Skip to content
BibleKenya

Biblica® Open Lao Contemporary Version

ໂຢເອນ 1

ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ເຊິ່ງ​ມາ​ເຖິງ​ໂຢເອນ ລູກຊາຍ​ຂອງ​ເປທູເອນ.

ການ​ບຸກລຸກ​ຂອງ​ຕັກແຕນ

ຈົ່ງ​ຕັ້ງໃຈ​ຟັງ, ພວກເຈົ້າ​ຜູ້ອາວຸໂສ​ທັງຫລາຍ;

ຈົ່ງ​ຟັງ​ໃຫ້​ດີ, ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້.

ເຄີຍ​ມີ​ເຫດການ​ຢ່າງ​ນີ້​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ພວກເຈົ້າ

ຫລື ໃນ​ສະໄໝ​ຂອງ​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ?

ຈົ່ງ​ເລົ່າ​ເລື່ອງລາວ​ໃຫ້​ບັນດາ​ລູກ​ຂອງ​ພວກເຈົ້າ​ຟັງ,

ແລະ ໃຫ້​ບັນດາ​ລູກ​ຂອງ​ພວກເຈົ້າ​ເລົ່າ​ເລື່ອງລາວ​ໃຫ້​ບັນດາ​ລູກ​ຂອງ​ພວກເຂົາ​ຟັງ,

ແລະ ໃຫ້​ບັນດາ​ລູກຫລານ​ຂອງ​ພວກເຂົາ​ເລົ່າ​ເລື່ອງລາວ​ໃຫ້​ລຸ້ນ​ຕໍ່​ໄປ​ຟັງ.

ຕັກແຕນ​ເປັນ​ຝູງ​ກິນ​ສິ່ງໃດ​ເຫລືອ​ໄວ້

ຕັກແຕນ​ໃຫຍ່​ກໍ​ມາ​ກິນ

ຕັກແຕນ​ໃຫຍ່​ກິນ​ສິ່ງໃດ​ເຫລືອ​ໄວ້

ຕັກແຕນ​ໜຸ່ມ​ກໍ​ມາ​ກິນ

ຕັກແຕນ​ໜຸ່ມ​ກິນ​ສິ່ງໃດ​ເຫລືອ​ໄວ້

ຕັກແຕນ​ອື່ນໆ1​ກໍ​ມາ​ກິນ.

ຄົນ​ຂີ້ເມົາ, ຈົ່ງ​ຕື່ນ​ຂຶ້ນ ແລະ ຈົ່ງ​ຮ້ອງໄຫ້!

ນັກ​ດື່ມ​ເຫລົ້າອະງຸ່ນ​ທຸກ​ຄົນ​ເອີຍ, ຈົ່ງ​ໂອ່ຍຄາງ;

ຈົ່ງ​ໂອ່ຍຄາງ​ເພາະ​ເຫລົ້າອະງຸ່ນ​ໃໝ່,

ເພາະ​ມັນ​ຖືກ​ດຶງ​ເອົາ​ໄປ​ຈາກ​ຮິມສົບ​ຂອງ​ພວກເຈົ້າ​ແລ້ວ.

ມີ​ຊົນຊາດ​ໜຶ່ງ​ໄດ້​ຮຸກຮານ​ດິນແດນ​ຂອງ​ເຮົາ,

ເປັນ​ກອງທັບ​ໃຫຍ່​ທີ່​ມີ​ຈຳນວນ​ນັບ​ບໍ່​ຖ້ວນ;

ແຂ້ວ​ຂອງ​ມັນ​ຄົມ​ເໝືອນດັ່ງ​ແຂ້ວ​ຂອງ​ໂຕ​ສິງ,

ມີ​ແຂ້ວ​ເໝືອນດັ່ງ​ແຂ້ວ​ຂອງ​ສິງ​ແມ່.

ມັນ​ທຳລາຍ​ເຄືອອະງຸ່ນ​ຂອງ​ເຮົາ

ແລະ ທຳລາຍ​ຕົ້ນ​ໝາກເດື່ອ​ຂອງ​ເຮົາ.

