Skip to content
BibleKenya

Biblica® Open Lao Contemporary Version

ໂຮເສອາ 7

ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ຈະ​ຮັກສາ​ອິດສະຣາເອນ,

ເມື່ອ​ນັ້ນ​ບາບ​ທັງຫລາຍ​ຂອງ​ເອຟຣາອິມ​ກໍ​ຈະ​ຖືກ​ເປີດເຜີຍ

ແລະ ອາດຊະຍາກຳ​ຂອງ​ຊາມາເຣຍ​ຈະ​ຖືກ​ເປີດ​ອອກ.

ພວກເຂົາ​ມັກ​ການ​ຫລອກລວງ,

ພວກ​ຂີ້ລັກ​ພັງ​ເຂົ້າ​ໄປ​ໃນ​ເຮືອນ,

ໂຈນ​ກໍ​ປຸ້ນ​ຕາມ​ຖະໜົນ;

ແຕ່​ພວກເຂົາ​ບໍ່​ສຳນຶກ

ວ່າ​ເຮົາ​ຈົດຈຳ​ການ​ກະທຳ​ອັນ​ຊົ່ວ​ຮ້າຍ​ທັງໝົດ​ຂອງ​ພວກເຂົາ.

ບາບ​ຂອງ​ພວກເຂົາ​ຖ້ວມ​ລົ້ນ​ເໜືອ​ພວກເຂົາ;

ມັນ​ຢູ່​ຕໍ່ໜ້າ​ເຮົາ​ສະເໝີ.

“ພວກເຂົາ​ເຮັດ​ໃຫ້​ກະສັດ​ພໍໃຈ​ດ້ວຍ​ຄວາມ​ຊົ່ວຊ້າ​ຂອງ​ພວກເຂົາ,

ເຮັດ​ໃຫ້​ບັນດາ​ເຈົ້ານາຍ​ພໍໃຈ​ດ້ວຍ​ຄຳ​ຕົວະ​ຂອງ​ພວກເຂົາ.

ພວກເຂົາ​ລ້ວນ​ແລ້ວ​ແຕ່​ເປັນ​ຄົນຫລິ້ນຊູ້,

ຮ້ອນຮົນ​ເໝືອນ​ເຕົາອົບ

ທີ່​ຄົນ​ເຮັດ​ເຂົ້າຈີ່​ບໍ່​ຕ້ອງ​ເປົ່າ​ໄຟ​ໃນ​ເຕົາ​ນັ້ນ

ຕັ້ງ​ແຕ່​ລົງ​ມື​ນວດ​ແປ້ງ​ຈົນ​ກ້ອນ​ແປ້ງ​ຟູ​ຂຶ້ນ.

ໃນ​ວັນ​ສະຫລອງ​ກະສັດ​ຂອງ​ພວກເຮົາ

ບັນດາ​ເຈົ້ານາຍ​ກໍ​ຮ້ອນຮົນ​ດ້ວຍ​ລິດ​ເຫລົ້າອະງຸ່ນ,

ແລະ ກະສັດ​ນັ້ນ​ກໍ​ຈັບ​ມື​ກັບ​ຄົນ​ເຢາະເຢີ້ຍ.

ຈິດໃຈ​ຂອງ​ພວກເຂົາ​ເໝືອນ​ເຕົາອົບ;

ພວກເຂົາ​ໃຊ້​ເລ່ກົນ​ອຸບາຍ​ເຂົ້າ​ຫາ​ກະສັດ.

ອາລົມ​ຂອງ​ພວກເຂົາ​ລຸກລາມ​ຢູ່​ຕະຫລອດ​ຄືນ;

ແລະ ຕອນ​ເຊົ້າ​ກໍ​ຮ້ອນແຮງ​ເໝືອນ​ແປວໄຟ.

ພວກເຂົາ​ທຸກ​ຄົນ​ຮ້ອນ​ເໝືອນ​ເຕົາ​ອົບ;

ມັນ​ກືນ​ກິນ​ບັນດາ​ຜູ້​ມີ​ອຳນາດ​ຂອງ​ພວກເຂົາ.

ກະສັດ​ທັງໝົດ​ຂອງ​ພວກເຂົາ​ລົ້ມ​ລົງ,

ແລະ ບໍ່​ມີ​ຈັກ​ຄົນ​ໃນ​ພວກເຂົາ​ຮ້ອງ​ຫາ​ເຮົາ.

“ເອຟຣາອິມ​ໄດ້​ເຂົ້າ​ໄປ​ປົນ​ກັບ​ຊົນຊາດ​ທັງຫລາຍ;

ເອຟຣາອິມ​ເປັນ​ເໝືອນ​ເຂົ້າໜົມ​ປີ້ງ​ທີ່​ບໍ່​ໄດ້​ພິກ​ດ້ານ.

ຄົນ​ຕ່າງຊາດ​ສູບ​ກຳລັງ​ຂອງ​ພວກເຂົາ​ໄປ,

ແຕ່​ພວກເຂົາ​ກໍ​ບໍ່​ຮູ້ສຶກ​ໂຕ​ເລີຍ.

