Biblica® Open Lao Contemporary Version
ໂຮເສອາ 3
ໂຮເສອາຄືນດີກັບເມຍຂອງເພິ່ນ
ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ຈົ່ງໄປ, ຈົ່ງສະແດງຄວາມຮັກຕໍ່ເມຍຂອງເຈົ້າອີກຄັ້ງ, ເຖິງແມ່ນວ່າມີຄົນອື່ນຮັກນາງຢູ່ ແລະ ນາງຄົບຊູ້. ຈົ່ງຮັກນາງເໝືອນທີ່ພຣະເຈົ້າຢາເວຮັກຊົນຊາດອິດສະຣາເອນ, ເຖິງແມ່ນວ່າພວກເຂົາຫັນໄປຫາພະອື່ນໆ ແລະ ຮັກເຂົ້າໝົມໝາກອະງຸ່ນແຫ້ງສັກສິດທີ່ຖວາຍແກ່ພະເຫລົ່ານັ້ນກໍຕາມ”.
ດັ່ງນັ້ນ ຂ້າພະເຈົ້າຈຶ່ງຊື້ນາງຄືນມາດ້ວຍເງິນໜັກ 15 ເຊເຂວ1 ແລະ ເຂົ້າບາເລປະມານ 1 ໂຮເມີກັບ 1 ເລເທກ.2 ຫລັງຈາກນັ້ນ ຂ້າພະເຈົ້າຈຶ່ງບອກນາງວ່າ, “ເຈົ້າຈະຕ້ອງຢູ່ກັບເຮົາຫລາຍວັນ; ເຈົ້າຕ້ອງເຊົາເປັນໂສເພນີ ແລະ ບໍ່ຢູ່ໃກ້ຊິດກັບຊາຍຄົນໃດ ແລ້ວເຮົາຈະປະຕິບັດກັບເຈົ້າແບບດຽວກັນ”.
ເພາະຊາວອິດສະຣາເອນຈະຢູ່ໂດຍບໍ່ມີກະສັດ ຫລື ເຈົ້ານາຍ, ບໍ່ມີການຖວາຍເຄື່ອງບູຊາ ຫລື ມີຫີນສັກສິດ, ບໍ່ມີເອໂຟດ ຫລື ຮູບເຄົາລົບເປັນເວລາດົນນານ. ຫລັງຈາກນັ້ນ ຊົນຊາດອິດສະຣາເອນຈະກັບມາສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ແລະ ດາວິດກະສັດຂອງພວກເຂົາ. ພວກເຂົາຈະໂຕສັ່ນເຂົ້າມາຫາພຣະເຈົ້າຢາເວ ແລະ ກັບມາຫາພຣະພອນຂອງພຣະອົງໃນວັນສຸດທ້າຍ.
Source notes (2)
- Footnote ຫລື ປະມານ 170 ກຣາມ
- Footnote ຫລື ປະມານ 195 ກິໂລກຣາມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.