Skip to content
BibleKenya

Biblica® Open Lao Contemporary Version

ໂຮເສອາ 14

ການ​ກັບໃຈ​ໃໝ່​ທີ່​ນຳ​ພຣະພອນ​ມາ

ອິດສະຣາເອນ, ຈົ່ງ​ຫັນ​ກັບ​ມາ​ຫາ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.

ທີ່​ພວກເຈົ້າ​ຫລົ້ມຈົມ​ລົງ​ກໍ​ເພາະ​ບາບ​ທັງຫລາຍ​ຂອງ​ພວກເຈົ້າ!

ຈົ່ງ​ນຳ​ຄຳ​ອ້ອນວອນ​ມາ​ດ້ວຍ

ແລະ ກັບ​ມາ​ຫາ​ພຣະເຈົ້າ​ຢາເວ.

ຈົ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ:

“ຂໍ​ໂຜດ​ອະໄພ​ບາບ​ທັງໝົດ​ຂອງ​ພວກຂ້ານ້ອຍ

ແລະ ຂໍ​ໂຜດ​ຮັບ​ພວກຂ້ານ້ອຍ​ໄວ້​ດ້ວຍ​ພຣະຄຸນ,

ເພື່ອ​ພວກຂ້ານ້ອຍ​ຈະ​ຖວາຍ​ຄຳ​ສັນລະເສີນ​ຈາກ​ຮີມສົບ​ຂອງ​ພວກຂ້ານ້ອຍ.1

ອັດຊີເຣຍ​ບໍ່​ອາດ​ຊ່ວຍ​ພວກຂ້ານ້ອຍ​ໄດ້;

ພວກຂ້ານ້ອຍ​ຈະ​ບໍ່​ເພິ່ງ​ມ້າຮົບ.

ຈະ​ບໍ່​ເອີ້ນ​ສິ່ງ​ທີ່​ມື​ຂອງ​ພວກຂ້ານ້ອຍ​ສ້າງ​ຂຶ້ນ​ນັ້ນ​ວ່າ,

‘ພຣະເຈົ້າ​ຂອງ​ພວກຂ້ານ້ອຍ’ ອີກ​ຕໍ່ໄປ,

ເພາະ​ລູກ​ກຳພ້າ​ພໍ່​ຈະ​ພົບ​ຄວາມ​ເມດຕາ​ໃນ​ພຣະອົງ”.

“ເຮົາ​ຈະ​ຮັກສາ​ຄວາມ​ດື້ດ້ານ​ຂອງ​ພວກເຂົາ

ແລະ ຈະ​ຮັກ​ພວກເຂົາ​ຢ່າງ​ເຕັມ​ທີ່,

ເພາະ​ເຮົາ​ເຊົາ​ໃຈຮ້າຍ​ພວກເຂົາ​ແລ້ວ.

ເຮົາ​ຈະ​ເປັນ​ເໝືອນ​ນ້ຳຄ້າງ​ສໍາລັບ​ອິດສະຣາເອນ;

ພວກເຂົາ​ຈະ​ເບັ່ງບານ​ດັ່ງ​ດອກລີລາ.

ພວກເຂົາ​ຈະ​ຢັ່ງ​ຮາກ​ລົງ

ເໝືອນ​ຕົ້ນໄມ້ສີດາ​ແຫ່ງ​ເລບານອນ

ໜໍ່​ອ່ອນ​ຂອງ​ພວກເຂົາ​ຈະ​ເຕີບ​ໃຫຍ່​ຂຶ້ນ.

ພວກເຂົາ​ຈະ​ງົດງາມ​ຮຸ່ງເຮືອງ​ດັ່ງ​ຕົ້ນ​ໝາກກອກ,

ແລະ ສົ່ງ​ກິ່ນ​ຫອມ​ດັ່ງ​ຕົ້ນໄມ້ສີດາ​ແຫ່ງ​ເລບານອນ.

ຄົນ​ທັງຫລາຍ​ຈະ​ເພິ່ງພາ​ໃນ​ຮົ່ມ​ຂອງ​ພວກເຂົາ​ອີກ;

ພວກເຂົາ​ຈະເລີນ​ງອກ​ງາມ​ດັ່ງ​ເມັດພືດ,

ຈະ​ເບັ່ງບານ​ດັ່ງ​ເຄືອອະງຸ່ນ

ຊື່ສຽງ​ຊ່າລື​ເໝືອນ​ເຫລົ້າອະງຸ່ນ​ຈາກ​ເລບານອນ.

ເອຟຣາອິມ, ເຮົາ2​ຈະ​ຕ້ອງ​ເຮັດ​ຫຍັງ​ອີກ​ກັບ​ບັນດາ​ຮູບເຄົາລົບ?

ເຮົາ​ຈະ​ຕອບ​ພວກເຂົາ ແລະ ຫ່ວງໃຍ​ເບິ່ງແຍງ​ພວກເຂົາ.

ເຮົາ​ເປັນ​ເໝືອນ​ຕົ້ນແປກ​ຂຽວ​ອຸ່ມທຸ່ມ;

ເຈົ້າ​ຈະ​ມີ​ຜົນ​ງອກ​ງາມ​ເພາະ​ເຮົາ”.

ຜູ້ໃດ​ສະຫລາດ? ໃຫ້​ຜູ້​ນັ້ນ​ເຂົ້າໃຈ​ສິ່ງ​ເຫລົ່ານີ້

ຜູ້ໃດ​ມີ​ວິຈາລະນະຍານ? ຜູ້​ນັ້ນ​ຈະ​ເຂົ້າໃຈ

ວິຖີ​ທາງ​ຂອງ​ພຣະເຈົ້າ​ຢາເວ​ລ້ວນ​ແຕ່​ຖືກຕ້ອງ;

ຜູ້​ຊອບທຳ​ດຳເນີນ​ໃນ​ວິຖີ​ທາງ​ເຫລົ່ານີ້,

ແຕ່​ຜູ້​ກະບົດ​ຕໍ່​ພຣະເຈົ້າ​ກໍ​ສະດຸດ​ຢູ່​ໃນ​ທາງ​ຂອງ​ພຣະອົງ.

Source notes (2)
  1. Footnote ຫລື ຖວາຍ​ປາກ​ຂອງ​ພວກຂ້ານ້ອຍ​ແທນ​ງົວ​ທີ່​ໃຊ້​ເປັນ​ເຄື່ອງບູຊາ
  2. Footnote ຫລື ເອຟຣາອິມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.