Biblica® Open Lao Contemporary Version
ອາໂມດ 9
ອິດສະຣາເອນຈະຖືກທຳລາຍ
ຂ້າພະເຈົ້າເຫັນອົງພຣະຜູ້ເປັນເຈົ້າຢືນຢູ່ຂ້າງແທ່ນບູຊາ ແລະ ພຣະອົງໄດ້ກ່າວວ່າ:
“ຈົ່ງຟາດຍອດເສົາທັງຫລາຍ
ເພື່ອໃຫ້ທໍລະນີປະຕູສັ່ນສະເທືອນ.
ໃຫ້ເສົາເຫລົ່ານັ້ນພັງລົງທັບປະຊາຊົນທັງໝົດ;
ບັນດາຜູ້ທີ່ເຫລືອ ເຮົາຈະຂ້າດ້ວຍດາບ.
ຈະບໍ່ມີຜູ້ໃດໜີພົ້ນໄປໄດ້ແມ່ນແຕ່ຄົນດຽວ,
ຈະບໍ່ມີຜູ້ໃດໜີໄປໄດ້ເລີຍ.
ເຖິງແມ່ນວ່າພວກເຂົາຈະຂຸດເລິກລົງໄປເຖິງກົ້ນຂຸມຝັງສົບກໍຕາມ
ມືຂອງເຮົາກໍຈະເອົາພວກເຂົາຂຶ້ນມາຈາກທີ່ນັ້ນ.
ເຖິງແມ່ນວ່າພວກເຂົາປີນຂຶ້ນເຖິງຟ້າສະຫວັນເບື້ອງເທິງກໍຕາມ,
ເຮົາກໍຈະນຳພວກເຂົາລົງມາຈາກທີ່ນັ້ນ.
ເຖິງແມ່ນວ່າພວກເຂົາເຊື່ອງຕົນເອງຢູ່ເທິງຍອດພູເຂົາກາເມນກໍຕາມ,
ເຮົາກໍຈະຕາມລ່າພວກເຂົາລົງມາຈາກທີ່ນັ້ນ ແລະ ຈັບພວກເຂົາ.
ເຖິງແມ່ນວ່າພວກເຂົາໜີໄປລີ້ຈາກສາຍຕາຂອງເຮົາຢູ່ທີ່ກົ້ນທະເລກໍຕາມ,
ເຮົາກໍຈະສັ່ງງູພິດໃຫ້ກັດພວກເຂົາຢູ່ທີ່ນັ້ນ.
ເຖິງແມ່ນວ່າພວກເຂົາຖືກສັດຕູກວາດຕ້ອນໄປເປັນຊະເລີຍກໍຕາມ
ເຮົາກໍຈະສັ່ງໃຫ້ດາບຂ້າພວກເຂົາຢູ່ທີ່ນັ້ນ.
“ເຮົາຈະຈັບຕາເບິ່ງພວກເຂົາ
ເພື່ອເຮັດອັນຕະລາຍ ແລະ ບໍ່ແມ່ນດ້ວຍຫວັງດີ”.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່
ພຣະອົງຜູ້ແຕະໂລກແລ້ວ ມັນກໍລະລາຍ,
ແລະ ທຸກຄົນທີ່ອາໄສຢູ່ໃນໂລກກໍໄວ້ທຸກ;
ທົ່ວທັງດິນແດນກໍນອງຂຶ້ນເໝືອນແມ່ນ້ຳນິນ
ແລ້ວກໍຈົມລົງເໝືອນແມ່ນ້ຳເອຢິບ.
ພຣະອົງຜູ້ສ້າງບ່ອນຢູ່ອັນສູງສົ່ງ1ໄວ້ໃນຟ້າສະຫວັນ
ແລະ ວາງຖານຮາກ2ຂອງມັນໄວ້ທີ່ແຜ່ນດິນໂລກ;
ພຣະອົງຜູ້ເອີ້ນນ້ຳທະເລຂຶ້ນມາ
ແລະ ເທມັນລົງເທິງໜ້າແຜ່ນດິນໂລກ
ນາມຂອງພຣະອົງຄືພຣະເຈົ້າຢາເວ.
“ຊາວອິດສະຣາເອນ ສຳລັບເຮົາແລ້ວ
ພວກເຈົ້າກໍບໍ່ໄດ້ແຕກຕ່າງຫຍັງຈາກຊາວກູເຊ3ບໍ່ແມ່ນບໍ?”
ພຣະເຈົ້າຢາເວປະກາດດັ່ງນັ້ນ.
“ເຮົາບໍ່ໄດ້ນຳອິດສະຣາເອນອອກມາຈາກເອຢິບ,
ນຳຊາວຟີລິດສະຕິນອອກມາຈາກຄັບໂທ4
ແລະ ນຳຊາວອາຣາມອອກມາຈາກກີຣະບໍ?”
“ແນ່ນອນ ພຣະເຈົ້າຢາເວອົງເຈົ້ານາຍ
ຈັບຕາເບິ່ງອານາຈັກທີ່ເຕັມໄປດ້ວຍບາບ.
ເຮົາຈະທຳລາຍມັນ
ຈາກໜ້າແຜ່ນດິນໂລກ.
