Biblica® Open Lao Contemporary Version
ໂຮເສອາ 12
ເອຟຣາອິມລ້ຽງຊີບດ້ວຍລົມ;
ພວກເຂົາໄລ່ຕາມລົມຕາເວັນອອກໝົດມື້
ແລະ ເພີ່ມທະວີການຕົວະ ແລະ ຄວາມຮຸນແຮງ.
ພວກເຂົາເຮັດສັນຍາກັບອັດຊີເຣຍ
ແລະ ສົ່ງນ້ຳມັນໝາກກອກໄປທີ່ເອຢິບ.
ພຣະເຈົ້າຢາເວດຳເນີນຄະດີກັບຢູດາ;
ພຣະອົງຈະລົງໂທດຢາໂຄບ1 ຕາມວິຖີທາງຄວາມປະພຶດຂອງລາວ
ແລະ ຕອບແທນລາວຕາມການກະທຳຂອງລາວ;
ລາວດຶງສົ້ນຕີນຂອງອ້າຍໄວ້ຕັ້ງແຕ່ຢູ່ໃນມົດລູກ;
ເມື່ອໃຫຍ່ຂຶ້ນມາລາວກໍຕໍ່ສູ້ກັບພຣະເຈົ້າ.
ລາວສູ້ກັບເທວະດາ ແລະ ເອົາຊະນະໄດ້;
ລາວຮ້ອງໄຫ້ອ້ອນວອນຂໍຄວາມເມດຕາ.
ພຣະອົງໄດ້ພົບລາວຢູ່ທີ່ເບັດເອນ
ແລະ ໄດ້ເວົ້າກັບລາວຢູ່ທີ່ນັ້ນ
ພຣະເຈົ້າຢາເວ ພຣະເຈົ້າຜູ້ມີມີລິດອຳນາດຍິ່ງໃຫຍ່,
ພຣະເຈົ້າຢາເວຄືນາມຂອງພຣະອົງ!
ແຕ່ພວກເຈົ້າຕ້ອງກັບມາຫາພຣະເຈົ້າຂອງພວກເຈົ້າ;
ຈົ່ງປະຄັບປະຄອງຄວາມຮັກ ແລະ ຄວາມຍຸຕິທຳ,
ແລະ ລໍຖ້າພຣະເຈົ້າຂອງພວກເຈົ້າສະເໝີ.
ພວກພໍ່ຄ້າໂກງຕາຊິງ
ພວກເຂົາຮັກການສໍ້ໂກງ.
ເອຟຣາອິມໂອ້ອວດວ່າ,
“ເຮົາຮັ່ງມີຫລາຍ; ເຮົາກາຍເປັນເສດຖີ.
ດ້ວຍຊັບສົມບັດທັງໝົດຂອງເຮົາ
ພວກເຂົາຈະບໍ່ພົບຄວາມຊົ່ວຊ້າ ຫລື ບາບໃດໆໃນເຮົາເລີຍ”.
“ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ
ຜູ້ພາພວກເຈົ້າອອກມາຈາກ2ເອຢິບ;
ເຮົາຈະເຮັດໃຫ້ພວກເຈົ້າອາໄສຢູ່ໃນເຕັນອີກຄັ້ງ,
ເໝືອນວັນເທດສະການງານລ້ຽງຕາມກຳນົດຂອງພວກເຈົ້າ.
ເຮົາໄດ້ເວົ້າກັບບັນດາຜູ້ທຳນວາຍ,
ໄດ້ໃຫ້ນິມິດຫລາຍຢ່າງແກ່ພວກເຂົາ
ແລະ ໄດ້ບອກຄຳອຸປະມາຜ່ານທາງພວກເຂົາ”.
ກີເລອາດຊົ່ວຮ້າຍບໍ?
ຊາວເມືອງນັ້ນໄຮ້ຄ່າຫລາຍ!
ພວກເຂົາຖວາຍງົວຜູ້ໃນກິນການບໍ?
ແທ່ນບູຊາຂອງພວກເຂົາຈະເປັນເໝືອນກອງຫີນ
ເທິງທົ່ງນາທີ່ໄຖແລ້ວ.
ຢາໂຄບໄດ້ໜີໄປທີ່ດິນແດນອາຣາມ;
ອິດສະຣາເອນຮັບໃຊ້ເພື່ອຈະໄດ້ເມຍ,
ແລະ ລ້ຽງແກະເພື່ອຈ່າຍເປັນຄ່າໂຕຂອງນາງ.
ພຣະເຈົ້າຢາເວໄດ້ໃຊ້ຜູ້ທຳນວາຍຄົນໜຶ່ງນຳອິດສະຣາເອນອອກມາຈາກເອຢິບ,
ພຣະອົງໃຊ້ຜູ້ທຳນວາຍໃຫ້ເບິ່ງແຍງອິດສະຣາເອນ.
ແຕ່ເອຟຣາອິມໄດ້ຍົວະພຣະອົງໃຫ້ໃຈຮ້າຍຢ່າງຮຸນແຮງ;
ອົງພຣະຜູ້ເປັນເຈົ້າຂອງພວກເຂົາຈະປ່ອຍໃຫ້ຄວາມຜິດເພາະການນອງເລືອດຕົກຢູ່ກັບພວກເຂົາ
ແລະ ຈະຕອບແທນການໝິ່ນປະມາດຂອງພວກເຂົາ.
Source notes (2)
- Footnote ແປວ່າ ລາວຈັບສົ້ນຕີນ (ເປັນສຳນວນໝາຍເຖິງ ລາວຫລອກລວງ)
- Footnote ຫລື ພຣະເຈົ້າຂອງພວກເຈົ້າ ຕັ້ງແຕ່ຄັ້ງທີ່ພວກເຈົ້າຢູ່ໃນເອຢິບ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.