Biblica® Open Lao Contemporary Version
ໂຮເສອາ 2
“ຈົ່ງເອີ້ນນ້ອງຊາຍຂອງເຈົ້າວ່າ, ‘ປະຊາຊົນຂອງເຮົາ’ ແລະ ເອີ້ນເອື້ອຍຂອງເຈົ້າວ່າ, ‘ຜູ້ເປັນທີ່ຮັກຂອງເຮົາ’.
ອິດສະຣາເອນຖືກລົງໂທດ ແລະ ກັບສູ່ສະພາບດີ
“ຈົ່ງຕຳໜິແມ່ຂອງເຈົ້າ, ຈົ່ງຕຳໜິນາງ,
ເພາະນາງບໍ່ແມ່ນເມຍຂອງເຮົາ,
ແລະ ເຮົາບໍ່ແມ່ນຜົວຂອງນາງ.
ໃຫ້ນາງຖິ້ມການລ່ວງປະເວນີຈາກໃບໜ້າຂອງນາງ
ແລະ ຖິ້ມຄວາມບໍ່ສັດຊື່ຈາກເອິກຂອງນາງ.
ບໍ່ດັ່ງນັ້ນເຮົາຈະໃຫ້ແກ້ເຄື່ອງນຸ່ງຂອງນາງອອກ
ແລະ ເຮັດໃຫ້ນາງເປືອຍກາຍເໝືອນດັ່ງວັນທີ່ນາງໄດ້ເກີດມາ;
ເຮົາຈະເຮັດໃຫ້ນາງເປັນເໝືອນຖິ່ນແຫ້ງແລ້ງກັນດານ,
ເຮັດໃຫ້ນາງເປັນດິນແດນແຫ້ງແລ້ງ,
ແລະ ສັງຫານນາງດ້ວຍຄວາມກະຫາຍ.
ເຮົາຈະບໍ່ສະແດງຄວາມຮັກຕໍ່ລູກຂອງນາງ,
ເພາະພວກເຂົາເປັນລູກຊູ້.
ແມ່ຂອງພວກເຂົາບໍ່ສັດຊື່
ແລະ ໃຫ້ກຳເນີດພວກເຂົາມາຢ່າງໜ້າອັບອາຍ.
ນາງໄດ້ເວົ້າວ່າ, ‘ຂ້ອຍຈະຕິດຕາມບັນດາຊູ້ຮັກຂອງຂ້ອຍໄປ,
ຜູ້ທີ່ໃຫ້ອາຫານ ແລະ ນ້ຳ,
ໃຫ້ຂົນສັດ, ຜ້າລີນິນ, ນ້ຳມັນ ແລະ ເຄື່ອງດື່ມແກ່ຂ້ອຍ’.
ເຫດສະນັ້ນ ເຮົາຈະເອົາຟຸ່ມໜາມກີດຂວາງຫົນທາງຂອງນາງ;
ເຮົາຈະລ້ອມນາງໄວ້ຈົນນາງໝົດທາງໄປ.
ນາງຈະແລ່ນໄລ່ຕາມຊູ້ຮັກ ແຕ່ບໍ່ທັນພວກເຂົາ;
ນາງຈະຊອກຫາພວກເຂົາ ແຕ່ກໍບໍ່ພົບພວກເຂົາ.
ແລ້ວນາງຈະບອກວ່າ,
‘ຂ້ອຍຈະກັບໄປຫາຜົວຄົນທຳອິດຂອງຂ້ອຍ,
ເພາະເມື່ອກ່ອນຂ້ອຍມີຊີວິດທີ່ດີກວ່ານີ້ຫລາຍ’.
ນາງບໍ່ຮັບຮູ້ວ່າເຮົາຄືຜູ້ນັ້ນ
ຜູ້ທີ່ໃຫ້ເມັດພືດ, ເຫລົ້າອະງຸ່ນໃໝ່ ແລະ ນ້ຳມັນແກ່ນາງ,
ຜູ້ທີ່ໃຫ້ເງິນ ແລະ ຄໍາ
ເຊິ່ງພວກເຂົາໃຊ້ບູຊາພະບາອານ.
