Skip to content
BibleKenya

Biblica® Open Lao Contemporary Version

ໂຮເສອາ 6

ອິດສະຣາເອນ​ບໍ່​ກັບໃຈ

“ຈົ່ງ​ມາ, ໃຫ້​ພວກເຮົາ​ກັບ​ມາ​ຫາ​ພຣະເຈົ້າຢາເວ.

ເຖິງ​ແມ່ນ​ວ່າ​ພຣະອົງ​ໄດ້​ຈີກ​ພວກເຮົາ​ເປັນ​ຕ່ອນໆ

ແຕ່​ພຣະອົງ​ຈະ​ຮັກສາ​ພວກເຮົາ;

ເຖິງ​ແມ່ນ​ວ່າ​ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ບາດເຈັບ

ແຕ່​ພຣະອົງ​ຈະ​ພັນ​ບາດແຜ​ໃຫ້​ພວກເຮົາ.

ຫລັງ​ຈາກ​ສອງ​ວັນ ພຣະອົງ​ຈະ​ຟື້ນຟູ​ພວກເຮົາ;

ໃນ​ວັນ​ທີ​ສາມ ພຣະອົງ​ຈະ​ໃຫ້​ພວກເຮົາ​ກັບ​ສູ່​ສະພາບ​ດີ,

ເພື່ອ​ພວກເຮົາ​ຈະ​ມີ​ຊີວິດ​ຢູ່​ຕໍ່ໜ້າ​ພຣະອົງ.

ໃຫ້​ພວກເຮົາ​ຍອມຮັບ​ຮູ້​ພຣະເຈົ້າ​ຢາເວ.

ໃຫ້​ພວກເຮົາ​ບາກບັ່ນ​ຕໍ່ໄປ​ເພື່ອ​ຮູ້​ຈັກ​ພຣະອົງ.

ເມື່ອ​ຕາເວັນ​ຂຶ້ນ​ຈາກ​ຟ້າ​ສັນໃດ,

ພຣະອົງ​ກໍ​ຈະ​ມາ​ປາກົດ​ພຣະອົງ​ເອງ​ສັນນັ້ນ;

ພຣະອົງ​ຈະ​ມາ​ຫາ​ພວກເຮົາ​ເໝືອນ​ຝົນ​ໃນ​ລະດູ​ໜາວ

ເໝືອນ​ຝົນ​ໃນ​ລະດູ​ໃບໄມ້​ປົ່ງ​ທີ່​ຫົດ​ຜືນ​ແຜ່ນດິນ”.

“ເອຟຣາອິມ, ເຮົາ​ຈະ​ເຮັດ​ຫຍັງ​ໃຫ້​ເຈົ້າ​ໄດ້?

ຢູດາ, ເຮົາ​ຈະ​ເຮັດ​ຫຍັງ​ກັບ​ເຈົ້າ​ດີ?

ຄວາມ​ຮັກ​ຂອງ​ພວກເຈົ້າ​ເໝືອນ​ໝອກ​ທີ່​ບາງ​ໃນ​ຍາມ​ເຊົ້າ,

ເໝືອນ​ນ້ຳຄ້າງ​ຍາມ​ອາລຸນ​ວັນ​ໃໝ່​ທີ່​ເຫືອດ​ຫາຍ​ໄປ.

ເຫດສະນັ້ນ ເຮົາ​ຈະ​ມາ​ຕັດ​ພວກເຈົ້າ​ເປັນ​ຕ່ອນໆ​ດ້ວຍ​ຜູ້ທຳນວາຍ​ຂອງ​ເຮົາ,

ເຮົາ​ຈະ​ຂ້າ​ພວກເຈົ້າ​ດ້ວຍ​ຖ້ອຍ​ຄຳ​ຈາກ​ປາກ​ຂອງ​ເຮົາ

ຫລັງຈາກນັ້ນ ຄຳ​ພິພາກສາ​ຂອງ​ເຮົາ​ກໍ​ຈະ​ຈູ່​ໂຈມ​ເຂົ້າ​ໃສ່​ພວກເຈົ້າ​ດັ່ງ​ດວງ​ຕາເວັນ.1

ເພາະ​ເຮົາ​ປະສົງ​ຄວາມ​ເມດຕາ, ບໍ່​ແມ່ນ​ເຄື່ອງບູຊາ,

ແລະ ເຮົາ​ຕ້ອງການ​ໃຫ້​ພວກເຈົ້າ​ຮູ້​ຈັກ​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຫລາຍ​ກວ່າ​ຕ້ອງການ​ເຄື່ອງບູຊາ.

ພວກເຂົາ​ໄດ້​ທຳລາຍ​ຄຳໝັ້ນສັນຍາ​ຄື​ກັນ​ກັບ​ອາດາມ;2

ທີ່​ນັ້ນ ພວກເຂົາ​ບໍ່​ສັດຊື່​ຕໍ່​ເຮົາ.

ກີເລອາດ​ເປັນ​ເມືອງ​ຂອງ​ຄົນ​ຊົ່ວ,

ເປື້ອນ​ໄປ​ດ້ວຍ​ຮອຍ​ຕີນ​ແຫ່ງ​ເລືອດ.

ໂຈນ​ດັກ​ຖ້າ​ປຸ້ນ​ຄົນ​ສັນໃດ,

ບັນດາ​ປະໂລຫິດ​ກໍ​ເຮັດ​ເຊັ່ນ​ດຽວ​ກັນ​ສັນນັ້ນ;

ພວກເຂົາ​ຂ້າ​ຄົນ​ເທິງ​ເສັ້ນ​ທາງ​ໄປ​ຊີເຄມ,

ສືບຕໍ່​ເຮັດ​ຊົ່ວ​ຢ່າງ​ໜ້າ​ອັບອາຍ.

ຂ້າພະເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ຊົ່ວຮ້າຍ​ສິ່ງ​ໜຶ່ງ ໃນ​ບ້ານ​ຂອງ​ອິດສະຣາເອນ:

ທີ່​ນັ້ນ ເອຟຣາອິມ​ຍອມ​ປ່ອຍ​ໂຕ​ເປັນ​ໂສເພນີ,

ແລະ ອິດສະຣາເອນ​ໄດ້​ເຮັດ​ໂຕ​ໃຫ້​ເປັນ​ມົນທິນ.

“ສ່ວນ​ເຈົ້າ, ຢູດາ,

ເວລາ​ແຫ່ງ​ການ​ເກັບກ່ຽວ​ກໍ​ຖືກ​ກຳນົດ​ໄວ້​ແລ້ວ.

“ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ຈະ​ຮື້ຟື້ນ​ຄວາມ​ຮຸ່ງເຮືອງ​ຂອງ​ປະຊາຊົນ​ຂອງ​ເຮົາ,

Source notes (2)
  1. Footnote ພາສາ​ເຮັບເຣີ ວັກ​ນີ້​ມີ​ຄວາມໝາຍ​ບໍ່​ຊັດເຈນ
  2. Footnote ຫລື ເຊັ່ນ​ດຽວ​ກັບ​ທີ່​ເມືອງ​ອາດາມ ຫລື ເຊັ່ນ​ດຽວ​ກັບ​ມະນຸດ​ທັງຫລາຍ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.