ເຖິງປານນັ້ນເຮົາກໍຈະບໍ່ທຳລາຍເຊື້ອສາຍຂອງຢາໂຄບລົງຢ່າງເດັດຂາດ”,
ພຣະເຈົ້າຢາເວປະກາດດັ່ງນັ້ນ.
“ເພາະເຮົາຈະອອກຄຳສັ່ງ
ແລະ ເຮົາຈະສັ່ນປະຊາຊົນອິດສະຣາເອນ
ທ່າມກາງທຸກປະຊາຊາດ
ເໝືອນຝັດຮ່ອນເຂົ້າຢູ່ໃນກະດົ້ງ,
ແຕ່ຈະບໍ່ມີແມ່ນແຕ່ເມັດດຽວຕົກເຖິງພື້ນ
ຄົນບາບທຸກຄົນທີ່ຢູ່ໃນທ່າມກາງປະຊາຊົນຂອງເຮົາ
ຈະຕາຍດ້ວຍຄົມດາບ,
ຄືບັນດາທຸກຄົນທີ່ເວົ້າວ່າ,
‘ໄພພິບັດຈະບໍ່ມາຫລິ້ນງານພວກເຮົາ ຫລື ມາເຖິງພວກເຮົາ’.
ອິດສະຣາເອນຄືນສູ່ສະພາບດີ
“ໃນວັນນັ້ນ
“ເຮົາຈະສ້າງເຕັນຂອງດາວິດທີ່ລົ້ມລົງຂຶ້ນມາໃໝ່
ເຮົາຈະສ້ອມແປງກຳແພງບ່ອນທີ່ຫັກພັງ
ແລະ ຟື້ນຟູບ່ອນທີ່ຫັກພັງ
ແລະ ສ້າງມັນຂຶ້ນມາໃຫ້ດີເໝືອນເດີມ,
ເພື່ອພວກເຂົາຈະຄອບຄອງຄົນພຽງຢິບມືດຽວທີ່ເຫລືອຢູ່ຂອງເອໂດມ
ແລະ ຄອບຄອງປະຊາຊາດທັງໝົດທີ່ໄດ້ຊື່ຕາມນາມຂອງເຮົາ5”,
ພຣະເຈົ້າຢາເວຜູ້ຈະກະທຳສິ່ງເຫລົ່ານີ້ ປະກາດດັ່ງນັ້ນ.
ພຣະເຈົ້າຢາເວປະກາດດັ່ງນີ້ວ່າ:
“ວັນເວລາຈະມາເຖິງເມື່ອຄົນທີ່ໄຖຈະຕາມທັນຄົນທີ່ກ່ຽວ
ແລະ ຄົນຢຽບໝາກອະງຸ່ນຈະຕາມທັນຄົນທີ່ປູກ.
ຈະມີເຫລົ້າອະງຸ່ນໃໝ່ຢອດຈາກພູເຂົາ
ແລະ ໄຫລຈາກໂນນພູທັງໝົດ.
ເຮົາຈະນຳອິດສະຣາເອນປະຊາຊົນຂອງເຮົາທີ່ຕົກເປັນຊະເລີຍນັ້ນກັບຄືນມາ.6
“ພວກເຂົາຈະສ້າງເມືອງຕ່າງໆທີ່ຫັກພັງຂຶ້ນໃໝ່ ແລ້ວເຂົ້າອາໄສຢູ່ໃນເມືອງເຫລົ່ານັ້ນ.
ພວກເຂົາຈະເຮັດສວນອະງຸ່ນ ແລະ ດື່ມເຫລົ້າອະງຸ່ນຂອງຕົນ;
ພວກເຂົາຈະເຮັດສວນ ແລະ ກິນຜົນຜະລິດຂອງຕົນ.
ເຮົາຈະປູກອິດສະຣາເອນໄວ້ໃນດິນແດນຂອງພວກເຂົາເອງ,
ພວກເຂົາຈະບໍ່ຖືກຖອນຮາກ
ອອກຈາກດິນແດນທີ່ເຮົາໄດ້ມອບໃຫ້ພວກເຂົາອີກເລີຍ”,
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກ່າວດັ່ງນັ້ນ.
Source notes (6)
- Footnote ໃນພາສາເຮັບເຣີປະໂຫຍກນີ້ມີຄວາມຫມາຍບໍ່ຊັດເຈນ
- Footnote ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ
- Footnote ຄື ຄົນທັງຫລາຍຈາກຕອນເທິງຂອງລຸ່ມແມ່ນ້ຳນິນ
- Footnote ຄື ເກາະກະເຣເຕ
- Footnote ສະບັບເຊັບຕູອາຈິນວ່າ ເພື່ອຄົນຢິບມືດຽວທີ່ເຫລືອຢູ່ ແລະ ທຸກຊາດທີ່ໄດ້ຊື່ຕາມນາມຂອງເຮົາຈະໄດ້ສະແຫວງຫາພຣະເຈົ້າຢາເວ
- Footnote ຫລື ເຮົາຈະໃຫ້ອິດສະຣາເອນປະຊາຊົນຂອງເຮົາກັບສູ່ສະພາບດີ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.