“ເຫດສະນັ້ນ ເຮົາຈະເອົາເມັດພືດຂອງເຮົາເມື່ອມັນສຸກ,
ແລະ ເອົາເຫລົ້າອະງຸ່ນໃໝ່ເມື່ອມັນພ້ອມດື່ມແລ້ວ.
ເຮົາຈະເອົາຜ້າຂົນສັດ ແລະ ຜ້າລີນິນຂອງເຮົາຄືນ,
ເຊິ່ງເຮົາຕັ້ງໃຈໃຫ້ນາງໄວ້ເພື່ອປົກປິດຄວາມເປືອຍກາຍຂອງນາງ.
ດັ່ງນັ້ນ ບັດນີ້ເຮົາຈະເປີດເຜີຍຄວາມລາມົກຂອງນາງ
ຕໍ່ໜ້າຕໍ່ຕາຊູ້ຮັກທັງຫລາຍຂອງນາງ;
ແລະ ຈະບໍ່ມີຜູ້ໃດຊ່ວຍນາງໃຫ້ພົ້ນຈາກມືເຮົາໄປໄດ້.
ເຮົາຈະຢຸດງານສະຫລອງທັງໝົດຂອງນາງ:
ໄດ້ແກ່ເທດສະການປະຈຳປີທັງຫລາຍ, ວັນຂຶ້ນໜຶ່ງຄ່ຳ,
ວັນຊະບາໂຕ ທັງໝົດນີ້ເປັນເທດສະການຕາມກຳນົດທັງໝົດຂອງນາງ.
ເຮົາຈະທຳລາຍບັນດາເຄືອອະງຸ່ນ ແລະ ຕົ້ນໝາກເດື່ອຂອງນາງ,
ເຊິ່ງນາງໄດ້ເວົ້າວ່າຊູ້ຮັກໃຫ້ມາເປັນຄ່າໂຕ;
ເຮົາຈະເຮັດໃຫ້ມັນກາຍເປັນຟຸ່ມໜາມ,
ແລະ ສັດປ່າທັງຫລາຍຈະເຂົ້າມາຍາດກັນກິນ.
ເຮົາຈະລົງໂທດນາງ
ທີ່ນາງເຜົາເຄື່ອງຫອມບູຊາແກ່ພະບາອານໃນວັນເຫລົ່ານັ້ນ;
ນາງປະດັບກາຍຂອງຕົນເອງດ້ວຍແຫວນ ແລະ ອັນຍະມະນີ,
ແລະ ໜີໄປຕາມຊູ້ຮັກຂອງນາງ,
ແຕ່ນາງກັບລືມເຮົາ”, ພຣະເຈົ້າຢາເວປະກາດດັ່ງນີ້.
“ເຫດສະນັ້ນ ບັດນີ້ເຮົາກຳລັງຈະຊັກຈູງນາງ;
ເຮົາຈະພານາງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ
ແລະ ເວົ້າກັບນາງຢ່າງອ່ອນໂຍນ.
ທີ່ນັ້ນ ເຮົາຈະຄືນສວນອະງຸ່ນໃຫ້ແກ່ນາງ,
ແລະ ຈະເຮັດໃຫ້ຮ່ອມພູອາໂຄ1ກາຍເປັນປະຕູແຫ່ງຄວາມຫວັງ.
ທີ່ນັ້ນ ນາງຈະຮ້ອງເພງ2ເໝືອນເມື່ອຄາວທີ່ນາງຍັງໜຸ່ມ,
ເໝືອນວັນທີ່ນາງອອກມາຈາກເອຢິບ”.
ພຣະເຈົ້າຢາເວປະກາດວ່າ,
“ໃນວັນນັ້ນ, ເຈົ້າຈະເອີ້ນເຮົາວ່າ ‘ຜົວຂອງຂ້ອຍ’
ແລະ ເຈົ້າຈະບໍ່ເອີ້ນເຮົາວ່າ ‘ນາຍຂອງຂ້ອຍ3ອີກຕໍ່ໄປ’.
