Biblica® Open Lao Contemporary Version
ໂຮເສອາ 4
ຂໍ້ກ່າວຫາຕໍ່ອິດສະຣາເອນ
ຊາວອິດສະຣາເອນທັງຫລາຍ, ຈົ່ງຟັງຖ້ອຍຄໍາຂອງພຣະເຈົ້າຢາເວ,
ເພາະພຣະເຈົ້າຢາເວມີຂໍ້ກ່າວຫາ
ຕໍ່ພວກເຈົ້າຜູ້ທີ່ອາໄສຢູ່ໃນດິນແດນນີ້ວ່າ:
“ໃນດິນແດນນີ້ບໍ່ມີຄວາມສັດຊື່, ບໍ່ມີຄວາມຮັກ,
ບໍ່ຍອມຮັບຮູ້ພຣະເຈົ້າ.
ມີແຕ່ການສາບແຊ່ງ,1 ການຕົວະ ແລະ ການຂ້າ,
ການລັກ ແລະ ການລ່ວງປະເວນີ;
ພວກເຂົາລະເມີດພັນທະຜູກພັນຕ່າງໆ,
ແລະ ຂ້າກັນຫລາຍຄັ້ງ.
ດ້ວຍເຫດນີ້ແຜ່ນດິນຈຶ່ງແຫ້ງແລ້ງ,2
ແລະ ທຸກຄົນທີ່ອາໄສຢູ່ໃນດິນແດນນີ້ກໍເສື່ອມສູນໄປ;
ສັດໃນທົ່ງ, ນົກໃນທ້ອງຟ້າ
ແລະ ປາໃນທະເລກຳລັງຈະຕາຍໄປ.
“ແຕ່ຢ່າໃຫ້ຜູ້ໃດກ່າວຟ້ອງ,
ຢ່າໃຫ້ຜູ້ໃດກ່າວໂທດຄົນອື່ນ,
ເພາະປະຊາຊົນຂອງພວກເຈົ້າ
ກໍເປັນເໝືອນຄົນທີ່ຟ້ອງກ່າວໂທດປະໂລຫິດ.
ເຈົ້າສະດຸດລົ້ມທັງກາງເວັນ ແລະ ກາງຄືນ,
ແລະ ບັນດາຜູ້ທຳນວາຍກໍສະດຸດລົ້ມໄປກັບເຈົ້າ.
ດັ່ງນັ້ນ ເຮົາຈະທຳລາຍແມ່ຂອງພວກເຈົ້າ
ປະຊາຊົນຂອງເຮົາຖືກທຳລາຍໄປເພາະຂາດຄວາມຮູ້.
“ເພາະວ່າພວກເຈົ້າໄດ້ປະຕິເສດຄວາມຮູ້,
ເຮົາຈຶ່ງບໍ່ຍອມຮັບວ່າພວກເຈົ້າເປັນປະໂລຫິດຂອງເຮົາ;
ເພາະພວກເຈົ້າລະເລີຍຕໍ່ກົດບັນຍັດຂອງພຣະເຈົ້າຂອງພວກເຈົ້າ,
ເຮົາຈະປະຕິເສດລູກຂອງພວກເຈົ້າເໝືອນກັນ.
ຈຳນວນປະໂລຫິດເພີ່ມຫລາຍຂຶ້ນເທົ່າໃດ,
ພວກເຂົາກໍຍິ່ງເຮັດບາບຕໍ່ເຮົາຫລາຍຂຶ້ນເທົ່ານັ້ນ;
ພວກເຂົາໄດ້ແລກ3ພຣະເຈົ້າຜູ້ມີສະຫງ່າລາສີຂອງພວກເຂົາ4ກັບສິ່ງທີ່ໜ້າລະອາຍ.
ພວກເຂົາລ້ຽງຊີວິດດ້ວຍບາບຂອງປະຊາຊົນຂອງເຮົາ
ແລະ ຊື່ນຊົມຄວາມຊົ່ວຮ້າຍຂອງພວກເຂົາ.
ແລະ ກໍຈະເປັນເຊັ່ນນີ້ຄື: ປະຊາຊົນເປັນຢ່າງໃດປະໂລຫິດກໍເປັນຢ່າງນັ້ນ.
ເຮົາຈະລົງໂທດທັງສອງຝ່າຍເພາະວິຖີຄວາມປະພຶດຂອງພວກເຂົາ
ແລະ ຕອບສະຫນອງການກະທຳຂອງພວກເຂົາ.
“ພວກເຂົາຈະກິນ ແຕ່ບໍ່ອິ່ມ;
ພວກເຂົາຈະເຂົ້າໄປກ່ຽວຂ້ອງກັບການເປັນໂສເພນີ ແຕ່ຈະບໍ່ມີລູກ,
ເພາະພວກເຂົາໄດ້ປະຖິ້ມພຣະເຈົ້າຢາເວ
ຍອມປ່ອຍໂຕ ເປັນໂສເພນີ;
ປ່ອຍໂຕໄປກັບເຫລົ້າອະງຸ່ນເກົ່າ ແລະ ເຫລົ້າອະງຸ່ນໃໝ່
ເຊິ່ງສິ່ງເຫລົ່ານີ້ໄດ້ຢຶດຄວາມເຂົ້າໃຈໄປຈາກພວກເຂົາ.
