Skip to content
BibleKenya

Biblica® Open Lao Contemporary Version

ອາໂມດ 5

ຄ່ຳຄວນ ແລະ ເອີ້ນ​ໃຫ້​ກັບ​ໃຈ

ອິດສະຣາເອນ ຈົ່ງ​ຟັງ, ເຮົາ​ຄ່ຳຄວນ​ເຖິງ​ເຈົ້າ​ດັ່ງນີ້:

“ອິດສະຣາເອນ ສາວບໍລິສຸດ​ໄດ້​ລົ້ມ​ລົງ​ແລ້ວ,

ຈະ​ບໍ​ລຸກ​ຂຶ້ນ​ມາ​ອີກ​ເລີຍ,

ຕ້ອງ​ຖືກ​ປະຖິ້ມ​ໃນ​ດິນແດນ​ຂອງ​ນາງ​ເອງ,

ແລະ ບໍ່​ມີ​ຜູ້ໃດ​ຊ່ວຍ​ຍົກ​ນາງ​ຂຶ້ນ​ມາ​ເລີຍ”.

ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ຕໍ່​ອິດສະຣາເອນ​ດັ່ງນີ້​ວ່າ:

“ນະຄອນ​ຂອງ​ເຈົ້າ​ທີ່​ສົ່ງ​ຊາຍ​ຜູ້​ແຂງແຮງ​ພັນ​ຄົນ​ໃຫ້​ເດີນ​ຂະບວນ​ອອກ​ໄປ​ຮົບ

ຈະ​ເຫລືອ​ກັບ​ມາ​ພຽງ​ຮ້ອຍ​ຄົນ;

ເມືອງ​ຂອງ​ເຈົ້າ​ທີ່​ສົ່ງ​ຊາຍ​ຜູ້​ແຂງແຮງ​ຮ້ອຍ​ຄົນ​ອອກ​ໄປ​ຮົບ

ຈະ​ເຫລືອ​ກັບ​ມາ​ພຽງ​ສິບ​ຄົນ​ເທົ່ານັ້ນ”.

ພຣະເຈົ້າ​ຢາເວ​ກ່າວ​ຕໍ່​ອິດສະຣາເອນ​ດັ່ງນີ້​ວ່າ:

“ຈົ່ງ​ສະແຫວງຫາ​ເຮົາ ແລະ ເຈົ້າ​ຈະ​ມີ​ຊີວິດ​ຢູ່;

ຢ່າ​ສະແຫວງຫາ​ເບັດເອນ,

ຢ່າ​ໄປ​ທີ່​ກິນການ,

ຢ່າ​ເດີນທາງ​ໄປ​ທີ່​ເບເອນເຊບາ.

ເພາະ​ກິນການ​ຈະ​ຕ້ອງ​ຕົກ​ເປັນ​ຊະເລີຍ​ຢ່າງ​ແນ່ນອນ,

ແລະ ເບັດເອນ​ຈະ​ຫລຸດ​ລົງ​ບໍ່​ມີ​ຫຍັງ1”.

ຈົ່ງ​ສະແຫວງຫາ​ພຣະເຈົ້າ​ຢາເວ ແລະ ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່

ບໍ່​ດັ່ງນັ້ນ​ແລ້ວ ພຣະອົງ​ຈະ​ກວາດ​ເຜົ່າ​ທັງຫລາຍ​ຂອງ​ໂຢເຊັບ​ໄປ​ເໝືອນ​ກັບ​ໄຟ;

ມັນ​ຈະ​ກືນກິນ​ພວກເຂົາ;

ແລະ ເບັດເອນ​ຈະ​ຫາ​ຜູ້ໃດ​ຊ່ວຍ​ດັບ​ໄຟ​ນີ້​ບໍ່​ໄດ້​ເລີຍ.

ພວກເຈົ້າ​ຜູ້​ປ່ຽນ​ຄວາມ​ຍຸຕິທຳ​ເປັນ​ຄວາມ​ຂົມຂື່ນ

ແລະ ຜູ້​ໂຍນ​ຄວາມ​ຊອບທຳ​ລົງ​ທີ່​ພື້ນ.

