Skip to content
BibleKenya

Biblica® Open Lao Contemporary Version

ໂຮເສອາ 5

ຄຳ​ພິພາກສາ​ອິດສະຣາເອນ

“ບັນດາ​ປະໂລຫິດ, ຈົ່ງ​ຟັງ!

ປະຊາຊົນ​ອິດສະຣາເອນ, ຈົ່ງ​ຕັ້ງ​ໃຈ​ຟັງ!

ເຊື້ອສາຍ​ຂອງ​ກະສັດ, ຈົ່ງ​ຟັງ!

ນີ້​ແມ່ນ​ຄຳ​ພິພາກສາ​ທີ່​ມີ​ມາ​ເຖິງ​ພວກເຈົ້າ​ດັ່ງນີ້:

ພວກເຈົ້າ​ເປັນ​ກັບດັກ​ທີ່​ເມືອງ​ມີຊະປາ,

ເປັນ​ຕາໜ່າງ​ທີ່​ຄຶງ​ໄວ້​ຢູ່​ເທິງ​ພູເຂົາ​ຕາໂບ.

ບັນດາ​ກະບົດ​ຂ້າ​ຄົນ​ຫລວງຫລາຍ.

ເຮົາ​ຈະ​ລົງໂທດ​ພວກເຂົາ​ທຸກ​ຄົນ.

ເຮົາ​ຮູ້​ເລື່ອງ​ຂອງ​ເອຟຣາອິມ​ທຸກ​ຢ່າງ;

ອິດສະຣາເອນ​ບໍ່​ໄດ້​ຖືກ​ເຊື່ອງ​ໄວ້​ຈາກ​ເຮົາ.

ເອຟຣາອິມ, ບັດນີ້​ເຈົ້າ​ໄດ້​ຫັນ​ໄປ​ເປັນ​ໂສເພນີ;

ອິດສະຣາເອນ​ກໍ​ເສື່ອມໂຊມ​ລົງ.

“ການ​ກະທຳ​ຂອງ​ພວກເຂົາ​ບໍ່​ຍອມ​ປ່ອຍ​ພວກເຂົາ

ໃຫ້​ກັບ​ມາ​ຫາ​ພຣະເຈົ້າ​ຂອງ​ພວກເຂົາ.

ວິນຍານ​ແຫ່ງ​ການ​ເປັນ​ໂສເພນີ​ຢູ່​ໃນ​ຫົວໃຈ​ຂອງ​ພວກເຂົາ;

ພວກເຂົາ​ບໍ່​ຍອມ​ຮັບ​ພຣະເຈົ້າຢາເວ.

ຄວາມ​ຈອງຫອງ​ຂອງ​ອິດສະຣາເອນ​ເປັນ​ຫລັກຖານ​ຜູກ​ມັດ​ພວກເຂົາ;

ຊົນຊາດ​ອິດສະຣາເອນ, ແມ່ນ​ແຕ່​ເອຟຣາອິມ​ເອງ​ກໍ​ສະດຸດ​ລົ້ມ​ລົງ​ໃນ​ບາບ;

ຢູດາ​ກໍ​ລົ້ມ​ລົງ​ໄປ​ກັບ​ພວກເຂົາ​ດ້ວຍ.

ເມື່ອ​ພວກເຂົາ​ນຳ​ຝູງແບ້, ຝູງແກະ ແລະ ຝູງງົວ​ຂອງ​ພວກເຂົາ

ມາ​ສະແຫວງຫາ​ພຣະເຈົ້າຢາເວ,

ພວກເຂົາ​ກໍ​ຈະ​ບໍ່​ພົບ​ພຣະອົງ;

ພຣະອົງ​ໄດ້​ຖອນ​ຕົວ​ອອກ​ຈາກ​ພວກເຂົາ​ແລ້ວ.

ພວກເຂົາ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ;

ພວກເຂົາ​ໃຫ້​ກຳເນີດ​ລູກ​ນອກ​ສົມລົດ.

ເມື່ອ​ພວກເຂົາ​ສະຫລອງ​ເທດສະການ​ເດືອນ​ຂຶ້ນ​ໃໝ່​ໜຶ່ງ​ຄ່ຳ​ຂອງ​ພວກເຂົາ,

ພຣະອົງ​ຈະ​ທຳລາຍ​ທົ່ງນາ​ຂອງ​ພວກເຂົາ.

“ຈົ່ງ​ເປົ່າ​ແກ​ໃນ​ກີເບອາ,

ຈົ່ງ​ເປົ່າ​ເຂົາສັດ​ໃນ​ຣາມາ.