ປະຊາຊົນຂອງເຮົາໄປປຶກສາຮູບເຄົາລົບໄມ້,
ອາໄສຄຳຕອບຈາກໄມ້ຊ່ຽງໂຊກ.
ວິນຍານແຫ່ງການເປັນໂສເພນີຊັກນໍາພວກເຂົາໃຫ້ຫລົງທາງ;
ພວກເຂົາບໍ່ສັດຊື່ຕໍ່ພຣະເຈົ້າຂອງພວກເຂົາ.
ພວກເຂົາຖວາຍເຄື່ອງບູຊາເທິງຈອມພູເຂົາ
ແລະ ເຜົາເຄື່ອງບູຊາຕ່າງໆເທິງໂນນພູ,
ກ້ອງຕົ້ນໂອກ, ຕົ້ນປໍປາ ແລະ ຕົ້ນເທເລບິນ,
ບ່ອນທີ່ໃຫ້ຮົ່ມເຢັນສະບາຍ.
ເຫດສະນັ້ນ ລູກສາວຂອງພວກເຈົ້າຈຶ່ງຫັນໄປເປັນໂສເພນີ
ແລະ ລູກໃພ້ຂອງພວກເຈົ້າກໍຫລິ້ນຊູ້.
“ເຮົາຈະບໍ່ລົງໂທດລູກສາວທັງຫລາຍຂອງພວກເຈົ້າ
ເມື່ອພວກເຂົາຫັນໄປເປັນໂສເພນີ,
ຫລື ລົງໂທດລູກໃພ້ຂອງພວກເຈົ້າ
ເມື່ອພວກເຂົາລ່ວງປະເວນີ,
ເພາະບັນດາຜູ້ຊາຍເອງກໍໄປຄົບຄ້າກັບໂສເພນີ
ແລະ ມອບໂຕໃຫ້ກັບຍິງໂສເພນີປະຈຳສະຖານບູຊາຕ່າງໆ
ປະຊາຊາດທີ່ບໍ່ມີຄວາມເຂົ້າໃຈຈະເຖິງແກ່ຄວາມພິນາດຈິບຫາຍ!
“ຊາວອິດສະຣາເອນ ເຖິງແມ່ນວ່າພວກເຈົ້າຈະຫລິ້ນຊູ້,
ກໍຢ່າໃຫ້ຢູດາເຮັດຜິດ.
“ຢ່າໄປກິນການ;
ຢ່າໄປທີ່ເບັດເອນອາເວນ.5
ແລະ ຢ່າສາບານໂດຍກ່າວວ່າ, ‘ພຣະເຈົ້າຢາເວມີຊີວິດຢູ່ແນ່ນອນສັນໃດ!’
ປະຊາຊົນອິດສະຣາເອນນັ້ນດື້,
ເໝືອນງົວສາວທີ່ດື້ດ້ານ.
ແລ້ວພຣະເຈົ້າຢາເວຈະລ້ຽງດູພວກເຂົາ
ເໝືອນດັ່ງລູກແກະໃນທົ່ງຫຍ້າໄດ້ຢ່າງໃດ?
ເອຟຣາອິມໄປຢຶດຕິດກັບຮູບເຄົາລົບ;
ຈົ່ງປ່ອຍພວກເຂົາໄວ້ຕາມລຳພັງ!
ເຖິງແມ່ນວ່າເຄື່ອງດື່ມຂອງພວກເຂົາຈະໝົດໄປແລ້ວ,
ພວກເຂົາກໍຍັງສືບຕໍ່ເຮັດໂຕເປັນໂສເພນີຕໍ່ໄປ;
ບັນດາຜູ້ມີອຳນາດຂອງພວກເຂົາມັກວິຖີອັນໜ້າອັບອາຍຫລາຍ.
ລົມພາຍຸໝູນຈະກວາດຊັດພວກເຂົາໄປ,
ແລະ ເຄື່ອງບູຊາຕ່າງໆຂອງພວກເຂົາກໍຈະນຳຄວາມອັບອາຍຂາຍໜ້າມາເຖິງພວກເຂົາ.
Source notes (5)
- Footnote ຄື ການກ່າວຄຳສາບແຊ່ງ
- Footnote ຫລື ຄ່ຳຄວນ
- Footnote ສະບັບ MT. ວ່າ ເຮົາຈະແລກ
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີບູຮານວ່າ ຂອງເຮົາ
- Footnote ແປວ່າ ເຮືອນແຫ່ງຄວາມຊົ່ວຮ້າຍ (ແທນທີ່ຈະເອີ້ນວ່າ ເບັດເອນ ເຊິ່ງແປວ່າ ວິຫານຂອງພຣະເຈົ້າ)
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.