Biblica® Open Lao Contemporary Version
ອາໂມດ 6
ວິບັດແກ່ຄົນທັງຫລາຍທີ່ຢູ່ຢ່າງສະໜຸກສຸກສະບາຍ
ວິບັດແກ່ພວກເຈົ້າຜູ້ທີ່ຢູ່ຢ່າງສະໜຸກສຸກສະບາຍໃນຊີໂອນ,
ແລະ ແກ່ພວກເຈົ້າຜູ້ຮູ້ສຶກປອດໄພຢູ່ເທິງພູເຂົາຊາມາເຣຍ,
ພວກເຈົ້າຜູ້ເປັນຄົນທີ່ຢູ່ຂັ້ນນຳທີ່ມີຊື່ສຽງໂດ່ງດັງຂອງຊາດ,
ຜູ້ທີ່ປະຊາຊົນອິດສະຣາເອນມາຫາ!
ຈົ່ງໄປທີ່ຄານເນ ແລະ ໄປເບິ່ງທີ່ນັ້ນ
ແລ້ວອອກຈາກໄປນັ້ນໄປທີ່ຮາມັດເມືອງໃຫຍ່,
ແລະ ລົງໄປທີ່ເມືອງກາດໃນຟີລິດສະຕິນ.
ອານາຈັກເຫລົ່ານັ້ນດີກວ່າອານາຈັກທັງສອງຂອງພວກເຈົ້າບໍ?
ດິນແດນຂອງພວກເຂົາໃຫຍ່ກວ່າຂອງພວກເຈົ້າບໍ?
ພວກເຈົ້າໄດ້ເລື່ອນວັນແຫ່ງຄວາມຊົ່ວຮ້າຍອອກໄປ
ແຕ່ພັດນຳຍຸກອັນໜ້າຢ້ານກົວເຂົ້າມາໃກ້.
ພວກເຈົ້ານອນຢູ່ເທິງຕຽງທີ່ປະດັບດ້ວຍງາຊ້າງ
ແລະ ຢຽດກາຍຢູ່ເທິງຕັ່ງນວມ.
ພວກເຈົ້າກິນລູກແກະຊັ້ນດີ
ແລະ ລູກງົວໂຕອ້ວນພີ.
ພວກເຈົ້າຫລິ້ນພິນຢ່າງເບີກບານໃຈເໝືອນດາວິດ
ແລະ ແຕ່ງເພງໃໝ່ໆສຳລັບເຄື່ອງດົນຕີ.
ພວກເຈົ້າດື່ມເຫລົ້າອະງຸ່ນເຕັມຊາມ
ແລະ ໃຊ້ເຄື່ອງທາກາຍຊັ້ນດີ,
ແຕ່ພວກເຈົ້າບໍ່ໂສກເສົ້າໃນຄວາມຈິບຫາຍຂອງໂຢເຊັບ.
ເຫດສະນັ້ນ ພວກເຈົ້າຈະຢູ່ໃນກຸ່ມຄົນທຳອິດທີ່ຕົກເປັນຊະເລີຍ
ການລ້ຽງສະຫລອງ ແລະ ການນອນຢຽດກາຍຂອງພວກເຈົ້າຈະຈົບລົງ.
ພຣະເຈົ້າຢາເວກຽດຊັງຄວາມຈອງຫອງຂອງອິດສະຣາເອນ
ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ປະຕິຍານໂດຍອ້າງພຣະອົງເອງ ພຣະເຈົ້າຢາເວ ພຣະເຈົ້າຜູ້ມີລິດອຳນາດປະກາດດັ່ງນີ້ວ່າ:
“ເຮົາກຽດຊັງຄວາມຈອງຫອງຂອງຢາໂຄບ
ແລະ ກຽດຊັງປ້ອມປ້ອງກັນທັງຫລາຍຂອງລາວ
ເຮົາຈະປ່ອຍເມືອງນີ້
ແລະ ທຸກສິ່ງທີ່ຢູ່ໃນນັ້ນ”.
ຖ້າມີຜູ້ຊາຍສິບຄົນເຫລືອຢູ່ໃນເຮືອນຫລັງໜຶ່ງ ພວກເຂົາກໍຈະຕາຍເໝືອນກັນ. ແລະ ຖ້າມີຍາດພີ່ນ້ອງຂອງຜູ້ຕາຍ ຄືຜູ້ທີ່ຈະກຳກັບການສົ່ງສະການ ຈະມາຫາມເອົາສົບນັ້ນໄປນອກເຮືອນ ແລະ ຖາມຜູ້ທີ່ຍັງເຊື່ອງໂຕຢູ່ທີ່ນັ້ນວ່າ, “ມີຜູ້ໃດຢູ່ກັບເຈົ້າອີກບໍ?” ແລະ ລາວຕອບວ່າ, “ບໍ່ມີ” ແລ້ວລາວກໍຈະເວົ້າວ່າ, “ມິດຢູ່! ພວກເຮົາຈະຕ້ອງບໍ່ເອີ່ຍເຖິງນາມຂອງພຣະເຈົ້າຢາເວ”.
ເພາະພຣະເຈົ້າຢາເວໄດ້ສັ່ງໄວ້ແລ້ວ,
ແລະ ຈະຟາດເຮືອນຫລັງໃຫຍ່ນັ້ນໃຫ້ເປັນຊິ້ນສ່ວນນ້ອຍໆ
ຟາດເຮືອນຫລັງນ້ອຍໃຫ້ເປັນຊິ້ນສ່ວນເລັກນ້ອຍທີ່ສຸດ.
ມ້າແລ່ນເທິງໜ້າຜາຫີນບໍ?
ຄົນໃຊ້ງົວໄຖທະເລບໍ?
ແຕ່ພວກເຈົ້າກໍປ່ຽນຄວາມຍຸຕິທຳໃຫ້ເປັນຢາພິດ
ແລະ ປ່ຽນຜົນແຫ່ງຄວາມຊອບທຳໃຫ້ກາຍເປັນຄວາມຂົມຂື່ນ
ເຈົ້າຜູ້ຍິນດີໃນການພິຊິດໂລເດບາ1 ແລະເວົ້າວ່າ
“ພວກເຮົາຢຶດການນາອິມ2ໄວ້ໄດ້ດ້ວຍກຳລັງຂອງພວກເຮົາເອງບໍ່ແມ່ນບໍ?”
ເພາະພຣະເຈົ້າຢາເວ ພຣະເຈົ້າຜູ້ມີລິດອຳນາດປະກາດວ່າ,
“ປະຊາຊົນອິດສະຣາເອນ, ເຮົາຈະເອີ້ນຊາດໜຶ່ງມາສູ້ກັບພວກເຈົ້າ
ເຊິ່ງຈະກົດຂີ່ຂົ່ມເຫັງພວກເຈົ້າຕະຫລອດທາງ
ຕັ້ງແຕ່ເລໂບຮາມັດ3ຈົນເຖິງຮ່ອມພູອາຣາບາ”.
Source notes (3)
- Footnote ແປວ່າ ບໍ່ມີສິ່ງໃດ
- Footnote ແປວ່າ ເຂົາສັດ ໃນທີ່ນີ້ເປັນສັນຍາລັກຂອງກຳລັງ
- Footnote ຫລື ຕັ້ງແຕ່ທາງເຂົ້າສູ່ຮາມັດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.