Biblica® Open Lao Contemporary Version
ອາໂມດ 7
ຕັກແຕນ, ໄຟ ແລະ ສາຍໝາກດິ່ງ
ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ສະແດງແກ່ຂ້າພະເຈົ້າດັ່ງນີ້: ພຣະອົງກຳລັງຕຽມຝູງຕັກແຕນຈຳນວນມະຫາສານໃຫ້ມາຫລັງຈາກເກັບກ່ຽວພືດຜົນທີ່ເປັນສ່ວນຂອງກະສັດແລ້ວ ຂະນະທີ່ຜົນຜະລິດລຸ້ນທີສອງກຳລັງອອກມາ. ເມື່ອຕັກແຕນເຫລົ່ານັ້ນກິນພືດຜົນຈົນແຜ່ນດິນຫວ່າງເປົ່າ ຂ້າພະເຈົ້າກໍຮ້ອງຕອບວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງເຈົ້ານາຍຂໍໂຜດອະໄພ! ຢາໂຄບຈະຢູ່ລອດໄດ້ຢ່າງໃດ? ໃນເມື່ອລາວນ້ອຍຫລາຍ!”
ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ອົດໃຈໄວ້.
ພຣະເຈົ້າຢາເວກ່າວວ່າ, “ເຫດການນີ້ຈະບໍ່ເກີດຂຶ້ນ”.
ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ສະແດງແກ່ຂ້າພະເຈົ້າດັ່ງນີ້: ພຣະອົງໄດ້ຕຽມການລົງໂທດດ້ວຍໄຟ; ໄຟນັ້ນໄດ້ເຜົາຜານມະຫາສະໝຸດ ແລະ ໄໝ້ແຜ່ນດິນ. ແລ້ວຂ້າພະເຈົ້າຈຶ່ງຮ້ອງຕອບວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງເຈົ້ານາຍ ຂໍໂຜດຢຸດ! ຢາໂຄບຈະຢູ່ລອດໄດ້ຢ່າງໃດ? ໃນເມື່ອນ້ອຍຫລາຍ!”
ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ອົດໃຈໄວ້.
ພຣະເຈົ້າຢາເວ ອົງເຈົ້ານາຍກ່າວວ່າ, “ເຫດການນີ້ກໍຈະບໍ່ເກີດຂຶ້ນເໝືອນກັນ”.
ພຣະອົງໄດ້ສະແດງແກ່ຂ້າພະເຈົ້າດັ່ງນີ້: ອົງພຣະຜູ້ເປັນເຈົ້າກຳລັງຢືນຢູ່ຂ້າງກຳແພງທີ່ສ້າງຂຶ້ນໂດຍໃຊ້ສາຍໝາກດິ່ງວັດແທກ ແລະ ມີສາຍໝາກດິ່ງຢູ່ໃນມືຂອງພຣະອົງ. ແລະ ພຣະເຈົ້າຢາເວໄດ້ຖາມຂ້າພະເຈົ້າວ່າ, “ອາໂມດ, ເຈົ້າເຫັນສິ່ງໃດ?”
ຂ້າພະເຈົ້າໄດ້ຕອບວ່າ, “ສາຍໝາກດິ່ງ”.
ແລ້ວອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ “ເບິ່ງແມ່, ເຮົາກຳລັງຈະວາງສາຍໝາກດິ່ງໃນທ່າມກາງປະຊາຊົນອິດສະຣາເອນຂອງເຮົາ; ເຮົາຈະບໍ່ລະເວັ້ນພວກເຂົາອີກຕໍ່ໄປ.
“ບັນດາສະຖານບູຊາເທິງທີ່ສູງຂອງອີຊາກຈະຖືກທຳລາຍລ້າງ
ແລະ ສະຖານນະມັດສະການຕ່າງໆຂອງອິດສະຣາເອນຈະຖືກທຳລາຍ
ເຮົາຈະລຸກຂຶ້ນຕໍ່ສູ້ເຮືອນຂອງເຢໂຣໂບອາມດ້ວຍດາບຂອງເຮົາ”.
