Biblica® Open Lao Contemporary Version
ໂຮເສອາ 11
ຄວາມຮັກຂອງພຣະເຈົ້າຕໍ່ອິດສະຣາເອນ
“ເມື່ອອິດສະຣາເອນຍັງເປັນເດັກນ້ອຍຢູ່, ເຮົາຮັກພວກເຂົາ,
ແລະ ເຮົາໄດ້ເອີ້ນລູກຂອງເຮົາອອກມາຈາກເອຢິບ,
ແຕ່ຍິ່ງເຮົາ1ເອີ້ນອິດສະຣາເອນຫລາຍເທົ່າໃດ,
ພວກເຂົາກໍຍິ່ງຫ່າງໄກຈາກເຮົາ2ຫລາຍເທົ່ານັ້ນ.
ພວກເຂົາໄດ້ຖວາຍເຄື່ອງບູຊາແກ່ພະບາອານ
ແລະ ພວກເຂົາໄດ້ເຜົາເຄື່ອງຫອມຖວາຍຮູບປັ້ນຕ່າງໆ.
ເຮົາເປັນຜູ້ທີ່ສອນເອຟຣາອິມໃຫ້ຮຽນຍ່າງ,
ເຮົາໂອບອຸ້ມພວກເຂົາໄວ້ໃນອ້ອມແຂນ;
ແຕ່ພວກເຂົາບໍ່ຄິດ
ວ່າເຮົາເປັນຜູ້ທີ່ຮັກສາພວກເຂົາໃຫ້ຫາຍດີ.
ເຮົານຳພາພວກເຂົາດ້ວຍສາຍໃຍແຫ່ງຄວາມເມດຕາ,
ແລະ ດ້ວຍຄວາມຜູກພັນແຫ່ງຄວາມຮັກ.
ເຮົາໄດ້ປົດແອກ
ອອກຈາກຄໍຂອງພວກເຂົາ,
ແລະ ເຮົາໄດ້ກົ້ມລົງມາປ້ອນອາຫານພວກເຂົາ.
“ພວກເຂົາຈະບໍ່ກັບໄປທີ່ເອຢິບບໍ
ແລະ ອັດຊີເຣຍຈະບໍ່ປົກຄອງພວກເຂົາບໍ
ໃນເມື່ອພວກເຂົາບໍ່ຍອມກັບໃຈ?
ດາບທັງຫລາຍຈະແກວ່ງຢູ່ໃນເມືອງຕ່າງໆຂອງພວກເຂົາ;
ດາບເຫລົ່ານັ້ນຈະທຳລາຍບັນດາຜູ້ທໍານວາຍປອມຂອງພວກເຂົາ
ແລະ ເຮັດໃຫ້ແຜນການຕ່າງໆຂອງພວກເຂົາຈົບສິ້ນລົງ.
ປະຊາຊົນຂອງເຮົາຕັ້ງໃຈຖິ້ມເຮົາໄປ.
ເຖິງແມ່ນວ່າພວກເຂົາຈະຮ້ອງເຮົາວ່າຜູ້ສູງສຸດ,
ເຮົາກໍຈະບໍ່ເຊີດຊູພວກເຂົາເລີຍ.
“ເອຟຣາອິມ, ເຮົາຈະປ່ອຍພວກເຈົ້າໃຫ້ຫລຸດມືໄປໄດ້ຢ່າງໃດ?
ອິດສະຣາເອນ, ເຮົາຈະຍອມປ່ອຍພວກເຈົ້າໄປໄດ້ຢ່າງໃດ?
ເຮົາຈະປະຕິບັດຕໍ່ພວກເຈົ້າເໝືອນອັດມາໄດ້ບໍ?
ເຮົາຈະເຮັດກັບພວກເຈົ້າເໝືອນເຊບົວອິມໄດ້ຢ່າງໃດ?
ຈິດໃຈທີ່ຢູ່ພາຍໃນເຮົາກໍປ່ຽນໄປ;
ຄວາມເມດຕາກະລຸນາຂອງເຮົາກໍໄດ້ຮັບການປຸກຂຶ້ນ.
ເຮົາຈະບໍ່ລົງໂທດພວກເຈົ້າຕາມຄວາມໃຈຮ້າຍອັນຮຸນແຮງຂອງເຮົາ,
ຫລື ຫັນມາທຳລາຍລ້າງເອຟຣາອິມອີກ.
ເພາະເຮົາເປັນພຣະເຈົ້າ, ບໍ່ແມ່ນມະນຸດ
ເປັນອົງບໍລິສຸດທ່າມກາງພວກເຈົ້າ.
ເຮົາຈະບໍ່ມາຕໍ່ສູ້ເມືອງທັງຫລາຍຂອງພວກເຂົາ.3
ພວກເຂົາຈະຕິດຕາມພຣະເຈົ້າຢາເວ;
ພຣະອົງຈະເປັ່ງສຽງເໝືອນດັ່ງໂຕສິງທີ່ແຜດສຽງ,
ເມື່ອພຣະອົງເປັ່ງສຽງຮ້ອງ;
ລູກຂອງພຣະອົງຈະສັ່ນສະທ້ານກັບມາຈາກທາງຕາເວັນຕົກ.
ພວກເຂົາຈະກັບມາຈາກເອຢິບ,
ໂຕສັ່ນເຊັນເໝືອນນົກກະຈອກ,
ແລະ ມາຈາກອັດຊີເຣຍ, ເໝືອນນົກກາງແກ.
ເຮົາຈະພາພວກເຂົາກັບມາທີ່ບ້ານເກີດເມືອງນອນຂອງພວກເຂົາອີກ”,
ພຣະເຈົ້າຢາເວປະກາດດັ່ງນັ້ນ.
ບາບຂອງອິດສະຣາເອນ
ເອຟຣາອິມອ້ອມຮອບເຮົາດ້ວຍຄຳຕົວະ,
ເຊື້ອສາຍອິດສະຣາເອນອ້ອມຮອບເຮົາດ້ວຍການຫລອກລວງ.
ແລະ ຢູດາກໍດື້ດ້ານຕໍ່ສູ້ພຣະເຈົ້າ,
ແມ່ນແຕ່ກັບອົງບໍລິສຸດຜູ້ສັດຊື່.
Source notes (3)
- Footnote ພາສາເຮັບເຣີວ່າ ພວກເຂົາ
- Footnote ພາສາເຮັບເຣີວ່າ ພວກເຂົາ
- Footnote ຫລື ບໍ່ມາຕໍ່ສູ້ກັບເມືອງໃດໆ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.