(ພຣະອົງ​ຜູ້​ສ້າງ​ດາວ​ໄກ່ນ້ອຍ ແລະ ດາວ​ໄຖ

ຜູ້​ປ່ຽນ​ຄວາມ​ມືດ​ໃຫ້​ກາຍເປັນ​ຮຸ່ງອາລຸນ

ແລະ ກາງເວັນ​ໃຫ້​ກາຍເປັນ​ກາງ​ຄືນ​ມືດມິດ,

ຜູ້​ເອີ້ນ​ນ້ຳ​ທະເລ​ມາ

ແລະ ເທ​ນ້ຳ​ນັ້ນ​ເທິງ​ຫົດ​ໜ້າ​ໂລກ

ມີ​ນາມ​ວ່າ​ພຣະເຈົ້າ​ຢາເວ.

ພຣະອົງ​ກະໜ່ຳ​ຫາຍະນະ​ລົງ​ທຳລາຍ​ທີ່ໝັ້ນ

ແລະ ທຳລາຍ​ເມືອງ​ທີ່​ມີ​ປ້ອມ​ໃຫ້​ພັງ​ພິນາດ.

ພວກເຈົ້າ​ກຽດຊັງ​ຄົນ​ທີ່​ຕໍ່ສູ້​ເພື່ອ​ຄວາມ​ຍຸຕິທຳ​ໃນ​ສານ

ແລະ ລັງກຽດ​ຄົນ​ທີ່​ເວົ້າ​ຄວາມ​ຈິງ.

ພວກເຈົ້າ​ເກັບ​ພາສີ​ເຟືອງ​ຈາກ​ຄົນທຸກຍາກ

ແລະ ເອີ້ນ​ເກັບ​ພາສີ​ຈາກ​ພືດຜົນ​ຂອງ​ພວກເຂົາ.

ເຫດສະນັ້ນ ເຖິງ​ແມ່ນ​ພວກເຈົ້າ​ຈະ​ສ້າງ​ອາຄານ​ສີລາ​ຫລາຍ,

ພວກເຈົ້າ​ກໍ​ຈະ​ບໍ່​ໄດ້​ອາໄສ​ຢູ່​ໃນ​ອາຄານ​ເຫລົ່ານັ້ນ;

ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ປູກ​ສວນ​ອະງຸ່ນ​ງອກ​ງາມ,

ພວກເຈົ້າ​ກໍ​ຈະ​ບໍ່​ໄດ້​ດື່ມ​ເຫລົ້າ​ອະງຸ່ນ​ນັ້ນ.

ເພາະ​ເຮົາ​ຮູ້​ວ່າ​ພວກເຈົ້າ​ລ່ວງລະເມີດ​ຫລາຍ​ປານ​ໃດ

ແລະ ບາບ​ທັງຫລາຍ​ຂອງ​ພວກເຈົ້າ​ກໍ​ໃຫຍ່​ຫລວງ​ປານ​ໃດ.

ພວກເຈົ້າ​ກົດຂີ່​ຂົ່ມເຫັງ​ຄົນ​ບໍລິສຸດ ແລະ ຮັບ​ສິນບົນ

ແລະ ກີດກັນ​ຄວາມ​ຍຸຕິທຳ​ຈາກ​ຄົນທຸກຍາກ​ຢູ່​ໃນ​ສານ.

ເຫດສະນັ້ນ ຄົນ​ສະຫລາດ​ກໍ​ມິດງຽບ​ຢູ່​ໃນ​ເວລາ​ເຊັ່ນ​ນີ້,

ເພາະ​ເປັນ​ຍຸກ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ.

ຈົ່ງ​ສະແຫວງຫາ​ຄວາມ​ດີ ບໍ່​ແມ່ນ​ຄວາມ​ຊົ່ວ,

ແລ້ວ​ພວກເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່.

ແລ້ວ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ຈະ​ຢູ່​ກັບ​ພວກເຈົ້າ,

ເໝືອນ​ທີ່​ພວກເຈົ້າ​ເວົ້າ​ວ່າ​ພຣະອົງ​ຢູ່​ກັບ​ພວກເຈົ້າ.

