Skip to content
BibleKenya

Biblica® Open Lao Contemporary Version

ໂຮເສອາ 9

ການ​ລົງໂທດ​ອິດສະຣາເອນ

ອິດສະຣາເອນ, ຢ່າ​ຊື່ນຊົມຍິນດີ;

ຢ່າ​ຊື່ນຊົມຍິນດີ​ເໝືອນ​ຊາດ​ອື່ນໆ.

ເພາະ​ພວກເຈົ້າ​ບໍ່​ໄດ້​ສັດຊື່​ຕໍ່​ພຣະເຈົ້າ​ຂອງ​ພວກເຈົ້າ;

ພວກເຈົ້າ​ຮັກ​ຄ່າ​ຈ້າງ​ຂອງ​ຍິງ​ໂສເພນີ

ຕາມ​ເດີ່ນ​ຟາດ​ເຂົ້າ​ທຸກ​ແຫ່ງ.

ເດີ່ນ​ຟາດ​ເຂົ້າ ແລະ ອ່າງ​ຢຽບ​ອະງຸ່ນ​ຈະ​ບໍ່​ພໍ​ລ້ຽງ​ຄົນ​ທັງຫລາຍ;

ເຫລົ້າອະງຸ່ນ​ໃໝ່​ດັບ​ຄວາມ​ກະຫາຍ​ຂອງ​ພວກເຂົາ​ບໍ່​ໄດ້.

ພວກເຂົາ​ຈະ​ບໍ່​ໄດ້​ອາໄສ​ຢູ່​ໃນ​ແຜ່ນດິນ​ຂອງ​ພຣະເຈົ້າຢາເວ;

ເອຟຣາອິມ​ຈະ​ກັບ​ໄປ​ເອຢິບ

ແລະ ກິນ​ອາຫານ​ທີ່​ມີ​ມົນທິນ1​ໃນ​ອັດຊີເຣຍ.

ພວກເຂົາ​ຈະ​ບໍ່​ໄດ້​ຖອກ​ເຫລົ້າອະງຸ່ນ​ຖວາຍ​ບູຊາ​ແກ່​ພຣະເຈົ້າ​ຢາເວ,

ແລະ ເຄື່ອງບູຊາ​ຂອງ​ພວກເຂົາ​ກໍ​ບໍ່​ເປັນ​ທີ່​ພໍໃຈ​ພຣະອົງ.

ເຄື່ອງບູຊາ​ເຫລົ່ານີ້​ຈະ​ເປັນ​ເໝືອນ​ອາຫານ​ໄວ້​ທຸກ​ສຳລັບ​ພວກເຂົາ;

ທຸກຄົນ​ທີ່​ກິນ​ເຂົ້າ​ໄປ​ກໍ​ຈະ​ເປັນ​ມົນທິນ.

ອາຫານ​ນີ້​ຈະ​ມີ​ໄວ້​ເພື່ອ​ພວກເຂົາ​ເອງ;

ມັນ​ຈະ​ບໍ່​ຖືກ​ນໍາ​ເຂົ້າ​ມາ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.

ພວກເຈົ້າ​ຈະ​ເຮັດ​ຫຍັງ​ໃນ​ງານລ້ຽງ​ສະຫລອງ​ຕາມ​ກຳນົດ,

ໃນ​ວັນ​ສະຫລອງ​ເທດສະການ​ຂອງ​ພຣະເຈົ້າ​ຢາເວ?

ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຫລຸດພົ້ນ​ຈາກ​ຄວາມ​ຈິບຫາຍ,

ເອຢິບ​ກໍ​ຈະ​ຮວບຮວມ​ພວກເຂົາ,

ແລະ ເມັມຟິດ​ຈະ​ຝັງ​ພວກເຂົາ​ໄວ້.

ຄັງ​ເງິນ​ຂອງ​ພວກເຂົາ​ຈະ​ຖືກ​ປົກຄຸມ​ດ້ວຍ​ພືດ​ໜາມ

ຕົ້ນ​ໜາມ​ຈະ​ງອກ​ຂຶ້ນ​ຖ້ວມ​ເຕັນ​ຂອງ​ພວກເຂົາ.

