້າ​ຢຶດ​ມາ​ໄດ້.

ເຮົາ​ໄດ້​ເຮັດ​ໃຫ້​ກິ່ນ​ເໝັນ​ທີ່​ກຸ້ມ​ໄປ​ທົ່ວ​ຄ້າຍພັກ​ພັດ​ເຂົ້າ​ດັງ​ຂອງ​ພວກເຈົ້າ.

ເຖິງ​ປານ​ນັ້ນ ພວກເຈົ້າ​ກໍ​ບໍ່​ຍອມ​ກັບ​ມາ​ຫາ​ເຮົາ”,

ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.

“ເຮົາ​ໄດ້​ໂຄ່ນລົ້ມ​ພວກເຈົ້າ​ບາງຄົນ​ໄປ

ເໝືອນ​ທີ່​ເຮົາ4​ໄດ້​ໂຄ່ນລົ້ມ​ໂຊໂດມ ແລະ ໂກໂມຣາ.

ພວກເຈົ້າ​ເໝືອນ​ດົ້ນ​ຟືນ​ທີ່​ຖືກ​ດຶງ​ອອກ​ມາ​ຈາກ​ກອງ​ໄຟ,

ເຖິງ​ປານ​ນັ້ນ ພວກເຈົ້າ​ກໍ​ບໍ່​ຍອມ​ກັບ​ມາ​ຫາ​ເຮົາ”,

ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.

“ເຫດສະນັ້ນ ອິດສະຣາເອນ ເຮົາ​ຈະ​ເຮັດ​ກັບ​ເຈົ້າ​ດັ່ງນີ້,

ແລະ ເພາະ​ເຮົາ​ຈະ​ເຮັດ​ກັບ​ເຈົ້າ​ດັ່ງນີ້,

ອິດສະຣາເອນ, ຈົ່ງ​ຕຽມ​ໂຕ​ພົບ​ກັບ​ພຣະເຈົ້າ​ຂອງ​ເຈົ້າ”.

ພຣະອົງ​ຜູ້​ກໍ່​ຮ່າງ​ສ້າງ​ພູເຂົາ​ທັງຫລາຍ

ຜູ້​ສ້າງ​ລົມ,

ແລະ ຜູ້​ທີ່​ສະແດງ​ຄວາມ​ຄິດ​ໃຫ້​ແກ່​ມະນຸດ,

ພຣະອົງ​ຜູ້​ເຮັດ​ໃຫ້​ປ່ຽນ​ຮຸ່ງເຊົ້າ​ໃຫ້​ເປັນ​ຄວາມ​ມືດມິດ,

ແລະ ດຳເນີນ​ການ​ຢູ່​ເທິງ​ເບື້ອງ​ສູງ​ຂອງ​ໂລກ

ນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່.

Source notes (4)
  1. Footnote ພາສາ​ເຮັບເຣີ​ວ່າ ຈະ​ຖືກ​ໂຍນ​ອອກ​ໄປ ໂອ ພູເຂົາ​ແຫ່ງ​ການ​ກົດຂີ່​ຂົ່ມເຫັງ (ເບິ່ງ​ສະບັບ LXX.)
  2. Footnote ຫລື ຖວາຍ​ໃນ​ວັນ​ທີ​ສາມ
  3. Footnote ພາສາ​ເຮັບເຣີ​ວ່າ ໃຫ້​ແຂ້ວ​ຂອງ​ເຈົ້າ​ສະອາດ
  4. Footnote ພາສາ​ເຮັບເຣີ​ວ່າ ພຣະເຈົ້າ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.