ຈົ່ງ​ກຽດຊັງ​ຄວາມ​ຊົ່ວ, ຈົ່ງ​ຮັກ​ຄວາມ​ດີ;

ຈົ່ງ​ຮັກສາ​ຄວາມ​ຍຸຕິທຳ​ໃນ​ສານ.

ບາງທີ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ຈະ​ເມດຕາ

ຄົນ​ທີ່​ເຫລືອ​ຢູ່​ຂອງ​ໂຢເຊັບ.

ເຫດສະນັ້ນ ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ຈຶ່ງ​ກ່າວ​ວ່າ:

“ທຸກ​ຖະໜົນ​ຈະ​ມີ​ການ​ຮ້ອງໄຫ້

ແລະ ບ່ອນ​ຊຸມຊົນ​ທຸກ​ແຫ່ງ​ຈະ​ມີ​ສຽງ​ຮ້ອງ​ດ້ວຍ​ຄວາມ​ໂສກເສົ້າ.

ຊາວນາ​ຈະ​ຖືກ​ເອີ້ນ​ໃຫ້​ມາ​ຮ່ວມ​ກັນ​ຮ້ອງໄຫ້

ແລະ ຄົນ​ທີ່​ໄວ້​ທຸກ​ຈະ​ຖືກ​ເອີ້ນ​ມາ​ຮວມ​ກັນ​ຮ້ອງໄຫ້.

ຈະ​ມີ​ການ​ຮ້ອງໄຫ້​ໃນ​ສວນ​ອະງຸ່ນ​ທຸກ​ແຫ່ງ,

ເພາະ​ເຮົາ​ຈະ​ຜ່ານ​ໄປ​ທ່າມກາງ​ພວກເຈົ້າ”,

ພຣະເຈົ້າ​ຢາເວ​ກ່າວ​ດັ່ງນັ້ນ.

ວັນ​ແຫ່ງ​ພຣະເຈົ້າ​ຢາເວ

ວິບັດ​ແກ່​ພວກເຈົ້າ

ຜູ້​ປາຖະໜາ​ວັນ​ແຫ່ງ​ພຣະເຈົ້າ​ຢາເວ!

ດ້ວຍ​ເຫດ​ໃດ​ພວກເຈົ້າ​ຈຶ່ງ​ປາຖະໜາ​ວັນ​ແຫ່ງ​ພຣະເຈົ້າ​ຢາເວ?

ວັນ​ນັ້ນ​ເປັນ​ວັນ​ແຫ່ງ​ຄວາມ​ມືດ ບໍ່​ແມ່ນ​ຄວາມ​ສະຫວ່າງ.

ເໝືອນ​ຄົນ​ທີ່​ໜີ​ຈາກ​ໂຕສິງ

ແລ້ວ​ໄປ​ພົບ​ແຕ່​ໝີ,

ເໝືອນ​ລາວ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຕົນ

ແລະ ເອົາ​ມື​ຂອງ​ຕົນ​ເອື່ອຍ​ຝາ

ກໍ​ຖືກ​ງູ​ຕອດ​ຕົນ​ຢ່າງ​ດຽວ.

ວັນ​ແຫ່ງ​ພຣະເຈົ້າ​ຢາເວ​ນັ້ນ​ຈະ​ເປັນ​ວັນ​ທີ່​ມືດ​ມົນ ບໍ່​ແມ່ນ​ສະຫວ່າງ

ວັນ​ນັ້ນ​ມືດ​ມິດ, ບໍ່​ມີ​ແສງສະຫວ່າງ​ເລີຍ​ແມ່ນ​ແຕ່​ໜ້ອຍ​ດຽວ​ບໍ່​ແມ່ນ​ບໍ?

“ເຮົາ​ກຽດຊັງ, ເຮົາ​ດູຖູກ​ເທດສະການ​ທາງ​ສາສະໜາ​ຂອງ​ພວກເຈົ້າ

ເຮົາ​ເບື່ອໜ່າຍ​ການ​ປະຊຸມ​ຂອງ​ພວກເຈົ້າ.

