Skip to content
BibleKenya

Biblica® Open Lao Contemporary Version

ໂຮເສອາ 10

ອິດສະຣາເອນ​ເປັນ​ເຄືອອະງຸ່ນ​ທີ່​ແຜ່​ງ່າ;

ພວກເຂົາ​ເກີດ​ຜົນ​ເພື່ອ​ຕົນ​ເອງ.

ເມື່ອ​ຜົນ​ຍິ່ງ​ດົກ,

ພວກເຂົາ​ກໍ​ຍິ່ງ​ສ້າງ​ແທ່ນບູຊາ​ເພີ່ມ​ຂຶ້ນ;

ເມື່ອ​ດິນແດນ​ຂອງ​ພວກເຂົາ​ຮຸ່ງເຮືອງ​ຂຶ້ນ,

ພວກເຂົາ​ກໍ​ຕົບແຕ່ງ​ຫີນ​ສັກສິດ.

ຈິດໃຈ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ການ​ຫລອກລວງ,

ແລະ ບັດນີ້​ພວກເຂົາ​ຕ້ອງ​ໄດ້​ຮັບ​ໂທດ,

ພຣະອົງ​ຈະ​ພັງ​ແທ່ນບູຊາ​ຂອງ​ພວກເຂົາ

ແລະ ທຳລາຍ​ຫີນ​ສັກສິດ​ຂອງ​ພວກເຂົາ.

ແລ້ວ​ພວກເຂົາ​ຈະ​ເວົ້າ​ວ່າ, “ພວກເຮົາ​ບໍ່​ມີ​ກະສັດ

ເພາະ​ພວກເຮົາ​ບໍ່​ໄດ້​ຢຳເກງ​ພຣະເຈົ້າ​ຢາເວ.

ແຕ່​ເຖິງ​ເຮົາ​ມີ​ກະສັດ,

ເພິ່ນ​ຈະ​ເຮັດ​ຫຍັງ​ໃຫ້​ພວກເຮົາ​ໄດ້?”

ພວກເຂົາ​ສັນຍາ​ໄວ້​ຫລວງຫລາຍ

ເຮັດ​ຂໍ້​ຕົກລົງ

ແລະ ສາບານ​ບໍ່​ຈິງ;

ເຫດສະນັ້ນ ການ​ຟ້ອງ​ຄະດີ​ຈຶ່ງ​ງອກ​ງາມ

ເໝືອນ​ສັດຕູ​ພືດ​ທີ່​ເປັນ​ພິດ​ໃນ​ທົ່ງນາ​ທີ່​ໄຖ​ແລ້ວ.

ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ຊາມາເຣຍ

ຢ້ານ​ຮູບປັ້ນ​ລູກ​ງົວ​ຢູ່​ທີ່​ເບັດເອນ.1

ຄົນ​ຂອງ​ພະ​ນັ້ນ​ຈະ​ຄ່ຳຄວນ​ເຖິງ​ມັນ,

ປະໂລຫິດ​ຜູ້​ຫລົງໄຫລ​ມັນ​ກໍ​ເຊັ່ນ​ກັນ,

ແລະ ບັນດາ​ຜູ້​ທີ່​ຊື່ນຊົມ​ໃນ​ຄວາມ​ສະຫງ່າ​ຂອງ​ພະ​ນັ້ນ​ກໍ​ເປັນ​ໄປ​ດ້ວຍ,

ເພາະ​ມັນ​ຈະ​ຖືກ​ເນລະເທດ​ອອກ​ໄປ.

ມັນ​ຈະ​ຖືກ​ນຳ​ໄປ​ທີ່​ອັດຊີເຣຍ

ເປັນ​ເຄື່ອງ​ບັນນາການ​ແກ່​ກະສັດ​ຜູ້​ຍິ່ງໃຫຍ່.

