Skip to content
BibleKenya

Biblica® Open Lao Contemporary Version

ໂອບາດີຢາ 1

ນິມິດ​ຂອງ​ໂອບາດີຢາ

(ຢມຢ 49:9-10,14-16)

ນິມິດ​ຂອງ​ໂອບາດີຢາ.

ນີ້​ແມ່ນ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ກ່າວ​ກ່ຽວ​ກັບ​ເອໂດມ​ວ່າ,

ພວກເຮົາ​ໄດ້​ຍິນ​ຖ້ອຍຄຳ​ຈາກ​ພຣະເຈົ້າ​ຢາເວ​ດັ່ງນີ້:

ມີ​ທູດ​ຜູ້​ໜຶ່ງ​ຖືກ​ສົ່ງ​ໄປ​ຍັງ​ປະຊາຊາດ​ຕ່າງໆ​ເພື່ອ​ແຈ້ງ​ວ່າ,

“ຈົ່ງ​ລຸກ​ຂຶ້ນ, ໃຫ້​ພວກເຮົາ​ໄປ​ຕໍ່ສູ້​ກັບ​ເອໂດມ”,

“ເບິ່ງ​ແມ, ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຜູ້​ຕ່ຳຕ້ອຍ​ໃນ​ທ່າມກາງ​ປະຊາຊາດ​ທັງຫລາຍ;

ເຈົ້າ​ຈະ​ຖືກ​ດູຖູກ​ທີ່​ສຸດ.

ຄວາມ​ຈອງຫອງ​ຢູ່​ໃນ​ໃຈ​ຂອງ​ເຈົ້າ​ໄດ້​ຫລອກລວງ​ເຈົ້າ,

ເຈົ້າ​ຜູ້​ອາໄສ​ຢູ່​ໃນ​ຫລືບ​ຫີນ

ແລະ ສ້າງ​ເຮືອນ​ຂອງ​ຕົນ​ໄວ້​ເທິງ​ບ່ອນ​ສູງ,

ເຈົ້າ​ຜູ້​ບອກ​ຕົນ​ເອງ​ວ່າ,

‘ຜູ້ໃດ​ຈະ​ສາມາດ​ເອົາ​ເຮົາ​ລົງ​ໄປ​ຢູ່​ທີ່​ພື້ນ​ໄດ້?’

ເຖິງ​ແມ່ນ​ວ່າ​ເຈົ້າ​ຈະ​ບິນ​ຂຶ້ນ​ໄດ້​ເໝືອນ​ນົກອິນຊີ

ແລະ ສ້າງ​ຮັງ​ຂອງ​ຕົນ​ໄວ້​ຢູ່​ຕາມ​ດາວ​ຕ່າງໆ​ກໍ​ຕາມ,

ເຮົາ​ກໍ​ຈະ​ນຳ​ເຈົ້າ​ລົງ​ມາ​ຈາກ​ທີ່​ນັ້ນ”,

ພຣະເຈົ້າ​ຢາເວ​ໄດ້​ປະກາດ​ດັ່ງນັ້ນ.

“ຖ້າ​ຄົນຂີ້ລັກ​ມາ​ຫາ​ເຈົ້າ,

ຖ້າ​ໂຈນ​ບຸກ​ເຂົ້າມາ​ໃນ​ເວລາ​ກາງຄືນ

ໂອ້, ໄພພິບັດ​ອັນ​ໃດ​ທີ່​ລໍຖ້າ​ເຈົ້າ​ຢູ່!

ພວກເຂົາ​ຈະ​ບໍ່​ລັກ​ພຽງ​ແຕ່​ສິ່ງ​ທີ່​ພວກເຂົາ​ຕ້ອງການ​ບໍ?

ຖ້າ​ຄົນ​ເກັບ​ໝາກອະງຸ່ນ​ມາ​ຫາ​ເຈົ້າ,

ພວກເຂົາ​ຈະ​ບໍ່​ປະ​ໝາກອະງຸ່ນ​ໄວ້​ແດ່​ບໍ?

ແຕ່​ເອຊາວ​ຈະ​ຖືກ​ປຸ້ນ,

ຊັບສົມບັດ​ທີ່​ລາວ​ເຊື່ອງ​ໄວ້​ກໍ​ຖືກ​ປຸ້ນ!

ພັນທະມິດ​ທັງໝົດ​ຂອງ​ເຈົ້າ​ຈະ​ບັງຄັບ​ໃຫ້​ເຈົ້າ​ອອກ​ໄປ​ຈົນ​ສຸດ​ຊາຍແດນ;

ບັນດາ​ເພື່ອນ​ຂອງ​ເຈົ້າ​ຈະ​ຫລອກລວງ ແລະ ເອົາ​ຊະນະ​ເຈົ້າ;

ບັນດາ​ຜູ້​ທີ່​ເຄີຍ​ກິນ​ອາຫານ​ຂອງ​ເຈົ້າ​ຈະ​ວາງ​ກັບດັກ​ໃສ່​ເຈົ້າ1

ແຕ່​ເຈົ້າ​ຈະ​ບໍ່​ພົບ​ມັນ”.