ເຖິງ​ວ່າ​ພວກເຈົ້າ​ຈະ​ນຳ​ເຄື່ອງເຜົາ​ບູຊາ ແລະ ເຄື່ອງຖວາຍ​ພືດຜົນ​ບູຊາ​ມາ​ໃຫ້,

ເຮົາ​ກໍ​ຈະ​ບໍ່​ຮັບ​ສິ່ງ​ເຫລົ່ານັ້ນ.

ເຖິງ​ແມ່ນ​ພວກເຈົ້າ​ນຳ​ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຢ່າງ​ດີ​ມາ​ໃຫ້

ເຮົາ​ກໍ​ຈະ​ບໍ່​ຮັບ​ສິ່ງ​ເຫລົ່ານັ້ນ.

ຈົ່ງ​ຢຸດຕິ​ສຽງ​ເພງ​ຂອງ​ພວກເຈົ້າ!

ເຮົາ​ຈະ​ບໍ່​ຟັງ​ສຽງ​ບັນເລງ​ພິນ​ຂອງ​ພວກເຈົ້າ.

ແຕ່​ຈົ່ງ​ໃຫ້​ຄວາມ​ຍຸຕິທຳ​ຫລັ່ງໄຫລ​ມາ​ເໝືອນ​ແມ່ນ້ຳ,

ໃຫ້​ຄວາມ​ຊອບທຳ​ເໝືອນ​ສາຍ​ນ້ຳ​ທີ່​ໄຫລ​ບໍ່​ຂາດ​ສາຍ!

“ປະຊາຊົນ​ອິດສະຣາເອນ, ຕະຫລອດ​ສີ່ສິບ​ປີ​ໃນ​ຖິ່ນແຫ້ງແລ້ງກັນດານ

ພວກເຈົ້າ​ໄດ້​ຖວາຍ​ເຄື່ອງບູຊາ ແລະ ມອບ​ເຄື່ອງຖວາຍ​ໃຫ້​ແກ່​ເຮົາ​ບໍ?

ພວກເຈົ້າ​ໄດ້​ຕັ້ງ​ສະຖານ​ບູຊາ​ຂອງ​ກະສັດ​ຂອງ​ພວກເຈົ້າ,

ຖານ​ຂອງ​ຮູບເຄົາລົບ​ທັງຫລາຍ​ຂອງ​ພວກເຈົ້າ,

ດວງດາວ​ຂອງ​ພະ​ຂອງ​ພວກເຈົ້າ2

ທີ່​ພວກເຈົ້າ​ເຮັດ​ຂຶ້ນ​ເພື່ອ​ຕົນ​ເອງ.

ເຫດສະນັ້ນ ເຮົາ​ຈະ​ສົ່ງ​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ທີ່​ໄກ​ຈາກ​ດາມັສກັດ​ໄປ​ອີກ”,

ພຣະເຈົ້າ​ຢາເວ ຜູ້​ມີ​ນາມ​ວ່າ​ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ.

Source notes (2)
  1. Footnote ຫລື ພາສາ​ເຮັບເຣີ​ວ່າ ອາເວນ ເປັນ​ການ​ເອີ່ຍ​ເຖິງ ເບດ​ອາເວນ (ເປັນ​ຊື່​ໃນ​ທາງ​ເສື່ອມເສຍ​ຂອງ ເບັດເອນ)
  2. Footnote ຫລື ຕັ້ງ​ສັກຄູດ​ກະສັດ​ຂອງ​ພວກເຈົ້າ ແລະ ໄກວັນ ຮູບເຄົາລົບ​ຂອງ​ພວກເຈົ້າ ເຈົ້າ​ແຫ່ງ​ດາວ​ຂອງ​ພວກເຈົ້າ ສະບັບ ເຊັບຕູອາຈິນ​ວ່າ ຕັ້ງ​ສະຖານ​ບູຊາ​ແຫ່ງ​ພະໂມເລັກ ແລະ ດາວ​ແຫ່ງ​ເລຟານ ພະ​ຂອງ​ພວກເຈົ້າ ຄື​ຮູບເຄົາລົບ​ຂອງ​ພວກເຂົາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.