ເອຟຣາອິມ​ຈະ​ອັບອາຍ​ຂາຍ​ໜ້າ;

ອິດສະຣາເອນ​ຈະ​ອັບອາຍ​ເປັນຍ້ອນ​ຮູບເຄົາລົບ2 ເຊິ່ງ​ເຮັດ​ດ້ວຍ​ໄມ້​ຂອງ​ພວກເຂົາ.

ຊາມາເຣຍ ແລະ ກະສັດ​ຂອງ​ມັນ​ຈະ​ສູນຫາຍ​ໄປ,

ເໝືອນ​ເສດ​ໄມ້​ທີ່​ຢູ່​ເທິງ​ໜ້າ​ນ້ຳ.

ສະຖານ​ທີ່​ແຫ່ງ​ຄວາມ​ຊົ່ວ​ຮ້າຍ3 ເຊິ່ງ​ຢູ່​ເທິງ​ທີ່​ສູງ​ຂອງ​ອິດສະຣາເອນ​ຈະ​ຖືກ​ທຳລາຍ

ມັນ​ເປັນ​ບາບ​ຂອງ​ອິດສະຣາເອນ.

ພືດ​ໜາມ​ຈະ​ງອກ​ຂຶ້ນ

ປົກຄຸມ​ແທ່ນບູຊາ​ຂອງ​ພວກເຂົາ.

ແລ້ວ​ພວກເຂົາ​ກໍ​ຈະ​ກ່າວ​ແກ່​ເນີນພູ​ທັງຫລາຍ​ວ່າ, “ຈົ່ງ​ປົກຄຸມ​ພວກເຮົາ​ໄວ້!”

ແລະ ບອກ​ໂນນພູ​ທັງຫລາຍ​ວ່າ, “ຈົ່ງ​ລົ້ມ​ມາ​ທັບ​ພວກເຮົາ!”

“ອິດສະຣາເອນ, ພວກເຈົ້າ​ໄດ້​ເຮັດ​ບາບ​ມາ​ຕັ້ງ​ແຕ່​ສະໄໝ​ຂອງ​ກີເບອາ,

ແລະ ພວກເຈົ້າ​ຍັງ​ເຮັດ​ຢູ່​ແບບ​ນັ້ນ​ຕະຫລອດ​ມາ.4

ສົງຄາມ​ບໍ່​ໄດ້​ຫລິ້ນ​ງານ​ຄົນ​ເຮັດ​ຊົ່ວ

ໃນ​ກີເບອາ​ບໍ?

ເມື່ອ​ເຮົາ​ເຫັນດີ, ເຮົາ​ຈະ​ລົງໂທດ​ພວກເຂົາ;

ຊົນຊາດ​ທັງຫລາຍ​ຈະ​ຮວມ​ໂຕ​ກັນ​ຕໍ່ສູ້​ພວກເຂົາ

ຄຸມ​ຂັງ​ພວກເຂົາ​ເພາະ​ບາບ​ຊ້ອນ​ບາບ​ຂອງ​ພວກເຂົາ.

ເອຟຣາອິມ​ເປັນ​ງົວ​ສາວ​ທີ່​ຝຶກຝົນ​ແລ້ວ

ມັນ​ມັກ​ນວດ​ເຂົ້າ;

ດັ່ງນັ້ນ ເຮົາ​ຈະ​ວາງ​ແອກ

ເທິງ​ຄໍ​ອັນ​ສວຍງາມ​ຂອງ​ມັນ.

ເຮົາ​ຈະ​ຂັບເຄື່ອນ​ເອຟຣາອິມ,

ຢູດາ​ຕ້ອງ​ລາກ​ຄັນ​ໄຖ,

ແລະ ຢາໂຄບ​ຕ້ອງ​ໄຖ​ຄາດ​ດິນ.