ວັນ​ແຫ່ງ​ການ​ລົງໂທດ​ກໍາລັງ​ມາ​ເຖິງ,

ວັນ​ແຫ່ງ​ການ​ລົງ​ອາດຍາ​ກໍ​ມາ​ໃກ້​ແລ້ວ,

ອິດສະຣາເອນ​ຈົ່ງ​ຮູ້​ເລື່ອງ​ນີ້.

ເພາະ​ຄວາມ​ບາບ​ຂອງ​ພວກເຈົ້າ​ນັ້ນ​ມີ​ຫລວງຫລາຍ,

ແລະ ເຈດຕະນາ​ຮ້າຍ​ຂອງ​ພວກເຈົ້າ​ກໍ​ໃຫຍ່​ຫລາຍ,

ຜູ້ທຳນວາຍ​ຖືກ​ນັບ​ວ່າ​ເປັນ​ຄົນ​ໂງ່,

ຜູ້​ທີ່​ພຣະເຈົ້າ​ດົນໃຈ​ກັບ​ຖືກ​ຫາ​ວ່າ​ເປັນ​ຄົນ​ບ້າ.

ຜູ້ທຳນວາຍ​ພ້ອມ​ກັບ​ພຣະເຈົ້າ​ຂອງ​ຂ້ານ້ອຍ,

ເປັນ​ຜູ້​ເຝົ້າ​ຍາມ​ເບິ່ງແຍງ​ເອຟຣາອິມ,2

ແຕ່​ກັບດັກ​ແມ່ນ​ລໍຖ້າ​ພວກເຂົາ​ຢູ່​ຕະຫລອດ​ເສັ້ນ​ທາງ,

ແລະ ມີ​ສັດຕູ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ.

ພວກເຂົາ​ຈົມ​ດິ່ງ​ລົງ​ໃນ​ຄວາມ​ເສື່ອມຊາມ,

ເໝືອນ​ສະໄໝ​ຂອງ​ກີເບອາ.

ພຣະເຈົ້າ​ຈະ​ລະນຶກ​ເຖິງ​ຄວາມ​ຊົ່ວຊ້າ​ຂອງ​ພວກເຂົາ

ແລະ ລົງໂທດ​ຄວາມ​ບາບ​ຂອງ​ພວກເຂົາ.

“ເມື່ອ​ເຮົາ​ພົບ​ອິດສະຣາເອນ,

ກໍ​ເໝືອນ​ພົບ​ໝາກອະງຸ່ນ​ໃນ​ຖິ່ນແຫ້ງແລ້ງກັນດານ;

ເມື່ອ​ເຮົາ​ເຫັນ​ບັນພະບຸລຸດ​ຂອງ​ພວກເຈົ້າ,

ກໍ​ເໝືອນ​ເຫັນ​ຜົນ​ໝາກເດື່ອ​ລຸ້ນ​ທຳອິດ

ແຕ່​ເມື່ອ​ພວກເຂົາ​ມາ​ທີ່​ບາອານ​ເປອໍ,

ພວກເຂົາ​ກໍ​ອຸທິດ​ໂຕ​ແກ່​ຮູບເຄົາລົບ​ອັນ​ໜ້າ​ອັບອາຍ​ນັ້ນ,

ແລະ ຊົ່ວຊ້າ​ໄປ​ເໝືອນ​ສິ່ງ​ທີ່​ພວກເຂົາ​ຮັກ.

ສະຫງ່າລາສີ​ຂອງ​ເອຟຣາອິມ​ຈະ​ບິນ​ຫາຍ​ລັບ​ໄປ​ເໝືອນ​ນົກ

ບໍ່​ມີ​ການ​ເກີດ, ບໍ່​ມີ​ການ​ຖືພາ ແລະ ບໍ່​ມີ​ການ​ປະຕິສົນທິ.

ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ລ້ຽງດູ​ລູກ​ໄດ້,

ເຮົາ​ກໍ​ຈະ​ພັດພາກ​ທຸກ​ຄົນ​ໄປ​ຈາກ​ພວກເຂົາ.

ວິບັດ​ແກ່​ພວກເຂົາ

ເມື່ອ​ເຮົາ​ຫັນ​ໜີ​ໄປ​ຈາກ​ພວກເຂົາ!

ເຮົາ​ໄດ້​ເຫັນ​ເອຟຣາອິມ,

ຖືກ​ປູກ​ໄວ້​ໃນ​ບ່ອນ​ທີ່​ສະຫງົບ​ຄື​ກັນ​ກັບ​ເມືອງ​ຕີເຣ.

ແຕ່​ເອຟຣາອິມ​ຈະ​ພາ​ລູກ​ຂອງ​ພວກເຂົາ

ອອກ​ມາ​ໃຫ້​ຄົນ​ທີ່​ຂ້າ”.

ຂ້າແດ່​ພຣະເຈົ້າ​ຢາເວ, ຂໍ​ໂຜດ​ມອບ​ໃຫ້​ພວກເຂົາ

ພຣະອົງ​ຈະ​ມອບ​ສິ່ງ​ໃດ​ໃຫ້​ແກ່​ພວກເຂົາ?

ໂຜດ​ມອບ​ມົດລູກ​ທີ່​ຫລຸ​ລູກ

ແລະ ນົມ​ທີ່​ບໍ່​ມີ​ນ້ຳນົມ.

“ເພາະ​ຄວາມ​ຊົ່ວ​ຮ້າຍ​ທັງໝົດ​ຂອງ​ພວກເຂົາ​ໃນ​ກິນການ,

ເຮົາ​ຈຶ່ງ​ກຽດຊັງ​ພວກເຂົາ​ຢູ່​ທີ່​ນັ້ນ.

ເພາະ​ການ​ກະທຳ​ອັນ​ບາບ​ໜາ​ຂອງ​ພວກເຂົາ,

ເຮົາ​ຈະ​ຂັບໄລ່​ພວກເຂົາ​ອອກ​ຈາກ​ວິຫານ​ຂອງ​ເຮົາ.

ເຮົາ​ຈະ​ບໍ່​ຮັກ​ພວກເຂົາ​ອີກ​ຕໍ່ໄປ;

ຜູ້ນຳ​ທັງໝົດ​ຂອງ​ພວກເຂົາ​ເປັນ​ຄົນ​ມັກ​ກະບົດ.

ເອຟຣາອິມ​ໄດ້​ຈິບຫາຍ​ໄປ​ແລ້ວ,

ຮາກ​ຂອງ​ພວກເຂົາ​ໄດ້​ຫ່ຽວແຫ້ງ,

ພວກເຂົາ​ບໍ່​ເກີດຜົນ.

ເຖິງ​ແມ່ນ​ວ່າ​ພວກເຂົາ​ມີ​ລູກ,

ເຮົາ​ກໍ​ຈະ​ຂ້າ​ເຊື້ອສາຍ​ຂອງ​ພວກເຂົາ ທີ່​ພວກເຂົາ​ຮັກ”.

ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ຈະ​ປະຕິເສດ​ພວກເຂົາ

ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະອົງ;

ພວກເຂົາ​ຈະ​ເປັນ​ຄົນ​ພະເນຈອນ​ຢູ່​ທ່າມກາງ​ຊົນຊາດ​ທັງຫລາຍ.

Source notes (2)
  1. Footnote ຄື ເປັນ​ມົນທິນ​ຕາມ​ລະບຽບ​ພິທີ
  2. Footnote ຫລື ຜູ້ທຳນວາຍ​ເປັນ​ຜູ້​ເຝົ້າ​ຍາມ​ເບິ່ງແຍງ​ເອຟຣາອິມ ຜູ້​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ຂອງ​ຂ້າພະເຈົ້າ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.