ພຣະເຈົ້າ​ຢາເວ​ປະກາດ​ວ່າ, “ໃນ​ວັນ​ນັ້ນ,

ເຮົາ​ຈະ​ບໍ່​ທຳລາຍ​ຄົນ​ມີ​ປັນຍາ​ຂອງ​ເອໂດມ,

ແລະ ບັນດາ​ຜູ້​ທີ່​ມີ​ຄວາມ​ເຂົ້າໃຈ​ທີ່​ຢູ່​ຕາມ​ພູເຂົາ​ຕ່າງໆ​ຂອງ​ເອຊາວ​ບໍ?

ເຕມານ, ນັກຮົບ​ຂອງ​ເຈົ້າ​ຈະ​ຕົກໃຈຢ້ານ

ແລະ ທຸກຄົນ​ທີ່​ພູເຂົາ​ຂອງ​ເອຊາວ

ຈະ​ຖືກ​ຟັນ​ລົງ​ໃນ​ການ​ຂ້າ.

ເພາະ​ການ​ໃຊ້​ຄວາມ​ຮຸນແຮງ​ທີ່​ເຈົ້າ​ເຮັດ​ຕໍ່​ຢາໂຄບ​ນ້ອງຊາຍ​ຂອງ​ເຈົ້າ,

ເຈົ້າ​ຈະ​ອັບອາຍ​ຂາຍ​ໜ້າ;

ເຈົ້າ​ຈະ​ຖືກ​ທຳລາຍ​ໄປ​ຕະຫລອດ​ໄປ.

ໃນ​ມື້​ທີ່​ເຈົ້າ​ຢືນ​ຢູ່​ຫ່າງໆ

ຂະນະ​ທີ່​ຄົນແປກໜ້າ​ຂົນ​ຊັບສົມບັດ​ຂອງ​ລາວ​ໄປ

ແລະ ບັນດາ​ຄົນ​ຕ່າງຊາດ​ບຸກ​ເຂົ້າ​ປະຕູ​ຂອງ​ລາວ

ແລະ ຈັບ​ສະຫລາກ​ເອົາ​ເຢຣູຊາເລັມ,

ເຈົ້າ​ກໍ​ເປັນ​ເໝືອນ​ຄົນ​ໜຶ່ງ​ໃນ​ພວກເຂົາ.

ເຈົ້າ​ບໍ່​ຄວນ​ສົມ​ນ້ຳ​ໜ້າ​ນ້ອງຊາຍ​ຂອງ​ຕົນ

ໃນ​ມື້​ທີ່​ລາວ​ຮັບ​ເຄາະ​ຮ້າຍ,

ຫລື ຊື່ນຊົມຍິນດີ​ຕໍ່​ຊາວ​ຢູດາ

ໃນ​ມື້​ທີ່​ພວກເຂົາ​ຖືກ​ທຳລາຍ,

ຫລື ໂອ້​ອວດ​ຫລາຍ

ໃນ​ມື້​ທີ່​ພວກເຂົາ​ເດືອດຮ້ອນ.

ເຈົ້າ​ບໍ່​ຄວນ​ເດີນ​ທັບ​ຜ່ານ​ປະຕູ​ເມືອງ​ຂອງ​ປະຊາຊົນ​ຂອງ​ເຮົາ

ໃນ​ວັນ​ທີ່​ພວກເຂົາ​ປະສົບ​ໄພພິບັດ,

ຫລື ດີໃຈ​ທີ່​ພວກເຂົາ​ຈິບຫາຍ

ໃນ​ວັນ​ທີ່​ພວກເຂົາ​ປະສົບ​ໄພພິບັດ,

ຫລື ຢຶດ​ຊັບສົມບັດ​ຂອງ​ພວກເຂົາ

ໃນ​ວັນ​ທີ່​ພວກເຂົາ​ພິນາດ​ຈິບຫາຍ.

ເຈົ້າ​ບໍ່​ຄວນ​ລໍຖ້າ​ຢູ່​ທາງ​ແຍກ

ເພື່ອ​ກຳຈັດ​ພວກເຂົາ​ທີ່​ໜີ​ໄພ​ມາ,

ຫລື ມອບ​ໂຕ​ບັນດາ​ຄົນ​ທີ່​ລອດ​ຊີວິດ

ໃນ​ວັນ​ທີ່​ພວກເຂົາ​ເດືອດຮ້ອນ.

