Biblica® Open Lao Contemporary Version
ໂຮເສອາ 1
ຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ມາເຖິງໂຮເສອາລູກຊາຍຂອງເບເອຣີໃນຊ່ວງການປົກຄອງຂອງອຸດຊີຢາ, ໂຢທາມ, ອາຮາດ ແລະ ເຮເຊກີຢາກະສັດແຫ່ງຢູດາຍ ແລະ ໃນຊ່ວງການປົກຄອງຂອງເຢໂຣໂບອາມລູກຊາຍຂອງເຢໂຮອາດ1ກະສັດແຫ່ງອິດສະຣາເອນ:
ເມຍ ແລະ ລູກຂອງໂຮເສອາ
ເມື່ອພຣະເຈົ້າຢາເວເລີ່ມກ່າວຜ່ານໂຮເສອານັ້ນ, ພຣະອົງໄດ້ເວົ້າກັບເພິ່ນວ່າ, “ຈົ່ງໄປຮັບຍິງເຈົ້າຊູ້ມາເປັນເມຍ ແລະ ຮັບລູກທັງຫລາຍທີ່ເກີດຈາກຄວາມບໍ່ສັດຊື່ຂອງນາງມານຳ, ເພາະວ່າດິນແດນນີ້ມີຄວາມຜິດຖານລ່ວງປະເວນີຢ່າງຮ້າຍແຮງທີ່ສຸດ ໂດຍການປະຖິ້ມພຣະເຈົ້າຢາເວ”. ດັ່ງນັ້ນ ໂຮເສອາຈຶ່ງໄດ້ແຕ່ງງານກັບໂກເມລູກສາວຂອງດິບລາອິມ ແລະ ນາງກໍຖືພາ ແລ້ວເກີດລູກຊາຍຄົນໜຶ່ງໃຫ້ແກ່ເພິ່ນ.
ຫລັງຈາກນັ້ນ ພຣະເຈົ້າຢາເວຈຶ່ງໄດ້ເວົ້າກັບໂຮເສອາວ່າ, “ຈົ່ງເອີ້ນຊື່ເດັກນ້ອຍຄົນນີ້ວ່າຢິດຊະເຣນ, ເພາະອີກບໍ່ດົນເຮົາຈະລົງໂທດເຊື້ອສາຍຂອງເຢຮູ ເນື່ອງຈາກການຂ້າຄັ້ງໃຫຍ່ຢູ່ທີ່ຢິດຊະເຣນ ແລະ ເຮົາຈະເຮັດໃຫ້ອານາຈັກອິດສະຣາເອນສິ້ນສຸດລົງ. ໃນວັນນັ້ນເຮົາຈະຫັກທະນູຂອງອິດສະຣາເອນໃນຮ່ອມພູຢິດຊະເຣນ”.
ໂກເມກໍຖືພາອີກ ແລະ ເກີດລູກສາວ. ຫລັງຈາກນັ້ນ ພຣະເຈົ້າຢາເວກໍໄດ້ເວົ້າກັບໂຮເສອາວ່າ, “ຈົ່ງເອີ້ນເດັກນ້ອຍຄົນນີ້ວ່າໂລຣຸຫະມາ,2 ເພາະເຮົາຈະບໍ່ສະແດງຄວາມຮັກຕໍ່ເຊື້ອສາຍອິດສະຣາເອນອີກຕໍ່ໄປ, ເຮົາຈະບໍ່ອະໄພໃຫ້ພວກເຂົາ. ແຕ່ເຮົາຈະສະແດງຄວາມຮັກຕໍ່ເຊື້ອສາຍຢູດາ ແລະ ຈະຊ່ວຍພວກເຂົາ ບໍ່ແມ່ນດ້ວຍທະນູ, ດາບ, ສົງຄາມ ຫລື ດ້ວຍມ້າ ແລະ ທະຫານມ້າ, ແຕ່ເຮົາ, ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາຈະຊ່ວຍພວກເຂົາໃຫ້ພົ້ນ”.
ຫລັງຈາກທີ່ໃຫ້ໂລຣຸຫະມາອອກນົມແລ້ວ, ໂກເມກໍມີລູກຊາຍອີກຄົນໜຶ່ງ. ຫລັງຈາກນັ້ນ ພຣະເຈົ້າຢາເວໄດ້ກ່າວວ່າ, “ຈົ່ງເອີ້ນເດັກນ້ອຍວ່າໂລອຳມີ,3 ເພາະພວກເຈົ້າບໍ່ແມ່ນປະຊາຊົນຂອງເຮົາ ແລະ ເຮົາບໍ່ແມ່ນພຣະເຈົ້າຂອງພວກເຈົ້າ.
“ເຖິງປານນັ້ນ ຊົນຊາດອິດສະຣາເອນຈະເປັນເໝືອນເມັດຊາຍທີ່ແຄມທະເລ ເຊິ່ງຕວງ ຫລື ນັບບໍ່ໄດ້. ໃນບ່ອນທີ່ພຣະເຈົ້າກ່າວກັບພວກເຂົາວ່າ, ‘ພວກເຈົ້າບໍ່ແມ່ນປະຊາຊົນຂອງເຮົາ’, ພວກເຂົາຈະໄດ້ຊື່ວ່າ ‘ລູກຂອງພຣະເຈົ້າຜູ້ມີຊີວິດຢູ່’. ປະຊາຊົນຢູດາ ແລະ ອິດສະຣາເອນຈະຖືກຮວມເຂົ້າດ້ວຍກັນອີກ, ພວກເຂົາຈະແຕ່ງຕັ້ງຜູ້ນຳຄົນໜຶ່ງ ແລະ ຈະພາກັນອອກມາຈາກແຜ່ນດິນນັ້ນ, ເພາະວັນແຫ່ງຢິດຊະເຣນຈະຍິ່ງໃຫຍ່”.
Source notes (3)
- Footnote ພາສາເຮັບເຣີວ່າ ໂຢອາດ ເປັນອີກຮູບໜຶ່ງຂອງເຢໂຮອາດ
- Footnote ແປວ່າ ບໍ່ເປັນທີ່ຮັກ
- Footnote ແປວ່າ ບໍ່ແມ່ນປະຊາຊົນຂອງເຮົາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.