Skip to content
BibleKenya

Biblica® Open Lao Contemporary Version

ອາໂມດ 8

ກະຕ່າ​ໝາກໄມ້​ສຸກ

ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ສະແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ໝາກໄມ້​ສຸກ​ໜຶ່ງ​ກະຕ່າ. ພຣະອົງ​ຖາມ​ວ່າ, “ອາໂມດ ເຈົ້າ​ເຫັນ​ສິ່ງໃດ?”

ຂ້າພະເຈົ້າ​ໄດ້​ຕອບ​ວ່າ, “ໝາກໄມ້​ສຸກ​ໜຶ່ງ​ກະຕ່າ”.

ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ວັນ​ເວລາ​ກໍ​ສຸກ​ແລ້ວ​ສຳລັບ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ; ເຮົາ​ຈະ​ບໍ່​ລະເວັ້ນ​ພວກເຂົາ​ອີກ​ຕໍ່ໄປ”.

ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ວ່າ, “ໃນ​ວັນ​ນັ້ນ​ບົດເພງ​ຕ່າງໆ​ໃນ​ວິຫານ​ຈະ​ປ່ຽນ​ເປັນ​ສຽງ​ຮ້ອງໄຫ້.1 ຊາກ​ສົບ​ທັງຫລາຍ​ຈະ​ຢາຍ​ເຕັມ​ຢູ່​ທຸກ​ບ່ອນ! ແລະ ມີ​ແຕ່​ຄວາມ​ງຽບ​ສະຫງັດ!”

ຈົ່ງ​ຟັງ ພວກເຈົ້າ​ຜູ້​ຢຽບຢ່ຳ​ຄົນ​ຂັດສົນ

ແລະ ກຳຈັດ​ຄົນ​ທຸກຍາກ​ໃນ​ດິນແດນ,

ພວກເຈົ້າ​ເວົ້າ​ວ່າ,

“ເມື່ອ​ໃດ​ນໍ​ຈະ​ໝົດ​ວັນ​ຂຶ້ນ​ໃໝ່​ໜຶ່ງ​ຄ່ຳ

ພວກເຮົາ​ຈະ​ໄດ້​ຂາຍ​ພືດຜົນ​ເປັນເມັດ,

ເມື່ອ​ໃດ​ນໍ​ຈະ​ໝົດ​ວັນຊະບາໂຕ

ພວກເຮົາ​ຈະ​ໄດ້​ຂາຍ​ເຂົ້າຫວີດ?”

ພວກເຈົ້າ​ໂກງ​ດ້ວຍ​ການ​ເຮັດ​ໃຫ້​ຕາ​ຊິງ​ອ່ອນ,

ໂກງ​ລາຄາ

ແລະ ໂກງ​ຕາ​ຊິງ

ພວກເຈົ້າ​ຊື້​ຄົນທຸກຈົນ​ດ້ວຍ​ເງິນ

ແລະ ແລກປ່ຽນ​ຄົນ​ຂັດສົນ​ດ້ວຍ​ເກີບ​ຄູ່​ດຽວ,

ແລະ ຂາຍ​ເຂົ້າຫວີດ​ປົນ​ເຂົ້າ​ບໍ່​ດີ.

ພຣະເຈົ້າ​ຢາເວ​ໄດ້​ປະຕິຍານ​ໂດຍ​ອ້າງ​ພຣະອົງ​ເອງ​ຜູ້​ທີ່​ຢາໂຄບ​ຢຳເກງ​ວ່າ: “ເຮົາ​ຈະ​ບໍ່​ມີ​ວັນ​ລືມ​ສິ່ງ​ທີ່​ພວກເຂົາ​ເຮັດ​ແມ່ນ​ແຕ່​ສິ່ງ​ດຽວ.

“ດ້ວຍ​ເຫດ​ນີ້​ແຜ່ນດິນ​ຈະ​ບໍ່​ສັ່ນສະທ້ານ

ແລະ ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ນັ້ນ​ຈະ​ບໍ່​ໄວ້​ທຸກ​ບໍ?

ທົ່ວ​ທັງ​ແຜ່ນດິນ​ຈະ​ນອງ​ຂຶ້ນ​ເໝືອນ​ແມ່ນ້ຳ​ນິນ

ຖືກ​ກວນ​ໃຫ້​ເກີດ​ຄວາມ​ປັ່ນປ່ວນ

ແລ້ວ​ກໍ​ຈົມ​ລົງ​ເໝືອນ​ແມ່ນ້ຳ​ເອຢິບ”.

ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນີ້​ວ່າ,

“ໃນ​ວັນ​ນັ້ນ, ເຮົາ​ຈະ​ເຮັດ​ໃຫ້​ຕາເວັນ​ຕົກ​ຕອນ​ທ່ຽງ

ແລະ ໃຫ້​ໂລກ​ມືດ​ມິດ​ທັງ​ທີ່​ຍັງ​ກາງເວັນ​ຢູ່.

ເຮົາ​ຈະ​ປ່ຽນ​ເທດສະການ​ທາງ​ສາສະໜາ​ຂອງ​ພວກເຈົ້າ​ໃຫ້​ເປັນ​ການ​ໄວ້​ທຸກ

ແລະ ການ​ຮ້ອງເພງ​ທັງໝົດ​ຂອງ​ພວກເຈົ້າ​ໃຫ້​ເປັນ​ການ​ຮ້ອງໄຫ້.

ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ທຸກຄົນ​ສວມ​ເສື້ອ​ຜ້າກະສອບ

ແລະ ແຖ​ຫົວ​ຕົນ​ເອງ.

ເຮົາ​ຈະ​ເຮັດ​ໃຫ້​ຊ່ວງ​ເວລາ​ນັ້ນ​ເປັນ​ເໝືອນ​ຊ່ວງ​ໄວ້​ທຸກ​ໃຫ້​ລູກຊາຍ​ດຽວ

ແລະ ໃຫ້​ວາລະ​ສຸດທ້າຍ​ເປັນ​ດັ່ງ​ວັນ​ອັນ​ຂົມຂື່ນ”.

ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ວ່າ, “ວັນ​ເວລາ​ນັ້ນ​ຈະ​ມາ​ເຖິງ,

ເມື່ອ​ເຮົາ​ຈະ​ໃຫ້​ເກີດ​ການ​ອຶດຢາກ​ອາຫານ​ທົ່ວ​ແຜ່ນດິນ

ບໍ່​ແມ່ນ​ອຶດຢາກ​ອາຫານ ຫລື ກະຫາຍ​ຫາ​ນ້ຳ,

ແຕ່​ຫິວ​ກະຫາຍ​ຢາກ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ.

ຄົນ​ທັງຫລາຍ​ຈະ​ໂຊເຊ​ຈາກ​ທະເລ​ນີ້​ໄປ​ຫາ​ທະເລ​ນັ້ນ

ແລະ ພະເນຈອນ​ຈາກ​ເໜືອ​ໄປ​ຫາ​ທິດ​ຕາເວັນ​ອອກ,

ສະແຫວງຫາ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ,

ແຕ່​ພວກເຂົາ​ຈະ​ບໍ່​ຫາ​ພົບ.

“ໃນ​ວັນ​ນັ້ນ

“ຍິງ​ສາວ​ທີ່​ໜ້າ​ຮັກ ແລະ ຊາຍ​ໜຸ່ມ​ທີ່​ແຂງແຮງ

ຈະ​ເປັນ​ລົມ​ເພາະ​ຄວາມ​ກະຫາຍ.

ຜູ້​ທີ່​ສາບານ​ໂດຍ​ອ້າງ​ບາບ​ຂອງ​ຊາມາເຣຍ

ຫລື ເວົ້າ​ວ່າ ‘ດານ, ພະ​ຂອງ​ເຈົ້າ​ມີ​ຊີວິດ​ຢູ່​ສັນໃດ’

ຫລື ‘ພະ2​ແຫ່ງ​ເບເອນເຊບາ​ມີ​ຊີວິດ​ຢູ່​ສັນໃດ’

ພວກເຂົາ​ກໍ​ຈະ​ລົ້ມ​ລົງ ແລະ ບໍ່​ໄດ້​ລຸກ​ຂຶ້ນ​ມາ​ອີກ​ເລີຍ”.

Source notes (2)
  1. Footnote ຫລື ນັກຮ້ອງ​ໃນ​ວິຫານ​ຈະ ຮ້ອງ ໄຫ້
  2. Footnote ພາສາ ເຮັບເຣີ​ວ່າ ທາງນັ້ນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.