Biblica® Open Lao Contemporary Version
ໂຮເສອາ 8
ອິດສະຣາເອນຈະເກັບກ່ຽວລົມພາຍຸ
“ຈົ່ງເອົາແກໃສ່ຮີມສົບຂອງເຈົ້າ!
ນົກອິນຊີໂຕໜຶ່ງຢູ່ເໜືອວິຫານຂອງພຣະເຈົ້າຢາເວ
ເພາະປະຊາຊົນໄດ້ລະເມີດຄຳໝັ້ນສັນຍາຂອງເຮົາ
ແລະ ກະບົດຕໍ່ກົດບັນຍັດຂອງເຮົາ.
ແຕ່ອິດສະຣາເອນໄດ້ຮ້ອງຫາເຮົາວ່າ,
‘ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ, ພວກຂ້ານ້ອຍຍອມຮັບພຣະອົງເປັນພຣະເຈົ້າຂອງພວກຂ້ານ້ອຍທັງຫລາຍ!’
ແຕ່ອິດສະຣາເອນໄດ້ປະຕິເສດສິ່ງທີ່ດີງາມ;
ສັດຕູຈະໄລ່ຕາມພວກເຂົາ.
ພວກເຂົາໄດ້ແຕ່ງຕັ້ງກະສັດໂດຍທີ່ເຮົາບໍ່ເຫັນດີນຳ;
ພວກເຂົາເລືອກເຈົ້ານາຍໂດຍທີ່ເຮົາບໍ່ເຫັນດີ.
ພວກເຂົາໃຊ້ເງິນ ແລະ ຄຳຂອງພວກເຂົາ
ພວກເຂົາໄດ້ສ້າງຮູບເຄົາລົບທັງຫລາຍສຳລັບຕົນເອງ
ພາຕົນເອງໄປສູ່ຄວາມຈິບຫາຍ.
ຊາມາເຣຍ, ຈົ່ງຖິ້ມຮູບປັ້ນລູກງົວຂອງພວກເຈົ້າ!
ຄວາມໃຈຮ້າຍຂອງເຮົາໄດ້ເຜົາໄໝ້ພວກເຂົາ.
ອີກດົນປານໃດພວກເຂົາຈຶ່ງຈະບໍລິສຸດໄດ້?
ສິ່ງເຫລົ່ານີ້ມາຈາກອິດສະຣາເອນ!
ຊ່າງຝີມືໄດ້ສ້າງລູກງົວໂຕນີ້ຂຶ້ນ;
ມັນບໍ່ແມ່ນພຣະເຈົ້າ.
ຮູບປັ້ນລູກງົວຂອງຊາມາເຣຍ
ຈະຖືກທຸບແຕກເປັນປ່ຽງໆ.
“ພວກເຂົາໄດ້ຫວ່ານລົມ
ແລະ ເກັບກ່ຽວພາຍຸ.
ຕົ້ນເຂົ້າບໍ່ມີຮວງ;
ມັນຈະບໍ່ໃຫ້ເຂົ້າສຳລັບເຮັດແປ້ງ.
ເຖິງແມ່ນວ່າມັນຈະເກີດຜົນ,
ແຕ່ຄົນຕ່າງຊາດກໍຈະກືນກິນໝົດ.
ອິດສະຣາເອນຖືກກືນກິນ;
ບັດນີ້ນາງຢູ່ທ່າມກາງຊົນຊາດຕ່າງໆ
ເໝືອນບາງສິ່ງທີ່ບໍ່ມີຜູ້ໃດຕ້ອງການ.
ເພາະພວກເຂົາຂຶ້ນໄປຫາອັດຊີເຣຍ
ເໝືອນລໍປ່າທີ່ພະເນຈອນຕາມລຳພັງ.
ເອຟຣາອິມໄດ້ຂາຍໂຕໃຫ້ຊູ້ຮັກ.
ເຖິງແມ່ນວ່າພວກເຂົາຂາຍໂຕໄປຢູ່ທ່າມກາງຊົນຊາດຕ່າງໆ,
ບັດນີ້ ເຮົາຈະຮວບຮວມພວກເຂົາເຂົ້າກັນ.
ພວກເຂົາເລີ່ມຈະເສື່ອມສູນໄປ
ພາຍໃຕ້ການກົດຂີ່ຂອງກະສັດຜູ້ຍິ່ງໃຫຍ່.
“ເຖິງແມ່ນວ່າເອຟຣາອິມສ້າງແທ່ນບູຊາຈຳນວນຫລວງຫລາຍເພື່ອຖວາຍເຄື່ອງບູຊາໄຖ່ບາບ.
ແຕ່ມັນກໍກາຍເປັນແທ່ນໃຫ້ເຮັດບາບ.
ເຮົາໄດ້ຂຽນກົດບັນຍັດຂອງເຮົາຈຳນວນຫລວງຫລາຍໃຫ້ພວກເຂົາ,
ແຕ່ພວກເຂົາກັບຖືວ່າມັນເປັນສິ່ງທີ່ແປກ.
ເຖິງແມ່ນວ່າພວກເຂົາຖວາຍເຄື່ອງບູຊາແກ່ເຮົາ
ແລະ ເຖິງແມ່ນວ່າພວກເຂົາກໍໄດ້ກິນຊີ້ນ,
ແຕ່ພຣະເຈົ້າຢາເວກໍບໍ່ໄດ້ພໍໃຈພວກເຂົາ.
ບັດນີ້ ພຣະອົງຈະລະນຶກເຖິງຄວາມຊົ່ວຮ້າຍຂອງພວກເຂົາ
ແລະ ລົງໂທດຄວາມບາບຂອງພວກເຂົາຄື:
ພວກເຂົາຈະກັບໄປທີ່ເອຢິບ.
ອິດສະຣາເອນໄດ້ລືມພຣະຜູ້ສ້າງຂອງພວກເຂົາ
ແລະ ສ້າງວັງຕ່າງໆ;
ຢູດາເສີມປ້ອມປ້ອງກັນຢູ່ທີ່ເມືອງຕ່າງໆ.
ແຕ່ເຮົາຈະສົ່ງໄຟມາທີ່ເມືອງທັງຫລາຍຂອງພວກເຂົາ
ເຊິ່ງຈະເຜົາໄໝ້ປ້ອມປະການຂອງພວກເຂົາ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.