ມັນ​ລອກ​ເປືອກ​ໄມ້​ອອກ

ແລະ ໂຍນ​ຖິ້ມ​ໄປ,

ເຫລືອ​ໄວ້​ແຕ່​ກ້ານ​ຂາວ.

ຈົ່ງ​ຮ້ອງໄຫ້​ເໝືອນດັ່ງ​ສາວ​ບໍລິສຸດ​ນຸ່ງ​ເສື້ອ​ຜ້າກະສອບ

ເຊິ່ງ​ຄ່ຳຄວນ​ເຖິງ​ຄູ່ໝັ້ນ​ໃນ​ໄວ​ໜຸ່ມ​ຂອງ​ຕົນ.

ເຄື່ອງ​ຖວາຍ​ພືດຜົນ​ບູຊາ ແລະ ເຄື່ອງດື່ມ​ບູຊາ

ຖືກ​ຕັດ​ຂາດ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ຢາເວ.

ບັນດາ​ປະໂລຫິດ​ກຳລັງ​ໂສກເສົ້າ,

ບັນດາ​ຜູ້ຮັບໃຊ້​ທີ່​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ.

ທົ່ງນາ​ຖືກ​ທຳລາຍ,

ພື້ນດິນ​ແຫ້ງແລ້ງ;

ເມັດພືດ​ກໍ​ຖືກ​ທຳລາຍ,

ເຫລົ້າອະງຸ່ນ​ໃໝ່​ກໍ​ແຫ້ງ,

ບໍ່​ມີ​ນ້ຳມັນ​ໝາກກອກ.

ຊາວນາ​ທັງຫລາຍ ຈົ່ງ​ສິ້ນ​ຫວັງ,

ຊາວສວນ​ອະງຸ່ນ​ທັງຫລາຍ ຈົ່ງ​ຮ້ອງໄຫ້;

ຈົ່ງ​ໂສກເສົ້າ​ເລື່ອງ​ເຂົ້າຫວີດ ແລະ ເຂົ້າບາເລ,

ເພາະ​ຜົນລະປູກ​ໃນ​ທົ່ງນາ​ໄດ້​ຖືກ​ທຳລາຍ.

ເຄືອອະງຸ່ນ​ກໍ​ຫ່ຽວ​ແຫ້ງ

ແລະ ຕົ້ນ​ໝາກເດື່ອ​ກໍ​ແຫ້ງ​ຫ່ຽວ​ໄປ

ທັງ​ຕົ້ນ​ໝາກພິລາ, ຕົ້ນປາມ ແລະ ຕົ້ນ​ແອັບເປີ້ນ

ຕົ້ນໄມ້​ທັງໝົດ​ໃນ​ທົ່ງນາ​ກໍ​ຫ່ຽວ​ແຫ້ງ.

ຄວາມ​ຊື່ນຊົມຍິນດີ​ຂອງ​ຄົນ​ທັງຫລາຍ

ກໍ​ສູນສິ້ນ​ໄປ​ຢ່າງ​ແນ່ນອນ.

ຮຽກຮ້ອງ​ໃຫ້​ກັບໃຈ

ປະໂລຫິດ​ທັງຫລາຍ, ຈົ່ງ​ນຸ່ງ​ເສື້ອ​ຜ້າກະສອບ ແລະ ໄວ້​ທຸກ;

ພວກເຈົ້າ​ຜູ້​ທີ່​ຮັບໃຊ້​ຢູ່​ຕໍ່ໜ້າ​ແທ່ນບູຊາ, ຈົ່ງ​ຮ້ອງໄຫ້.

ຈົ່ງ​ມາ, ຈົ່ງ​ນຸ່ງ​ເສື້ອ​ຜ້າ​ກະສອບ​ໄວ້​ຕະຫລອດ​ຄືນ,

ພວກເຈົ້າ​ຜູ້​ທີ່​ຮັບໃຊ້​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຂອງ​ເຮົາ;

ເພາະ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ ແລະ ເຄື່ອງດື່ມ​ບູຊາ

ກໍ​ຂາດ​ໄປ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຈົ້າ​ແລ້ວ.