ຜົມ​ຂອງ​ພວກເຂົາ​ປ່ຽນ​ເປັນ​ສີ​ເທົາ,

ແຕ່​ພວກເຂົາ​ກໍ​ບໍ່​ໄດ້​ສັງເກດ​ເລີຍ.

ຄວາມ​ຈອງຫອງ​ຂອງ​ອິດສະຣາເອນ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ​ເອງ,

ເຖິງ​ແມ່ນ​ຈະ​ເປັນ​ເຊັ່ນ​ນີ້​ແລ້ວ

ພວກເຂົາ​ກໍ​ບໍ່​ຍອມ​ຫັນ​ມາ​ຫາ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ

ຫລື ສະແຫວງຫາ​ພຣະອົງ.

“ເອຟຣາອິມ​ເປັນ​ເໝືອນ​ນົກກາງແກ,

ທີ່​ຖືກ​ຫລອກ​ໄດ້​ງ່າຍ ແລະ ໄຮ້​ສະຕິ

ດຽວ​ກໍ​ຮ້ອງ​ຫາ​ເອຢິບ,

ດຽວ​ກໍ​ຫັນ​ມາ​ຫາ​ອັດຊີເຣຍ.

ເມື່ອ​ພວກເຂົາ​ໄປ, ເຮົາ​ຈະ​ໂຍນ​ຕາໜ່າງ​ຂອງ​ເຮົາ​ຈັບ​ພວກເຂົາ​ໄວ້;

ເຮົາ​ຈະ​ດຶງ​ພວກເຂົາ​ລົງ​ມາ​ເໝືອນ​ນົກ​ໃນ​ທ້ອງຟ້າ.

ເມື່ອ​ເຮົາ​ໄດ້​ຍິນ​ສຽງ​ຂອງ​ພວກເຂົາ​ຈັບ​ກຸ່ມ​ກັນ,

ເຮົາ​ກໍ​ຈະ​ຈັບ​ພວກເຂົາ

ວິບັດ​ແກ່​ພວກເຂົາ,

ເພາະ​ວ່າ​ພວກເຂົາ​ຫລົງ​ທາງ​ໄປ​ຈາກ​ເຮົາ!

ຫາຍະນະ​ຈົ່ງ​ມີ​ແກ່​ພວກເຂົາ,

ເພາະ​ພວກເຂົາ​ໄດ້​ກະບົດ​ຕໍ່​ເຮົາ!

ເຮົາ​ປາຖະໜາ​ຈະ​ໄຖ່​ພວກເຂົາ​ຫລາຍ

ແຕ່​ພວກເຂົາ​ເວົ້າ​ຕົວະ​ກັບ​ເຮົາ.

ພວກເຂົາ​ບໍ່​ໄດ້​ຮ້ອງຫາ​ເຮົາ​ຈາກ​ໃຈ​ຂອງ​ພວກເຂົາ

ມີ​ແຕ່​ຄ່ຳຄວນ​ເທິງ​ຕຽງນອນ​ຂອງ​ຕົນ.

ພວກເຂົາ​ກີດ​ຕົນ​ເອງ1 ເພື່ອ​ຂໍ​ເມັດພືດ ແລະ ເຫລົ້າ​ອະງຸ່ນ​ໃໝ່

ຈາກ​ພະ​ທັງຫລາຍ​ຂອງ​ພວກເຂົາ,

ແຕ່​ພວກເຂົາ​ໄດ້​ຫັນ​ໜີ​ໄປ​ຈາກ​ເຮົາ.

ເຮົາ​ໄດ້​ຝຶກຝົນ​ພວກເຂົາ ແລະ ເຮັດ​ໃຫ້​ພວກເຂົາ​ເຂັ້ມແຂງ​ຂຶ້ນ,

ແຕ່​ພວກເຂົາ​ກໍ​ຄິດ​ການ​ຊົ່ວຮ້າຍ​ຕໍ່​ເຮົາ.

ພວກເຂົາ​ບໍ່​ໄດ້​ຫັນ​ມາ​ຫາ​ອົງ​ຜູ້​ສູງສຸດ;

ພວກເຂົາ​ເໝືອນ​ຄັນ​ທະນູ​ທີ່​ບິດບ້ຽວ.

ຜູ້ນຳ​ຂອງ​ພວກເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ດາບ

ເພາະ​ຖ້ອຍ​ຄຳ​ອວດດີ​ຂອງ​ພວກເຂົາ.

ດ້ວຍ​ເຫດ​ນີ້​ພວກເຂົາ​ຈະ​ຖືກ​ເຢາະເຢີ້ຍ

ໃນ​ດິນແດນ​ເອຢິບ.

Source notes (1)
  1. Footnote ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ບາງ​ສະບັບ ແລະ ສະບັບ ເຊັບຕູອາຈິນ. ວ່າ ພວກເຂົາ​ກີດ​ຕົນ​ເອງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.