ອາໂມດ ແລະ ອາມາຊີຢາ
ແລ້ວອາມາຊີຢາປະໂລຫິດແຫ່ງເບັດເອນກໍໄດ້ແຈ້ງຂ່າວຕໍ່ກະສັດເຢໂຣໂບອາມແຫ່ງອິດສະຣາເອນວ່າ, “ອາໂມດກຳລັງຄິດວາງແຜນຮ້າຍຕໍ່ພຣະອົງຢູ່ທີ່ໃຈກາງອິດສະຣາເອນນີ້ເອງ ຖ້ອຍຄຳຂອງລາວຈະທຳລາຍຊາດ. ເພາະອາໂມດເວົ້າວ່າ:
“ ‘ເຢໂຣໂບອາມຈະຕາຍດ້ວຍດາບ,
ແລະ ອິດສະຣາເອນຈະຕົກເປັນຊະເລີຍຢ່າງແນ່ນອນ,
ຕ້ອງໄປຈາກບ້ານເກີດເມືອງນອນ’ ”.
ແລ້ວອາມາຊີຢາກໍໄດ້ກ່າວກັບອາໂມດວ່າ, “ຈົ່ງອອກໄປ, ພວກນັກທຳນວາຍ! ຈົ່ງກັບໄປທີ່ແຜ່ນດິນຢູດາ. ໄປຫາກິນ ແລະ ກ່າວທຳນວາຍຢູ່ທີ່ນັ້ນ. ບໍ່ຕ້ອງກ່າວທຳນວາຍຢູ່ທີ່ເບັດເອນນີ້ອີກ ເພາະທີ່ນີ້ເປັນສະຖານນະມັດສະການຂອງກະສັດ ແລະ ເປັນວິຫານຂອງອານາຈັກ”.
ອາໂມດໄດ້ຕອບອາມາຊີຢາວ່າ, “ເມື່ອກ່ອນຂ້ອຍບໍ່ໄດ້ເປັນຜູ້ທຳນວາຍ ຫລື ເປັນລູກຂອງຜູ້ທຳນວາຍ, ແຕ່ຂ້ອຍເປັນຄົນລ້ຽງແກະ ແລະ ເບິ່ງແຍງສວນໝາກເດື່ອ. ແຕ່ພຣະເຈົ້າຢາເວໄດ້ພາຂ້ອຍມາຈາກວຽກລ້ຽງແກະ ແລະ ສັ່ງຂ້ອຍວ່າ, ‘ຈົ່ງໄປກ່າວທຳນວາຍແກ່ອິດສະຣາເອນປະຊາຊົນຂອງເຮົາ’. ບັດນີ້ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ. ເພາະເຈົ້າບອກວ່າ,
“ ‘ຢ່າກ່າວທຳນວາຍຕໍ່ສູ້ອິດສະຣາເອນ,
ແລະ ຢຸດເທດສະໜາຕັກເຕືອນເຊື້ອສາຍຂອງອີຊາກ’.
“ເຫດສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວດັ່ງນີ້ວ່າ:
“ ‘ເມຍຂອງເຈົ້າຈະກາຍເປັນໂສເພນີກາງເມືອງ,
ແລະ ລູກຊາຍກັບລູກສາວຂອງເຈົ້າຈະຕາຍດ້ວຍຄົມດາບ.
ທີ່ດິນຂອງເຈົ້າຈະຖືກວັດແທກ ແລະ ຖືກແບ່ງແຍກ,
ແລະ ໂຕເຈົ້າເອງຈະຕາຍໃນດິນແດນຂອງຄົນທີ່ບໍ່ນັບຖືພຣະເຈົ້າ1
ແລະ ອິດສະຣາເອນຈະຕົກເປັນຊະເລີຍຢ່າງແນ່ນອນ,
ຕ້ອງໄປຈາກບ້ານເກີດເມືອງນອນຂອງຕົນ’ ”.
Source notes (1)
- Footnote ພາສາເຮັບເຣີວ່າ ໃນ ດິນແດນທີ່ເປັນມົນທິນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.