ຈົ່ງ​ປະກາດ​ໃຫ້​ມີ​ການ​ຖືສິນ​ອົດ​ອາຫານ​ອັນ​ບໍລິສຸດ;

ຈົ່ງ​ເອີ້ນ​ປະຊຸມ​ອັນ​ສັກສິດ.

ຈົ່ງ​ເອີ້ນ​ບັນດາ​ຜູ້ອາວຸໂສ

ແລະ ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ແຜ່ນດິນ​ນັ້ນ

ໃຫ້​ມາ​ຍັງ​ວິຫານຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ,

ແລະ ຮ້ອງ​ຕໍ່​ພຣະເຈົ້າ​ຢາເວ.

ເປັນ​ວັນ​ທີ່​ໜ້າ​ຢ້ານກົວ​ຫລາຍ!

ເພາະ​ວັນ​ຂອງ​ພຣະເຈົ້າ​ຢາເວ​ໃກ້​ເຂົ້າ​ມາ​ແລ້ວ;

ວັນ​ນັ້ນ​ຈະ​ມາ​ເໝືອນ​ຄວາມ​ພິນາດ​ຈາກ​ອົງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່.

ອາຫານ​ໄດ້​ຖືກ​ຕັດ​ອອກ​ໄປ

ຕໍ່ໜ້າ​ຕໍ່​ຕາ​ພວກເຮົາ​ແລ້ວ

ຄວາມ​ຊື່ນຊົມຍິນດີ ແລະ ຄວາມ​ຍິນດີ

ກໍ​ໄດ້​ສູນສິ້ນ​ໄປ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ແລ້ວ​ບໍ່​ແມ່ນ​ບໍ?

ເມັດພືດ​ຫ່ຽວແຫ້ງ

ຢູ່​ໃຕ້​ດິນ​ຕົມ.2

ໂຮງ​ເກັບ​ເຂົ້າ​ຢູ່​ໃນ​ສະພາບ​ຫັກພັງ,

ສາງ​ທັງຫລາຍ​ກໍ​ຫັກພັງ​ລົງ,

ເພາະ​ເມັດ​ເຂົ້າ​ຫ່ຽວແຫ້ງ​ໄປ​ໝົດ.

ຝູງ​ງົວ​ກໍ​ຮ້ອງ​ຄວນ​ຄາງ!

ຝູງງົວ​ປ່ວງ​ໄປ​ມາ

ເພາະ​ສັດ​ເຫລົ່ານັ້ນ​ບໍ່​ມີ​ທົ່ງຫຍ້າ;

ແມ່ນ​ແຕ່​ຝູງ​ແກະ​ກໍ​ທຸກທໍລະມານ.

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ

ເພາະ​ໄຟ​ໄດ້​ເຜົາຜານ​ທົ່ງຫຍ້າ​ທີ່​ໃນ​ຖິ່ນແຫ້ງແລ້ງກັນດານ

ແລະ ແປວໄຟ​ໄດ້​ໄໝ້​ເຜົາ​ຕົ້ນໄມ້​ໃນ​ທົ່ງນາ​ທັງໝົດ.

ແມ່ນ​ແຕ່​ສັດປ່າ​ກໍ​ຄວນ​ຄາງ​ຫາ​ພຣະອົງ

ສາຍ​ນ້ຳ​ທັງຫລາຍ​ກໍ​ບົກ​ແຫ້ງ​ໄປ

ແລະ ໄຟ​ກໍ​ເຜົາໄໝ້​ທົ່ງຫຍ້າ​ໃນ​ຖິ່ນແຫ້ງແລ້ງກັນດານ.

Source notes (2)
  1. Footnote ໃນ​ພາສາ​ເຮັບເຣີ ຄຳ​ທັງ​ສີ່​ຄຳ​ທີ່​ໝາຍ​ເຖິງ​ຕັກແຕນ​ຊະນິດ​ຕ່າງໆ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ
  2. Footnote ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.