ຈົ່ງ​ໂຫ່ຮ້ອງ​ເໝືອນ​ອອກ​ຮົບ​ໃນ​ເບັດເອນ​ເອເວນ,1

ເບັນຢາມິນ, ຈົ່ງ​ນຳ​ໜ້າ​ໄປ.

ໃນ​ວັນ​ພິພາກສາ

ເອຟຣາອິມ​ຈະ​ຖືກ​ຖິ້ມ​ຮ້າງ.

ເຮົາ​ປະກາດ​ສິ່ງ​ທີ່​ແນ່ນອນ

ທ່າມກາງ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ.

ບັນດາ​ຜູ້ນຳ​ຂອງ​ຢູດາ

ເປັນ​ເໝືອນ​ຄົນ​ທີ່​ຍົກຍ້າຍ​ຫລັກ​ຫີນ​ກັ້ນ​ເຂດແດນ.

ເຮົາ​ຈະ​ເທ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ເໜືອ​ພວກເຂົາ

ດັ່ງ​ກະແສ​ນ້ຳ​ຖ້ວມ.

ເອຟຣາອິມ​ຖືກ​ກົດຂີ່​ຂົ່ມເຫັງ,

ແລະ ຖືກ​ຢຽບຢ່ຳ​ລົງໂທດ,

ແຕ່​ກໍ​ຍັງ​ຕັ້ງໃຈ​ຕິດຕາມ​ບັນດາ​ຮູບເຄົາລົບ.2

ເຮົາ​ເປັນ​ເໝືອນ​ແມງໄມ້​ກັດ​ກິນ​ເອຟຣາອິມ,

ແລະ ເປັນ​ເໝືອນ​ຄວາມ​ເປື່ອຍເນົ່າ​ຂອງ​ເຜົ່າ​ຢູດາ.

“ເມື່ອ​ເອຟຣາອິມ​ເຫັນ​ຄວາມ​ເຈັບປ່ວຍ​ຂອງ​ຕົນ,

ແລະ ຢູດາ​ກໍ​ເຫັນ​ບາດແຜ​ຂອງ​ຕົນ,

ຫລັງຈາກນັ້ນ ເອຟຣາອິມ​ກໍ​ຫັນ​ໄປ​ຫາ​ອັດຊີເຣຍ,

ແລະ ສົ່ງ​ຄົນ​ໄປ​ຫາ​ກະສັດ​ຜູ້​ຍິ່ງໃຫຍ່​ເພື່ອ​ຂໍ​ຄວາມ​ຊ່ວຍເຫລືອ.

ແຕ່​ເພິ່ນ​ບໍ່​ສາມາດ​ຮັກສາ​ພວກເຈົ້າ​ໃຫ້​ຫາຍ​ໄດ້,

ບໍ່​ສາມາດ​ຮັກສາ​ບາດແຜ​ຂອງ​ພວກເຈົ້າ​ໄດ້​ເລີຍ.

ເພາະ​ເຮົາ​ຈະ​ເປັນ​ເໝືອນ​ໂຕສິງ​ສຳລັບ​ເອຟຣາອິມ,

ເປັນ​ເໝືອນ​ພະຍາ​ສິງ​ສຳລັບ​ຢູດາ.

ເຮົາ​ຈະ​ຈີກ​ພວກເຂົາ​ເປັນ​ຕ່ອນໆ ແລະ ກໍ​ຈາກ​ໄປ;

ເຮົາ​ຈະ​ຄາບ​ພວກເຂົາ​ໄປ ແລະ ບໍ່​ມີ​ຜູ້ໃດ​ຊ່ວຍ​ພວກເຂົາ​ໄດ້.

ຫລັງຈາກນັ້ນ ເຮົາ​ຈະ​ກັບ​ໄປ​ທີ່​ບ່ອນ​ຂອງ​ເຮົາ

ຈົນ​ກວ່າ​ພວກເຂົາ​ຈະ​ຍອມຮັບ​ຜິດ

ແລ້ວ​ພວກເຂົາ​ກໍ​ຈະ​ສະແຫວງຫາ​ໜ້າ​ຂອງ​ເຮົາ

ໃນ​ຄວາມ​ທຸກຍາກ​ຂອງ​ພວກເຂົາ

ພວກເຂົາ​ຈະ​ສະແຫວງຫາ​ເຮົາ​ຢ່າງ​ຈິງຈັງ”

Source notes (2)
  1. Footnote ແປ​ວ່າ ເຮືອນ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ (ແທນ​ທີ່​ຈະ​ເອີ້ນ​ວ່າ ເບັດເອນ ເຊິ່ງ​ແປ​ວ່າ ວິຫານ​ຂອງ​ພຣະເຈົ້າ)
  2. Footnote ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.