ເຮົາຈະກຳຈັດຊື່ຂອງພະບາອານອອກຈາກຮີມສົບຂອງນາງ;
ຈະບໍ່ມີການເອີ່ຍເຖິງຊື່ເຫລົ່ານີ້ອີກຕໍ່ໄປ.
ໃນວັນນັ້ນເຮົາຈະເຮັດຄຳໝັ້ນສັນຍາ
ກັບສັດໃນທົ່ງ, ນົກໃນທ້ອງຟ້າ
ແລະ ສັດທີ່ເລືອຄານເພື່ອພວກເຈົ້າ.
ເຮົາຈະກຳຈັດທະນູ, ດາບ ແລະ ສົງຄາມ
ໃຫ້ໝົດໄປຈາກດິນແດນນີ້,
ເພື່ອທຸກຊີວິດຈະຢູ່ຢ່າງປອດໄພ.
ເຮົາຈະໝັ້ນເຈົ້າໄວ້ໃຫ້ເປັນຂອງເຮົາຕະຫລອດໄປ;
ເຮົາຈະໝັ້ນເຈົ້າໄວ້ໃນ4ຄວາມຊອບທຳ ແລະ ຄວາມຍຸຕິທຳ,
ໃນ5ຄວາມຮັກ ແລະ ຄວາມເຫັນອົກເຫັນໃຈ.
ເຮົາຈະໝັ້ນເຈົ້າໄວ້ໃນຄວາມສັດຊື່,
ແລະ ເຈົ້າຈະຮູ້ຈັກພຣະເຈົ້າຢາເວ”.
ພຣະເຈົ້າຢາເວປະກາດວ່າ,
“ໃນວັນນັ້ນ ເຮົາຈະຕອບສະຫນອງ
ເຮົາຈະເຮັດໃຫ້ທ້ອງຟ້າເກີດຝົນ,
ຕາມຄຳຮຽກຮ້ອງຂອງແຜ່ນດິນ;
ແລະ ຈະໃຫ້ແຜ່ນດິນເກີດເມັດພືດ,
ເຫລົ້າອະງຸ່ນໃໝ່ ແລະ ນ້ຳມັນ,
ຕາມຄຳຮຽກຮ້ອງຂອງຢິດຊະເຣນ.6
ເຮົາຈະປູກນາງໄວ້ໃນດິນແດນນັ້ນເພື່ອເຮົາ;
ເຮົາຈະສະແດງຄວາມຮັກຂອງເຮົາແກ່ຜູ້ທີ່ເຮົາເອີ້ນວ່າ ‘ບໍ່ແມ່ນທີ່ຮັກຂອງເຮົາ’.7
ເຮົາຈະເອີ້ນຜູ້ທີ່ ‘ບໍ່ແມ່ນປະຊາຊົນຂອງເຮົາ’8 ວ່າ, ‘ເຈົ້າຄືປະຊາຊົນຂອງເຮົາ’;
ແລະ ພວກເຂົາຈະເອີ້ນເຮົາວ່າ, ‘ພຣະອົງເປັນພຣະເຈົ້າຂອງພວກຂ້ານ້ອຍ’ ”.
Source notes (8)
- Footnote ແປວ່າ ເດືອດຮ້ອນ
- Footnote ຫລື ຕອບສະຫນອງ
- Footnote ພາສາເຮັບເຣີວ່າ ບາອານ
- Footnote ຫລື ດ້ວຍ ເຊັ່ນດຽວກັບຂໍ້ 20
- Footnote ຫລື ດ້ວຍ
- Footnote ແປວ່າ ພຣະເຈົ້າປູກ
- Footnote ພາສາເຮັບເຣີວ່າ ໂລຣຸຫະມາ
- Footnote ພາສາເຮັບເຣີວ່າ ໂລອຳມີ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.