Skip to content
BibleKenya

Biblica® Open Lao Contemporary Version

ໂຮເສອາ 13

ຄວາມ​ໃຈຮ້າຍ​ຂອງ​ພຣະເຈົ້າ​ຢາເວ​ຕໍ່​ຊາວ​ອິດສະຣາເອນ

ເມື່ອ​ເອຟຣາອິມ​ໄດ້​ເວົ້າ, ປະຊາຊົນ​ກໍ​ສັ່ນ​ສະທ້ານ;

ພວກເຂົາ​ເປັນ​ທີ່​ຍົກຍ້ອງ​ໃນ​ອິດສະຣາເອນ.

ແຕ່​ພວກເຂົາ​ກໍ​ມີ​ຄວາມ​ຜິດ ແລະ ຕາຍ​ໄປ​ເພາະ​ກາບໄຫວ້​ພະບາອານ.

ບັດນີ້ ພວກເຂົາ​ຍິ່ງ​ເຮັດ​ບາບ​ຫລາຍ​ຂຶ້ນ;

ພວກເຂົາ​ໄດ້​ໃຊ້​ເງິນ​ເຮັດ​ຮູບເຄົາລົບ​ເພື່ອ​ຕົນ​ເອງ,

ເປັນ​ຮູບເຄົາລົບ​ທີ່​ປັ້ນ​ແຕ່ງ​ຂຶ້ນ​ຢ່າງ​ສະຫລາດ,

ທັງໝົດ​ລ້ວນ​ແລ້ວ​ແຕ່​ເປັນ​ຜົນງານ​ຂອງ​ຊ່າງ​ຝີ​ມື.

ຄົນ​ທັງຫລາຍ​ກ່າວ​ເຖິງ​ຄົນ​ເຫລົ່ານີ້​ວ່າ,

“ພວກເຂົາ​ໃຊ້​ມະນຸດ​ເປັນ​ເຄື່ອງບູຊາ!

ແລະ ຈູບ1​ຮູບເຄົາລົບ​ລູກ​ງົວ!”

ເຫດສະນັ້ນ ພວກເຂົາ​ຈະ​ເປັນ​ເໝືອນ​ໝອກ​ໃນ​ຍາມ​ເຊົ້າ,

ເໝືອນ​ນ້ຳຄ້າງ​ຍາມ​ຮຸ່ງເຊົ້າ​ທີ່​ຫາຍ​ລັບ​ໄປ,

ເໝືອນ​ແກບ​ປິວ​ຈາກ​ເດີ່ນ​ຟາດ​ເຂົ້າ,

ເໝືອນ​ຄວັນ​ທີ່​ລອດ​ອອກ​ໄປ​ທາງ​ປ່ອງຢ້ຽມ.

“ແຕ່​ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ

ຜູ້​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ.2

ພວກເຈົ້າ​ຈະ​ຕ້ອງ​ບໍ່​ມີ​ພຣະເຈົ້າ​ອື່ນ​ໃດ​ນອກ​ຈາກ​ເຮົາ,

ແລະ ບໍ່​ມີ​ຜູ້​ຊ່ວຍ​ໃຫ້​ພົ້ນ​ອື່ນ​ໃດ​ນອກ​ຈາກ​ເຮົາ.

ເຮົາ​ເບິ່ງແຍງ​ພວກເຈົ້າ​ໃນ​ທະເລຊາຍ,

ໃນ​ດິນແດນ​ອັນ​ຮ້ອນ​ກ້າ.

ເມື່ອ​ເຮົາ​ລ້ຽງດູ​ພວກເຂົາ, ພວກເຂົາ​ກໍ​ອິ່ມໜຳ;

ເມື່ອ​ພວກເຂົາ​ອິ່ມໜຳ​ແລ້ວ, ພວກເຂົາ​ກໍ​ຈອງຫອງ​ຂຶ້ນ;

ແລະ ລືມ​ເຮົາ.

ດັ່ງນັ້ນ ເຮົາ​ຈຶ່ງ​ຈູ່​ໂຈມ​ເຂົ້າ​ໃສ່​ພວກເຂົາ​ເໝືອນ​ໂຕສິງ,

ເຮົາ​ຈະ​ດັກ​ຢູ່​ແຄມທາງ​ເໝືອນ​ເສືອດາວ.

ເໝືອນ​ແມ່​ໝີ​ທີ່​ຖືກ​ລັກ​ລູກ​ໄປ,

ເຮົາ​ຈະ​ໂຈມຕີ ແລະ ຈີກ​ພວກເຂົາ​ອອກ;

ເຮົາ​ຈະ​ເປັນ​ເໝືອນ​ສິງ​ທີ່​ກືນ​ກິນ​ພວກເຂົາ

ສັດ​ປ່າ​ຈະ​ຈີກ​ພວກເຂົາ​ອອກ​ເປັນ​ຕ່ອນໆ.