ຈົ່ງ​ຫວ່ານ​ຄວາມ​ຊອບທຳ​ເພື່ອ​ພວກເຈົ້າ​ເອງ,

ຈົ່ງ​ເກັບກ່ຽວ​ຜົນ​ແຫ່ງ​ຄວາມ​ຮັກ​ໝັ້ນຄົງ,

ຈົ່ງ​ໄຖ​ຄາດ​ດິນ​ທີ່​ຍັງ​ແຂງ​ກະດ້າງ​ຂອງ​ພວກເຈົ້າ;

ເພາະ​ເຖິງ​ເວລາ​ທີ່​ຈະ​ສະແຫວງຫາ​ພຣະເຈົ້າຢາເວ,

ຈົນ​ກວ່າ​ພຣະອົງ​ຈະ​ກັບ​ມາ

ແລະ ເທ​ຄວາມ​ຊອບທຳ​ລົງ​ເທິງ​ພວກເຈົ້າ​ໝາຍ​ສາຍ​ຝົນ.

ແຕ່​ພວກເຈົ້າ​ກັບ​ປຸກ​ຄວາມ​ຊົ່ວຊ້າ,

ພວກເຈົ້າ​ເກັບກ່ຽວ​ຄວາມ​ອະທຳ,

ພວກເຈົ້າ​ກິນ​ຜົນ​ແຫ່ງ​ການ​ຫລອກລວງ.

ເພາະ​ພວກເຈົ້າ​ເພິ່ງ​ກຳລັງ​ຕົນ​ເອງ

ແລະ ພວກເຈົ້າ​ເພິ່ງ​ນັກຮົບ​ທັງຫລາຍ​ຂອງ​ພວກເຈົ້າ,

ສຽງ​ໂຫ່​ຮ້ອງ​ຂອງ​ສົງຄາມ​ຈະ​ດັງ​ຂຶ້ນ​ສູ້​ຄົນ​ຂອງ​ພວກເຈົ້າ,

ດັ່ງນັ້ນ ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ພວກເຈົ້າ​ຈະ​ຖືກ​ທຳລາຍ

ເມື່ອ​ແມ່​ທັງຫລາຍ​ກັບ​ລູກ​ຂອງ​ນາງ​ຈະ​ຖືກ​ຈັບ​ຟາດ​ທີ່​ພື້ນ.

ກໍ​ຈະ​ເປັນ​ເໝືອນ​ຢ່າງ​ທີ່​ຊານມານ​ໄດ້​ທໍາລາຍ​ລ້າງ​ເມືອງ​ເບັດອາກເບັນ​ໃນ​ຍາມ​ຮົບ,

ເບັດເອນ, ມັນ​ຈະ​ເກີດ​ຂຶ້ນ​ກັບ​ພວກເຈົ້າ​ຢ່າງ​ນັ້ນ​ເໝືອນ​ກັນ,

ເພາະ​ພວກເຈົ້າ​ຊົ່ວ​ຮ້າຍ​ຫລາຍ.

ເມື່ອ​ວັນ​ນັ້ນ​ມາ​ເຖິງ,

ກະສັດ​ແຫ່ງ​ອິດສະຣາເອນ​ຈະ​ຖືກ​ທຳລາຍ​ຢ່າງ​ໝົດ​ສິ້ນ.

Source notes (4)
  1. Footnote ແປ​ວ່າ ເຮືອນ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ (ແທນ​ທີ່​ຈະ​ເອີ້ນ​ວ່າ ເບັດເອນ ເຊິ່ງ​ແປ​ວ່າ ວິຫານ​ຂອງ​ພຣະເຈົ້າ)
  2. Footnote ຫລື ທີ່ປຶກສາ​ຂອງ​ພວກເຂົາ
  3. Footnote ພາສາ​ເຮັບເຣີ​ວ່າ ອາເວນ ໝາຍ​ເຖິງ ເບັດອາເວນ (ຊື່​ໃນ​ທາງ​ເສື່ອມເສຍ​ຂອງ​ເບັດເອນ)
  4. Footnote ຫລື ແລະ ເຈົ້າ​ກໍ​ຢືນ​ຕົວ​ຢູ່​ຢ່າງ​ນັ້ນ​ເລື່ອຍ​ມາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.