“ວັນ​ແຫ່ງ​ພຣະເຈົ້າ​ຢາເວ​ແມ່ນ​ໃກ້​ເຂົ້າ​ມາ​ແລ້ວ

ສຳລັບ​ປະຊາຊາດ​ທັງໝົດ.

ເຈົ້າ​ເຮັດ​ສິ່ງໃດ​ໄວ້, ເຈົ້າ​ກໍ​ຈະ​ໄດ້​ຮັບ​ສິ່ງ​ນັ້ນ​ຕອບແທນ;

ການ​ກະທຳ​ຂອງ​ເຈົ້າ​ຈະ​ກັບ​ຄືນ​ມາ​ຕົກ​ໃສ່​ເທິງ​ຫົວ​ຂອງ​ເຈົ້າ.

ເໝືອນ​ດັ່ງ​ທີ່​ເຈົ້າ​ໄດ້​ດື່ມ​ຢູ່​ເທິງ​ໂນນພູ​ສັກສິດ​ຂອງ​ເຮົາ,

ດັ່ງນັ້ນ ປະຊາຊາດ​ທັງໝົດ​ຈະ​ດື່ມ​ຢ່າງ​ບໍ່​ຢຸດຢັ້ງ;

ພວກເຂົາ​ຈະ​ດື່ມ​ແລ້ວ​ດື່ມ​ອີກ

ແລະ ຈະ​ເປັນ​ຢ່າງ​ທີ່​ບໍ່​ເຄີຍ​ເປັນ​ມາ​ກ່ອນ.

ແຕ່​ຢູ່​ເທິງ​ພູເຂົາ​ຊີໂອນ​ຈະ​ມີ​ການ​ກອບກູ້;

ພູເຂົາ​ນັ້ນ​ຈະ​ສັກສິດ,

ແລະ ຢາໂຄບ​ຈະ​ໄດ້​ຄອບຄອງ​ມໍລະດົກ​ຂອງ​ຕົນ.

ຢາໂຄບ​ຈະ​ເປັນ​ໄຟ

ໂຢເຊັບ​ຈະ​ເປັນ​ແປວໄຟ;

ເອຊາວ​ຈະ​ເປັນ​ຕໍ,

ແລະ ພວກເຂົາ​ຈະ​ຈູດ​ໄຟ​ເຜົາ​ລາວ ແລະ ທຳລາຍ​ລາວ.

ຢູ່​ທີ່​ນັ້ນ​ຈະ​ບໍ່​ມີ​ຜູ້ໃດ​ລອດ​ຊີວິດ

ຈາກ​ເອຊາວ”.

ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ເວົ້າ.

ປະຊາຊົນ​ຈາກ​ເນເກັບ​ຈະ​ຢຶດຄອງ

ບັນດາ​ພູເຂົາ​ຂອງ​ເອຊາວ,

ແລະ ປະຊາຊົນ​ຈາກ​ຕີນພູ​ຈະ​ຄອບຄອງ

ດິນແດນ​ຂອງ​ຊາວ​ຟີລິດສະຕິນ

ພວກເຂົາ​ຈະ​ຢຶດຄອງ​ທົ່ງ​ພຽງ​ຂອງ​ເອຟຣາອິມ ແລະ ຊາມາເຣຍ,

ແລະ ເບັນຢາມິນ​ຈະ​ຄອບຄອງ​ກີເລອາດ.

ກຸ່ມ​ຊາວ​ອິດສະຣາເອນ​ທີ່​ຖືກ​ເນລະເທດ ເຊິ່ງ​ຢູ່​ໃນ​ການາອານ

ຈະ​ຄອບຄອງ​ດິນແດນ​ໄກ​ຈົນ​ໄປ​ເຖິງ​ເຊເຣຟາດ;

ຄົນ​ທີ່​ຖືກ​ເນລະເທດ​ຈາກ​ເຢຣູຊາເລັມ ເຊິ່ງ​ຢູ່​ໃນ​ເສຟາລາດ

ຈະ​ຄອບຄອງ​ເມືອງ​ຕ່າງໆ​ຂອງ​ເນເກັບ.

ບັນດາ​ຜູ້​ກອບກູ້​ຈະ​ຂຶ້ນ​ໄປ​ເທິງ2​ພູເຂົາ​ຊີໂອນ

ເພື່ອ​ປົກຄອງ​ພູເຂົາ​ຕ່າງໆ​ຂອງ​ເອຊາວ.

ແລະ ອານາຈັກ​ນັ້ນ​ຈະ​ເປັນ​ຂອງ​ພຣະເຈົ້າ​ຢາເວ.

Source notes (2)
  1. Footnote ໃນ​ພາສາ​ເຮັບເຣີ​ປະໂຫຍກ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ
  2. Footnote ຫລື ຈາກ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.