“ອິດສະຣາເອນ, ພວກເຈົ້າ​ຖືກ​ທຳລາຍ​ແລ້ວ,

ເພາະ​ພວກເຈົ້າ​ຕໍ່ສູ້​ເຮົາ, ຕໍ່ສູ້​ຜູ້​ທີ່​ຊ່ວຍເຫລືອ​ພວກເຈົ້າ.

ກະສັດ​ຂອງ​ພວກເຈົ້າ, ຜູ້​ທີ່​ຈະ​ຊ່ວຍ​ພວກເຈົ້າ​ໄດ້​ນັ້ນຢູ່​ໃສ?

ບັນດາ​ຜູ້​ມີ​ອຳນາດ​ປົກຄອງ​ເມືອງ​ຂອງ​ພວກເຈົ້າ,

ທີ່​ພວກເຈົ້າ​ເວົ້າ​ວ່າ,

‘ໃຫ້​ເຮົາ​ມີ​ກະສັດ ແລະ ເຈົ້ານາຍ’ ນັ້ນ​ຢູ່​ໃສ?

ດັ່ງນັ້ນ ເຮົາ​ຈຶ່ງ​ໃຫ້​ກະສັດ​ແກ່​ພວກເຈົ້າ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ເຮົາ,

ແລະ ເຮົາ​ກໍ​ພາກ​ລາວ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ເຮົາ.

ຄວາມ​ຜິດ​ຂອງ​ເອຟຣາອິມ​ຖືກ​ສະສົມ​ໄວ້,

ແລະ ບາບ​ຂອງ​ພວກເຂົາ​ກໍ​ຖືກ​ບັນທຶກ​ໄວ້.

ພວກເຂົາ​ເຈັບປວດ​ເໝືອນ​ຍິງ​ໃກ້​ຈະ​ເກີດ​ລູກ,

ແຕ່​ພວກເຂົາ​ເປັນ​ເດັກນ້ອຍ​ໄຮ້​ສະຕິປັນຍາ;

ເມື່ອ​ເຖິງ​ເວລາ​ແລ້ວ,

ພວກເຂົາ​ກໍ​ບໍ່​ຍອມ​ເກີດ​ອອກ​ມາ.

“ເຮົາ​ຈະ​ໄຖ່​ພວກເຂົາ​ຈາກ​ອຳນາດ​ຂອງ​ແດນ​ຄົນ​ຕາຍ;

ເຮົາ​ຈະ​ໄຖ່​ພວກເຂົາ​ຈາກ​ຄວາມ​ຕາຍ.

ຄວາມ​ຕາຍ, ໄລພິດ​ຂອງ​ເຈົ້າ​ຢູ່​ໃສ?

ແດນ​ຄົນ​ຕາຍ ຫາຍະນະ​ຂອງ​ເຈົ້າ​ຢູ່​ໃສ?

“ເຮົາ​ຈະ​ບໍ່​ມີ​ຄວາມ​ເມດຕາ​ສົງສານ​ເລີຍ,

ເຖິງ​ແມ່ນ​ວ່າ​ພວກເຂົາ​ຮຸ່ງເຮືອງ​ຢູ່​ໃນ​ທ່າມກາງ​ພີ່ນ້ອງ,

ແຕ່​ລົມ​ຕາເວັນ​ອອກ ຈາກ​ພຣະເຈົ້າ​ຢາເວ​ຈະ​ມາ​ຮອດ,

ກໍ​ພັດ​ກະໜ່ຳ​ມາ​ຈາກ​ທະເລຊາຍ;

ນ້ຳພຸ​ຂອງ​ພວກເຂົາ​ຈະ​ບໍ່​ໄຫລ

ແລະ ບໍ່ນ້ຳ​ຂອງ​ພວກເຂົາ​ຈະ​ເຫືອດ​ແຫ້ງ.

ຄັງ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ

ເອົາ​ຊັບສົມບັດ​ໄປ​ໝົດ.

ຊາວ​ຊາມາເຣຍ​ຕ້ອງ​ຮັບ​ໂທດ​ຄວາມ​ຜິດ​ຂອງ​ຕົນ,

ເພາະ​ພວກເຂົາ​ກະບົດ​ຕໍ່​ພຣະເຈົ້າ​ຂອງ​ພວກເຂົາ.

ພວກເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ດາບ;

ລູກ​ອ່ອນ​ຂອງ​ພວກເຂົາ​ຈະ​ຖືກ​ຈັບ​ຟາດ​ທີ່​ພື້ນ,

ແລະ ຜູ້ຍິງ​ຖືພາ​ຂອງ​ພວກເຂົາ​ຈະ​ຖືກ​ຜ່າ​ທ້ອງ”.

Source notes (2)
  1. Footnote ຫລື ມະນຸດ​ຜູ້​ຖວາຍ​ບູຊາ ຈູບ
  2. Footnote ຫລື ພຣະເຈົ້າ​ຂອງ​ພວກເຈົ້າ ຕັ້ງ​ແຕ່​ຄັ້ງ​ທີ່​ພວກເຈົ້າ​ຢູ່​ໃນ​ເອຢິບ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.